ທຶນບົດວິໄຈນ້ອຍ. ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ຄາດການກ່ຽວກັບການໃຫ້ທຶນຊ່ວຍເຫຼືອເຮັດບົດວິໄຈນ້ອຍເລີ່ມແຕ່ປີ 2021! ບົດວິໄຈສາມາດຂຽນພາສາລາວ ຫຼື ພາສາອັງກິດໄດ້. ການໃຫ້ທຶນເຮັດບົດວິໄຈແມ່ນສູງສຸດ 3 ທຶນ ຕໍ່ປີ ເພື່ອສະໜັບສະໜູນການວິໄຈໃນລາວທີ່ກ່ຽວຂ້ອງກັບການດຳເນີນຕາມລັດແຫ່ງກົດໝາຍ, ຕົວຢ່າງ: ສຸມໃສ່ສິດທິການພິຈາລະນາຄະດີຢ່າງເປັນທຳ, ສິດທິການເຂົ້າເຖິງຂະບວນການຍຸຕິທຳ ຫຼື ຂົງເຂດອື່ນທີ່ກ່ຽວຂ້ອງກັບການພັດທະນາແບບຍືນຍົງຂອງລະບົບກົດໝາຍໃນລາວ. ຂໍ້ມູນເພີ່ມເຕີມກຳລັງມາໄວໆນີ້.