ກອງປະຊຸມກ່ຽວກັບວິທີດຳເນີນການຄົ້ນຄວ້າວິທະຍາສາດທາງດ້ານສັງຄົມ-ກົດໝາຍ, ວັນທີ 28-29 ຕຸລາ ແລະ 1 ພະຈິກ 2021

ມະຫາວິທະຍາໄລ ລຸກຊຳບວກໄດ້ສືບຕໍ່ສະໜັບສະໜູນການຄົ້ນຄວ້າທາງກົດໝາຍໃນລາວ ເຊິ່ງໃນວັນທີ 28-29 ຕຸລາ ແລະ 1 ພະຈິກທີ່ຜ່ານມາ ທາງມະຫາວິທະຍາໄລລຸກຊຳບວກ (ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ) ຮ່ວມກັບ ໂຄງການ ລາວ/031 ໄດ້່ຈັດກອງປະຊຸມກ່ຽວກັບວິທີດຳເນີນການຄົ້ນຄວ້າທາງກົດໝາຍ ເຊິ່ງດຳເນີນໄປເປັນເວລາສາມວັນ. ກອງປະຊຸມ ແມ່ນເປັນກອງປະຊຸມອອນລາຍ ຜ່ານຊູມ ແລະ ເປັນປະທານໂດຍ ດຣ. ສົມເດດ ແກ້ວວົງສັກ, ຮອງຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ. ກອງປະຊຸມ ມີຜູ້ເຂົ້າຮ່ວມທັງໝົດ 95 ທ່ານ ເຊິ່ງເປັນອາຈານຈາກ ຄນລ, ຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະຍາໄລຈຳປາສັກ ແລະ ຈາກສະຖາບັນຍຸຕິທຳແຫ່ງຊາດ.

ກອງປະຊຸມ ໄດ້ເນັ້ນໜັກເຖິງວິທີການຄົ້ນຄວ້າທາງວິທະຍາສາດທີ່ໃຊ້ໃນຂົງເຂດກົດໝາຍ ເຊັ່ນ ຄວາມໝາຍຂອງການຄົ້ນຄວ້າທາງກົດໝາຍ, ແຫຼ່ງຂໍ້ມູນທີ່ໃຊ້ໃນສາຂາວິຊານີ້ ແລະ ຮູບແບບການຄົ້ນຄວ້າທີ່ມີການນຳໃຊ້ຢູ່ (ຄົ້ນຄວ້າຫຼັກການທາງກົດໝາຍ ຫຼື ຄົ້ນຄວ້າທາງດ້ານກົດໝາຍໃນຫຼາຍສາຂາວິຊາ). ກອງປະຊຸມ ຍັງຍົກເອົາຫົວຂໍ້ທີ່ກ່ຽວຂ້ອງຂຶ້ນມາ ເຊັ່ນການລັກເອົາຜົນງານຂອງຄົນອື່ນ (plagiarism) ການວາງໂຄງຮ່າງການຂຽນບົດຄົ້ນຄວ້າທາງກົດໝາຍ ພ້ອມທັງແນະນຳການຂຽນບົດສະເໜີ ແລະ ອື່ນໆ. ກອງປະຊຸມຄັ້ງນີ້ ຍັງເປັນການນຳສະເໜີຮ່າງຂອງ “ຄູ່ມືແນະນຳກ່ຽວກັບວິທີການຄົ້ນຄວ້າວິທະຍາສາດທາງດ້ານກົດໝາຍ” (ບົດຄວາມ) ທີ່ຮ່າງຂຶ້ນໂດຍການຊ່ວຍເຫຼືອຈາກ ດຣ. ເປຣີນ ຊິມົງ ຜູ້ປະສານງານຈາກມະຫາວິທະຍາໄລລຸກຊຳບວກ. ການນຳສະເໜີ ແມ່ນນຳໂດຍທີມທີ່ຮ່ວມກັນຮ່າງຄູ່ມືແນະນຳດັ່ງກ່າວ ເຊິ່ງລວມມີ ດຣ. ເປຣີນ ຊິມົງ, ດຣ. ລັດດາວັນ ດອນແກ້ວດາວົງ, ດຣ. ບົວລະພຽນ ສີສຸກ, ດຣ. ສີພາ ຈັນທະວົງ ແລະ ອາຈານ ປາງທອງ ໄຊຍະວົງ.

