ສາດສະດາຈານ ສະເຕຟານ ບຣວມ

ຫົວໜ້າໂຄງການຂອງມະຫາວິທະຍາໄລລຸກຊຳບວກ

ຫຼັງຈາກສຳເລັດການສຶກສາ, ຊຶ່ງໃຊ້ເວລາບາງສ່ວນໃນປະເທດຝຣັ່ງ, ທ່ານ ສະເຕຟານ ບຣວມ ໄດ້ຮຽນກົດໝາຍທີ່ “Johann Wolfgang Goethe-Universität” ຢູ່ Frankfurt. ຫຼັງຈາກເສັງໄດ້ກຽດນິຍົມອັນດັບໜຶ່ງແລ້ວ ເພິ່ນໄດ້ກຽມບົດວິທະຍານິພົນກ່ຽວກັບການດຳເນີນຄະດີອາຍາ. ເລີ່ມແຕ່ປີ 1996 ຫາ 1999 ເພິ່ນໄດ້ເຂົ້າຝຶກອົບຮົມດ້ານກົດໝາຍພາກປະຕິບັດຢູ່ Brussels (ຄະນະກຳມະການພາກພື້ນ) ແລະ ໃນຖານະສ່ວນໜຶ່ງຂອງສຳນັກງານກົດໝາຍໃຫຍ່, ເພິ່ນໄດ້ຮັບປະສົບການຢ່າງເລີກເຊິງໃນຖານະທະນາຍຄວາມໃນສາຂາກົດໝາຍອາຍາພາກນິຕິບຸກຄົນ. ຫຼັງຈາກປະສົບຜົນສຳເລັດໃນການສອບເສັງຄັ້ງທີສອງດ້ວຍກຽດນິຍົມ, ທ່ານ ສະເຕຟານ ບຣວມ ໄດ້ກະກຽມ “habilitation” ຂອງເພິ່ນ ໃນກົດໝາຍອາຍາລະຫວ່າງປະເທດ ແລະ ເອີຣົບ, ແລະ ຖືກຕີພິມເປັນປຶ້ມ ທີ່ມີຊື່ວ່າ “Europäische Strafgesetzlichkeit.”
ໃນປີ 2004 ເພິ່ນໄດ້ດຳລົງຕຳແໜ່ງເປັນປະທານ ກົດໝາຍອາຍາ ແລະ ການດຳເນີນຄະດີອາຍາ ທີ່ມະຫາວິທະຍາໄລໂຄໂລນ. ຫຼັງຈາກດຳລົງຕຳແໜ່ງອື່ນທີ່ Ruhr-Universität Bochum ໃນປີ 2005, ເພິ່ນໄດ້ຮັບແຕ່ງຕັ້ງໃຫ້ເປັນສາດສະດາຈານກົດໝາຍອາຍາ ທີ່ມະຫາວິທະຍາໄລລຸກຊຳບວກ ໃນປີ 2006, ໃນຖານະສະມາຊິກຂອງ “European Criminal Law Academic Network” (ECLAN). ທ່ານ ສະເຕຟານ ບຣວມ ໄດ້ຕີພິມບົດຄວາມ ເລື່ອງ ກົດໝາຍອາຍາຂອງເອີຣົບ ພ້ອມທັງ ທິດສະດີຂອງກົດໝາຍອາຍາ ແລະ ການດຳເນີນຄະດີອາຍາ ດ້ວຍແນວທາງສະຫະວິທະຍາການ (ສອງສາຂາວິຊາຂຶ້ນໄປ) ສະເໝີ.
ໃນປີ 2012, ທ່ານສະເຕຟານ ບຣວມ ໄດ້ຮັບເລືອກໃຫ້ເປັນອະທິການບໍດີຂອງຄະນະກົດໝາຍ, ເສດຖະສາດ ແລະ ການເງິນ ຈາກບຸກຄົນທີ່ມີຕຳແໜ່ງເທົ່າກັນ- ເຊິ່ງເພິ່ນໄດ້ຮັບການແຕ່ງຕັ້ງຈາກປະທານປະເທດ ເຊິ່ງມີຜົນບັງຄັບໃຊ້ ແຕ່ວັນທີ 1 ກັນຍາ 2012 ເຖິງປີ 2017 ເປັນໄລຍະເວລາ 5 ປີ. ເພິ່ນເປັນຜູ້ຢູ່ເບື້ອງຫຼັງການສ້າງໂຄງການການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ ແລະ ໄດ້ເປັນຫົວໜ້າໂຄງການຂອງມະຫາວິທະຍາໄລລຸກຊຳບວກຕັ້ງແຕ່ເລີ່ມກໍ່ຕັ້ງ. ເພິ່ນຄວບຄຸມໂຄງການຈາກລຸກຊຳບວກ, ເຮັດວຽກຢ່າງໃກ້ຊິດກັບຜູ້ປະສານງານໂຄງການພາກພື້ນ ແລະ ເດີນທາງມາລາວປີລະຫຼາຍຄັ້ງ.

