ຂ່າວສານ
ໃນວັນທີ 16 ເດືອນທັນວາປີ 2021, ນາງ ດາວປະກາຍ ສຸວັນນະລາດ ແລະ ນາງ ນຸດທິດາ ມີສຸພັນ ຜູ້ຊະນະການແຂ່ງຂັນໃນລະດັບປະເທດ ແລະ ຜູ້ແຂ່ງຂັນ, ແລະ ນາງ ສຸດາພອນ ວິຣະວົງສາ ຜູ້ຄົ້ນຄວ້າ ໄດ້ຮັບລາງວັນໃນການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ, ລະດັບສາກົນ, ໃນຖານະທີມຕາງໜ້າປະເທດລາວ, ການແຂ່ງຂັນແມ່ນຖືກຈັດຂື້ນແບບອອນລາຍໃນລະຫວ່າງວັນທີ 11-12 ເດືອນມີນາ ປີ 2021 ໂດຍການສົ່ງບົດຄໍາສັ່ງຟ້ອງ/ຄໍາແກ້ຟ້ອງ ແລະ ວ່າຄວາມທາງອອນລາຍກຮ່ວມກັບນັກສືກສາກົດໝາຍ ຫຼາຍຮ້ອຍຄົນໃນຂົງເຂດອາຊີປາຊີຟິກ. ນັກສຶກສາກົດໝາຍທັງໝົດ 26 ຄົນ, ໄດ້ເຂົ້າຮ່ວມການທົດລອງແບບຈຳລອງບັນຫາໂຕ້ແຍ້ງທີ່ກ່ຽວຂ້ອງກັບ ການປະທະກັນທາງການທະຫານ ແລະ ສິ່ງທ້າທາຍດ້ານມະນຸດສະທຳ. ໃນປັດຈຸບັນ, ການແຂ່ງຂັນດັ່ງກ່າວເປັນການແຂ່ງຂັນລະຫວ່າງມະຫາໄລທີ່ໃຫ່ຍທີ່ສຸດໃນພາກພື້ນ ອາຊີ-ປາຊີຟິກ.
ໃບຍັ້ງຢືນໄດ້ຖືກມອບໃຫ້ໂດຍ ດຣ.ເພີຣີນ ຊີມອນ ຜູ້ປະສານງານໂຄງການຮ່ວມມືລະຫວ່າງມະຫາໄລລາວ-ລຸກຊຳບວກ ແລະ ໄດ້ເປັນຜູ້ເຝິກນັກຮຽນທັງສາມຄົນຢ່າງຂຸ້ນຂ້ຽວ, ຂໍຊົມເຊີຍອີກເທື່ອໜື່ງສຳລັບການເຮັດວຽກຢ່າງໜັກ.
ດ້ວຍຈຳນວນທີມນັກສຶກສາທີ່ເຂົ້າຮ່ວມທັງໝົດ 26 ທີມ, ທີມຈາກປະເທດລາວບໍ່ໄດ້ຜ່ານເຂົ້າຮອບ 8 ທີມສຸດທ້າຍ. ທີມທີ່ໄດ້ເຂົ້າຮອບຮອງຊະນະເລີດໄດ້ແກ່: ມະຫາວິທະນາໄລລັດຖະສາດ ແລະ ກົດໝາຍຈີນ, ມະຫາວິທະຍາໄລນິຕິສາດ ແລະ ເສດຖະສາດພູມິນ, ມະຫາວິທະຍາໄລບໍລິຫານສິງກະໂປ, ມະຫາວິທະຍາໄລຮົງກົງ, ມະຫາວິທະຍາໄລຊິດນີ້, ມະຫາວິທະຍາໄລຟີລິບປິນ, ມະຫາວິທະຍາໄລໂຕກຽວ, ມະຫາວິທະຍາໄລວິກຕໍເລຍ ວິວລິງຕັນ, ໃນປີນີ້ແມ່ນບໍ່ສາມາດປະກາດຈັດອັນດັບສຳລັບທີມອື່ນໆໄດ້, ທີມລາວຖືວ່າໄດ້ຮັບຄຳຕິຊົມທີ່ດີຫຼາຍຈາກຄະນະຜູ້ພິພາກສາ. ທັງບົດຄໍາສັ່ງຟ້ອງ/ຄໍາແກ້ຟ້ອງ ແລະ ການວ່າຄວາມ ແມ່ນມີຮູບແບບ ແລະ ການວິເຄາະທີ່ດີ, ເຊັ່ນດຽວກັນກັບການອ້າງອີງແຫຼ່ງທີ່ມາທີ່ລະອຽດ ແລະ ໜ້າເຊື່ອຖື. ພວກເຂົາກໍໄດ້ຮັບຄະແນນໃນເກນທີ່ “ດີ”!
ສານຈໍາລອງຄັ້ງນີ້ ທີ່ຈັດຂື້ນໂດຍອົງການກາແດງສາກົນ ເປັນການກະຕຸ້ນການຄິດວິເຄາະໂດຍໃຊ້ກົດໝາຍ, ຊ່ວຍໃຫ້ເຮົາຮຽນຮູ້ທີ່ຈະຫາຈຸດຢືນຂອງຕົນ. ພ້ອມກັນນັ້ນນັກສຶກສາຍັງໄດ້ມີໂອກາດພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ພາສາອັງກິດອີກດ້ວຍ!
ຂ່າວສານ
ພາຍໃຕ້ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກໄດ້ຈັດການບັນຍາຍພິເສດທາງອອນລາຍຂຶ້ນ ໃນຫົວຂໍ້ “ກົດໝາຍອາຍາ ແລະ ການດຳເນີນຄະດີອາຍາ” ໃນການຮ່ວມມືກັບອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNDOC) ໃນລາວ. ໂຄງການໄດ້ມີໂອກາດຕ້ອນຮັບທ່ານ David Frend, ທີ່ປຶກສາໃນວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃນພູມີພາກແມ່ນໍ້າຂອງ. ທ່ານ Frend ແມ່ນ ຄົນປະເທດອັງກິດ ທ່ານບໍ່ພຽງແຕ່ແບ່ງປັນກ່ຽວກັບຄວາມຮູ້ຕາມທິດສະດີເທົ່ານັ້ນແຕ່ເພິ່ນຍັງແບ່ງປັນຄວາມຮູ້ໃນຖານະທີ່ເປັນທະນາຍຄວາມໃນແກ່ຜູ້ເຂົ້າຮ່ວມ ພ້ອມທັງປະສົບການຫຼາກຫຼາຍກ່ຽວກັບສານລະດັບພາຍໃນ ແລະ ສາກົນໃນປະເທດອັງກິດ.

ໃນການບັນຍາຍແມ່ນມີຜູ້ເຂົ້າຮ່ວມທັງໝົດ 80 ຄົນໃນນີ້ປະກອບມີນັກສຶກສາຈາກຄະນະຄນລ ແລະ ອາຈານຈາກສະຖາບັນຍຸຕິທຳແຫ່ງຊາດຫຼວງພະບາງ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ໃນມື້ວັນທີ 8 ເດືອນທັນວາ ຜ່ານໂປຣແກຣມຊູມ.

ນັກບັນຍາຍໄດ້ສະເໜີກ່ຽວກັບກົດໝາຍອາຍາ ແລະ ການດຳເນີນຄະດີອາຍາໂດຍລວມ ພ້ອມດ້ວຍເນັ້ນຄວາມແຕກຕ່າງທີ່ສຳຄັນລະຫວ່າງລະບົບກົດໝາຍແພ່ງ ແລະ ລະບົບກົດໝາຍປະເພນີສານ ແລະ ຍັງໄດ້ອະທິບາຍກ່ຽວກັບບຸກຄົນໃນຂະບວນການດຳເນີນຄະດີອາຍາ, ນິຍາມຂອງການກະທຳຜິດ ແລະ ພາລະການພິສູດ, ອົງປະກອບຂອງການກະທຳຜິດ actus reus and mens rea), ປະເພດຂອງການກກະທຳຜິດ ແລະ ແງ່ສຳຄັນຂອງໄອຍະການ ແລະ ການດຳເນີນຄະດີໃນທີ່ປະຊຸມສານ. ຜູ້ເຂົ້າຮ່ວມມີຄວາມກະຕືຮືລົ້ນ ແລະ ປະກອບສ່ວນຖາມຄຳຖາມກັບນັກບັນຍາຍ ເຊິ່ງໃຊ້ເວລາໄປກວ່າໜຶ່ງຊົ່ວໂມງ!

ຍ້ອນໄດ້ຮັບຜົນຕອບຮັບທີ່ດີ, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລມີເປົ້າໝາຍຈະຈັດບັນຍາຍພິເສດຂຶ້ນອີກ ເຊິ່ງຮ່ວມມືກັບ UNODC ໃນປິ 2022!
ຂ່າວສານ
ໃນວັນທີ 10 ທັນວາ 2020 ການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ ຂອງຄະນະກຳມະການກາແດງສາກົນ ໄດ້ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ໂດຍການໃຫ້ສະໜັບສະໜູນໂດຍມະຫາວິທະຍາໄລລຸກຊຳບວກ.
ໃນການແຂ່ງຂັນປີນີ້ ແມ່ນຈັດໃນຮູບແບບເຄິ່ງອອນລາຍ ເຊິ່ງຜູ້ຕັດສິນ ແມ່ນເຂົ້າຮ່ວມຜ່ານຊູມ ແລະ ທີມຜູ້ແຂ່ງຂັນ ແມ່ນມາຮວມຕົວກັນທີ່ ຄນລ.

ການແຂ່ງຂັນໃນການວ່າຄວາມຄະດີຈຳລອງ ແມ່ນວ່າຄວາມຕໍ່ໜ້າສານອາຍາສາກົນ. ທີມຜູ້ແຂ່ງຂັນ 4 ທີມ ແມ່ນໄດ້ແຂ່ງຂັນກັນວ່າຄວາມ ໂດຍປ່ຽນກັນສວມບົດບາດເປັນຝ່າຍຈຳເລີຍ ແລະ ຝ່າຍໄອຍະການ. ບັນດາກຳມະການຕັດສິນສຳລັບການແຂ່ງຂັນສານຈຳລອງຮອບປະເທດໃນປີນີ້ ແມ່ນໃຫ້ກຽດຮ່ວມໂດຍ ທ່ານ ສິບປະກອນ ຊົງຊູວານິດ (ທີ່ປຶກສາກົດໝາຍຈາກ ຄະນະກຳມະການກາແດງສາກົນ), ທ່ານນາງ ໂຊເຟຍ ຄາສັນ ຈາກມູນນິທິອາຊີ (ຫົວໜ້າໂຄງການ ໂຄງການຊ່ວຍເຫຼືອທາງກົດໝາຍໃນລາວ) ແລະ ທ່ານນາງ ວິໂອເລັດ ຈັງເກີ (ທີ່ປຶກສາທາງເຕັກນິກ ໂຄງການ ລາວ/031).
ໃນເດືອນພະຈິກ ກ່ອນທີ່ຈະແຂ່ງຂັນ, ທີມຜູ້ແຂ່ງຂັນໄດ້ຮັບການເຝິກອົບຮົມອອນລາຍເປັນເວລາໜຶ່ງອາທິດ ກັບ ດຣ. ເພີລີນ ຊິມົງ ແລະ ດຣ. ລໍເຣັ້ນ ຊີຣີ ເຊິ່ງໃຫ້ການສະໜັບສະໜູນໂດຍມະຫາວິທະຍາໄລລຸກຊຳບວກ.


