ຄັງຂໍ້ມູນສະຖາບັນ. ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລກຳລັງສະໜັບສະໜູນການເຂົ້າເຖິງຄວາມຮູ້ແບບເປີດ ແລະໂດຍສະເພາະເຈາະຈົງໃສ່ການວິໄຈວິຊາການຂອງຄົນລາວຜ່ານການຊ່ວຍເຫຼືອການພັດທະນາຄັງຂໍ້ມູນສະຖາບັນສຳລັບມະຫາວິທະຍາໄລແຫ່ງຊາດລາວ. ຄັງຂໍ້ມູນສະຖາບັນແມ່ນ ບ່ອນເກັບເອກະສານທີ່ສຳຄັນເພື່ອການຮີມໂຮມ, ການສະຫງວນຮັກສາ, ແລະ ການເຜີຍແພ່ຜົນງານທາງສະຕິປັນຍາຂອງສະຖາບັນການວິໄຈສະບັບສຳເນົາດິຈິຕໍ.  ຄະນະນິຕິສາດ ແລະ ລັດຖະສາດຂອງມະຫາວິທະຍາໄລແຫ່ງຊາດມີບົດບາດສຳຄັນໃນການພັດທະນານີ້ຄຽງຄູ່ກັບການສະໜັບສະໜູນຂອງການຮ່ວມມືລຸກຊຳບວກ. ມະຫາວິທະຍາໄລລຸກຊຳບວກ ແລະ ໂຄງການ LuxDev ຮ່ວມມືກັນສະໜັບສະໜູນໂຄງການລິເລີ່ມນີ້ກັບ  EIFL ທີ່ເປັນຄູ່ຮ່ວມມືຂອງພວກເຮົາ. ຄັງຂໍ້ມູນມີຈຸດປະສົງເສີມສ້າງຄວາມເປັນເລີດຂອງການວິໄຈຂອງມະຫາວິທະຍາໄລແຫ່ງຊາດລາວເປັນເຂັ້ມແຂງ, ຮັກສາຜົນງານວິໄຈ ແລະ ປັບປຸງການເຜີຍແພ່ ແລະ  ແນ່ເຫັນບັນດາຂໍ້ມູນວິຊາການທີ່ຫຼາກຫຼາຍຂອງມະຫາວິທະຍາໄລແຫ່ງຊາດລາວ ພ້ອມທັງສະໜອງການເຂົ້າເຖິງແບບຖາວອນໃຫ້ຟຣີ. ຄັງຂໍ້ມູນແມ່ນສ່ວນປະກອບໜຶ່ງທີ່ເຮັດໃຫ້ລະບົບຫໍສະໝຸດອີເລັກໂຕຣນິກສົມບູນຂຶ້ນ. ມັນຍັງສາມາດແບບໃຫ້ກັບບົດຄວາມວິຊາການກົດໝາຍແບບດິຈິຕໍໃນອະນາຄົດອີກດ້ວຍ!