ບົດບັນຍາຍອອນລາຍກ່ຽວກັບກົດໝາຍມະນຸດສະທຳສາກົນ ບັນຍາຍໂດຍຄະນະກຳມະການກາແດງສາກົນບາງກອກ, ວັນທີ 6 ພະຈິກ 2021

ໂດຍການຮ່ວມມືກັບຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ ແລະ ຄະນະກຳມະການກາແດງສາກົນ ໃນວັນທີ 6 ພະຈິກ 2021 ໄດ້ມີການຈັດບົດບັນຍາຍອອນລາຍ ກ່ຽວກັບກົດໝາຍມະນຸດສະທຳສາກົນ. ການບັນຍາຍ ແມ່ນຜ່ານຊູມ ເຊິ່ງໃຫ້ການສະໜັບສະໜູນໂດຍມະຫາວິທະຍາໄລລຸກຊຳບວກ. ໃນການບັນຍາຍດັ່ງກ່າວ ມີນັກສຶກສາ ແລະ ຄູອາຈານຈາກ ຄນລ ເຂົ້າຮ່ວມເກືອບ 90 ຄົນ.

ບົດບັນຍາຍຄັ້ງນີ້ ແມ່ນບັນຍາຍໂດຍ ທ່ານ ສິບປະກອນ ຊົງຊູວານິດ ເຊິ່ງເປັນທີ່ປຶກສາກົດໝາຍຈາກ ຄະນະກຳມະການກາແດງສາກົນ ປະຈຳບາງກອກ. ໃນການບັນຍາຍຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບພື້ນຖານສຳຄັນຂອງກົດໝາຍມະນຸດສະທຳສາກົນ ພ້ອມທັງໄດ້ມີການຖາມຕອບກ່ຽວກັບຕົວກົດໝາຍ ແລະ ການນຳໃຊ້ກົດໝາຍດັ່ງກ່າວອີກດ້ວຍ.

ບົດບັນຍາຍຄັ້ງນີ້ ບໍ່ພຽງແຕ່ເປັນການໃຫ້ນັກຮຽນໄດ້ທຳຄວາມຮູ້ຈັກກັບກົດໝາຍມະນຸດສະທຳສາກົນເທົ່ານັ້ນ ແຕ່ຍັງເປັນການປະກາດແຈ້ງຢ່າງເປັນທາງການກ່ຽວກັບການເລີ່ມຕົ້ນແຂ່ງຂັນສານຈຳລອງສາກົນວ່າດ້ວຍກົດໝາຍມະນຸດສະທຳສາກົນ ເຊິ່ງເປັນການແຂ່ງຂັນລະດັບປະເທດທີ່ຈະໄດ້ຈັດຂຶ້ນໄວໆນີ້. ການແຂ່ງຂັນສານຈຳລອງນີ້ ແມ່ນຈັດຂຶ້ນທຸກໆປີ ໂດຍການຮ່ວມມືຂອງອົງການກາແດງຮົງກົງ ແລະ ຄະນະກຳມະການກາແດງສາກົນ (ICRC). ໃນການແຂ່ງຂັນນີ້, ຜູ້ເຂົ້າແຂ່ງຂັນຕ້ອງຈັດເປັນທີມ ທີມລະສອງຄົນ ເພື່ອເຂົ້າຮ່ວມໃນການຈຳລອງຂອງຂະບວນການພິຈາລະນາຄະດີຂອງສານອາຍາສາກົນ (ICC) ເຊິ່ງນັ້ນກໍລວມໄປເຖິງການຂຽນຄຳຖະແຫຼງ ແລະ ການວ່າຄວາມ.

ມະຫາວິທະຍາໄລລຸກຊຳບວກ ໃຫ້ຄວາມສຳຄັນແກ່ການຮຽນຮູ້ຈາກການແກ້ໄຂບັນຫາ ແລະ ການເຂົ້າຮ່ວມສານຈຳລອງນີ້ກໍຖືວ່າເປັນກິດຈະກຳທີ່ມີປະໂຫຍດຫຼາຍສຳລັບນັກສຶກສາກົດໝາຍ. ສານຈຳລອງນີ້ ຍັງເປັນໂອກາດໃຫ້ນັກສຶກສາໄດ້ພັດທະນາທັກສະການໂຕ້ວາທີ, ທັກສະພາສາອັງກິດ ແລະ ທັກສະທາງກົດໝາຍອີກດ້ວຍ.

ການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ຮອບລະດັບປະເທດ ແມ່ນຈະຈັດຂຶ້ນໃນວັນທີ 10 ທັນວາ 2021 ນີ້. ທ່ານສາມາດສະໝັກລົງແຂ່ງຜ່ານລິ້ງນີ້ໄດ້ເລີຍ. ສາມາດອ່ານໂຈດການແຂ່ງຂັນທັງສະບັບພາສາອັງກິດ ແລະ ພາສາໄທ.