ການສຳມະນາ ກົດໝາຍສິ່ງແວດລ້ອມ, ວັນທີ 26-28 ເດືອນເມສາ, 2022
ໃນຂອບເຂດວຽກງານ ຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ, ມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການສະໜັບສະໜູນ ການສິດສອນກົດໝາຍວ່າດ້ວຍສິ່ງແວດລ້ອມຢູ່ ສປປ ລາວ, ເຊິ່ງເປັນຫຼັກສູດວິຊາການທີ່ຈຳເປັນສຳລັບການພັດທະນາແບບຍືນຍົງ ແລະ ການປົກປັກຮັກສາດິນຟ້າອາກາດ. ການສຳມະນາ ກົດໝາຍສິ່ງແວດລ້ອມ ໄດ້ຈັດຂຶ້ນໃນວັນທີ 26-28 ເມສາ 2022 ທີ່ນະຄອນຫຼວງວຽງຈັນ ໃນຮູບແບບປະສົມປະສານ ເປັນເວລາ 3 ມື້. ການສຳມະນາຄັ້ງນີ້ ເປັນການຈັດການສຳມະນາແບບເຊີ່ງໜ້າຄັ້ງທໍາອິດໃນປີນີ້, ຫຼັງຈາກຂໍ້ຈໍາກັດຈາກ ສະຖານະການ Covid-19, ຜູ້ເຂົ້າຮ່ວມສາມາດເຂົ້າຮ່ວມກິດຈະກໍາເຊິ່ງຫນ້າໄດ້, ໃນຂະນະທີ່ຜູ້ບັນຍາຍ ໄດ້ໃຫ້ການສໍາມະນາຜ່ານ Zoom. ການສຳມະນາຄັ້ງນີ້ໄດ້ເນັ້ນໃສ່ເນື້ອໃນຫລັກສູດ ແລະ ທັກສະການສອນກົດໝາຍສິ່ງແວດລ້ອມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນກົດໝາຍສິ່ງແວດລ້ອມ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ຄະນະນິຕິສາດ ແລະ ບໍລິຫານ, ມະຫາວິທະຍາໄລຈໍາປາສັກ ແລະ ສະຖາບັນຍຸຕິທຳແຫ່ງຊາດ. ການສຳມະນາກົດໝາຍສິ່ງແວດລ້ອມຄັ້ງນີ້ ຈັດຂຶ້ນໂດຍການຮ່ວມມືລະຫວ່າງ ທ່ານ Matthew Baird, ຜູ້ອໍານວຍການສະຖາບັນຄົ້ນຄວ້າກົດໝາຍສິ່ງແວດລ້ອມອາຊີ (ARIEL) ແລະ ປະສານງານໂດຍ Dr. Perrine … Continued