ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລສຸມໃສ່ສົ່ງເສີມວັດທະນະທຳດ້ານກົດໝາຍ ແລະ ເສີມສ້າງແນວທາງປະຕິບັດທີ່ດີທີ່ສຸດໃນແກ່ນັກສຶກສາກົດໝາຍ, ອາຈານ ແລະ ນັກຄົ້ນຄວ້າທີ່ມະຫາວິທະຍາໄລແຫ່ງຊາດລາວ, ໂດຍສະເພາະຄະນະນິຕິສາດ ແລະ ລັດຖະສາດ. ເປົ້າໝາຍສູງສຸດຂອງການຮ່ວມມືລະຫວ່າງມະຫາວິທະຍາໄລຄືການສ້າງຄະນະອາຈານທີ່ມີຄຸນນະພາບຈຳນວນຫຼາຍເພື່ອສາມາດປະກອບສ່ວນໃນການເສີມສ້າງຫຼັກນິຕິທຳ ຫຼື ລັດແຫ່ງກົດໝາຍ ໃນ ສປປ ລາວ.

ການຮ່ວມມືທາງວິຊາການຂອງພວກເຮົາລະຫວ່າງມະຫາວິທະຍາໄລລຸກຊຳບວກ ແລະ ມະຫາວິທະຍາໄລແຫ່ງຊາດລາວປະກອບດ້ວຍການແລກປ່ຽນຄະນະອາຈານ, ລວມທັງນັກວິໄຈຄົ້ນຄວ້າ, ນັກສຶກສາ ແລະ ເຈົ້າໜ້າທີ່.

ຈຸດປະສົງຂອງການແລກປ່ຽນເຫຼົ່ານີ້ແມ່ນເພື່ອປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງການສຶກສາລະດັບຊັ້ນສູງຜ່ານການຖ່າຍທອດຄວາມຮູ້ທີ່ມີຄຸນນະພາບ, ລັກສະນະໂປ່ງໃສ, ມີສ່ວນຮ່ວມ ແລະ ມີຈັນຍາບັນ ເພື່ອເປັນການເສີມສ້າງໂປຣແກຣມທາງວິຊາການ, ຄວາມສາມາດ, ແລະ ຂີດຄວາມສາມາດຂອງບັນດາບຸກຄົນ, ສາຍການວິໄຈ ແລະ ກິດຈະກຳຂອງສອງສະຖາບັນການສຶກສາ. ໃນເປົ້າໝາຍໄລຍະຍາວ, ໂຄງການມີຈຸດມຸ້ງໝາຍເພື່ອສົ່ງເສີມລັດແຫ່ງກົດໝາຍ ແລະ ສະຖາບັນຍຸຕິທຳໃຫ້ເຂັ້ມແຂງຂຶ້ນ.

ໂຄງການການຮ່ວມມືລະຫວ່າງມະຫາວິທະຍາໄລສຸມໃສ່ 3 ຂົງເຂດກົດໝາຍ: ການສອນ, ການວິໄຈ ແລະ ວຽກງານທາງດ້ານແຫຼ່ງຂໍ້ມູນ.

ກ່ຽວກັບການສອນ, ການດຳເນີນການປະກອບດ້ວຍການບັນຍາຍໂດຍສາດສະດາຈານຈາກຕ່າງປະເທດ, ໂຮງຮຽນຊ່ວງລະດູແລ້ງ ແລະ ລະດູໜາວ ທີ່ຄວບຄຸມທັງປະເດັນວິທີການ ແລະ ສາລະສຳຄັນທາງກົດໝາຍ, ການຝຶກອົບຮົມສານຈຳລອງ, ແລະ ການສະໜັບສະໜູນສູນໃຫ້ຄຳປຶກສາທາງດ້ານກົດໝາຍ, ການພັດທະນາຫຼັກສູດອອນລາຍ ແລະ ໂຄງການນັກສຶກສາແລກປ່ຽນພ້ອມທຶນການສຶກສາເພື່ອສຶກສາຕໍ່ທີ່ປະເທດລຸກຊຳບວກ.

ກ່ຽວກັບການວິໄຈ, ການດຳເນີນການຂອງພວກເຮົາປະກອບດ້ວຍ ງານສຳມະນາກ່ຽວກັບການວິໄຈທາງກົດໝາຍ ໂດຍເນັ້ນໃສ່ວິທີການສຶກສາ ແລະ ແຫ່ງຂໍ້ມູນເພື່ອການວິໄຈໃນຂົງເຂດກົດໝາຍ, ແລະ ການຊີ້ນຳໂຄງການວິໄຈໂດຍກົງຜ່ານການໃຫ້ທຶນການສຶກສາຈຳນວນຫຼາຍ ລວມທັງການເຮັດບົດວິໄຈ ສອງເດືອນຢູ່ປະເທດລຸກຊຳບວກ ແລະ ທຶນຊ່ວນເຫຼືອການເຮັດວິໄຈນ້ອຍໃນລາວ. ໂຄງການຍັງມີເປົ້າໝາຍສະໜອງທຶນການສຶກສາຊັ້ນປະລິນຍາເອກ ເພື່ອໄປຮຽນປະລິນຍາເອກຢູ່ປະເທດລຸກຊຳບວກ. ມະຫາວິທະຍາໄລລຸກຊຳບວກສະໜັບສະໜູນກຳລັງສະໜັບສະໜູນນັກວິໄຈຮຸ່ນໃໝ່ໃນການເຜີຍແພ່ຜົນງານຂອງເຂົາ. ຕົວຢ່າງໃນປີ 2020, ພວກເຮົາປະສົບຜົນສຳເລັດໃນການຕີພີມ  special edition of the journal Critical Quarterly for Legislation and Law ຊຶ່ງອຸທິດໃຫ້ກັບໂຄງການນີ້ໂດຍການປະກອບສ່ວນຈາກນັກວິໄຈລາວ ແລະ ລຸກຊຳບວກ.

ກ່ຽວກັບ ແຫຼ່ງຂໍ້ມູນ, ການດຳເນີນການຂອງພວກເຮົາປະກອບດ້ວຍການພັດທະນາການເຂົ້າເຖິງແຫຼ່ງຂໍ້ມູນ ເພື່ອສະໜັບສະໜູນການສອນ ແລະ ການວິໄຈ. ມະຫາວິທະຍາໄລລຸກຊຳບວກກຳລັງພັດທະນາ ຫ້ອງສະໜຸດອີເລັກໂຕຣນິກ e-library ທີ່ສາມາດເຂົ້າເຖິງແຫ່ງຂໍ້ມູນທາງດ້ານກົດໝາຍ ແລະ ສາຂາວິຊາການຢ່າງຫຼວງຫຼາຍ (ວາລະສານອີເລັກໂຕຣນິກ, E-book, ໆລໆ.). ການໃຊ້ເຄື່ອງມືນີ້ ຈຳເປັນຕ້ອງໄດ້ຮັບການສະໜັບສະໜູນຜ່ານການຝຶກອົບຮົມ. ໂຄງການຍັງດຳເນີນການເພື່ອປັບປຸງການຮວບຮວມປຶ້ມ ແລະ ສິ່ງແວລດລ້ອມຂອງຫ້ອງສະໝຸດຄລນ ຜ່ານການຈັດຊື້ປຶ້ມ ແລະ ຝຶກອົບຮົມໃຫ້ແກ່ບັນນາຮັກຫ້ອງສະໝຸດ.

ສາມາດເຂົ້າຊົມບົດລາຍງານ ປະຈຳປີ 2017-2020

ສາມາດເຂົ້າເຖິງທາງລຸ່ມນີ້