ການສືບຕໍ່ຂະຫຍາຍໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດລາວ-ລຸກຊຳບວກ

ມະຫາວິທະຍາໄລລຸກຊຳບວກ ແລະ ຄະນະກຳມະການເພື່ອການພັດທະນາຮ່ວມມື ແລະ ການດຳເນີນການມະນຸດສະທຳ ຂອງກະຊວງການຕ່າງປະເທດ ແລະ ວຽກງານເອີຣົບຂອງປະເທດລຸກຊຳບວກໄດ້ຕົກລົງສືບຕໍ່ໂຄງການຮ່ວມມືລະຫວ່າງຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ຄະນະກົດໝາຍ, ເສດຖະກິດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ. ໂຄງການນີ້ແມ່ນພາກສ່ວນຂົງເຂດວຽກງານການພັດທະນາຮ່ວມມືືທີ່ໃຫຍ່ຂຶ້ນລະຫວ່າງສປປ ລາວ ແລະ ລຸກຊຳບວກ. ເລີ່ມຕົ້ນໃນປີ 2017 ໂດຍມີຂໍ້ຕົກລົງ 4 ປີ, ແລະ ໄດ້ຮັບການຂະຫຍາຍໄປຈົນເຖິງປີ 2024.

ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລພະຍາຍາມສົ່ງເສີມວັດທະນະທຳທາງກົດໝາຍຢ່າງແທ້ຈິງ ແລະ ສົ່ງເສີມແນວທາງປະຕິບັດທີ່ດີທີ່ສຸດເພື່ອນັກສຶກສາກົດໝາຍ, ບັນດາອາຈານ ແລະ ນັກຄົ້ນຄວ້າວິເຄາະທີ່ມະຫາວິທະຍາໄລແຫ່ງຊາດລາວ ແລະ ສະເພາະເຈາະຈົງຄະນະນິຕິສາດ ແລະ ລັດຖະສາດ. ເປົ້າໝາຍສຳຄັນທີ່ສຸດແມ່ນເພື່ອສົ່ງເສີມລັດແຫ່ງກົດໝາຍໃນສາທາລະນະລັດ ປະຊາທະປະໄຕ ປະຊາຊົນລາວ (ສປປ ລາວ) ໂດຍການສະໜັບສະໜູນ ແລະ ໃຫ້ຄວາມສຳຄັນທາງສະພາບແວດລ້ອມຂອງການຄົ້ນຄວ້າວິໄຈ ແລະ ການສອນ, ເຊິ່ງເນັ້ນທີ່ການໃຊ້ກົດເກນທາງກົດໝາຍໃຫ້ຖືກຕ້ອງ.

ການຕັດສິນໃຈສືບຕໍ່ຂະຫຍາຍໂຄງການແມ່ນພາກສ່ວນຂອງຜົນສຳເລັດ ແລະ ສັກກະຍະພາບຂອງສີ່ປີທຳອິດ. ຜົນສຳເລັດທີ່ໂດດເດັ່ນບາງປະການ ເຊັ່ນວ່າ ການພັດທະຍາຫ້ອງສະໝຸດອີເລັກໂຕຣນິກ ແລະ ການຝຶກອົບຮົມທີ່ກ່ຽວຂ້ອງເພື່ອສະໜັບສະໜູນການວິໄຈທາງກົດໝາຍ, ການສອນແບບມາເຍືອນຫຼາຍຄັ້ງ, ການວິໄຈ, ແລະ ການບັນຍາຍແບບດິຈິຕໍ, ການຝຶກອົບຮົມພິເສດກ່ຽວກັບສານຈຳລອງນາໆຊາດໃຫ້ແກ່ນັກສຶກສາກົດໝາຍລາວ, ການຈັດສຳມະນາການຄົ້ນຄວ້າວິໄຈໃນແບບຂອງ “ໂຮງຮຽນລະດູແລ້ງ” ແລະ ການຕີພິມວາລະສານ Critical Quarterly for Legislation and Law ສະບັບພິເສດ ທີ່ອຸທິດໃຫ້ກັບໂຄງການນີ້ໂດຍໄດ້ຮັບການສະໜັບສະໜູນທັງຈາດນັກວິໄຈລາວ ແລະ ລຸກຊຳບວກ.​

ວັດຖຸປະສົງໃໝ່ສຳລັບວາລະຕໍ່ໄປຂອງໂຄງການແມ່ນຄວາມທັນສະໄໝຂອງການສອນຜ່ານສູນໃຫ້ຄຳປຶກສາທາງດ້ານກົດໝາຍ, ການສະໜອງການພັດທະນາການສອນແບບດິຈິຕໍ, ການປັບປຸງເຄື່ອງມືການສອນ, ທຶນການສຶກສາ ຈຳນວນສາມທຶນໃຫ້ແກ່ນັກຄົ້ນຄວ້າວິໄຈກົດໝາຍຈາກມະຫາວິທະຍາໄລແຫ່ງຊາດລາວ ຜູ້ທີ່ປາດຖະໜາຕ້ອງການສຶກສາຕໍ່ລະດັບປະລິນຍາເອກທີ່ມະຫາວິທະຍາໄລລຸກຊຳບວກ ພ້ອມທັງການໃຫ້ທຶນວິໄຈເພື່ອສະໜັບສະໜຸນນັກຄົ້ນຄ້ວາວິໄຈລາວທາງກົດໝາຍ.

ທ່ານ Franz Fayot, ລັດຖະມົນຕີວ່າການເພື່ອການພັດທະນາຮ່ວມມື ແລະ ການດຳເນີນການມະນຸດສະທຳ ມີຄວາມປິຕິຍິນດີກັບການຂະຫຍາຍການຮ່ວມມືລະຫວ່າງສອງມະຫາວິທະຍາໄລໃນຂົງເຂດກົດໝາຍ ແລະ ເສີມສ້າງລັດແຫ່ງກົດໝາຍ:​ “ຄະນະນິຕິສາດທີ່ສະໜອງການສຶກສາທີ່ມີຄຸນນະພາບສູງ ເປັນພື້ນຖານໃນການເສີມສ້າງລັດແຫ່ງກົດໝາຍ, ໂດຍມີເປົ້າໝາຍສູງສຸດໃນການໃຫ້ພົນລະເມືອງລາວທຸກຄົນເຂົ້າເຖິງສິດທິຂອງຕົນ”.

 

ເຜີຍແຜ່ວັນທີ 13 ເດືອນສິງຫາ 2021, ໜັງສືພິມ Vientiane Times

ການອ້າງອີງ: https://wwwen.uni.lu/university/news/slideshow/inter_university_cooperation_between_luxembourg_and_laos_renewed