ການຝຶກອົບຮົມຫໍສະໝຸດອີເລັກໂຕຣນິກຂັ້ນພື້ນຖານອອນລາຍ, 3-4 ພະຈິກ 2021

ວັນທີ 3-4 ເດືອນພະຈິກ 2021, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກຈະໄດ້ການຝຶກອົບຮົມເຄິ່ງມື້ກ່ຽວກັບ ‘ວິທີການນຳໃຊ້ຫໍສະໝຸດອີເລັກໂຕຣນິກ’ ໃຫ້ກັບບັນດາອາຈານຄນລ. ເມັນແມ່ນການຝຶກອົບຮົບຄັ້ງທີ 8 ຂອງທາງໂຄງການ. ນາງ ທອງຄູນ, ຜູ້ຊ່ວຍໂຄງການແມ່ນໄດ້ຮັບຜິດຊອບເປັນຜູ້ແປພາສາເປັນຄັ້ງທຳອິດໃນມື້ທີ 2.

ບັນດາອາຈານ ແລະ ບັນນາຮັກ 15 ທ່ານ ໄດ້ເຂົ້າຮ່ວມການຝຶກອົບຮົມ ນຳພາໂດຍທ່ານ ເກັບເກນເຢຍ ຈາກ EIFL, ພ້ອມທັງໄດ້ຮັບການຊ່ວຍເຫຼືອຈາກ ປອ. ເພີຣີນ ຊີມອນ, ຜູ້ປະສານງານຂອງມະຫາວິທະຍາໄລລຸກຊຳບວກ ເຮັດໜ້າທີ່ໃນການຄວບຄຸມ ແລະ ຊ່ວຍເຫຼືອຜູ້ເຂົ້າຮ່ວມ.

ໃນມື້ທຳອິດ, ນັກບັນຍາຍໄດ້ແນະນຳຜູ້ເຂົ້າຮ່ວມກ່ຽວກັບຫໍສະໝຸດອີເລັກໂຕຣນິກໃໝ່, ສະເໜີກ່ຽວກັບແຫຼ່ງຂໍ້ມູນທີ່ມີສາມາດໃຊ້ໄດ້ແບບດິຈິຕໍ ແລະ ໄດ້ຖາມຜູ້ເຂົ້າຮ່ວມໃຫ້ດຳເນີນການຊອກຫາ ຫຼື ຄົ້ນຄ້ວາ ໃຫ້ເປັນແບບຝຶກຫັດ. ມື້ທີ 2, ຜູ້ເຂົ້າຮ່ວມໄດ້ຄົ້ນວ້າຢ່າງລືກເຊິງຂຶ້ນກວ່າເກົ່າກ່ຽວກັບແບບການຊອກຫາ ໂດຍການເຮັດແບບຝຶກຫັດປະກອບດ້ວຍການຊອກຫາແຫຼ່ງຂໍ້ມູນຕາມຫົວຂໍ້ທີ່ໃຫ້ໄປ. ການຝຶກອົບຮົມຄັ້ງນີ້ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ການຊອກຫາແຫຼ່ງຂໍ້ມູນເພື່ອການສອນ ແລະ ການເຮັດບດຄົ້ນຄວ້າຂອງເຂົາ. ບັນດາອາຈານໄດ້ມີສ່ວນຮ່ວມກັບ Jevgenija ເປັນຢ່າງດີ ໂດຍການຖາມຄໍາຖາມ ແລະ ແຊຣຜົນການຊອກຫາຜ່ານຊູມ.

ຫໍສະໝຸດອີເລັກໂຕຣນິກ ແມ່ນ ເຄື່ອງມືສຳລັບໃນການເສີມສ້າງການເຂົ້າເຖິງຄວາມຮູ້ ແລະ ເປັນເຄື່ອງມືທີ່ເປັນຮູບປະທຳສຳລັບອາຈານໃນການກະກຽມການສອນ ແລະ ການເຮັດບົດວິໄຈ. ການຝຶກອົບຮົມໃນຮູບແບບອອນລາຍຄັ້ງຕໍ່ໄປຈະເກີດຂຶ້ນໄວໆນີ້!

ຫໍສະໝຸດອີເລັກໂຕຣນິກ ແມ່ນ ແບບສະບັບດິຈິຕໍຂອງການສາມາເຂົ້າເຖິງຫໍສະໝຸດຜ່ານອິນເຕີເນັດ ທີ່ສະໜອງການເຂົ້າເຖິງຖານຂໍ້ມູນອອນລາຍທີ່ປະກອບດ້ວຍປື້ມອີເລັກໂຕຣນິກ, ຈຸລະສານວິຊາການ ແລະ ແຫຼ່ງຂໍ້ມູນອື່ນເຊັ່ນວ່າ: ວາລະສານ ແລະ ໜັງສືພິມ. ເຂົ້າເບິ່ງເວັບໄຊຂອງ ຄນລ: http://flp.nuol.edu.la/e-library/