 

 

  

 

ປອ. ເພີຣີນ ຊີມອນ

ຜູ້ປະສານງານຂອງມະຫາວິທະຍາໄລລຸກຊຳບວກ

ທ່ານ ເພີຣີນ ຊີມອນຮຽນກົດໝາຍຢູ່ປະເທດຝຣັ່ງ ແລະ ອັງກິດ. ເພິ່ນສຳເລັດປະລິນຍາໂທສອງສາຂາ ກົດໝາຍມະຫາຊົນ ແລະ ສາຂາກົດໝາຍອາຍາ ດ້ວຍກຽດນິຍົມ. ຕໍ່ຈາກນັ້ນ ປອ. ຊີມອນ ໄດ້ເຮັດບົດຄົ້ນຄວ້າລະດັບປະລິນຍາເອກ ພາຍໃຕ້ການຊີ້ນຳຂອງອາຈານທີ່ປືກສາ ສາດສະດາຈານ ສະເຕຟານ ບຣວມ (ມະຫາວິທະຍາໄລລຸກຊຳບວກ) ແລະ ສາດສະດາຈານ  Édouard Dubout (Université Paris 2 – Panthéon Assas). ຫົວຂໍ້ບົດນິພົນຂອງເພິ່ນແມ່ນ, “La compétence d’incrimination de l’Union européenne. Recherche sur le pouvoir pénal européen”, ກວດສອບແງ່ມຸມຂອງກົດໝາຍອາຍາຂອງເອີຣົບພາຍໃຕ້ສົນທິສັນຍາລິດບອນ, ໂດຍສະເພາະແມ່ນດ້ານສິດທິຂັ້ນພື້ນຖານ. ເພິ່ນປ້ອງກັນບົດວິທະຍານິພົນໃນເດືອນຕຸລາ ປີ 2017 ແລະ ຖືກຊົມເຊີຍເປັນບົດ”ດີເດັ່ນ” ດ້ວຍກຽດນິຍົມ. ຄວບຄູ່ໄປກັບການເຮັດບົດວິໄຈ, ທ່ານ ເພີຣີນຍັງສອນວິຊາກົດໝາຍມະຫາຊົນ, ກົດໝາຍເອີຣົບ ແລະ ກົດໝາຍລະຫວ່າງປະເທດໃຫ້ກັບນັກສຶກສາປະລິນຍາຕີ ແລະ ໂທ ທີ່ University of Poitiers,  University of Paris Est ແລະທີ່ Sciences Po Paris.

