ສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບສາກົນ, ວັນທີ 11-12 ມີນາ 2021

ພວກເຮົາຂໍສະແດງຄວາມຍິນດີອີກຄັ້ງໜຶ່ງກັບທີມຕົວແທນປະເທດລາວທີ່ໄດ້ເຂົ້າຮ່ວມການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ  ຂອງອົງການກາແດງສາກົນ ເຊິ່ງໄດ້ຈັດຂຶ້ນອອນລາຍເປັນປີທຳອິດ ໃນວັນທີ 11-12 ມີນາ 2021. ມະຫາວິທະຍາໄລລຸກຊຳບວກ ກໍໄດ້ສະໜັບສະໜູນຊ່ວຍເຫຼືອມະຫາວິທະຍາໄລແຫ່ງຊາດລາວໃນການເຂົ້າຮ່ວມແຂ່ງຂັນຮອບສາກົນໃນຄັ້ງນີ້. ດຣ. ເພີຣີນ ຊິມອນ ຜູ້ປະສານງານຈາກມະຫາວິທະຍາໄລລຸກຊຳບວກ ໄດ້ອຳນວຍສະຖານທີ່ໃຫ້ຜູ້ເຂົ້າແຂ່ງຂັນທີ່ຫ້ອງການຂອງໂຄງການພວກເຮົາທີ່ ຄະນະນິຕິສາດ ແລະ ລັດຖະສາດ.

ຫຼັງຈາກຍາດໄດ້ໄຊຊະນະຈາກການແຂ່ງຂັນລະດັບປະເທດ ທີມຕົວແທນປະເທດລາວໄດ້ມີການເຝິກຊ້ອມກັບເພີຣີນຢ່າງຂຸ້ນຂ້ຽວຈົນເຖິງມື້ສຸດທ້າຍ ທັງເຝິກຊ້ອມໃນຕົວຈິງ ແລະ ທາງອິນເຕີເນັດ. ທີມເຂົ້າແຂ່ງຂັນໄດ້ເອົາໃຈໃສ່ ແລະ ຕັ້ງໃຈກັບການແຂ່ງຂັນສານຈຳລອງຄັ້ງນີ້ຫຼາຍ ຮ້ອນວ່າຈະໄດ້ນຳໃຊ້ກົດໝາຍອາຍາສາກົນໄປແຂ່ງຂັນກັບບັນດາມະຫາວິທະຍາໄລອື່ນໃນພາກພື້ນອາຊີ-ປາຊິຟິກ ເຊິ່ງແຂ່ງຂັນເປັນພາສາອັງກິດທັງໝົດ. ທີມເຂົ້າແຂ່ງຂັນ ໄດ້ຄະແນນດີຫຼາຍໃນພາກການຂຽນຄຳສັ່ງຟ້ອງ/ຄຳແກ້ຟ້ອງ ແລະ ໄດ້ຮັບຄຳຍ້ອງຍໍຈາກຄະນະກຳມະການຕັດສິນໃນການແຂ່ງຂັນໃນພາກການວ່າຄວາມ ໃນຮອບການແຂ່ງຂັນທົ່ວໄປ. ໃນຂະນະນີ້ ແມ່ນເຮົາກຳລັງລໍຖ້າຜົນການຈັດລຳດັບທີຢູ່.

ດຣ. ເພີຣີນ ຊິມອນ ໄດ້ເຝິກໃຫ້ທີມຕົວແທນປະເທດລາວຢ່າງໃກ້ຊິດໃນມື້ແຂ່ງຂັນ.

ສານຈຳລອງຄັ້ງນີ້ ທີ່ຈັດຂຶ້ນໂດຍອົງການກາແດງສາກົນ ເປັນການກະຕຸ້ນການຄິດວິເຄາະໂດຍໃຊ້ກົດໝາຍ, ຊ່ວຍໃຫ້ເຮົາຮຽນຮູ້ທີ່ຈະຫາຈຸດຢືນຂອງຕົນ. ນັກສຶກສາຍັງໄດ້ມີໂອກາດພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ພາສາອັງກິດອີກດ້ວຍ!