ການຮວບຮວມຫ້ອງສະໝຸດ. ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລກຳລັງສະໜັບສະໜູນການພັດທະນາຫ້ອງສະໝຸດຂອງຄະນະນິຕິສາດ ແລະ ລັດຖະສາດ ໃນວຽງຈັນ. ມະຫາວິທະຍາໄລລຸກຊຳບວກໄດ້ຈັດຊື້ປຶ້ມພິມກວ່າ 400 ເຫຼັ້ມ, ແລະ ຈະສະໜອງການຝຶກອົບຮົມໃຫ້ແກ່ບັນນາຮັກຂອງ ຄນລ ຂອງມະຫາວິທະຍາໄລແຫ່ງຊາດລາວ. ນີ້ແມ່ນການຈັດຊື້ປຶ້ມຄັ້ງສຳຄັນທຳອິດທີ່ໃຫ້ກັບຫ້ອງສະໝຸດຄນລ ໂດຍໄດ້ຮີບໂຮມເອົາບັນດາປຶ້ມໃນຂົງເຂດກົດໝາຍ. ກອ່ນໜ້ານີ້, ການຮີບໂຮມບັນດາປຶ້ມເກີດຈາກການບໍລິຈາກສະເພາະກິດ ໃນຂົງເຂດຈຳກັດ ແລະ ມີປຶ້ມອັບເດດລ່າສຸດບໍ່ຫຼາຍ. ພ້ອມກັນກັບການສ້າງຫໍສະໝຸດອີເລັກໂຕຣນິກ, ການຮີບໂຮມໃໝ່ໃນຄັ້ງນີ້ເປັນການຂະຫຍາຍການເຂົ້າເຖິງຄວາມຮູ້ທາງດ້ານກົດໝາຍຢ່າງຫຼວງຫຼາຍ. ຂໍ້ມູນເພີ່ມເຕີມກຳລັງມາໄວໆນີ້.