ງານສໍາມະນາກ່ຽວກັບກົດໝາຍອາຍາ, ຄັ້ງວັນທີ 18-20 ກໍລະກົດ 2022

ໃນຂອບເຂດການເຮັດວຽກຂອງໂຄງການການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນການພັດທະນາຫຼັກສູດການຮຽນ-ການສອນ. ໂດຍທາງໂຄງການໄດ້ຈັດງານສຳມະນາຂຶ້ນ 3 ວັນ ເພື່ອແນ່ໃສ່ໂດຍກົດໝາຍອາຍາ ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 18-20 ກໍລະກົດ 2022, ທີ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ. ພວກເຮົາໄດ້ຮູ້ສຶກເປັນກຽດທີ່ໄດ້ຕ້ອນຮັບນັກວິຊາການຈາກສິງກະໂປເປັນຄັ້ງທໍາອິດ. ງານສໍາມະນາໃນຄັ້ງນີ້ໄດ້ນຳພາໂດຍ ສາສະດາຈານ Yeo Meng Heong ຈາກມະຫາວິທະຍາໄລແຫ່ງຊາດສິງກະໂປ ພ້ອມກັບ ສາສະດາຈານ Chan Wing Cheong ຈາກມະຫາວິທະຍາໄລການຈັດການສິງກະໂປ. ງານສໍາມະນາໃນຄັ້ງນີ້ໄດ້ເນັ້ນໃສ່ ກົດໝາຍອາຍາ ແລະ ຄວາມຍຸຕິທໍາທາງອາຍາ ເຊິ່ງໃຊ້ກົດໝາຍປຽບທຽບ ເພື່ອວິເຄາະກົດໝາຍອາຍາລາວ ອ້າງອີງໃສ່ກົດໝາຍອາຍາຂອງ ສິງກະໂປ, ເຢຍລະມັນ, ແລະ ໄທ. ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລຂອງພວກເຮົາໄດ້ນໍາເອົາຄະນະອາຈານຜູ້ທີ່ມີຄວາມຮູ້ເລິກເຊິງກ່ຽວກັບກົດໝາຍອາຍາ ມາຈາກ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ (ຄນລ, ມຊ), ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລຈໍາປາສັກ (ຄນລ, ມຊ), … Continued

ການຢ້ຽມຢາມ ສ.ປ.ປ ລາວ ຂອງຫົວໜ້າໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ

ໃນວັນທີ 21-24 ມິຖຸນາ 2022, ສາສະດາຈານ ສະເຕຟານ ບຣວມ ຫົວໜ້າໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊໍາບວກ ໄດ້ເດີນທາມງມາຢ້ຽມຢາມ ສ.ປ.ປ ລາວ ພາຍຫຼັງການຜ່ອນຄາຍຂໍ້ຈໍາກັດທາງດ້ານການເດີນທາງເນື່ອງຈາກການແພ່ລະບາດຂອງພະຍາດໂຄວິດ-19. ການມາຢ້ຽມຢາມຂອງລາວແມ່ນໄດ້ເລີ່ມຕົ້ນກັບການປະຊຸມຄະນະກຳມະການຜູ້ບໍລິຫານລະດັບສູງ,  ເຊິ່ງການປະຊຸມດັ່ງກ່າວແມ່ນໄດ້ຈັດແບບເຊິງໜ້າເປັນຄັ້ງທໍາອິດໃນຮອບ 2 ປີຢູ່ທີ່ຄະນະນິຕິສາດ ແລະ ລັັດຖະສາດ ໃນວັນພຸດ 22 ມິຖຸນາທີ່ຜ່ານມາ. ການປະຊຸມຄະນະກຳມະການຜູ້ບໍລິຫານລະດັບສູງແມ່ນໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ແຊມ ໄຊເນີຣ (ອຸປະທູດປະຈຳສະຖານທູດ ລຸກຊໍາບວກໃນ ສ.ປ.ປ ລາວ), ທ່ານ ເອນິກາ ບຣັກ (ຜູ້ຮັບຜິດຊອບພາກພື້ນອາຊີ, ກະຊວງການຕ່າງປະເທດ ແລະ ກົມເອີຣົບ ແລະ ຄູ່ຮ່ວມມືຂອງປະເທດລຸກຊໍາບວກໂດຍສະເພາະແມ່ນ LuxDev ແລະ ILSTA). ການປະຊຸມແມ່ນເນັ້ນໜັກເວົ້າເຖິງຜົນສໍາເລັດຂອງໂຄງການໃນໄລຍະທີ 2 ແລະ ກໍຍັງໄດ້ໂອລົມສົນທະນາກັນກ່ຽວກັບການວາງແຜນຂອງໂຄງການ ແລະ ທຶນທີ່ຈະນຳໃຊ້ເຂົ້າໃນໂຄງການໃນປີ 2022. ໃນວັນທີ 23 ມິຖຸນາ, ສາສະດາຈານ ສະເຕຟານ, ດຣ ເພີລິນ … Continued

ການຝຶກອົບຮົມຄູອາຈານກ່ຽວກັບ ການສິດສອນກົດໝາຍ ໃນຫຼັກສູດ ກົດໝາຍສາກົນ ແລະ ກົດໝາຍສິດທິມະນຸດສາກົນ ຄັ້ງວັນທີ 15-17 ມິຖຸນາ ປີ 2022