ພວກເຮົາຂໍສະແດງຄວາມຍິນດີກັບທຸກໆທີມທີ່ເຂົ້າແຂ່ງ ໂດຍສະເພາະທີມທີ່ຊະນະເລີດ ທ. ປາດຖະໜາພອນ ນາມມະລາດ ແລະ ທ. ສີລາເພັດ ແສນບຸດຕະລາດ ເຊິ່ງຈະເຂົ້າຮ່ວມແຂ່ງຂັນເປັນຕົວແທນໃຫ້ປະເທດລາວ ໃນຮອບຕໍ່ໄປໃນປີ 2022!
ຂ່າວສານ
ພາຍໃຕ້ຂອບການດຳເນີນງານຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ, ທາງໂຄງການໄດ້ໃຫ້ຄວາມສຳຄັນແກ່ການພັດທະນາຫ້ອງສະໝຸດເປັນລຳດັບຕົ້ນໆ ຄຽງຄູ່ກັບການຕິດຕັ້ງຫ້ອງສະໝຸດເອເລັກໂຕຣນິກ.
ໃນວັນທີ 9 ທັນວາ ທີ່ຜ່ານມາ, ພິທີສົ່ງມອບປຶ້ມກົດໝາຍ ໄດ້ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ເຊິ່ງເປັນກຽດເຂົ້າຮ່ວມໂດຍ ຮສ. ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີ ຄນລ, ດຣ. ສົມເດດ ແກ້ວວົງສັກ, ຮອງຄະນະບໍດີ, ດຣ. ເພີລີນ ຊິມົງ, ຜູ້ປະສານງານໂຄງການ ພ້ອມດ້ວຍອາຈານ ຄນລ. ໃນພິທີ ທາງໂຄງການໄດ້ສົ່ງມອບປຶ້ມແບບຮຽນກົດໝາຍ ທັງປຶ້ມທີ່ເປັນພາສາໄທ ແລະ ພາສາອັງກິດ ຈຳນວນ 391 ຫົວ ໃຫ້ແກ່ ຄນລ ຢ່າງເປັນທາງການ. ພ້ອມກັນນັ້ນ, ມະຫາວິທະຍາໄລລຸກຊຳບວກ ໂດຍຮ່ວມກັບບັນນາຮັກຈາກປະເທດໄທ ຍັງຈະສະໜັບສະໜູນຈັດການເຝິກອົບຮົມ ເປັນເວລາໜຶ່ງເດືອນໃຫ້ແກ່ພະນັກງານຫ້ອງສະໝຸດ ຄນລ ຫຼັງຈາກທີ່ມີການເປີດປະເທດ.

ການຈັດຊື້-ຈັດສົ່ງປຶ້ມດັ່ງກ່າວ ແລະ ການຈັດການເຝິກອົບຮົມ ແມ່ນກະກຽມໂດຍການຮ່ວມມືຂອງມະຫາວິທະຍາໄລລຸກຊຳບວກ ແລະ EIFL-Thailand ເຊິ່ງເປັນອົງການຈຳໜ່າຍສິ່ງພິມ ແລະ ວາລະສານສຳລັບການສຶກສາ. ການຈັດຊື້-ຈັດສົ່ງປຶ້ມ ແລະ ການເຝິກອົບຮົມ ແມ່ນໄດ້ຮັບການສະໜັບສະໜູນທາງງົບປະມານໂດຍມະຫາວິທະຍາໄລລຸກຊຳບວກ.
ຄຽງຄູ່ກັບການຕິດຕັ້ງຫ້ອງສະໝຸດເອເລັກໂຕຣນິກ, ການຈັດຊື້ປຶ້ມງວດນີ້ ແມ່ນຈະເຮັດໃຫ້ປຶ້ມກົດໝາຍທີ່ມີໃນຫ້ອງສະໝຸດ ຄນລ ມີຄວາມຫຼາກຫຼາຍຂຶ້ນ ເຊິ່ງເປັນບາດກ້າວທີ່ສຳຄັນໃນການເຮັດໃຫ້ນັກສຶກສາ ແລະ ຄູອາຈານສາມາດເຂົ້າເຖິງຂໍ້ມູນຄວາມຮູ້ທາງກົດໝາຍໄດ້ຫຼາຍຂຶ້ນ ແລະ ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຂົງເຂດການສຶກສາກົດໝາຍອີກດ້ວຍ.

ຂ່າວສານ
ມະຫາວິທະຍາໄລລຸກຊຳບວກ ສະໜັບສະໜູນການຮຽນຮູ້ຈາກການແກ້ບັນຫາ (problem-based learning) ຜ່ານການເຝິກອົບຮົມສານຈຳລອງ. ມາໃນປີນີ້ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກໄດ້ຈັດການເຜິກອົບຮົມອອນລາຍສຳລັບອາຈານເປັນຄັ້ງທຳອິດ.
ໃນລະຫວ່າງວັນທີ 16 ພະຈິກ ຫາ 1 ທັນວາ, ທາງໂຄງການໄດ້ຈັດກິດຈະກຳການເຝິກອົບຮົມໃຫ້ແກ່ອາຈານ 15 ທ່ານຈາກ ຄະນະນິຕິສາດ ແລະ ລັດຖະສາດ ຂອງ ມະຫາວິທະຍາໄລແຫ່ງຊາດ (ຄນລ ມຊ) ແລະ ຄະນະນິຕິສາດ ແລະ ລັດຖະສາດ ຂອງ ມະຫາວິທະຍາໄລຈຳປາສັກ (ຄນລ ມຈ). ການເຝິກອົບຮົມ ແມ່ນຈັດຜ່ານທາງອອນລາຍ ແລະ ໃຫ້ການເຝິກອົບຮົມໂດຍ ດຣ. ປະພາວະດີ ທະໂນດົມເດດ ຈາກມະຫາວິທະຍາໄລຈຸລາລົງກອນ ປະເທດໄທ. ດຣ. ປະພາວະດີ ເປັນອາຈານສອນທີ່ມະຫາວິທະຍາໄລຈຸລາລົງກອນ ໃນລາຍວິຊາກົດໝາຍລະຫວ່າງປະເທດພາກລັດ, ເປັນຄູເຝິກໃຫ້ແກ່ທີມຕົວແທນຂອງ ມ. ຈຸລາ ໃນການແຂ່ງຂັນສານຈຳລອງ Philips C. Jessup International Moot Court Competition 2021 ແລະ ຍັງມີສ່ວນຮ່ວມໃນການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນຂອງໄທ ທີ່ຈັດໂດຍຄະນະກຳມະການກາແດງສາກົນ.

ຈຸດປະສົງຫຼັກຂອງການຈັດການເຝິກອົບຮົມຄັ້ງນີ້ ແມ່ນເພື່ອແນະນຳໃຫ້ບັນດາອາຈານຮູ້ຈັກກັບສານຈຳລອງກົດໝາຍມະນຸດສະທຳ ແລະ ເຝິກໃຫ້ອາຈານມາເປັນຄູເຝິກສານຈຳລອງ. ການເຝິກອົບຮົມ ແມ່ນດຳເນີນເປັນພາສາໄທ ແລະ ໄດ້ຮວບຮວມເອົາຄວາມຮູ້ພື້ນຖານກ່ຽວກັບສານຈຳລອງ, ກົດໝາຍລະຫວ່າງປະເທດພາກລັດ ແລະ ກົດໝາຍມະນຸດສະທຳສາກົນ. ໃນການເຝິກອົບຮົມ ຜູ້ເຂົ້າຮ່ວມຍັງໄດ້ເຮັດກິດຈະກຳຮ່ວມກັນເປັນທີມ ແລະ ວຽກບ້ານ ໃນການກະກຽມຂໍ້ໂຕ້ແຍ້ງຕ່າງໆ. ກິດຈະກຳປະຕິບັດຕົວຈິງນີ້ ໄດ້ຊ່ວຍໃຫ້ຜູ້ເຂົ້າຮ່ວມເຂົ້າໃຈເລິກເຊິ່ງຂຶ້ນຕື່ມວ່າສານຈຳລອງເປັນກິດຈະກຳແນວໃດ. ດຣ. ປະພາວະດີ ຍັງໄດ້ເວົ້າກ່ຽວກັບປະສົບການການເປັນຄູເຝິກເອງ ແລະ ການຈັດສານຈຳລອງເປັນພາສາໄທ ເຊິ່ງເຮັດໃຫ້ມີຫຼາຍທີມ ແລະ ຫຼາຍໂຮງຮຽນເຂົ້າຮ່ວມ.