ໃນປີ 2018, ປອ. ເພີຣີນ ຖືກຮັບຮອງໃຫ້ເປັນຜູ້ຊ່ວຍສາດສະດາຈານໃນປະເທດຝຣັ່ງ (“Maître de conférences”). ເພິ່ນຍັງໄດ້ຮັບກຽດຕິຄຸນ Prix Vendôme ໂດຍ ກະຊວງຍຸຕິທຳຂອງປະເທດຝຣັ່ງ ສຳລັບຜົນງານລະດັບປະລິນຍາເອກຂອງເພິ່ນ. ນອກຈາກ Prix Vendôme ແລ້ວ, ເພິ່ນຍັງໄດ້ຮັບລາງວັນ  “Prix de la Chancellerie des Universités de Paris 2018”, ໜຶ່ງໃນ 17 ຄົນທີ່ໄດ້ຮັບລາງວັນ ໃນກຸ່ມນິຕິສາດ ແລະ ລັດຖະສາດ.

ປັດຈຸບັນ, ປອ. ຊີມອນ ເຮັດວຽກເປັນຜູ້ປະສານງານຂອງມະຫາວິທະຍາໄລລຸກຊຳບວກ ປະຈຳຢູ່ນະຄອນຫຼວງວຽງຈັນ ທີ່ຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະຍາໄລແຫ່ງຊາດລາວ ແຕ່ກາງປີ 2018. ເພິ່ນເປັນຜູ້ຈັດການການດຳເນີນງານຂອງໂຄງການການຮ່ວມມືລະຫວ່າງມະຫາວິທະຍາໄລ, ຕະຫຼອດຮອດການຈັດການຝຶກອົບຮົມດ້ານກົດໝາຍ.

 

ທ້າວ ປາດຖະໜາພອນ ນາມມະລາດ

ຜູ້ຊ່ວຍໂຄງການ

ທ້າວ ປາດຖະໜາພອນ ນາມມະລາດ ແມ່ນນັກສຶກສາທີ່ຈົບຈາກພາກວິຊາພົວພັນສາກົນຂອງຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ. ປາດຖະໜາພອນ ຫຼື ແບັ້ງ ແມ່ນອາດີດຫົວໜ້າຝ່າຍກິດຈະກຳຂອງກຸ່ມພັດທະນາຊຸມຊົນຂອງຄະນະນິຕິສາດ ແລະ ລັດຖະສາດ ແລະ ເປັນອາດີດປະທານກຸ່ມຕົວແທນນັກສຶກສາພາກວິຊາພົວພັນສາກົນ (IR Students’ Group). ໃນໄລຍະທີ່ລາວໄດ້ສຶກສາຢູ່ທີ່ຄະນະນິຕິສາດ ແລະ ລັດຖະສາດ ລາວໄດ້ເຂົ້າຮ່ວມການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ ຂອງຄະນະກຳມະທິການກາແດງສາກົນ ໃນພາກພື້ນອາຊີປາຊີຟິກທີ່ໄດ້ຖືກສະໜັບສະໜຸນໂດຍມະຫາວິທະຍາໄລລຸກຊຳບວກຕັ້ງແຕ່ປີ 2019 ແລະ ໄດ້ຊະນະເລີດການແຂ່ງຂັນລະດັບຊາດໃນປີ 2021. ແບັ້ງຖືວ່າເປັນບຸກຄົນໜຶ່ງທີ່ລຶ້ງເຄີຍກັບທາງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກຜ່ານການຝຶກໂດຍຜູ້ປະສານງານໂຄງການເພື່ອກຽມພ້ອມໃນການເຂົ້າຮ່ວມແຂ່ງຂັນສານຈຳລອງ. ໃນໄລຍະເດືອນກັນຍາ 2021​ເຖິງເດືອນມິຖຸນາ 2022 ປາດຖະໜາພອນ ໄດ້ເປັນນັກສຶກສາຝຶກງານທີ່ໂຄງການ ລາວ/031 ແລະ ລາວໄດ້ພັດທະນາທັກສະທັງການສຶ່ສານ, ທັກສະການບໍລິການຈັດການ, ທັກສະດ້ານວິຊາການ ແລະ ວຽກງານບໍລິຫານ ແລະ ການເງິນ. ໃນໄລຍະທີ່ລາວຝຶກງານຢູ່ນັ້ນ ລາວກໍໄດ້ເຮັດວຽກຊ່ວຍທາງໂຄງການລາວ/031 ໃນການປະສານງານກັບທາງມະຫາວິທະຍາໄລລຸກຊຳບວກ.

