ການເຝິກອົບຮົມຄູເຝິກສານຈຳລອງ, ວັນທີ 16 ພະຈິກ – 1 ທັນວາ 2021

ມະຫາວິທະຍາໄລລຸກຊຳບວກ ສະໜັບສະໜູນການຮຽນຮູ້ຈາກການແກ້ບັນຫາ (problem-based learning) ຜ່ານການເຝິກອົບຮົມສານຈຳລອງ. ມາໃນປີນີ້ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກໄດ້ຈັດການເຜິກອົບຮົມອອນລາຍສຳລັບອາຈານເປັນຄັ້ງທຳອິດ.

ໃນລະຫວ່າງວັນທີ 16 ພະຈິກ ຫາ 1 ທັນວາ, ທາງໂຄງການໄດ້ຈັດກິດຈະກຳການເຝິກອົບຮົມໃຫ້ແກ່ອາຈານ 15 ທ່ານຈາກ ຄະນະນິຕິສາດ ແລະ ລັດຖະສາດ ຂອງ ມະຫາວິທະຍາໄລແຫ່ງຊາດ (ຄນລ ມຊ) ແລະ ຄະນະນິຕິສາດ ແລະ ລັດຖະສາດ ຂອງ ມະຫາວິທະຍາໄລຈຳປາສັກ (ຄນລ ມຈ). ການເຝິກອົບຮົມ ແມ່ນຈັດຜ່ານທາງອອນລາຍ ແລະ ໃຫ້ການເຝິກອົບຮົມໂດຍ ດຣ. ປະພາວະດີ ທະໂນດົມເດດ ຈາກມະຫາວິທະຍາໄລຈຸລາລົງກອນ ປະເທດໄທ. ດຣ. ປະພາວະດີ ເປັນອາຈານສອນທີ່ມະຫາວິທະຍາໄລຈຸລາລົງກອນ ໃນລາຍວິຊາກົດໝາຍລະຫວ່າງປະເທດພາກລັດ, ເປັນຄູເຝິກໃຫ້ແກ່ທີມຕົວແທນຂອງ ມ. ຈຸລາ ໃນການແຂ່ງຂັນສານຈຳລອງ Philips C. Jessup International Moot Court Competition 2021 ແລະ ຍັງມີສ່ວນຮ່ວມໃນການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນຂອງໄທ ທີ່ຈັດໂດຍຄະນະກຳມະການກາແດງສາກົນ.

ຈຸດປະສົງຫຼັກຂອງການຈັດການເຝິກອົບຮົມຄັ້ງນີ້ ແມ່ນເພື່ອແນະນຳໃຫ້ບັນດາອາຈານຮູ້ຈັກກັບສານຈຳລອງກົດໝາຍມະນຸດສະທຳ ແລະ ເຝິກໃຫ້ອາຈານມາເປັນຄູເຝິກສານຈຳລອງ. ການເຝິກອົບຮົມ ແມ່ນດຳເນີນເປັນພາສາໄທ ແລະ ໄດ້ຮວບຮວມເອົາຄວາມຮູ້ພື້ນຖານກ່ຽວກັບສານຈຳລອງ, ກົດໝາຍລະຫວ່າງປະເທດພາກລັດ ແລະ ກົດໝາຍມະນຸດສະທຳສາກົນ. ໃນການເຝິກອົບຮົມ ຜູ້ເຂົ້າຮ່ວມຍັງໄດ້ເຮັດກິດຈະກຳຮ່ວມກັນເປັນທີມ ແລະ ວຽກບ້ານ ໃນການກະກຽມຂໍ້ໂຕ້ແຍ້ງຕ່າງໆ. ກິດຈະກຳປະຕິບັດຕົວຈິງນີ້ ໄດ້ຊ່ວຍໃຫ້ຜູ້ເຂົ້າຮ່ວມເຂົ້າໃຈເລິກເຊິ່ງຂຶ້ນຕື່ມວ່າສານຈຳລອງເປັນກິດຈະກຳແນວໃດ. ດຣ. ປະພາວະດີ ຍັງໄດ້ເວົ້າກ່ຽວກັບປະສົບການການເປັນຄູເຝິກເອງ ແລະ ການຈັດສານຈຳລອງເປັນພາສາໄທ ເຊິ່ງເຮັດໃຫ້ມີຫຼາຍທີມ ແລະ ຫຼາຍໂຮງຮຽນເຂົ້າຮ່ວມ.

ໃນໄລຍະ 5 ປີທີ່ຜ່ານມາ, ການເຝິກຊ້ອມໃຫ້ທີມຕົວແທນຂອງປະເທດລາວໃນເວທີແຂ່ງຂັນສານຈຳລອງກົດໝາຍມະນຸດສະທຳສາກົນ ແມ່ນໃຫ້ການຊ່ວຍເຫຼືອໂດຍຜູ້ປະສານງານໂຄງການ. ສະນັ້ນ ທາງໂຄງການຕັ້ງໃຈວ່າຈະໃຫ້ອາຈານ ຄນລ ມີສ່ວນຮ່ວມໃນການເຝິກນັກສຶກສາ ໃນການແຂ່ງຂັນປີຕໍ່ໆໄປ!