ໃນໄລຍະ 5 ປີທີ່ຜ່ານມາ, ການເຝິກຊ້ອມໃຫ້ທີມຕົວແທນຂອງປະເທດລາວໃນເວທີແຂ່ງຂັນສານຈຳລອງກົດໝາຍມະນຸດສະທຳສາກົນ ແມ່ນໃຫ້ການຊ່ວຍເຫຼືອໂດຍຜູ້ປະສານງານໂຄງການ. ສະນັ້ນ ທາງໂຄງການຕັ້ງໃຈວ່າຈະໃຫ້ອາຈານ ຄນລ ມີສ່ວນຮ່ວມໃນການເຝິກນັກສຶກສາ ໃນການແຂ່ງຂັນປີຕໍ່ໆໄປ!
ຂ່າວສານ
ໃນຂອບການດຳເນີນງານຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການສະໜັບສະໜູນການເຝິກຊ້ອມນັກສຶກສາ ຄນລ ໃນການເຂົ້າຮ່ວມການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ ທີ່ຈັດໂດຍ ຄະນະກຳມະການກາແດງສາກົນ ຕັ້ງແຕ່ປີ 2016 ເປັນຕົ້ນມາ.
ຍ້ອນມາດຕະການຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19, ການເຝິກອົບຮົມສານຈຳລອງສຳລັບນັກສຶກສາປີນີ້ ແມ່ນຈັດທາງອອນລາຍ ຜ່ານຊູມ ໃນລະຫວ່າງວັນທີ 22 ຫາ 26 ພະຈິກທີ່ຜ່ານມາ. ດຣ. ລໍເຣັ້ນ ຊີຣີ ເຊິ່ງໄດ້ມີສ່ວນຮ່ວມໃນການເຝິກອົບຮົມແກ່ນັກສຶກສາໃນໄລຍະສາມປີທີ່ຜ່ານມາ ໄດ້ເຝິກອົບຮົມໃຫ້ແກ່ນັກສຶກສາ 10-12 ນ້ອງ ເປັນເວລາໜຶ່ງອາທິດ. ການເຝິກອົບຮົມນີ້ ແມ່ນມີຈຸດປະສົງເພື່ອກະກຽມຄວາມພ້ອມຂອງນັກສຶກສາໃນການເຂົ້າຮ່ວມການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ ຮອບປະເທດ ທີ່ຈັດໂດຍຄະນະກຳມະການກາແດງສາກົນ ທີ່ຈະຈັດຂຶ້ນໃນວັນທີ 10 ທັນວານີ້. ການເຝິກອົບຮົມນີ້ ແມ່ນເນັ້ນໜັກໃຫ້ນັກສຶກສາຮຽນຮູ້ວິທີການວ່າຄວາມ/ແກ້ຟ້ອງ. ນັກສຶກສາທີ່ເຂົ້າຮ່ວມ ຍັງໄດ້ຮຽນຮູ້ເລິກເຊິ່ງຂຶ້ນຕື່ມກ່ຽວກັບກົດໝາຍມະນຸດສະທຳສາກົນ, ກົດໝາຍອາຍາສາກົນ ແລະ ການບັງຄັບໃຊ້ກົດໝາຍດັ່ງກ່າວໃນໂຈດຄະດີຂອງການແຂ່ງຂັນປີນີ້ອີກດ້ວຍ.

ການແຂ່ງຂັນສານຈຳລອງ ເປັນກິດຈະກຳນອກຫຼັກສູດທີ່ບໍ່ພຽງແຕ່ເປັນການຮຽນຮູ້ຈາກການແກ້ບັນຫາເທົ່ານັ້ນ ແຕ່ຍັງເປັນກິດຈະກຳທີ່ເສີມສ້າງການສອນຈາກການປະຕິບັດຕົວຈິງອີກດ້ວຍ. ຜ່ານການເຂົ້າຮ່ວມສານຈຳລອງ ນັກສຶກສາຈະໄດ້ພັດທະນາທັກສະທາງກົດໝາຍ, ການໂຕ້ວາທີ ແລະ ພາສາອັງກິດພ້ອມ!
ຂ່າວສານ
ມະຫາວິທະຍາໄລ ລຸກຊຳບວກໄດ້ສືບຕໍ່ສະໜັບສະໜູນການຄົ້ນຄວ້າທາງກົດໝາຍໃນລາວ ເຊິ່ງໃນວັນທີ 28-29 ຕຸລາ ແລະ 1 ພະຈິກທີ່ຜ່ານມາ ທາງມະຫາວິທະຍາໄລລຸກຊຳບວກ (ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ) ຮ່ວມກັບ ໂຄງການ ລາວ/031 ໄດ້່ຈັດກອງປະຊຸມກ່ຽວກັບວິທີດຳເນີນການຄົ້ນຄວ້າທາງກົດໝາຍ ເຊິ່ງດຳເນີນໄປເປັນເວລາສາມວັນ. ກອງປະຊຸມ ແມ່ນເປັນກອງປະຊຸມອອນລາຍ ຜ່ານຊູມ ແລະ ເປັນປະທານໂດຍ ດຣ. ສົມເດດ ແກ້ວວົງສັກ, ຮອງຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ. ກອງປະຊຸມ ມີຜູ້ເຂົ້າຮ່ວມທັງໝົດ 95 ທ່ານ ເຊິ່ງເປັນອາຈານຈາກ ຄນລ, ຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະຍາໄລຈຳປາສັກ ແລະ ຈາກສະຖາບັນຍຸຕິທຳແຫ່ງຊາດ.

ກອງປະຊຸມ ໄດ້ເນັ້ນໜັກເຖິງວິທີການຄົ້ນຄວ້າທາງວິທະຍາສາດທີ່ໃຊ້ໃນຂົງເຂດກົດໝາຍ ເຊັ່ນ ຄວາມໝາຍຂອງການຄົ້ນຄວ້າທາງກົດໝາຍ, ແຫຼ່ງຂໍ້ມູນທີ່ໃຊ້ໃນສາຂາວິຊານີ້ ແລະ ຮູບແບບການຄົ້ນຄວ້າທີ່ມີການນຳໃຊ້ຢູ່ (ຄົ້ນຄວ້າຫຼັກການທາງກົດໝາຍ ຫຼື ຄົ້ນຄວ້າທາງດ້ານກົດໝາຍໃນຫຼາຍສາຂາວິຊາ). ກອງປະຊຸມ ຍັງຍົກເອົາຫົວຂໍ້ທີ່ກ່ຽວຂ້ອງຂຶ້ນມາ ເຊັ່ນການລັກເອົາຜົນງານຂອງຄົນອື່ນ (plagiarism) ການວາງໂຄງຮ່າງການຂຽນບົດຄົ້ນຄວ້າທາງກົດໝາຍ ພ້ອມທັງແນະນຳການຂຽນບົດສະເໜີ ແລະ ອື່ນໆ. ກອງປະຊຸມຄັ້ງນີ້ ຍັງເປັນການນຳສະເໜີຮ່າງຂອງ “ຄູ່ມືແນະນຳກ່ຽວກັບວິທີການຄົ້ນຄວ້າວິທະຍາສາດທາງດ້ານກົດໝາຍ” (ບົດຄວາມ) ທີ່ຮ່າງຂຶ້ນໂດຍການຊ່ວຍເຫຼືອຈາກ ດຣ. ເປຣີນ ຊິມົງ ຜູ້ປະສານງານຈາກມະຫາວິທະຍາໄລລຸກຊຳບວກ. ການນຳສະເໜີ ແມ່ນນຳໂດຍທີມທີ່ຮ່ວມກັນຮ່າງຄູ່ມືແນະນຳດັ່ງກ່າວ ເຊິ່ງລວມມີ ດຣ. ເປຣີນ ຊິມົງ, ດຣ. ລັດດາວັນ ດອນແກ້ວດາວົງ, ດຣ. ບົວລະພຽນ ສີສຸກ, ດຣ. ສີພາ ຈັນທະວົງ ແລະ ອາຈານ ປາງທອງ ໄຊຍະວົງ.
ຄູ່ມືແນະນຳດັ່ງກ່າວ ແມ່ນຄາດວ່າຈະເຜີຍແຜ່ໃນຊ່ວງຕົ້ນສົກຮຽນທີສອງ ຂອງປີ 2022 ທັງສະບັບພາສາອັງກິດ ແລະ ພາສາລາວ. ຄູ່ມືນີ້ ອາດເປັນເຄື່ອງມືນຳທາງແກ່ການຄົ້ນຄວ້າທາງກົດໝາຍໃນລາວ ແລະ ສາມາດນຳໃຊ້ໃນສະຖາບັນອື່ນນອກຈາກ ຄນລ ໄດ້ ເປັນຕົ້ນແມ່ນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລຈຳປາສັກ ແລະ ສະຖາບັນຍຸຕິທຳແຫ່ງຊາດ. ຜູ້ເຂົ້າຮ່ວມເນັ້ນໜັກໃນກອງປະຊຸມວ່າ ພວກເຂົາຕ້ອງການໃຫ້ມີຄູ່ມືເຂົ້າຊ່ວຍໃນການຄົ້ນຄວ້າທາງກົດໝາຍ ເພື່ອເປັນການຮັບປະກັນການຄົ້ນຄວ້າທີ່ຄຸນນະພາບ.
ໃນມື້ທີສາມຂອງກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຈັດແບ່ງກັນເປັນກຸ່ມ ເພື່ອເຮັດກິດຈະກຳ ເຊິ່ງນຳໂດຍ ດຣ. ໂລນ ລິນໂຮນ (ທີ່ປຶກສາໂຄງການລາວ/031). ແຕ່ລະກຸ່ມໄດ້ສົນທະນາ ແລະ ປະກອບສ່ວນຄຳເຫັນກ່ຽວກັບບັນຫາສິ່ງທ້າທາຍຂອງການຄົ້ນຄວ້າທາງກົດໝາຍ ເຊິ່ງປະກອບມີ ບັນຫາສິ່ງທ້າທາຍຕາມສະພາບລວມຂອງ ສປປ ລາວ, ສະພາບລວມຂອງສະຖາບັນ ແລະ ສະພາບບຸກຄົນ ເຊັ່ນການເຂົ້າເຖິງແຫຼ່ງຂໍ້ມູນຍັງມີຂໍ້ຈຳກັດ (ເປັນຕົ້ນຄຳຕັດສິນຂອງສານ), ການເຂົ້າເຖິງງົບປະມານ, ໂອກາດໃນການລິເລີ່ມການຄົ້ນຄວ້າຍັງມີລັກສະນະຈຳກັດ, ບາງທ່ານຍັງມີຄວາມຮັບຜິດຊອບທາງວຽກງານບໍລິຫານ ແລະ ອື່ນໆ. ຜູ້ເຂົ້າຮ່ວມຍັງໄດ້ສະເໜີວິທີການແກ້ໄຂບັນຫາສິ່ງທ້າທາຍດັ່ງກ່າວ ເຊັ່ນການສ້າງພື້ນທີ່ແກ່ການເຜີຍແຜ່ຜົນການຄົ້ນຄວ້າທາງກົດໝາຍທີ່ເປັນພາສາລາວໃນອານາຄົດ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ມີການເປີດກວ້າງ ແລະ ປະກອບສ່ວນໃນການສົນທະນາຢ່າງຫ້າວຫັນ. ມີການຍົກເອົາຫຼາຍບັນຫາ ແລະ ຫຼາຍຄຳຖາມກ່ຽວກັບການຄົ້ນຄວ້າທາງກົດໝາຍ ແລະ ວິທີການຄົ້ນຄວ້າ, ຄວາມຊື່ສັດທາງວິຊາການ ແລະ ການລັກເອົາຜົນງານຂອງຄົນອື່ນ ພ້ອມທັງສົນທະນາວ່າບັນຫາຫຼັກການ ແລະ ກົດລະບຽບທີ່ຍົກຂຶ້ນມາໃນກອງປະຊຸມຈະນຳໃຊ້ໃນບໍລິບົດຂອງລາວແນວໃດ.

