ທີມລາວໄດ້ຮັບລາງວັນໃນການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ, ລະດັບສາກົນ

ໃນວັນທີ 16 ເດືອນທັນວາປີ 2021, ນາງ ດາວປະກາຍ ສຸວັນນະລາດ ແລະ ນາງ ນຸດທິດາ ມີສຸພັນ ຜູ້ຊະນະການແຂ່ງຂັນໃນລະດັບປະເທດ ແລະ ຜູ້ແຂ່ງຂັນ, ແລະ ນາງ ສຸດາພອນ ວິຣະວົງສາ ຜູ້ຄົ້ນຄວ້າ ໄດ້ຮັບລາງວັນໃນການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ, ລະດັບສາກົນ, ໃນຖານະທີມຕາງໜ້າປະເທດລາວ, ການແຂ່ງຂັນແມ່ນຖືກຈັດຂື້ນແບບອອນລາຍໃນລະຫວ່າງວັນທີ 11-12 ເດືອນມີນາ ປີ 2021 ໂດຍການສົ່ງບົດຄໍາສັ່ງຟ້ອງ/ຄໍາແກ້ຟ້ອງ ແລະ ວ່າຄວາມທາງອອນລາຍກຮ່ວມກັບນັກສືກສາກົດໝາຍ ຫຼາຍຮ້ອຍຄົນໃນຂົງເຂດອາຊີປາຊີຟິກ. ນັກສຶກສາກົດໝາຍທັງໝົດ 26 ຄົນ, ໄດ້ເຂົ້າຮ່ວມການທົດລອງແບບຈຳລອງບັນຫາໂຕ້ແຍ້ງທີ່ກ່ຽວຂ້ອງກັບ ການປະທະກັນທາງການທະຫານ ແລະ ສິ່ງທ້າທາຍດ້ານມະນຸດສະທຳ. ໃນປັດຈຸບັນ, ການແຂ່ງຂັນດັ່ງກ່າວເປັນການແຂ່ງຂັນລະຫວ່າງມະຫາໄລທີ່ໃຫ່ຍທີ່ສຸດໃນພາກພື້ນ ອາຊີ-ປາຊີຟິກ.

      ໃບຍັ້ງຢືນໄດ້ຖືກມອບໃຫ້ໂດຍ ດຣ.ເພີຣີນ ຊີມອນ ຜູ້ປະສານງານໂຄງການຮ່ວມມືລະຫວ່າງມະຫາໄລລາວ-ລຸກຊຳບວກ ແລະ ໄດ້ເປັນຜູ້ເຝິກນັກຮຽນທັງສາມຄົນຢ່າງຂຸ້ນຂ້ຽວ, ຂໍຊົມເຊີຍອີກເທື່ອໜື່ງສຳລັບການເຮັດວຽກຢ່າງໜັກ.

      ດ້ວຍຈຳນວນທີມນັກສຶກສາທີ່ເຂົ້າຮ່ວມທັງໝົດ 26 ທີມ, ທີມຈາກປະເທດລາວບໍ່ໄດ້ຜ່ານເຂົ້າຮອບ 8 ທີມສຸດທ້າຍ. ທີມທີ່ໄດ້ເຂົ້າຮອບຮອງຊະນະເລີດໄດ້ແກ່: ມະຫາວິທະນາໄລລັດຖະສາດ ແລະ ກົດໝາຍຈີນ, ມະຫາວິທະຍາໄລນິຕິສາດ ແລະ ເສດຖະສາດພູມິນ, ມະຫາວິທະຍາໄລບໍລິຫານສິງກະໂປ, ມະຫາວິທະຍາໄລຮົງກົງ, ມະຫາວິທະຍາໄລຊິດນີ້, ມະຫາວິທະຍາໄລຟີລິບປິນ, ມະຫາວິທະຍາໄລໂຕກຽວ, ມະຫາວິທະຍາໄລວິກຕໍເລຍ ວິວລິງຕັນ, ໃນປີນີ້ແມ່ນບໍ່ສາມາດປະກາດຈັດອັນດັບສຳລັບທີມອື່ນໆໄດ້, ທີມລາວຖືວ່າໄດ້ຮັບຄຳຕິຊົມທີ່ດີຫຼາຍຈາກຄະນະຜູ້ພິພາກສາ. ທັງບົດຄໍາສັ່ງຟ້ອງ/ຄໍາແກ້ຟ້ອງ ແລະ ການວ່າຄວາມ ແມ່ນມີຮູບແບບ ແລະ ການວິເຄາະທີ່ດີ, ເຊັ່ນດຽວກັນກັບການອ້າງອີງແຫຼ່ງທີ່ມາທີ່ລະອຽດ ແລະ ໜ້າເຊື່ອຖື. ພວກເຂົາກໍໄດ້ຮັບຄະແນນໃນເກນທີ່ “ດີ”!

      ສານຈໍາລອງຄັ້ງນີ້ ທີ່ຈັດຂື້ນໂດຍອົງການກາແດງສາກົນ ເປັນການກະຕຸ້ນການຄິດວິເຄາະໂດຍໃຊ້ກົດໝາຍ, ຊ່ວຍໃຫ້ເຮົາຮຽນຮູ້ທີ່ຈະຫາຈຸດຢືນຂອງຕົນ. ພ້ອມກັນນັ້ນນັກສຶກສາຍັງໄດ້ມີໂອກາດພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ພາສາອັງກິດອີກດ້ວຍ!