ສູນໃຫ້ຄຳປຶກສາທາງດ້ານກົດໝາຍ. ໂຄງການການຮ່ວມມືລະຫວ່າງມະຫາວິທະຍາໄລມີຈຸດປະສົງເພື່ອສະໜັບສະໜູນສູນໃຫ້ຄຳປຶກສາທາງດ້ານກົດໝາຍ (ທີ່ເອຶ້ນວ່າ CLE) ໃນນະຄອນຫຼວງວຽງຈັນ. ໂປຣແກຣມໃຫ້ຄຳຳປຶກສາທາງດ້ານກົດໝາຍເປັນໂປຣແກຣມຂອງໂຮງຮຽນກົດໝາຍທີ່ນັກສຶກສາຈະໃຫ້ຄຳປຶກສາທາງກົດໝາຍ  “pro bono” ໃຫ້ກັບປະຊາຊົນ ພາຍໃຕ້ການແນະນຳຂອງກົດໝາຍ ແລະ/ຫຼື ທະນາຍຄວາມ. ສູນໃຫ້ຄຳປຶກສາທາງດ້ານກົດໝາຍໄດ້ຮັບການຍອມຮັບຢ່າງກວ້າງຂວາງທາງດ້ານການສອນໃນພາກປະຕິບັດຕົວຈິງ. ພວກເຮົາເຫັນວ່າການເສີມສ້າງສູນໃຫ້ຄຳປຶກສາທາງດ້ານກົດໝາຍຈະປະກອບສ່ວນໃຫ້ພວກເຮົາມີສ່ວນຮ່ວມໃນສານຈຳລອງຫຼາຍຂື້ນ ເພື່ອເປັນການປັບປຸງການສອນໃຫ້ທັນສະໄໝໄປສູ່ວິທີຄິດເຊີງວິເຄາະ ແລະ ວິທີການແກ້ໄຂບັນຫາ ພ້ອມທັງເປັນການສົ່ງເສີມການມີສ່ວນຮ່ວມຂອງພົນລະເມືອງໃນການບໍລິຫານຈັດການທີ່ດີ. ສຳລັບຂໍ້ມູນເພີ່ມເຕີມກຳລັງມາໄວໆນີ້.