ກອງປະຊຸມຄັ້ງນີ້ ຖືວ່າໄດ້ຮັບໝາກຜົນອັນດີ ເນື່ອງຈາກເປັນການລວມຕົວຂອງ ກຸ່ມນັກຄົ້ນຄວ້າ ກໍຄືຈາກ ຄນລ ມຊ, ມຈ ແລະ ສະຖາບັນຍຸຕິທຳແຫ່ງຊາດ ແລະ ເປັນການເນັ້ນໜັກຄວາມຮຽກຮ້ອງຕ້ອງການໃຫ້ມີການຮ່ວມມືເຊິ່ງກັນ ແລະ ກັນ ເພື່ອສົ່ງເສີມການຄົ້ນຄວ້າທາງກົດໝາຍທີ່ມີຄຸນນະພາບ.
ໃນທ້າຍຂອງກອງປະຊຸມ ໄດ້ມີການເຊີນຊວນຜູ້ເຂົ້າຮ່ວມທັງໝົດໃຫ້ສະໝັກເຂົ້າຮ່ວມ ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າທາງກົດໝາຍຄັ້ງທີ 3 ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 15 ທັນວາ ທີ່ຈະມາເຖິງນີ້ (ວັນປິດຮັບສະໝັກແມ່ນເລື່ອນໄປເປັນວັນທີ 15 ພະຈິກ).
ຂ່າວສານ
ໂດຍການຮ່ວມມືກັບຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ ແລະ ຄະນະກຳມະການກາແດງສາກົນ ໃນວັນທີ 6 ພະຈິກ 2021 ໄດ້ມີການຈັດບົດບັນຍາຍອອນລາຍ ກ່ຽວກັບກົດໝາຍມະນຸດສະທຳສາກົນ. ການບັນຍາຍ ແມ່ນຜ່ານຊູມ ເຊິ່ງໃຫ້ການສະໜັບສະໜູນໂດຍມະຫາວິທະຍາໄລລຸກຊຳບວກ. ໃນການບັນຍາຍດັ່ງກ່າວ ມີນັກສຶກສາ ແລະ ຄູອາຈານຈາກ ຄນລ ເຂົ້າຮ່ວມເກືອບ 90 ຄົນ.
ບົດບັນຍາຍຄັ້ງນີ້ ແມ່ນບັນຍາຍໂດຍ ທ່ານ ສິບປະກອນ ຊົງຊູວານິດ ເຊິ່ງເປັນທີ່ປຶກສາກົດໝາຍຈາກ ຄະນະກຳມະການກາແດງສາກົນ ປະຈຳບາງກອກ. ໃນການບັນຍາຍຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບພື້ນຖານສຳຄັນຂອງກົດໝາຍມະນຸດສະທຳສາກົນ ພ້ອມທັງໄດ້ມີການຖາມຕອບກ່ຽວກັບຕົວກົດໝາຍ ແລະ ການນຳໃຊ້ກົດໝາຍດັ່ງກ່າວອີກດ້ວຍ.

ບົດບັນຍາຍຄັ້ງນີ້ ບໍ່ພຽງແຕ່ເປັນການໃຫ້ນັກຮຽນໄດ້ທຳຄວາມຮູ້ຈັກກັບກົດໝາຍມະນຸດສະທຳສາກົນເທົ່ານັ້ນ ແຕ່ຍັງເປັນການປະກາດແຈ້ງຢ່າງເປັນທາງການກ່ຽວກັບການເລີ່ມຕົ້ນແຂ່ງຂັນສານຈຳລອງສາກົນວ່າດ້ວຍກົດໝາຍມະນຸດສະທຳສາກົນ ເຊິ່ງເປັນການແຂ່ງຂັນລະດັບປະເທດທີ່ຈະໄດ້ຈັດຂຶ້ນໄວໆນີ້. ການແຂ່ງຂັນສານຈຳລອງນີ້ ແມ່ນຈັດຂຶ້ນທຸກໆປີ ໂດຍການຮ່ວມມືຂອງອົງການກາແດງຮົງກົງ ແລະ ຄະນະກຳມະການກາແດງສາກົນ (ICRC). ໃນການແຂ່ງຂັນນີ້, ຜູ້ເຂົ້າແຂ່ງຂັນຕ້ອງຈັດເປັນທີມ ທີມລະສອງຄົນ ເພື່ອເຂົ້າຮ່ວມໃນການຈຳລອງຂອງຂະບວນການພິຈາລະນາຄະດີຂອງສານອາຍາສາກົນ (ICC) ເຊິ່ງນັ້ນກໍລວມໄປເຖິງການຂຽນຄຳຖະແຫຼງ ແລະ ການວ່າຄວາມ.

ມະຫາວິທະຍາໄລລຸກຊຳບວກ ໃຫ້ຄວາມສຳຄັນແກ່ການຮຽນຮູ້ຈາກການແກ້ໄຂບັນຫາ ແລະ ການເຂົ້າຮ່ວມສານຈຳລອງນີ້ກໍຖືວ່າເປັນກິດຈະກຳທີ່ມີປະໂຫຍດຫຼາຍສຳລັບນັກສຶກສາກົດໝາຍ. ສານຈຳລອງນີ້ ຍັງເປັນໂອກາດໃຫ້ນັກສຶກສາໄດ້ພັດທະນາທັກສະການໂຕ້ວາທີ, ທັກສະພາສາອັງກິດ ແລະ ທັກສະທາງກົດໝາຍອີກດ້ວຍ.
ການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ຮອບລະດັບປະເທດ ແມ່ນຈະຈັດຂຶ້ນໃນວັນທີ 10 ທັນວາ 2021 ນີ້. ທ່ານສາມາດສະໝັກລົງແຂ່ງຜ່ານລິ້ງນີ້ໄດ້ເລີຍ. ສາມາດອ່ານໂຈດການແຂ່ງຂັນທັງສະບັບພາສາອັງກິດ ແລະ ພາສາໄທ.
ຂ່າວສານ
ຫຼັງຈາກການຝຶກອົບຮົມຫໍສະໝຸດອີເລັກໂຕຣນິກຂັ້ນພື້ນຖານໃນທິດແລ້ວນີ້, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກໄດ້ຈັດສອງການຝຶກອົບຮົມເພິ່ມເຕີມຂຶ້ນອີກໃນວັນທີ 10 ແລະ 11 ໃຫ້ກັບບັນດາອາຈານ ແລະ ບັນນາຮັກທີ່ເຄີຍເຂົ້າຮ່ວມການຝຶກອົບຮົມການພື້ນຖານມາກ່ອນ.

ການຝຶກອົບຮົມສອງຄັ້ງນີ້ໄດ້ດຳເນີນໂດຍທ່ານ Jevgenija ຈາກ EIFL ໂດຍໄດ້ຮັບການຊ່ວຍເຫຼືອຈາກ ທ່ານ Dr. Perrine Simon, ຜູ້ປະສານງານຂອງມະຫາວິທະຍາໄລລຸກຊໍາບວກ ແລະ ນາງ ທອງຄູນ ໄຊຍະຫົງ, ຜູ້ຊ່ວຍໂຄງການ ທີ່ເປັນຜູ້ຄວບຄຸມ ແລະ ໃຫ້ການຊ່ວຍເຫຼືອຜູ້ເຂົ້າຮ່ວມຕະຫຼອດທັງການຝຶກອົບຮົມ.

ວັນທີ 10, ນັກບັນຍາຍໄດ້ທວນຄືນບົດຮຽນກ່ອນການເລີ່ມເຮັດບົດຝຶກຫັດ. ຜູ້ເຂົ້າຮ່ວມ 8 ທ່ານໄດ້ເຮັດບົດຝຶກຫັດໂດຍນຳໃຊ້ຟັງຊັນ ແລະ ຕົວເລືອກກັ່ນຕອງການຄົ້ນຫາຕ່າງໆທີ່ນັກບັນຍາຍມອບໝາຍໃຫ້ເຮັດຕາມເທື່ອລະຂັ້ນຕອນ, ໂດຍໄດ້ຮັບການຊ່ວຍເຫຼືອທາງດ້ານການແປຈາກທ່ານ Dimitri. ໃນຊ່ວງທ້າຍ, ຜູ້ເຊົ້າຮ່ວມຕ່າງກໍໄດ້ຮັບທັກສະທີ່ເປັນປະໂຫຍດ ແລະ ມີຄວາມໝັ່ນໃຈໃນການຄົ້ນຫາຫໍສະໝຸດອີເລັກໂຕຣນິກຫຼາຍຂຶ້ນ.

ໃນວັນທີ 11, ທ່ານ Jevgenija ໄດ້ສອນວິທີການຄົ້ນຫາຫໍສະໝຸດອີເລັກໂຕຣນິກໂດຍການນຳໃຊ້ຟັງຊັນເພີ່ມເຕີມ. ລາວໄດ້ສອນເຄັດລັບໃຫ້ຜູ້ເຂົ້າຮ່ວມກ່ຽວກັບວິທີການສ້າງບັນຊີສ່ວນຕົວທາງ EBSCO ແລະ ວິທີການຮັກສາຜົນການຄົ້ນຫາ. ຈາກນັ້ນ, ລາວໄດ້ສອນວິທີການຊອກ ແລະ ຄົ້ນຫາກຖານຂໍ້ມູນໂດຍການນຳໃຊ້ແຫຼ່ງຂໍ້ມູນອອນລາຍແບບພິເສດ ແລະ ຫຼາກຫຼາຍສາຂາວິຊາ (ເຊັ່ນວ່າ Oxford University Press ແລະ Heinonline). ຜູ້ເຂົ້າຮ່ວມ 8 ທ່ານໄດ້ເຮັດບົດຝຶກຫັດສໍາເລັດໄປດ້ວຍດີ. ມັນສາມາຊ່ວຍໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ວີທີການຄົ້ນຫາແຫ່ງຂໍ້ມູນກ່ຽວກັບກົດໝາຍ ເພື່ອເປັນປະໂຫຍດແກ່ການສອນ ແລະ ການເຮັດບົດຄົ້ນຄວ້າ. ພວກເຂົາໄດ້ໃຫ້ຄວາມຮ່ວມມືກັບ Jevgenija ຢ່າງເຕັມທີ່ ໂດຍການຖາມຄຳຖາມ ແລະ ແຊໜ້າຈໍຈາກຜົນການຄົ້ນຫາຂອງເຂົາຜ່ານຊູມ.

