ການສຶກສາປະລິນຍາເອກ. ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລຄາດການວ່າຈະໃຫ້ທຶນການສຶກສາຈຳນວນຫຼາຍໃຫ້ກັບນັກວຶໄຈກົດໝາຍໜຸ່ມຜູ້ທີ່ມີຄຸນສົມບັດຈາກມະຫາວິທະຍາໄລແຫ່ງຊາດລາວ ເພື່ອໄປສຶກສາຕໍ່ລະດັບປະລິນຍາເອກທີ່ມະຫາວິທະຍາໄລລຸກຊຳບວກ ໃນປີ 2021-2024 ນີ້. ຜູ້ສະໝັກຈະຖືກຄັດເລືອກໂດຍອີງຕາມບົດນຳສະເໜີການວິໄຈຂອງເຂົາ, ປະສົບການທີ່ຜ່ານມາໃນຂົງເຂດການວິໄຈດ້ານກົດໝາຍ ແລະ ຄວາມຊຳນິຊຳນານໃນການໃຊ້ພາສາອັງກິດ. ຂໍ້ມູນເພີ່ມເຕີມກຳລັງມາໄວໆນີ້.