ບົດບັນຍາຍພິເສດ ກ່ຽວກັບກົດໝາຍ ວ່າດ້ວຍການຕ້ານການຟອກເງິນ, ວັນທີ 17 ມີນາ 2021

ໃນຂອບການເຮັດວຽກຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກ ໄດ້ຈັດການບັນຍາຍພິເສດໃນຫົວຂໍ້ “ການຟອກເງິນ ແລະ ການນຳໃຊ້ຫຼັກຖານອະນຸມານ ຫຼື ທາງສະພາບ (ມາດຕາ 130 ປະມວນກົດໝາຍອາຍາ)”, ບັນຍາຍໂດຍ ທ່ານ ຄຣິສ ແບທ ຈາກ UNODC ເຊິ່ງເປັນ ທີ່ປຶກສາໃນວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃນພູມີພາກແມ່ນໍ້າຂອງ, ປະຈຳຢູ່ທີ່ ນະຄອນຫຼວງວຽງຈັນ. ໃນການບັນຍາຍດັ່ງກ່າວມີຜູ້ເຂົ້າຮ່ວມ 30 ຄົນ ເຊິ່ງເປັນນັກສຶກສາ ແລະ ຄູອາຈານຈາກພາກວິຊາກົດໝາຍອາຍາ, ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 17 ມີນາ 2021.

ການຟອກເງິນ ເປັນອາຊະຍາກຳທີ່ຮ້າຍແຮງ ເຊິ່ງແຕະຕ້ອງເຖິງເສດຖະກິດຂອງທຸກໆປະເທດ. ທ່ານ ແບທ ໄດ້ວິເຄາະບັນດາອົງປະກອບຂອງການກະທຳຜິດສະຖານຟອກເງິນ ໂດຍເນັ້ນໜັກການກະທຳຜິດຕົ້ນ. ຍ້ອນເປັນອະດີດຕຳຫຼວດສະເພາະທີ່ມີປະສົບການໃນການນຳພາການສອບສວນຄະດີກ່ຽວກັບການເງິນ, ຜູ້ບັນຍາຍຈຶ່ງສາມາດໃຫ້ຄວາມຮູ້ຕົວຈິງກ່ຽວກັບການຟອກເງິນ ແລະ ຕົວຢ່າງຈາກຄະດີຕົວຈິງໃຫ້ແກ່ຜູ້ເຂົ້າຮ່ວມຮັບຟັງໄດ້.

ເນື່ອງຈາກວ່າ ການບັນຍາຍນີ້ທີ່ຈັດຂຶ້ນເປັນຕັ້ງທຳອິດຮ່ວມກັບ UNODC ໄດ້ປະສົບຄວາມສຳເລັດດີ, ທາງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລກໍມີແຜນທີ່ຈະຈັດການບັນຍາຍໃໝ່ອີກໃນຕໍ່ໜ້າ!