ຫໍສະໝຸດອີເລັກໂຕຣນິກ ແມ່ນ ເຄື່ອງມືສຳລັບໃນການເສີມສ້າງການເຂົ້າເຖິງຄວາມຮູ້ ແລະ ເປັນເຄື່ອງມືທີ່ເປັນຮູບປະທຳສຳລັບອາຈານໃນການກະກຽມການສອນ ແລະ ການເຮັດບົດວິໄຈ. ການຝຶກອົບຮົມໃນຮູບແບບອອນລາຍຄັ້ງຕໍ່ໄປຈະເກີດຂຶ້ນໄວໆນີ້!

ຫໍສະໝຸດອີເລັກໂຕຣນິກ ແມ່ນ ແບບສະບັບດິຈິຕໍຂອງການສາມາເຂົ້າເຖິງຫໍສະໝຸດຜ່ານອິນເຕີເນັດ ທີ່ສະໜອງການເຂົ້າເຖິງຖານຂໍ້ມູນອອນລາຍທີ່ປະກອບດ້ວຍປື້ມອີເລັກໂຕຣນິກ, ຈຸລະສານວິຊາການ ແລະ ແຫຼ່ງຂໍ້ມູນອື່ນເຊັ່ນວ່າ: ວາລະສານ ແລະ ໜັງສືພິມ. ເຂົ້າເບິ່ງເວັບໄຊຂອງ ຄນລ: http://flp.nuol.edu.la/e-library/

ຂ່າວສານ
ວັນທີ 3-4 ເດືອນພະຈິກ 2021, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກຈະໄດ້ການຝຶກອົບຮົມເຄິ່ງມື້ກ່ຽວກັບ ‘ວິທີການນຳໃຊ້ຫໍສະໝຸດອີເລັກໂຕຣນິກ’ ໃຫ້ກັບບັນດາອາຈານຄນລ. ເມັນແມ່ນການຝຶກອົບຮົບຄັ້ງທີ 8 ຂອງທາງໂຄງການ. ນາງ ທອງຄູນ, ຜູ້ຊ່ວຍໂຄງການແມ່ນໄດ້ຮັບຜິດຊອບເປັນຜູ້ແປພາສາເປັນຄັ້ງທຳອິດໃນມື້ທີ 2.

ບັນດາອາຈານ ແລະ ບັນນາຮັກ 15 ທ່ານ ໄດ້ເຂົ້າຮ່ວມການຝຶກອົບຮົມ ນຳພາໂດຍທ່ານ ເກັບເກນເຢຍ ຈາກ EIFL, ພ້ອມທັງໄດ້ຮັບການຊ່ວຍເຫຼືອຈາກ ປອ. ເພີຣີນ ຊີມອນ, ຜູ້ປະສານງານຂອງມະຫາວິທະຍາໄລລຸກຊຳບວກ ເຮັດໜ້າທີ່ໃນການຄວບຄຸມ ແລະ ຊ່ວຍເຫຼືອຜູ້ເຂົ້າຮ່ວມ.

ໃນມື້ທຳອິດ, ນັກບັນຍາຍໄດ້ແນະນຳຜູ້ເຂົ້າຮ່ວມກ່ຽວກັບຫໍສະໝຸດອີເລັກໂຕຣນິກໃໝ່, ສະເໜີກ່ຽວກັບແຫຼ່ງຂໍ້ມູນທີ່ມີສາມາດໃຊ້ໄດ້ແບບດິຈິຕໍ ແລະ ໄດ້ຖາມຜູ້ເຂົ້າຮ່ວມໃຫ້ດຳເນີນການຊອກຫາ ຫຼື ຄົ້ນຄ້ວາ ໃຫ້ເປັນແບບຝຶກຫັດ. ມື້ທີ 2, ຜູ້ເຂົ້າຮ່ວມໄດ້ຄົ້ນວ້າຢ່າງລືກເຊິງຂຶ້ນກວ່າເກົ່າກ່ຽວກັບແບບການຊອກຫາ ໂດຍການເຮັດແບບຝຶກຫັດປະກອບດ້ວຍການຊອກຫາແຫຼ່ງຂໍ້ມູນຕາມຫົວຂໍ້ທີ່ໃຫ້ໄປ. ການຝຶກອົບຮົມຄັ້ງນີ້ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ການຊອກຫາແຫຼ່ງຂໍ້ມູນເພື່ອການສອນ ແລະ ການເຮັດບດຄົ້ນຄວ້າຂອງເຂົາ. ບັນດາອາຈານໄດ້ມີສ່ວນຮ່ວມກັບ Jevgenija ເປັນຢ່າງດີ ໂດຍການຖາມຄໍາຖາມ ແລະ ແຊຣຜົນການຊອກຫາຜ່ານຊູມ.

ຫໍສະໝຸດອີເລັກໂຕຣນິກ ແມ່ນ ເຄື່ອງມືສຳລັບໃນການເສີມສ້າງການເຂົ້າເຖິງຄວາມຮູ້ ແລະ ເປັນເຄື່ອງມືທີ່ເປັນຮູບປະທຳສຳລັບອາຈານໃນການກະກຽມການສອນ ແລະ ການເຮັດບົດວິໄຈ. ການຝຶກອົບຮົມໃນຮູບແບບອອນລາຍຄັ້ງຕໍ່ໄປຈະເກີດຂຶ້ນໄວໆນີ້!

ຫໍສະໝຸດອີເລັກໂຕຣນິກ ແມ່ນ ແບບສະບັບດິຈິຕໍຂອງການສາມາເຂົ້າເຖິງຫໍສະໝຸດຜ່ານອິນເຕີເນັດ ທີ່ສະໜອງການເຂົ້າເຖິງຖານຂໍ້ມູນອອນລາຍທີ່ປະກອບດ້ວຍປື້ມອີເລັກໂຕຣນິກ, ຈຸລະສານວິຊາການ ແລະ ແຫຼ່ງຂໍ້ມູນອື່ນເຊັ່ນວ່າ: ວາລະສານ ແລະ ໜັງສືພິມ. ເຂົ້າເບິ່ງເວັບໄຊຂອງ ຄນລ: http://flp.nuol.edu.la/e-library/
ຂ່າວສານ
ມະຫາວິທະຍາໄລລຸກຊຳບວກກຳລັງສືບຕໍ່ສະໜັບສະໜູນການຮ່າງລະບຽບການຄົ້ນຄວ້າບົດວິທະຍາສາດທາງກົດໝາຍ. ໃນວັນທີ 5 ເດືອນຕຸລາ 2021, ຮອງຄະນະບໍດີ ດຣ. ສົມເດດ ແກ້ວວົງສັກ ແລະ ດຣ. ເພີຣີນ ຊີມອນ, ຜູ້ປະສານງານຂອງມະຫາວິທະຍາໄລລຸກຊຳບວກໄດ້ນຳພາການປະຊຸມທາງອອນລາຍຜ່ານຊູມ ໂດຍໄດ້ນຳເອົາອາຈານຈາກ ຄນລ ຈຳນວນເຈັດທ່ານ, ທີ່ມີສ່ວນຮ່ວມໃນການຮ່າງລະບຽບການຄົ້ນຄວ້ານີ້.
ການປະຊຸມຄັ້ງນີ້ແມ່ນສຸມໃສ່ການປັບປຸງ ແລະ ສະຫຼຸບການຮ່າງລະບຽບການຄົ້າຄວ້າ. ລະບຽບການຄົ້ນຄວ້ານີ້ແມ່ນປະກອບດ້ວຍແງ່ມຸມວິທະຍາສາດທາງກົດໝາຍ ເຊັ່ນວ່າ ນິຍາມຂອງການຄົ້ນຄວ້າ ທາງກົດໝາຍ ແລະ ປະເພດຂອງການຄົ້ນຄວ້າທາງກົດໝາຍ, ແຫຼ່ງທີ່ນຳໃຊ້ໃນການຄົ້ນຄວ້າທາງກົດໝາຍ, ລະບຽບຂອງຈັນຍາບັນວິຊາການ ແລະ ການລັກລອບແນວຄວາມຄິດຂອງຜູ້ອື່ນ, ການໃຊ້ເອກະສານອ້າງອີງ ແລະ ຄຳແນະນໍາກ່ຽວກັບຢຄງສ້າງຂອງການຂຽນບົດວິໄຈທາງກົດໝາຍ.

ບັນດາອາຈານໄດ້ນຳສະເໜີພາກທີ່ພວກເຂົາຮ່າງ ຫຼື ໄດ້ຮ່າງກັບຜູ້ປະສານງານ ກັບຜູ້ເຂົ້າຮ່ວມອື່ນໆ. ຈຸດປະສົງແມ່ນເພື່ອປຶກສາຫາລືນຳທຸກບັນດາອາຈານກ່ຽວກັບການຮ່າງເພື່ອທີ່ຈະໄດ້ຮັບຄຳຄິດເຫັນ ແລະ ຄຳແນະນຳ. ການປະຊຸມແມ່ນມີຄວາມຂຸ້ນຂ້ຽວ ແລະ ປະສົບຜົນສຳເລັດ. ພວກເຂົາໄດ້ຮັບໝາກຜົນ ແລະ ການແລກປ່ຽນທີ່ເປັນປະໂຫຍດຈາກການປະຊຸມຄັ້ງນີ້.

