ການບັນຍາຍຂັ້ນສູງ ຈັດຂຶ້ນໃນລາວໂດຍຄະນະກົດໝາຍ, ເສດຖະສາດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກໄດ້ຄວບຄຸມຫົວຂໍ້ທາງດ້ານກົດໝາຍສຳລັບລາວ ແລະ ການປ່ຽນແປງໄປສູ່ລັດແຫ່ງກົດໝາຍຂອງລາວ ເຊັ່ນວ່າ ກົດໝາຍລະຫວ່າງປະເທດ, ທິດສະດີກົດໝາຍ, ກົດໝາຍອາຍາ, ສິດທິຂັ້ນພື້ນຖານ, ການດຳເນີນຄະດີຢ່າງເປັນທຳ, ກົດໝາຍການລົງທຶນຕ່າງປະເທດ, ກົດໝາຍສິ່ງແວດລ້ອມ ແລະ ກົດໝາຍແຮງງານ.