ໂຮງຮຽນລະດູແລ້ງ/ລະດູໜາວ ຈັດຂຶ້ນຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ. ໂດຍຕັ້ງກຸ່ມເປົ້າໝາຍໄປທີ່ອາຈານກົດໝາຍລາວ ແລະ ຜູ້ປະກອບວິຊາຊີບກົດໝາຍ. “ໂຮງຮຽນກົດໝາຍ” ເຫຼົ່ານີ້ເໝາະສຳລັບນັກສຶກສາປະລິນຍາໂທປີທີ2, ແລະ/ຫຼືນັກສຶກສາປະລິນຍາເອກ, ແລະ/ຫຼື ນັກວິຊາການຕອນຕົ້ນ. ການຝຶກອົບຮົມ ແມ່ນຄວບຄຸມການວິໄຈກົດໝາຍ ແລະ ວິທີການສຶກສາຂັ້ນສູງ ພ້ອມທັງຫຼັກສາລະສຳຄັນຂອງກົດໝາຍ (ເຊັ່ນວ່າ ກົດໝາຍຂັ້ນພື້ນຖານ, ຫຼັກວິທີການຂອງກົດໝາຍອາຍາ , ສິດທິພິຈາລະນາຄະດີຢ່າງເປັນທຳ ແລະ ອື່ນໆ.) ມະຫາວິທະຍາໄລລຸກຊຳບວກສົ່ງອາຈານ ສາມ-ຫ້າຄົນ, ນັກສຶກສາປະລິນຍາເອກ ເພື່ອຝຶກອົບຮົມດົນເປັນອາທິດ.