ບາດກ້າວຕໍ່ໄປແມ່ນການແປຮ່າງເປັນພາສາລາວ ແລະ ການກະກຽມເພື່ອສະເໜີຕໍ່ບັນດາອາຈານຄນລ ໃນກອງປະຊຸມຄັ້ງນີ້ໄປທີ່ຈະມາຮອດໃນເດືອນນີ້.
ລະບຽບການຄົ້ນຄວ້າວິທະຍາສາດທາງກົດໝາຍນີ້ເປັນເຄື່ອງມືຄວາມສຳຄັນໃນການພັດທະນາຄວາມເຂົ້າໃຈກ່ຽວກັບການຄົ້ນຄວ້າທາງກົດໝາຍ ແລະ ເປັນການເພີ່ມຄຸນນະພາບຂອງການຄົ້ນຄວ້າວິທະຍາສາດທາງກົດໝາຍ. ພວກເຂົາສາມາດໃຊ້ເປັນເກນມາດຕະຖານເພື່ອການຄົ້ນຄວ້າທາງກົດໝາຍ, ແຕ່ກໍຍັງສາມາດເປັນແຮງບັນດານໃຈໃຫ້ແກ່ກົນລະຍຸດ/ນະໂຍບາຍວິຊາການໃນລັດຖະສາດ ແລະ ການລັກລອບແນວຄິດຂອງຜູ້ອື່ນ ແລະ ຈັນຍາບັນຂອງການຄົ້ນຄວ້າລະດັບມຊໄດ້.
ຂ່າວສານ
ໃນວັນທີ 22-23 ກັນຍາ 2021 ນີ້, ມະຫາວິທະຍາໄລລຸກຊຳບວກໄດ້ຈັດການຝຶກອົບຮົມກ່ຽວກັບ ‘ວິທີການນຳໃຊ້ຫໍສະໝຸດອີເລັກໂຕຣນິກ’ ເປັນເວລາສອງມື້ ໃຫ້ກັບອາຈານຂອງຄນລ. ນີ້ແມ່ນການຝຶກອົບຮົມຄັ້ງທີເຈັດທີ່ຖືກຈັດຂຶ້ນໂດຍໂຄງການ. ວາລະນີ້, ອີງຕາມສະຖານະການພະຍາໂຄອິດ-19 ໃນລາວ ແລະ ການປິດເມືອງຄັ້ງໃໝ່, ເຮັດໃຫ້ຕ້ອງໄດ້ຈັດແບບອອນລາຍນຳຜູ້ເຂົ້າຮ່ວມ ແລະ ພ້ອມດ້ວຍນາຍແປພາສາຂອງເຮົາ ທ່ານ ດີມີທີ ດຳເນີນການແປຢູ່ບ້ານຜ່ານໂປຣແກຣມຊູມ.

ບັນດາອາຈານ ແລະ ບັນນາຮັກ 15 ທ່ານ ໄດ້ເຂົ້າຮ່ວມການຝຶກອົບຮົມ ນຳພາໂດຍທ່ານ ເກັບເກນເຢຍ ຈາກ EIFL, ພ້ອມທັງໄດ້ຮັບການຊ່ວຍເຫຼືອຈາກ ປອ. ເພີຣີນ ຊີມອນ, ຜູ້ປະສານງານຂອງມະຫາວິທະຍາໄລລຸກຊຳບວກ ແລະ ນາງ. ທອງຄູນ ໄຊຍະຫົງ, ຜູ້ຊ່ວຍໂຄງການ, ເຮັດໜ້າທີ່ໃນການຄວບຄຸມ ແລະ ຊ່ວຍເຫຼືອຜູ້ເຂົ້າຮ່ວມ.

ໃນມື້ທຳອິດ, ນັກບັນຍາຍໄດ້ແນະນຳຜູ້ເຂົ້າຮ່ວມກ່ຽວກັບຫໍສະໝຸດອີເລັກໂຕຣນິກໃໝ່, ສະເໜີກ່ຽວກັບແຫຼ່ງຂໍ້ມູນທີ່ມີສາມາດໃຊ້ໄດ້ແບບດິຈິຕໍ ແລະ ໄດ້ຖາມຜູ້ເຂົ້າຮ່ວມໃຫ້ດຳເນີນການຊອກຫາ ຫຼື ຄົ້ນຄ້ວາ ໃຫ້ເປັນແບບຝຶກຫັດ. ມື້ີທີ 2, ຜູ້ເຂົ້າຮ່ວມໄດ້ຄົ້ນວ້າຢ່າງລືກເຊິງຂຶ້ນກວ່າເກົ່າກ່ຽວກັບແບບການຊອກຫາ ໂດຍການເຮັດແບບຝຶກຫັດປະກອບດ້ວຍການຊອກຫາແຫຼ່ງຂໍ້ມູນຕາມຫົວຂໍ້ທີ່ໃຫ້ໄປ. ການຝຶກອົບຮົມຄັ້ງນີ້ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ການຊອກຫາແຫຼ່ງຂໍ້ມູນເພື່ອການສອນ ແລະ ການເຮັດບດຄົ້ນຄວ້າຂອງເຂົາ. ບັນດາອາຈານໄດ້ມີສ່ວນຮ່ວມກັບເກັບເກັງເຢຍເປັນຢ່າງດີ ໂດຍການຖາມຄຳຖາມ ແລະ ແຊຣຜົນການຊອກຫາຜ່ານຊູມ.

ຫໍສະໝຸດອີເລັກໂຕຣນິກ ແມ່ນ ເຄື່ອງມືສຳລັບໃນການເສີມສ້າງການເຂົ້າເຖິງຄວາມຮູ້ ແລະ ເປັນເຄື່ອງມືທີ່ເປັນຮູບປະທຳສຳລັບອາຈານໃນການກະກຽມການສອນ ແລະ ການເຮັດບົດວິໄຈ. ການຝຶກອົບຮົມໃນຮູບແບບອອນລາຍຄັ້ງຕໍ່ໄປຈະເກີດຂຶ້ນໄວໆນີ້!

