ບາດກ້າວທຳອິດສູ່ການສ້າງຄັງສາລະສົນເທດສະຖາບັນ ຂອງ ມຊ

ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ຮ່ວມກັບໂຄງການ LAO/031 ຂອງອົງການ LuxDev ໄດ້ຕັ້ງໜ້າໃຫ້ຄວາມຊ່ວຍເຫຼືອໃນການພັດທະນາໃຫ້ ມຊ ມີຄັງສາລະສົນເທດຂອງສະຖາບັນ ເຊິ່ງກໍເກີດຂຶ້ນໄດ້ດ້ວຍຄວາມຊ່ວຍເຫຼືອຈາກ EIFL ເຊິ່ງເປັນຄູ່ຮ່ວມມືຂອງພວກເຮົາ. ຄັງສາລະສົນເທດສະຖາບັນ(IR) ແມ່ນຄັງເກັບມ້ຽນ, ຮັກສາ ແລະ ເຜີຍແຜ່ຜົນງານທາງສະຕິປັນຍາທີ່ຢູ່ໃນຮູບແບບດິຈິຕອລ ພາຍໃນສະຖາບັນຄົ້ນຄວ້າໃດໜຶ່ງ. ຄັງດັ່ງກ່າວ ປະກອບມີຜົນການວິໄຈຂອງສະຖາບັນການສຶກສາ/ມະຫາວິທະຍາໄລ ບໍ່ວ່າຈະເປັນປຶ້ມ, ບົດບັນທຶກກອງປະຊຸມ, ບົດຄວາມວາລະສານວິຊາການ, ບົດລາຍງານ, ບົດວິທະຍານິພົນ ແລະ ເອກະສານອື່ນໆ. ມະຫາວິທະຍາໄລສ່ວນໃຫຍ່ໃນໂລກໄດ້ເປີດໃຫ້ສາທະລະນະສາມາດເຂົ້າເຖິິງ IR ຂອງພວກເຂົາ ເຊິ່ງລວມທັງໃນທະວີບອາຊີ ແລະ ອາຊີຕາເວັນອອກສຽງໃຕ້ (ຕົວຢ່າງເຊັ່ນ ມະຫາວິທະຍາໄລແຫ່ງຊາດສິງກະໂປ ແລະ ມະຫາວິທະຍາໄລມະຫິດົນ ປະເທດໄທ). ການມີ IR ຈະເພີ່ມປະສິດທິພາບແກ່ການວິໄຈ, ເກັບຮັກສາຜົນການວິໄຈ, ປັບປຸງການເຜີຍແຜ່ໃຫ້ກວ້າງຂວາງຂຶ້ນ ແລະ ເພີ່ມຄວາມຫຼາກຫຼາຍຂອງເອກະສານຄວາມຮູ້ ແລະ ໃຫ້ສາມາດເຂົ້າເຖິງຂໍ້ມູນຕ່າງໆເຫຼົ່ານັ້ນໄດ້ຕະຫຼອດ ແລະ ໂດຍບໍ່ເສຍຄ່າ. ເມື່ອບໍ່ດົນມານີ້ ພວກເຮົາໄດ້ຈັດກອງປະຊຸມປຶກສາ 2 ຄັ້ງ (ວັນທີ 3 ກຸມພາ … Continued