ສານຈຳລອງ ແມ່ນ ການຈຳລອງການພິຈາລະນາຄະດີຂອງສານ, ຊຶ່ງໂດຍປົກກະຕິແລ້ວນັກຮຽນຈະຕ້ອງໄດ້ຂຽນຄຳຮ້ອງຟ້ອງ ແລະ ຄຳແກ້ຟ້ອງ (memorials) ແລະ ເຂົ້າຮ່ວມການໂຕ້ແຍ່ງ. ມັນແມ່ນເຄື່ອງມືທີ່ສຳຄັນໃນການເຂົ້າໃຈກ່ຽວກັບກົດໝາຍ, ເປັນການເສີມສ້າງທັກສະໃນການໂຕ້ຖຽງແບບມີຫຼັກການ ແລະ ພັດທະນາທັກສະການເປັນນັກກົດໝາຍ. ມະຫາວິທະຍາໄລລຸກຊຳບວກສະໜັບສະໜູນການຮຽນການສອນເນັ້ນໃສ່ແກ້ໄຂບັນຫາຜ່ານການແຂ່ງຂັນສານຈຳລອງ. ມະຫາວິທະຍາໄລລຸກຊຳບວກປະກອບສ່ວນສຳຄັນໃນການເຂົ້າຮ່ວມ ຂອງ ຄນລ ໃນການແຂ່ງຂັນສານຈຳລອງ ICRC ລະຫວ່າງປະເທດ ທີ່ຮົງກົງ.