ປາດຖະໜາພອນ ໄດ້ເຂົ້າເປັນສ່ວນໜຶ່ງກັບໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກໃນເດືອນກໍລະກົດ 2022 ໃນຕຳແໜ່ງຜູ້ຊ່ວຍໂຄງການຜູ້ໃໝ່ ພາຍໃຕ້ການຊີ້ນຳຂອງມະຫາວິທະຍາໄລລຸກຊຳບວກ, ລາວມີໜ້າທີ່ໃຫ້ການຊ່ວຍເຫຼືອກັບຜູ້ປະສານງານກ່ຽວກັບທຸກວຽກງານບໍລິຫານ, ການເງິນ ລວມທັງ ໜ້າວຽກວິຊາການ.

 

ນາງ ຊານດຣາ ສະຈວດ

ຜູ້ສະໜັບສະໜູນວຽກງານບໍລິຫານຂອງມະຫາວິທະຍາໄລລຸກຊຳບວກ

ນາງ ຊານດຣາ ສະຈວດ ເລີ່ມເຮັດວຽກທີ່ປະເທດຝຣັ່ງກ່ອນທີ່ຈະເຮັດວຽກກ່ຽວກັບການສື່ສານຂອງບໍລິສັດໃນປະເທດລຸກຊຳບວກ ພາຍໃນການຮ່ວມມືກັນກັບບັນຫາສະຖາບັນຂອງສະຫາພັນເອີຣົບ (EU). ຕັ້ງແຕ່ນັ້ນມາ, ລາວໄດ້ເຮັດວຽກໃນຫຼາກຫຼາຍດ້ານໂດຍການປະສົມປະສານລະຫວ່າງການເຮັດວຽກເປັນທີມ ແລະ ການພົວພັນສາກົນ. ໃນປີ 2004, ລາວໄດ້ຍ້າຍໄດ້ເຮັດວຽກທີ່ສະຖາບັນສະຫະພັນເອີຣົບ, ເປັນການເຮັດວຽກຄັ້ງທຳອິດກັບຫ້ອງການອີຢູກ່ຽວກັບການເຜີຍແພ່ (ໜ້າທີ່ຮັບຜິດຊອບກ່ຽວກັບການຮຽບຮຽງການຕີພິມເພື່ອແຜ່ຂອງສະຖາບັນ), ຕໍ່ມາໄດ້ເຮັດວຽກກັບ Eurostat, ຫ້ອງການສະຖິຕິທີ່ອີຢູ. ຕັ້ງແຕ່ປີ 2012, ຊານດຣາໄດ້ເລີ່ມເຮັດວຽກກັບມະຫາວິທະຍາໄລລຸກຊຳບວກ. ລາວໄດ້ເປັນຜູ້ຊ່ວນບໍລິຫານຄົນທຳອິດທີ່ຄະນະມະນຸດສາດ, ສຶກສາສາດ, ແລະ ສັງຄົມສາດ.

ໃນປີ 2015, ລາວໄດ້ເຮັດວຽກທີ່ຄະນະກົດໝາຍ, ເສດຖະສາດ, ແລະ ການເງິນ (FDEF) ໃນຕຳແໜ່ງ ຜູ້ຊ່ວຍບໍລິຫານ ໃນຕຳແໜ່ງທີ່ສູງຂຶ້ນ, ປະກອບທັງການຮັບຜິດຊອບງົບປະມານທີ່ຫຼາກຫຼາຍ, ໃນນັ້ນລວມມີງົບປະມານຂອໂຄງການຮ່ວມມືໃນລາວ. ສຳລັບໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ, ຊານດຣາ ສະຈວດ ໄດ້ຮັບຜິດຊອບກ່ຽວກັບຄ່າໃຊ້ຈ່າຍ, ການເດີນທາງ ແລະ ການປະສານງານການບໍລິຫານ/ການເງິນ ກັບນັກວິຊາການຈາກມະຫາວິທະຍາໄລລຸກຊຳບວກ ແລະ ນັກຄົ້ນຄວ້າຈາກລາວທີ່ໄປລຸກຊຳບວກ. ລາວຍັງໄດ້ຊ່ວຍເຫຼືອຜູ້ປະສານງານໃນການຕິດຕໍ່ພົວພັນກ່ຽວກັບການບໍລິການຂອງມະຫາວິທະຍາໄລ ແລະ ການກະກຽມບົດລາຍງານທາງການເງິນ.

