ການເຮັດບົດວິໄຈທີ່ປະເທດລຸກຊຳບວກ ແມ່ນພາກສ່ວນທີ່ສຳຄັນຂອງໂຄງການພວກເຮົາ. ແຕ່ລະປີມີອາຈານລາວໜຶ່ງຫາສອງຄົນໄປຢ້ຽມຢາມຄະນະກົດໝາຍ, ເສດຖະສາດ ແລະ ການເງິນ ຢູ່ປະເທດລຸກຊຳບວກ ເພື່ອເຮັດບົດວິໄຈໃນຂົງເຂດທີ່ຕົນສົນໃຈ. ພວກເຮົາເນັ້ນໃສ່ຫົວຂໍ້ບົດວິໄຈທີ່ກ່ຽວຂ້ອງກັບລັດແຫ່ງກົດໝາຍ ແລະ ການພັດທະນາລະບົບກົດໝາຍຂອງລາວແບບຍືນຍົງເປັນຫຼັກ. ການໄປຢ້ຽມຢາມເປັນເວລາ 2 ເດືອນ.