ຄູ່ມືແນະນຳດັ່ງກ່າວ ແມ່ນຄາດວ່າຈະເຜີຍແຜ່ໃນຊ່ວງຕົ້ນສົກຮຽນທີສອງ ຂອງປີ 2022 ທັງສະບັບພາສາອັງກິດ ແລະ ພາສາລາວ. ຄູ່ມືນີ້ ອາດເປັນເຄື່ອງມືນຳທາງແກ່ການຄົ້ນຄວ້າທາງກົດໝາຍໃນລາວ ແລະ ສາມາດນຳໃຊ້ໃນສະຖາບັນອື່ນນອກຈາກ ຄນລ ໄດ້ ເປັນຕົ້ນແມ່ນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລຈຳປາສັກ ແລະ ສະຖາບັນຍຸຕິທຳແຫ່ງຊາດ. ຜູ້ເຂົ້າຮ່ວມເນັ້ນໜັກໃນກອງປະຊຸມວ່າ ພວກເຂົາຕ້ອງການໃຫ້ມີຄູ່ມືເຂົ້າຊ່ວຍໃນການຄົ້ນຄວ້າທາງກົດໝາຍ ເພື່ອເປັນການຮັບປະກັນການຄົ້ນຄວ້າທີ່ຄຸນນະພາບ.

ໃນມື້ທີສາມຂອງກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຈັດແບ່ງກັນເປັນກຸ່ມ ເພື່ອເຮັດກິດຈະກຳ ເຊິ່ງນຳໂດຍ ດຣ. ໂລນ ລິນໂຮນ (ທີ່ປຶກສາໂຄງການລາວ/031). ແຕ່ລະກຸ່ມໄດ້ສົນທະນາ ແລະ ປະກອບສ່ວນຄຳເຫັນກ່ຽວກັບບັນຫາສິ່ງທ້າທາຍຂອງການຄົ້ນຄວ້າທາງກົດໝາຍ ເຊິ່ງປະກອບມີ ບັນຫາສິ່ງທ້າທາຍຕາມສະພາບລວມຂອງ ສປປ ລາວ, ສະພາບລວມຂອງສະຖາບັນ ແລະ ສະພາບບຸກຄົນ ເຊັ່ນການເຂົ້າເຖິງແຫຼ່ງຂໍ້ມູນຍັງມີຂໍ້ຈຳກັດ (ເປັນຕົ້ນຄຳຕັດສິນຂອງສານ), ການເຂົ້າເຖິງງົບປະມານ, ໂອກາດໃນການລິເລີ່ມການຄົ້ນຄວ້າຍັງມີລັກສະນະຈຳກັດ, ບາງທ່ານຍັງມີຄວາມຮັບຜິດຊອບທາງວຽກງານບໍລິຫານ ແລະ ອື່ນໆ. ຜູ້ເຂົ້າຮ່ວມຍັງໄດ້ສະເໜີວິທີການແກ້ໄຂບັນຫາສິ່ງທ້າທາຍດັ່ງກ່າວ ເຊັ່ນການສ້າງພື້ນທີ່ແກ່ການເຜີຍແຜ່ຜົນການຄົ້ນຄວ້າທາງກົດໝາຍທີ່ເປັນພາສາລາວໃນອານາຄົດ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ມີການເປີດກວ້າງ ແລະ ປະກອບສ່ວນໃນການສົນທະນາຢ່າງຫ້າວຫັນ. ມີການຍົກເອົາຫຼາຍບັນຫາ ແລະ ຫຼາຍຄຳຖາມກ່ຽວກັບການຄົ້ນຄວ້າທາງກົດໝາຍ ແລະ ວິທີການຄົ້ນຄວ້າ, ຄວາມຊື່ສັດທາງວິຊາການ ແລະ ການລັກເອົາຜົນງານຂອງຄົນອື່ນ ພ້ອມທັງສົນທະນາວ່າບັນຫາຫຼັກການ ແລະ ກົດລະບຽບທີ່ຍົກຂຶ້ນມາໃນກອງປະຊຸມຈະນຳໃຊ້ໃນບໍລິບົດຂອງລາວແນວໃດ.

ກອງປະຊຸມຄັ້ງນີ້ ຖືວ່າໄດ້ຮັບໝາກຜົນອັນດີ ເນື່ອງຈາກເປັນການລວມຕົວຂອງ ກຸ່ມນັກຄົ້ນຄວ້າ ກໍຄືຈາກ ຄນລ ມຊ, ມຈ ແລະ ສະຖາບັນຍຸຕິທຳແຫ່ງຊາດ ແລະ ເປັນການເນັ້ນໜັກຄວາມຮຽກຮ້ອງຕ້ອງການໃຫ້ມີການຮ່ວມມືເຊິ່ງກັນ ແລະ ກັນ ເພື່ອສົ່ງເສີມການຄົ້ນຄວ້າທາງກົດໝາຍທີ່ມີຄຸນນະພາບ.

ໃນທ້າຍຂອງກອງປະຊຸມ ໄດ້ມີການເຊີນຊວນຜູ້ເຂົ້າຮ່ວມທັງໝົດໃຫ້ສະໝັກເຂົ້າຮ່ວມ ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າທາງກົດໝາຍຄັ້ງທີ 3 ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 15 ທັນວາ ທີ່ຈະມາເຖິງນີ້ (ວັນປິດຮັບສະໝັກແມ່ນເລື່ອນໄປເປັນວັນທີ 15 ພະຈິກ).