ການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ຮອບປະເທດ, ວັນທີ 10 ທັນວາ 2021

ໃນວັນທີ 10 ທັນວາ 2020 ການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ ຂອງຄະນະກຳມະການກາແດງສາກົນ ໄດ້ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ໂດຍການໃຫ້ສະໜັບສະໜູນໂດຍມະຫາວິທະຍາໄລລຸກຊຳບວກ.

ໃນການແຂ່ງຂັນປີນີ້ ແມ່ນຈັດໃນຮູບແບບເຄິ່ງອອນລາຍ ເຊິ່ງຜູ້ຕັດສິນ ແມ່ນເຂົ້າຮ່ວມຜ່ານຊູມ ແລະ ທີມຜູ້ແຂ່ງຂັນ ແມ່ນມາຮວມຕົວກັນທີ່ ຄນລ.

ການແຂ່ງຂັນໃນການວ່າຄວາມຄະດີຈຳລອງ ແມ່ນວ່າຄວາມຕໍ່ໜ້າສານອາຍາສາກົນ. ທີມຜູ້ແຂ່ງຂັນ 4 ທີມ ແມ່ນໄດ້ແຂ່ງຂັນກັນວ່າຄວາມ ໂດຍປ່ຽນກັນສວມບົດບາດເປັນຝ່າຍຈຳເລີຍ ແລະ ຝ່າຍໄອຍະການ. ບັນດາກຳມະການຕັດສິນສຳລັບການແຂ່ງຂັນສານຈຳລອງຮອບປະເທດໃນປີນີ້ ແມ່ນໃຫ້ກຽດຮ່ວມໂດຍ ທ່ານ ສິບປະກອນ ຊົງຊູວານິດ (ທີ່ປຶກສາກົດໝາຍຈາກ ຄະນະກຳມະການກາແດງສາກົນ), ທ່ານນາງ ໂຊເຟຍ ຄາສັນ ຈາກມູນນິທິອາຊີ (ຫົວໜ້າໂຄງການ ໂຄງການຊ່ວຍເຫຼືອທາງກົດໝາຍໃນລາວ) ແລະ ທ່ານນາງ ວິໂອເລັດ ຈັງເກີ (ທີ່ປຶກສາທາງເຕັກນິກ ໂຄງການ ລາວ/031).

ໃນເດືອນພະຈິກ ກ່ອນທີ່ຈະແຂ່ງຂັນ, ທີມຜູ້ແຂ່ງຂັນໄດ້ຮັບການເຝິກອົບຮົມອອນລາຍເປັນເວລາໜຶ່ງອາທິດ ກັບ ດຣ. ເພີລີນ ຊິມົງ ແລະ ດຣ. ລໍເຣັ້ນ ຊີຣີ ເຊິ່ງໃຫ້ການສະໜັບສະໜູນໂດຍມະຫາວິທະຍາໄລລຸກຊຳບວກ.

ພວກເຮົາຂໍສະແດງຄວາມຍິນດີກັບທຸກໆທີມທີ່ເຂົ້າແຂ່ງ ໂດຍສະເພາະທີມທີ່ຊະນະເລີດ ທ. ປາດຖະໜາພອນ ນາມມະລາດ ແລະ ທ. ສີລາເພັດ ແສນບຸດຕະລາດ ເຊິ່ງຈະເຂົ້າຮ່ວມແຂ່ງຂັນເປັນຕົວແທນໃຫ້ປະເທດລາວ ໃນຮອບຕໍ່ໄປໃນປີ 2022!