 

ຄະນະບໍດີ ຮສ. ອຈ. ວຽງວິໄລ ທ່ຽງຈັນໄຊ

ຫົວໜ້າໂຄງການຂອງມະຫາວິທະຍາໄລແຫ່ງຊາດລາວ

ຮອງສາສະດາຈານ ວຽງວິໄລ ທ່ຽງຈັນໄຊ ແມ່ນ ອະທິການບໍດີຂອງຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ທີ່ໄດ້ສ້າງຕັ້ງຂຶ້ນໃນປີ 1997 (ໂດຍປ່ຽນຈາກໂຮງຮຽນກົດໝາຍທີ່ຖືກສ້າງຂຶ້ນໂດຍກະຊວງຍຸຕິທຳ ປີ 1986). ທ່ານ ຮອງສາສະດາຈານ ວຽງວິໄລ ທ່ຽງຈັນໄຊ ໄດ້ເປັນຜູ້ນຳໂຄງການຂອງມະຫາວິທະຍາໄລແຫ່ງຊາດລາວ ຕັ້ງແຕ່ການລິເລີ່ມຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ. ເພິ່ນມີບົດບາດສຳຄັນໃນການສ້າງສາຍພົວພັນຮ່ວມມືກັບມະຫາວິທະຍາໄລລຸກຊຳບວກຕັ້ງແຕ່ໂຄງການນີ້ກຳເນີດຂຶ້ນ

ອາຈານ ສົມສັກ ສິລິທິບ

ຜູ້ປະສານງານຂອງມະຫາວິທະຍາໄລແຫ່ງຊາດລາວ

ທ່ານ ສົມສັກ ສິລິທິບ ເປັນອາຈານສອນກົດໝາຍທີ່ ຄນລ ແລະ ປັດຈຸບັນ ແມ່ນຫົວໜ້າພະແນກຄົ້ນຄວ້າຂອງຄນລ. ທີ່ຜ່ານມາເພິ່ນໄດ້ເຮັດວຽກທີ່ຫ້ອງການການຄ້າຂອງແຂວງສາລະວັນ ແລະ ທີ່ກະຊວງຍຸຕິທຳຂອງ ສປປ ລາວ. ເພິ່ນໄດ້ຈົບປະລິນຍາຕີສາຂາພາສາອັງກິດ ແລະ ປະລິນຍາຕີສາຂາກົດໝາຍ ຈາກ ມະຫາວິທະຍາໄລແຫ່ງຊາດລາວ ເພິ່ນໄດ້ເປັນສະມາຊິກຂອງຄະນະນິຕິສາດ ແລະ ລັດຖະສາດຕັ້ງແຕ່ປີ 1998.

ທ່ານ ສົມສັກໄດ້ເປັນຜູ້ປະສານງານຂອງມະຫາວິທະຍາໄລແຫ່ງຊາດລາວຕັ້ງແຕ່ການລິເລີ່ມຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລໃນປີ 2017. ລາວຊ່ວຍຜູ້ປະສານງານຂອງມະຫາວິທະຍາໄລລຸກຊຳບວກ ໃນຫຼາກຫຼາຍໜ້າວຽກຂອງມະຫາວິທະຍາໄລແຫ່ງຊາດລາວ. ເພິ່ນຍັງເປັນຜູ້ປະສານງານຂອງຄນລຕໍ່ໂຄງການລັດແຫ່ງກົດໝາຍ (ລາວ/031) ຂອງ Luxdev ໃນລາວ.