ຫໍສະໝຸດອີເລັກໂຕຣນິກ ແມ່ນ ແບບສະບັບດິຈິຕໍຂອງການສາມາເຂົ້າເຖິງຫໍສະໝຸດຜ່ານອິນເຕີເນັດ ທີ່ສະໜອງການເຂົ້າເຖິງຖານຂໍ້ມູນອອນລາຍທີ່ປະກອບດ້ວຍປື້ມອີເລັກໂຕຣນິກ, ຈຸລະສານວິຊາການ ແລະ ແຫຼ່ງຂໍ້ມູນອື່ນເຊັ່ນວ່າ: ວາລະສານ ແລະ ໜັງສືພິມ. ເຂົ້າເບິ່ງເວັບໄຊຂອງ ຄນລ: http://flp.nuol.edu.la/e-library/
ຂ່າວສານ
ມະຫາວິທະຍາໄລລຸກຊຳບວກມີຄວາມພາກພູມໃຈທີ່ຈະປະກາດການເປີດຮັບສະໝັກນັກຄົ້ນຄວ້າກົດໝາຍຈາກມະຫາວິທະຍາໄລແຫ່ງຊາດລາວ ເພື່ອຈະໄດ້ສຶກສາຕໍ່ລະດັບປະລິນຍາເອກທີ່ມະຫາວິທະຍາໄລລຸກຊຳບວກ.
ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ ຂອງມະຫາວິທະຍາໄລລຸກຊຳບວກຈະຄັດເລືອກເອົາຜູ້ສະໝັກປະລິນຍາເອກຜູ້ທີ່ຈະໄດ້ຮັບການສະໜັບສະໜູນບົດຄົ້ນຄວ້າວິໄຈຂອງເຂົາໃນຂົງເຂດກົດໝາຍ ແລະ ໄດ້ຮັບການຊີ້ນຳຈາກສະມາຊິກຂອງຄະນະ.ໂປຣແກຣມປະລິນຍາເອກມີຈຸດປະສົງເພື່ອຝຶກອົບຮົມໃນນັກບັນຍາຍລາວ ເພື່ອໃຫ້ເຂົາໄດ້ຮັບທັກສະການວິໄຈ ແລະ ວິຊາການໃນຂົງເຂດກົດໝາຍ ເພືື່ອໃນການເສີມສ້າງຂີດຄວາມສາມາດຂອງຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະຍາໄລແຫ່ງຊາດລາວໃນໄລຍະຍາວ.
ໃນຂອບເຂດ “Luxembourg general cooperation strategy for sustainable development – Road to 2030”, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລມີຄວາມຍິນດີຕ້ອນຮັບເອົາບົດສະເໜີ Proposal ໃນໃຕ້ຫົວຂໍ້ດັ່ງນີ້:
- ລັດແຫ່ງກົດໝາຍ
- ສິດທິມະນຸດຂັ້ນພື້ນຖານ
- ສິດທິສະເໝີພາບ
- ການພັດທະນາສິ່ງແວດລ້ອມແບບຍືນຍົງ ແລະ ການປົກປ້ອງພູມມີອາກາດ
ຜູ້ທີ່ໄດ້ຮັບການຄັດເລືອກຈະໄດ້ຮັບຜົນປະໂຫຍດທາງດ້ານການເງິນເປັນເວລາ ສາມປີ, ພ້ອມທັງຄວາມສາມາດໃນການຂະຫຍາຍເວລາໄປເປັນ ສີ່ປີ. ນອກນັ້ນຍັງໄດ້ຮັບສະຖາທີ່ໃນການເຮັດບົດວິໄຈ ແລະ ມີເງື່ອນໄຂທີ່ດີທີສຸດ ໃນການເຮັດບົດຄົ້ນຄວ້າວິໄຈຂອງພວກເຂົາ. ນັກສຶກສາປະລິນຍາເອກ ຕ້ອງໄດ້ນຳສະເໜີບົດວິໄຈຢູ່ທີ່ຄະນະກົດໝາຍ, ເສດຖະສາດ ແລະ ການເງິນລະຫວ່າງສົກສຶກສາ. ບົດວິໄຈປະລິນຍາເອກຂອງພວກເຂົາຈະຕ້ອງໄດ້ຮັບການຊີ້ນຳຈາກອາຈານຊີ້ນຳຫຼັກ, ອາຈານກົດໝາຍທີ່ມະຫາວິທະຍາໄລລຸກຊຳບວກ. ນັກສຶກສາປະລິນຍາເອກຈະໄດ້ເຂົ້າຮ່ວມກິດຈະກຳຂອງມະຫາວິທະຍາໄລຜ່ານສຳມະນາ, ເວີກຊ໋ອບ, ແລະ ງານຄົ້ນຄວ້າວິໄຈວິທະຍາສາດ. ບົດວິທະຍານິພົນປະລິນຍາເອກຕ້ອງໄດ້ເອົາແບບຂອງຄວາມຍາວຂອງປຶ້ມຕົ້ນສະບັບ.
ຜູ້ສະໜັກຕ້ອງຈົບລະດັບການສຶກສາປະລິນຍາໂທໃນຂົງເຂດກົດໝາຍ ຫຼື ມີຄວາມສາມາດ ແລະ ຄວາມຊຳນນານລະດັບດີໃນຂົງເຂດກົດໝາຍ ແລະ ຕ້ອງມີລະດັບທັກສະພາສາອັງກິດ (ລະດັບ B2). ບໍ່ມີຂໍ້ຈຳກັດທາງດ້ານອາຍຸ.
ແບບສະໝັກຕ້ອງເປັນພາສາອັງກິດ ແລະ ຕ້ອງປະກອບດ້ວຍ:
- CV ຊີວະປະຫວັດ ພ້ອມດ້ວຍລາຍລະອຽດການຕິດຕໍ່ທັງໝົດ;
- Cover letter (ບໍ່ເກີນ 2 ໜ້າ)
- ບົດນຳສະເໜີປະລິນຍາເອກ ບໍ່ເກີນ 5 ໜ້າ, ປະກອບທັງເອກະສານອ້າງອີງ.
ບົດນຳສະເໜີຄວນປະກອບດ້ວຍບົດສະເໜີຫົວຂໍ້, ຂໍ້ສົມມຸດຖານ, ຈຸດປະສົງຂອງການສຶກສາ, ວິທິການສຶກສາ ພ້ອມທັງເອກະສານອ້າງອີງ (15 ເອກະສານອ້າງອີງສູງສຸດ)
ມຶ້ກຳນົດສົ່ງມີສຸດທ້າຍ: 15 ຕຸລາ 2021
ຜູ້ສະໝັກຈະໄດ້ເຂົ້າຮ່ວມການສຳພາດ
ແບບສະໜັກຕ້ອງສົ່ງໃຫ້ກັບ ສາດສະດາຈານ ສະເຕຟານ ແລະ ປອ. ເພີຣີນ ຊີມອນ: stefan.braum@uni.lu ແລະ perrine.simon@ext.uni.lu
ຂ່າວສານ
ມະຫາວິທະຍາໄລລຸກຊຳບວກ ແລະ ຄະນະກຳມະການເພື່ອການພັດທະນາຮ່ວມມື ແລະ ການດຳເນີນການມະນຸດສະທຳ ຂອງກະຊວງການຕ່າງປະເທດ ແລະ ວຽກງານເອີຣົບຂອງປະເທດລຸກຊຳບວກໄດ້ຕົກລົງສືບຕໍ່ໂຄງການຮ່ວມມືລະຫວ່າງຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ຄະນະກົດໝາຍ, ເສດຖະກິດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ. ໂຄງການນີ້ແມ່ນພາກສ່ວນຂົງເຂດວຽກງານການພັດທະນາຮ່ວມມືືທີ່ໃຫຍ່ຂຶ້ນລະຫວ່າງສປປ ລາວ ແລະ ລຸກຊຳບວກ. ເລີ່ມຕົ້ນໃນປີ 2017 ໂດຍມີຂໍ້ຕົກລົງ 4 ປີ, ແລະ ໄດ້ຮັບການຂະຫຍາຍໄປຈົນເຖິງປີ 2024.
ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລພະຍາຍາມສົ່ງເສີມວັດທະນະທຳທາງກົດໝາຍຢ່າງແທ້ຈິງ ແລະ ສົ່ງເສີມແນວທາງປະຕິບັດທີ່ດີທີ່ສຸດເພື່ອນັກສຶກສາກົດໝາຍ, ບັນດາອາຈານ ແລະ ນັກຄົ້ນຄວ້າວິເຄາະທີ່ມະຫາວິທະຍາໄລແຫ່ງຊາດລາວ ແລະ ສະເພາະເຈາະຈົງຄະນະນິຕິສາດ ແລະ ລັດຖະສາດ. ເປົ້າໝາຍສຳຄັນທີ່ສຸດແມ່ນເພື່ອສົ່ງເສີມລັດແຫ່ງກົດໝາຍໃນສາທາລະນະລັດ ປະຊາທະປະໄຕ ປະຊາຊົນລາວ (ສປປ ລາວ) ໂດຍການສະໜັບສະໜູນ ແລະ ໃຫ້ຄວາມສຳຄັນທາງສະພາບແວດລ້ອມຂອງການຄົ້ນຄວ້າວິໄຈ ແລະ ການສອນ, ເຊິ່ງເນັ້ນທີ່ການໃຊ້ກົດເກນທາງກົດໝາຍໃຫ້ຖືກຕ້ອງ.
ການຕັດສິນໃຈສືບຕໍ່ຂະຫຍາຍໂຄງການແມ່ນພາກສ່ວນຂອງຜົນສຳເລັດ ແລະ ສັກກະຍະພາບຂອງສີ່ປີທຳອິດ. ຜົນສຳເລັດທີ່ໂດດເດັ່ນບາງປະການ ເຊັ່ນວ່າ ການພັດທະຍາຫ້ອງສະໝຸດອີເລັກໂຕຣນິກ ແລະ ການຝຶກອົບຮົມທີ່ກ່ຽວຂ້ອງເພື່ອສະໜັບສະໜູນການວິໄຈທາງກົດໝາຍ, ການສອນແບບມາເຍືອນຫຼາຍຄັ້ງ, ການວິໄຈ, ແລະ ການບັນຍາຍແບບດິຈິຕໍ, ການຝຶກອົບຮົມພິເສດກ່ຽວກັບສານຈຳລອງນາໆຊາດໃຫ້ແກ່ນັກສຶກສາກົດໝາຍລາວ, ການຈັດສຳມະນາການຄົ້ນຄວ້າວິໄຈໃນແບບຂອງ “ໂຮງຮຽນລະດູແລ້ງ” ແລະ ການຕີພິມວາລະສານ Critical Quarterly for Legislation and Law ສະບັບພິເສດ ທີ່ອຸທິດໃຫ້ກັບໂຄງການນີ້ໂດຍໄດ້ຮັບການສະໜັບສະໜູນທັງຈາດນັກວິໄຈລາວ ແລະ ລຸກຊຳບວກ.
ວັດຖຸປະສົງໃໝ່ສຳລັບວາລະຕໍ່ໄປຂອງໂຄງການແມ່ນຄວາມທັນສະໄໝຂອງການສອນຜ່ານສູນໃຫ້ຄຳປຶກສາທາງດ້ານກົດໝາຍ, ການສະໜອງການພັດທະນາການສອນແບບດິຈິຕໍ, ການປັບປຸງເຄື່ອງມືການສອນ, ທຶນການສຶກສາ ຈຳນວນສາມທຶນໃຫ້ແກ່ນັກຄົ້ນຄວ້າວິໄຈກົດໝາຍຈາກມະຫາວິທະຍາໄລແຫ່ງຊາດລາວ ຜູ້ທີ່ປາດຖະໜາຕ້ອງການສຶກສາຕໍ່ລະດັບປະລິນຍາເອກທີ່ມະຫາວິທະຍາໄລລຸກຊຳບວກ ພ້ອມທັງການໃຫ້ທຶນວິໄຈເພື່ອສະໜັບສະໜຸນນັກຄົ້ນຄ້ວາວິໄຈລາວທາງກົດໝາຍ.
ທ່ານ Franz Fayot, ລັດຖະມົນຕີວ່າການເພື່ອການພັດທະນາຮ່ວມມື ແລະ ການດຳເນີນການມະນຸດສະທຳ ມີຄວາມປິຕິຍິນດີກັບການຂະຫຍາຍການຮ່ວມມືລະຫວ່າງສອງມະຫາວິທະຍາໄລໃນຂົງເຂດກົດໝາຍ ແລະ ເສີມສ້າງລັດແຫ່ງກົດໝາຍ: “ຄະນະນິຕິສາດທີ່ສະໜອງການສຶກສາທີ່ມີຄຸນນະພາບສູງ ເປັນພື້ນຖານໃນການເສີມສ້າງລັດແຫ່ງກົດໝາຍ, ໂດຍມີເປົ້າໝາຍສູງສຸດໃນການໃຫ້ພົນລະເມືອງລາວທຸກຄົນເຂົ້າເຖິງສິດທິຂອງຕົນ”.

ຂ່າວສານ
ໃນຂອບການເຮັດວຽກຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກ ໄດ້ຈັດການບັນຍາຍພິເສດໃນຫົວຂໍ້ “ການຟອກເງິນ ແລະ ການນຳໃຊ້ຫຼັກຖານອະນຸມານ ຫຼື ທາງສະພາບ (ມາດຕາ 130 ປະມວນກົດໝາຍອາຍາ)”, ບັນຍາຍໂດຍ ທ່ານ ຄຣິສ ແບທ ຈາກ UNODC ເຊິ່ງເປັນ ທີ່ປຶກສາໃນວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃນພູມີພາກແມ່ນໍ້າຂອງ, ປະຈຳຢູ່ທີ່ ນະຄອນຫຼວງວຽງຈັນ. ໃນການບັນຍາຍດັ່ງກ່າວມີຜູ້ເຂົ້າຮ່ວມ 30 ຄົນ ເຊິ່ງເປັນນັກສຶກສາ ແລະ ຄູອາຈານຈາກພາກວິຊາກົດໝາຍອາຍາ, ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 17 ມີນາ 2021.

ການຟອກເງິນ ເປັນອາຊະຍາກຳທີ່ຮ້າຍແຮງ ເຊິ່ງແຕະຕ້ອງເຖິງເສດຖະກິດຂອງທຸກໆປະເທດ. ທ່ານ ແບທ ໄດ້ວິເຄາະບັນດາອົງປະກອບຂອງການກະທຳຜິດສະຖານຟອກເງິນ ໂດຍເນັ້ນໜັກການກະທຳຜິດຕົ້ນ. ຍ້ອນເປັນອະດີດຕຳຫຼວດສະເພາະທີ່ມີປະສົບການໃນການນຳພາການສອບສວນຄະດີກ່ຽວກັບການເງິນ, ຜູ້ບັນຍາຍຈຶ່ງສາມາດໃຫ້ຄວາມຮູ້ຕົວຈິງກ່ຽວກັບການຟອກເງິນ ແລະ ຕົວຢ່າງຈາກຄະດີຕົວຈິງໃຫ້ແກ່ຜູ້ເຂົ້າຮ່ວມຮັບຟັງໄດ້.

ເນື່ອງຈາກວ່າ ການບັນຍາຍນີ້ທີ່ຈັດຂຶ້ນເປັນຕັ້ງທຳອິດຮ່ວມກັບ UNODC ໄດ້ປະສົບຄວາມສຳເລັດດີ, ທາງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລກໍມີແຜນທີ່ຈະຈັດການບັນຍາຍໃໝ່ອີກໃນຕໍ່ໜ້າ!
ຂ່າວສານ
ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ບໍ່ເຄີຍມີມາກ່ອນ ເຮັດໃຫ້ຕ້ອງໄດ້ຮີບເລີ່ມການຮຽນ-ການສອນອອນລາຍ, ເຊິ່ງອາດມາໃນຮູບແບບຂອງຫຼັກສູດການຮຽນອອນລາຍ (MOOC). ຜູ້ປະສານງານໂຄງການ ດຣ. ເພີລີນ ຊິມອນ ໄດ້ສ້າງ ແລະ ຮວບຮວມ 7 ວິດີໂອ ກ່ຽວກັບວິທີຄົ້ນຄວ້າທາງກົດໝາຍ ໂດຍໃຫ້ການປະກອບສ່ວນໂດຍນັກສຶກສາປະລິນຍາເອກຈາກປະເທດລຸກຊຳບວກທີ່ເຄີຍໄດ້ມາບັນຍາຍທີ່ ຄນລ (Florence d’Ath, Jean-Marc Ceci, Andrii Hubai ແລະ Teresa Quintel), ທ່ານ ເດດສະດາ ສຸກກະເສີມ ເຊິ່ງເປັນນັກແປພາສາ ແລະ ນັກສຶກສາທີ່ມີຄວາມສາມາດ (JPEG Film) ມາຊ່ວຍປະກອບສ່ວນໃນການຖ່າຍ ແລະ ຕັດຕໍ່ບັນດາວິດີໂອດັ່ງກ່າວ. ສຳລັບຂໍ້ມູນກ່ຽວກັບວິທີເຂົ້າແມ່ນຈະເຜີຍແຜ່ໃນໄວໆນີ້!

