ຫໍສະໝຸດອີເລັກໂຕຣນິກ. ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ ສະໜັບສະໜູນການເຂົ້າເຖິງຄວາມຮູ້ແບບດິຈິຕໍ. ໂຄງການຂອງພວກເຮົາສຳເລັດການສ້າງຕັ້ງຫໍສະໝຸດອີເລັກໂຕຣນິກໃຫ້ແກ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວໃນປີ 2020. ຊຶ່ງໄດ້ເກີດຂຶ້ນຫຼັງຈາກທີ່ເຊັນຂໍ້ຕົກລົງກັບ EIFL (Electronic Information for Libraries) ໃນເດືອນ ພະຈິກ 2019, ອົງການບໍ່ສະແຫວງຫາຜົນກຳໄລ ທີ່ມີປະສົບການດ້ານການສ້າງຕັ້ງຫໍສະໝຸດອີເລັກໂຕຣນິກທົ່ວໂລກໃນປະເທດທີ່ກຳລັງພັດທະນາ. ຫໍສະໝຸດອີເລັກໂຕຣນິກສະໜອງການເຂົ້າເຖິງຖານຂໍ້ມູນອີເລັກໂຕຣນິກ ເຊັ່ນວ່າ ESBCO, HeinOnline, Taylor and Francis, JSTOR, Cambridge University Press journals, Oxford University Press journals, Edward Elgar Development Studies & Environment e-books and Law journals, Duke journals ແລະ OpenEdition Journals. ບັນດາຖານຂໍ້ມູນ ປະກອບດ້ວຍແບບໜັງສືດິຈິຕໍ  (e-books), ບົດຄວາມວິຊາການ ແລະ ແຫຼ່ງຂໍ້ມູນອື່ນໆ ເຊັ່ນວ່າ ວາລະສານ, ໜັງສືພິມ ທີ່ກ່ຽງຂ້ອງກັບກົດໝາຍ ແລະ ລັດຖະສາດ ແຕ່ກໍຍັງມີຂົງເຂດຖານຂໍ້ມູນອື່ນຫຼາກຫຼາຍພາກວິຊາ. ຫໍສະໝຸດອີເລັກໂຕຣນິກຍັງສະໜອງລີ້ງເຂົ້າເຖິງຄັງເກັບຂໍ້ມູນແບບເປີດທີ່ລວມເອົາບັນດາບົດວິທະຍານິພົນ ແລະ ບົດຄວາມວິຊາການທີ່ເປັນພາສາໄທ. ມະຫາວິທະຍາໄລແຫ່ງຊາດລາວໄດ່ລົງທະບຽນເປັນສະມາຊິກໃນຖານະ ໜຶ່ງສະຖາບັນ, ແລະ ຫໍສະໝຸດອີເລັກໂຕຣນິກແມ່ນສາມາດໃຊ້ໄດ້ທົ່ວຄະນະຂອງມະຫາວິທະຍາໄລແຫ່ງຊາດລາວ. ມີການຈັດຝຶກອົບຮົບກ່ຽວກັບວິທິການໃຊ້ຫໍສະໝຸດອີເລັກໂຕຣນິກຕະຫຼອດທັງປີ.

ເຂົ້າໄປທີ່ຫໍສະໝຸດອີເລັກໂຕນິກໃໝ່!

ເລີ່ມຕົ້ນການຄົ້ນຄວ້າທາງອອນລາຍຂອງທ່ານໂດຍການໃຊ້ ຫໍສະໝຸດອີເລັກໂຕນິກໃໝ່ຂອງມຊ

ກົດລິ້ງນີ້ເພື່ອເຂົ້າສູ່ເວັບໄຊ້: https://flp.nuol.edu.la/en/e-library

Ep1- ການຄົ້ນນຫາທົ່ວໄປ

Ep2- ການຄົ້ນຫາຂັ້ນສູງ

Ep3- ຜົນການຄົ້ນຫາ