ຝຶກອົບຮົມພະນັກງານຫໍສະໝຸດ, ວັນທີ 24 ເມສາ – 19 ພຶດສະພາ 2023 

ພາຍໃຕ້ກອບການເຮັດວຽກຂອງ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ການພັດທະນາເສີມສ້າງຄວາມອາດສາມາດໃຫ້ແກ່ ພະນັກງານຫໍສະໝຸດຂອງຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ຖືກວ່າເປັນບູລິມະສິດທີ່ຄຽງູຸຄູ່ກັນກັບການສ້າງ E-library. ໃນນີ້, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ ໄດ້ຮ່ວມມືກັບ ອົງການຂໍ້ມູນຂ່າວສານອີເລັກໂຕຣນິກສຳລັບຫໍສະໝຸດ ໃນປະເທດໄທ ຫຼື EIFL-Thailand ເພື່ອສະໜັບສະໜຸນການເສີມສ້າງຂີດຄວາມອາດສາມາດຂອງພະນັກງານຫໍສະໝຸດ/ບັນນາຮັກຂອງ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ (ຄນລ, ມຊ). ການຝຶກອົມຮົມແມ່ນຖືກຈັດຢູ່ພາຍໃນຫໍສະໝຸດ ຄນລ ຕັ້ງແຕ່ວັນທີ 24 ເມສາ – 19 ພຶດສະພາ 2023. ຈຸດປະສົງໃນການປະສານສົມທົບ ກັບທາງ EIFL ປະເທດໄທນີ້ກໍແມ່ນເພື່ອ ຫັນປ່ຽນຫໍສະໝຸດ ຄນລ ໃຫ້ກາຍເປັນຫໍສະໝຸດທີ່ມີໃຊ້ສອຍສິ່ງອຳນວຍຄວາມສະດວກໄດ້ຢ່າງຄົບຖ້ວນ ພ້ອມທັງມີບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດ.  ການຝຶກອົບຮົມທັງ 4 ອາທິດນີ້ແມ່ນນຳພາໂດຍ ຊ່ຽວຊານທີ່ຈັດຫາມາໂດຍ EIFL ໄດ້ແກ່ ທ່ານ ນາງ ສຸຣາຊະວະດີ ດິດສະກຸນ ແລະ ທ່ານ ນາງ ສົມປອງ ອຸດົມເດດ, ເຊິ່ງແມ່ນຜູ້ຊ່ຽວຊານທີ່ມີປະສົບການມາຢ່າງຍາວນານ ໃນການເຮັດວຽກຢູ່ຫໍສະໝຸດທາງວິຊາການ. ການຝຶກອົມຮົມແມ່ນສຸມໃສ່ພະນັກງານຫໍສະໝຸດຂອງ ຄນລ ໂດຍສະເພາະ … Continued

ພິທີສົ່ງມອບປຶ້ມກົດໝາຍ, ວັນທີ 9 ທັນວາ 2021

ພາຍໃຕ້ຂອບການດຳເນີນງານຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ, ທາງໂຄງການໄດ້ໃຫ້ຄວາມສຳຄັນແກ່ການພັດທະນາຫ້ອງສະໝຸດເປັນລຳດັບຕົ້ນໆ ຄຽງຄູ່ກັບການຕິດຕັ້ງຫ້ອງສະໝຸດເອເລັກໂຕຣນິກ. ໃນວັນທີ 9 ທັນວາ ທີ່ຜ່ານມາ, ພິທີສົ່ງມອບປຶ້ມກົດໝາຍ ໄດ້ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ເຊິ່ງເປັນກຽດເຂົ້າຮ່ວມໂດຍ ຮສ. ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີ ຄນລ, ດຣ. ສົມເດດ ແກ້ວວົງສັກ, ຮອງຄະນະບໍດີ, ດຣ. ເພີລີນ ຊິມົງ, ຜູ້ປະສານງານໂຄງການ ພ້ອມດ້ວຍອາຈານ ຄນລ. ໃນພິທີ ທາງໂຄງການໄດ້ສົ່ງມອບປຶ້ມແບບຮຽນກົດໝາຍ ທັງປຶ້ມທີ່ເປັນພາສາໄທ ແລະ ພາສາອັງກິດ ຈຳນວນ 391 ຫົວ ໃຫ້ແກ່ ຄນລ ຢ່າງເປັນທາງການ. ພ້ອມກັນນັ້ນ, ມະຫາວິທະຍາໄລລຸກຊຳບວກ ໂດຍຮ່ວມກັບບັນນາຮັກຈາກປະເທດໄທ ຍັງຈະສະໜັບສະໜູນຈັດການເຝິກອົບຮົມ ເປັນເວລາໜຶ່ງເດືອນໃຫ້ແກ່ພະນັກງານຫ້ອງສະໝຸດ ຄນລ ຫຼັງຈາກທີ່ມີການເປີດປະເທດ. ການຈັດຊື້-ຈັດສົ່ງປຶ້ມດັ່ງກ່າວ ແລະ ການຈັດການເຝິກອົບຮົມ ແມ່ນກະກຽມໂດຍການຮ່ວມມືຂອງມະຫາວິທະຍາໄລລຸກຊຳບວກ ແລະ EIFL-Thailand ເຊິ່ງເປັນອົງການຈຳໜ່າຍສິ່ງພິມ ແລະ ວາລະສານສຳລັບການສຶກສາ. … Continued