ຂ່າວສານ
ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ຮ່ວມກັບໂຄງການ LAO/031 ຂອງອົງການ LuxDev ໄດ້ຕັ້ງໜ້າໃຫ້ຄວາມຊ່ວຍເຫຼືອໃນການພັດທະນາໃຫ້ ມຊ ມີຄັງສາລະສົນເທດຂອງສະຖາບັນ ເຊິ່ງກໍເກີດຂຶ້ນໄດ້ດ້ວຍຄວາມຊ່ວຍເຫຼືອຈາກ EIFL ເຊິ່ງເປັນຄູ່ຮ່ວມມືຂອງພວກເຮົາ.
ຄັງສາລະສົນເທດສະຖາບັນ(IR) ແມ່ນຄັງເກັບມ້ຽນ, ຮັກສາ ແລະ ເຜີຍແຜ່ຜົນງານທາງສະຕິປັນຍາທີ່ຢູ່ໃນຮູບແບບດິຈິຕອລ ພາຍໃນສະຖາບັນຄົ້ນຄວ້າໃດໜຶ່ງ. ຄັງດັ່ງກ່າວ ປະກອບມີຜົນການວິໄຈຂອງສະຖາບັນການສຶກສາ/ມະຫາວິທະຍາໄລ ບໍ່ວ່າຈະເປັນປຶ້ມ, ບົດບັນທຶກກອງປະຊຸມ, ບົດຄວາມວາລະສານວິຊາການ, ບົດລາຍງານ, ບົດວິທະຍານິພົນ ແລະ ເອກະສານອື່ນໆ. ມະຫາວິທະຍາໄລສ່ວນໃຫຍ່ໃນໂລກໄດ້ເປີດໃຫ້ສາທະລະນະສາມາດເຂົ້າເຖິິງ IR ຂອງພວກເຂົາ ເຊິ່ງລວມທັງໃນທະວີບອາຊີ ແລະ ອາຊີຕາເວັນອອກສຽງໃຕ້ (ຕົວຢ່າງເຊັ່ນ ມະຫາວິທະຍາໄລແຫ່ງຊາດສິງກະໂປ ແລະ ມະຫາວິທະຍາໄລມະຫິດົນ ປະເທດໄທ). ການມີ IR ຈະເພີ່ມປະສິດທິພາບແກ່ການວິໄຈ, ເກັບຮັກສາຜົນການວິໄຈ, ປັບປຸງການເຜີຍແຜ່ໃຫ້ກວ້າງຂວາງຂຶ້ນ ແລະ ເພີ່ມຄວາມຫຼາກຫຼາຍຂອງເອກະສານຄວາມຮູ້ ແລະ ໃຫ້ສາມາດເຂົ້າເຖິງຂໍ້ມູນຕ່າງໆເຫຼົ່ານັ້ນໄດ້ຕະຫຼອດ ແລະ ໂດຍບໍ່ເສຍຄ່າ.

ເມື່ອບໍ່ດົນມານີ້ ພວກເຮົາໄດ້ຈັດກອງປະຊຸມປຶກສາ 2 ຄັ້ງ (ວັນທີ 3 ກຸມພາ 2021 ແລະ 17 ມີນາ 2021) ກ່ຽວກັບການສ້າງຄັງຂໍ້ມູນສະຖາບັນໃຫ້ແກ່ ມຊ ແລະ ຄນລ ໂດຍມີຮູບແບບທີ່ທັນສະໄໝ ເຊິ່ງກໍມີຜູ້ຊ່ຽວຊານຈາກ EIFL ເຂົ້າຮ່ວມຜ່ານຊູມ (Zoom) ເພື່ອຊ່ວຍໃນການອອກແບບແຜນການສ້າງ ແລະ ນຳໃຊ້ຄັງຂໍ້ມູນດັ່ງກ່າວ.

ກອງປະຊຸມດັ່ງກ່າວ ໄດ້ເຂົ້າຮ່ວມໂດຍຕົວແທນຈາກຂັ້ນສູນກາງ ມຊ ແລະ ຂັ້ນຄະນະກໍຄື ຄນລ ໂດຍການເປັນປະທານໂດຍ ຮສ. ບຸນທ່ຽງ ພົມມະຈັນ ຮອງຄະນະບໍດີ ຄນລ ແລະ ເຂົ້າຮ່ວມໂດຍ ອຳນວຍການ ແລະ ຮອງອຳນວຍການ ຫ້ອງສະໝຸດກາງ ມຊ, ອຳນວຍການ ສູນ ICT ມຊ, ຫົວໜ້າ ຫ້ອງການວິຊາການ ມຊ, ຮອງຫົວໜ້າ ຫ້ອງການຫຼັງປະລິນຍາຕີ ມຊ, ຫົວໜ້າ ຫ້ອງສະໝຸດ ຄນລ, ຮອງຫົວໜ້າ ພະແນກວິຊາການ ຄນລ ແລະ ບຸກຄົນທີ່ຮັບຜິດຊອບພະແນກພັດທະນາຊອບແວ ໃນສູນ ICT ໃນ ມຊ ແລະ ຄນລ.

ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປຶກສາຫາລືບາດກ້າວຕໍ່ໄປໃນການນຳໃຊ້ຄັງຂໍ້ມູນ ແລະ ເຫັນດີນຳກັນວ່າ ການສ້າງ ແບະ ນຳໃຊ້ຄັງຂໍ້ມູນດັ່ງກ່າວມີຄວາມສຳຄັນເປັນຢ່າງຍິ່ງໃນການພັດທະນາການວິໄຈຂອງ ມຊ. ບາດກ້າວຕໍ່ໆໄປໃນການສ້າງ IR ແມ່ນອະທິການບໍດີ ມຊ ເພື່ອຮັບຮອງເອົາແຜນ ແລະ ນະໂຍບາຍແຕ່ງຕັ້ງໜ້າທີ່ຮັບຜິດຊອບ ແລະ ການເຮັດວຽກຂອງ IR ມຊ.
ຂ່າວສານ
ພວກເຮົາຂໍສະແດງຄວາມຍິນດີອີກຄັ້ງໜຶ່ງກັບທີມຕົວແທນປະເທດລາວທີ່ໄດ້ເຂົ້າຮ່ວມການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ຂອງອົງການກາແດງສາກົນ ເຊິ່ງໄດ້ຈັດຂຶ້ນອອນລາຍເປັນປີທຳອິດ ໃນວັນທີ 11-12 ມີນາ 2021. ມະຫາວິທະຍາໄລລຸກຊຳບວກ ກໍໄດ້ສະໜັບສະໜູນຊ່ວຍເຫຼືອມະຫາວິທະຍາໄລແຫ່ງຊາດລາວໃນການເຂົ້າຮ່ວມແຂ່ງຂັນຮອບສາກົນໃນຄັ້ງນີ້. ດຣ. ເພີຣີນ ຊິມອນ ຜູ້ປະສານງານຈາກມະຫາວິທະຍາໄລລຸກຊຳບວກ ໄດ້ອຳນວຍສະຖານທີ່ໃຫ້ຜູ້ເຂົ້າແຂ່ງຂັນທີ່ຫ້ອງການຂອງໂຄງການພວກເຮົາທີ່ ຄະນະນິຕິສາດ ແລະ ລັດຖະສາດ.

ຫຼັງຈາກຍາດໄດ້ໄຊຊະນະຈາກການແຂ່ງຂັນລະດັບປະເທດ ທີມຕົວແທນປະເທດລາວໄດ້ມີການເຝິກຊ້ອມກັບເພີຣີນຢ່າງຂຸ້ນຂ້ຽວຈົນເຖິງມື້ສຸດທ້າຍ ທັງເຝິກຊ້ອມໃນຕົວຈິງ ແລະ ທາງອິນເຕີເນັດ. ທີມເຂົ້າແຂ່ງຂັນໄດ້ເອົາໃຈໃສ່ ແລະ ຕັ້ງໃຈກັບການແຂ່ງຂັນສານຈຳລອງຄັ້ງນີ້ຫຼາຍ ຮ້ອນວ່າຈະໄດ້ນຳໃຊ້ກົດໝາຍອາຍາສາກົນໄປແຂ່ງຂັນກັບບັນດາມະຫາວິທະຍາໄລອື່ນໃນພາກພື້ນອາຊີ-ປາຊິຟິກ ເຊິ່ງແຂ່ງຂັນເປັນພາສາອັງກິດທັງໝົດ. ທີມເຂົ້າແຂ່ງຂັນ ໄດ້ຄະແນນດີຫຼາຍໃນພາກການຂຽນຄຳສັ່ງຟ້ອງ/ຄຳແກ້ຟ້ອງ ແລະ ໄດ້ຮັບຄຳຍ້ອງຍໍຈາກຄະນະກຳມະການຕັດສິນໃນການແຂ່ງຂັນໃນພາກການວ່າຄວາມ ໃນຮອບການແຂ່ງຂັນທົ່ວໄປ. ໃນຂະນະນີ້ ແມ່ນເຮົາກຳລັງລໍຖ້າຜົນການຈັດລຳດັບທີຢູ່.


ສານຈຳລອງຄັ້ງນີ້ ທີ່ຈັດຂຶ້ນໂດຍອົງການກາແດງສາກົນ ເປັນການກະຕຸ້ນການຄິດວິເຄາະໂດຍໃຊ້ກົດໝາຍ, ຊ່ວຍໃຫ້ເຮົາຮຽນຮູ້ທີ່ຈະຫາຈຸດຢືນຂອງຕົນ. ນັກສຶກສາຍັງໄດ້ມີໂອກາດພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ພາສາອັງກິດອີກດ້ວຍ!























