ການແລກປ່ຽນນັກສຶກສາ. ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລຄາດວ່າຈະມີການແລກປ່ຽນນັກສຶກສາເລີ່ມປີ 2021! ນັກສຶກສາບໍ່ເກີນໜຶ່ງ ຄົນຈະຖືກເລືອກໄປສຶກສາລະດັບປະລິນຍາໂທສາຂາກົດໝາຍເປັນເວລາ 1 ປີ ທີ່ມະຫາວິທະຍາໄລລຸກຊຳບວກ. ນັກສຶກສາລະດັບປະລິນຍາຕີ/ໂທຈາກປະຫາວິທະຍາໄລລຸກຊຳບວກບໍ່ເກີນສາມຄົນ ຈະຖືກຄັດເລືອກມາຝຶກງານຢູ່ລາວເພື່ອເຮັດວຽກຮ່ວມກັບໂຄງການເປັນເວລາຢ່າງໜ້ອຍ 8 ອາທິດ. ການຝຶກງານນີ້ມີຈຸດມຸ້ງໝາຍເພື່ອເປັນຈຸດເລີ່ມຕົ້ນຂອງນັກສຶກສາລຸກຊຳບວກໃນການເຮັດໜ້າທີ່ເປັນຕິວເຕີໃຫ້ກັບນັກສຶກສາຈາກຄະນະນິຕິສາດ ແລະ ລັດຖະສາດໃນວຽງຈັນ. ຕັ້ງແຕ່ປີ 2019, ພວກເຮົາໄດ້ຮ່ວມມືກັບມະຫາວິທະຍາໄລແຫ່ງຊາດລາວໃນກອບໂຄງການ   Erasmus+ ຂອງສະຫະພາບເອີຣົບ ເພື່ອສະໜອງທຶນການສຶກສາເພີ່ມເຕີມໃຫ້ແກ່ນັກສຶກສາລາວ.