ບາດກ້າວທຳອິດສູ່ການສ້າງຄັງສາລະສົນເທດສະຖາບັນ ຂອງ ມຊ

ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ຮ່ວມກັບໂຄງການ LAO/031 ຂອງອົງການ LuxDev ໄດ້ຕັ້ງໜ້າໃຫ້ຄວາມຊ່ວຍເຫຼືອໃນການພັດທະນາໃຫ້ ມຊ ມີຄັງສາລະສົນເທດຂອງສະຖາບັນ ເຊິ່ງກໍເກີດຂຶ້ນໄດ້ດ້ວຍຄວາມຊ່ວຍເຫຼືອຈາກ EIFL ເຊິ່ງເປັນຄູ່ຮ່ວມມືຂອງພວກເຮົາ.

ຄັງສາລະສົນເທດສະຖາບັນ(IR) ແມ່ນຄັງເກັບມ້ຽນ, ຮັກສາ ແລະ ເຜີຍແຜ່ຜົນງານທາງສະຕິປັນຍາທີ່ຢູ່ໃນຮູບແບບດິຈິຕອລ ພາຍໃນສະຖາບັນຄົ້ນຄວ້າໃດໜຶ່ງ. ຄັງດັ່ງກ່າວ ປະກອບມີຜົນການວິໄຈຂອງສະຖາບັນການສຶກສາ/ມະຫາວິທະຍາໄລ ບໍ່ວ່າຈະເປັນປຶ້ມ, ບົດບັນທຶກກອງປະຊຸມ, ບົດຄວາມວາລະສານວິຊາການ, ບົດລາຍງານ, ບົດວິທະຍານິພົນ ແລະ ເອກະສານອື່ນໆ. ມະຫາວິທະຍາໄລສ່ວນໃຫຍ່ໃນໂລກໄດ້ເປີດໃຫ້ສາທະລະນະສາມາດເຂົ້າເຖິິງ IR ຂອງພວກເຂົາ ເຊິ່ງລວມທັງໃນທະວີບອາຊີ ແລະ ອາຊີຕາເວັນອອກສຽງໃຕ້ (ຕົວຢ່າງເຊັ່ນ ມະຫາວິທະຍາໄລແຫ່ງຊາດສິງກະໂປ ແລະ ມະຫາວິທະຍາໄລມະຫິດົນ ປະເທດໄທ). ການມີ IR ຈະເພີ່ມປະສິດທິພາບແກ່ການວິໄຈ, ເກັບຮັກສາຜົນການວິໄຈ, ປັບປຸງການເຜີຍແຜ່ໃຫ້ກວ້າງຂວາງຂຶ້ນ ແລະ ເພີ່ມຄວາມຫຼາກຫຼາຍຂອງເອກະສານຄວາມຮູ້ ແລະ ໃຫ້ສາມາດເຂົ້າເຖິງຂໍ້ມູນຕ່າງໆເຫຼົ່ານັ້ນໄດ້ຕະຫຼອດ ແລະ ໂດຍບໍ່ເສຍຄ່າ.

ເມື່ອບໍ່ດົນມານີ້ ພວກເຮົາໄດ້ຈັດກອງປະຊຸມປຶກສາ 2 ຄັ້ງ (ວັນທີ 3 ກຸມພາ 2021 ແລະ 17 ມີນາ 2021) ກ່ຽວກັບການສ້າງຄັງຂໍ້ມູນສະຖາບັນໃຫ້ແກ່ ມຊ ແລະ ຄນລ ໂດຍມີຮູບແບບທີ່ທັນສະໄໝ ເຊິ່ງກໍມີຜູ້ຊ່ຽວຊານຈາກ EIFL ເຂົ້າຮ່ວມຜ່ານຊູມ (Zoom) ເພື່ອຊ່ວຍໃນການອອກແບບແຜນການສ້າງ ແລະ ນຳໃຊ້ຄັງຂໍ້ມູນດັ່ງກ່າວ.

ກອງປະຊຸມດັ່ງກ່າວ ໄດ້ເຂົ້າຮ່ວມໂດຍຕົວແທນຈາກຂັ້ນສູນກາງ ມຊ ແລະ ຂັ້ນຄະນະກໍຄື ຄນລ ໂດຍການເປັນປະທານໂດຍ ຮສ. ບຸນທ່ຽງ ພົມມະຈັນ ຮອງຄະນະບໍດີ ຄນລ ແລະ ເຂົ້າຮ່ວມໂດຍ ອຳນວຍການ ແລະ ຮອງອຳນວຍການ ຫ້ອງສະໝຸດກາງ ມຊ, ອຳນວຍການ ສູນ ICT ມຊ, ຫົວໜ້າ ຫ້ອງການວິຊາການ ມຊ, ຮອງຫົວໜ້າ ຫ້ອງການຫຼັງປະລິນຍາຕີ ມຊ, ຫົວໜ້າ ຫ້ອງສະໝຸດ ຄນລ, ຮອງຫົວໜ້າ ພະແນກວິຊາການ ຄນລ ແລະ ບຸກຄົນທີ່ຮັບຜິດຊອບພະແນກພັດທະນາຊອບແວ ໃນສູນ ICT ໃນ ມຊ ແລະ ຄນລ.

ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປຶກສາຫາລືບາດກ້າວຕໍ່ໄປໃນການນຳໃຊ້ຄັງຂໍ້ມູນ ແລະ ເຫັນດີນຳກັນວ່າ ການສ້າງ ແບະ ນຳໃຊ້ຄັງຂໍ້ມູນດັ່ງກ່າວມີຄວາມສຳຄັນເປັນຢ່າງຍິ່ງໃນການພັດທະນາການວິໄຈຂອງ ມຊ. ບາດກ້າວຕໍ່ໆໄປໃນການສ້າງ IR ແມ່ນອະທິການບໍດີ ມຊ ເພື່ອຮັບຮອງເອົາແຜນ ແລະ ນະໂຍບາຍແຕ່ງຕັ້ງໜ້າທີ່ຮັບຜິດຊອບ ແລະ ການເຮັດວຽກຂອງ IR ມຊ.