ຂອບເຂດການເຮັດວຽກຂອງໂຄງການການຮ່ວມມືມະຫາວິທະຍາໄລ , ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນການພັດທະນາຫຼັກສູດການຮຽນການສອນ. ໂດຍທາງໂຄງການໄດ້ຈັດງານຝຶກອົບຮົມ 3 ວັນ ເພື່ອແນໃສ່ ການສິດສອນວິຊາກົດໝາຍ ໂດຍສະເພາະແມ່ນ ກົດໝາຍສາກົນ ແລະ ກົດໝາຍສິດທິມະນຸດສາກົນ ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-17 ມິຖຸນາ ປີ 2022, ທີ່ ຄະນະ ນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ. ການຝຶກອົບຮົມໄດ້ເນັ້ນໃສ່ຫຼັກສູດການສອນ ວິຊາກົດໝາຍສາກົນ ແລະ ກົດໝາຍສິດທິມະນຸດສາກົນ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ທັກສະການສິດສອນລາຍວິຊາດັ່ງກ່າວໃຫ້ແກ່ ຄູອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ; ຄະນະ ນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລຈໍາປາສັກ ແລະ ສະຖາບັນຍຸຕິທໍາແຫ່ງຊາດ ສາຂາ ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ຈໍາປາສັກ. ການຝຶກອົບຮົມທັກສະການສອນໃນຄັ້ງນີ້, ໄດ້ຈັດຕັ້ງຂຶ້ນພາຍໃຕ້ການຮ່ວມມືໂດຍ ທ່ານ Jonathan Liljeblad ຈາກ ມະຫາວິທະຍາໄລແຫ່ງຊາດອົສຕາລິ ແລະ … Continued

ການສຳມະນາ ກົດໝາຍສິ່ງແວດລ້ອມ, ວັນທີ 26-28 ເດືອນເມສາ, 2022

ໃນ​ຂອບ​ເຂດວຽກງານ ​ຂອງ​ໂຄງການ​ຮ່ວມ​ມື​ລະຫວ່າງ​ມະຫາວິທະຍາ​ໄລ, ມະຫາວິທະຍາ​ໄລ​ລຸກຊຳບວກ ໄດ້ໃຫ້ການ​ສະໜັບສະໜູນ​ ການ​ສິດສອນ​ກົດໝາຍ​ວ່າ​ດ້ວຍ​ສິ່ງ​ແວດ​ລ້ອມ​ຢູ່ ສປປ ລາວ, ​ເຊິ່ງ​ເປັນ​ຫຼັກສູດ​ວິຊາ​ການ​ທີ່​ຈຳ​ເປັນ​ສຳລັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ການ​ປົກ​ປັກ​ຮັກສາ​ດິນ​ຟ້າ​ອາກາດ. ການສຳມະນາ ກົດໝາຍສິ່ງແວດລ້ອມ  ໄດ້ຈັດຂຶ້ນໃນວັນທີ 26-28 ເມສາ 2022 ທີ່ນະຄອນຫຼວງວຽງຈັນ ໃນຮູບແບບປະສົມປະສານ ເປັນເວລາ 3 ມື້. ການສຳມະນາຄັ້ງນີ້ ເປັນການຈັດການສຳມະນາແບບເຊີ່ງໜ້າຄັ້ງທໍາອິດໃນປີນີ້, ຫຼັງຈາກຂໍ້ຈໍາກັດຈາກ ສະຖານະການ Covid-19, ຜູ້ເຂົ້າຮ່ວມສາມາດເຂົ້າຮ່ວມກິດຈະກໍາເຊິ່ງຫນ້າໄດ້, ໃນຂະນະທີ່ຜູ້ບັນຍາຍ ໄດ້ໃຫ້ການສໍາມະນາຜ່ານ Zoom. ການສຳມະນາຄັ້ງນີ້ໄດ້ເນັ້ນໃສ່ເນື້ອໃນຫລັກສູດ ແລະ ທັກສະການສອນກົດໝາຍສິ່ງແວດລ້ອມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນກົດໝາຍສິ່ງແວດລ້ອມ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ຄະນະນິຕິສາດ ແລະ ບໍລິຫານ, ມະຫາວິທະຍາໄລຈໍາປາສັກ ແລະ ສະຖາບັນຍຸຕິທຳແຫ່ງຊາດ. ການສຳມະນາກົດໝາຍສິ່ງແວດລ້ອມຄັ້ງນີ້ ຈັດຂຶ້ນໂດຍການຮ່ວມມືລະຫວ່າງ ທ່ານ Matthew Baird, ຜູ້ອໍານວຍການສະຖາບັນຄົ້ນຄວ້າກົດໝາຍສິ່ງແວດລ້ອມອາຊີ (ARIEL) ແລະ ປະສານງານໂດຍ Dr. Perrine … Continued

ໂຮງຮຽນກົດໝາຍລະດູແລ້ງ, 18-20 ເດືອນພຶດສະພາ 2022

ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລໄດ້ຈັດໂຮງຮຽນກົດໝາຍລະດູແລ້ງ ໃນລະຫວ່າງວັນທີ 18-20 ພຶດສະພາ 2022 ທີ່ວັງວຽງ. ຜູ້ສະຫມັກ 17 ທ່ານໄດ້ຖືກຄັດເລືອກໂດຍອີງຕາມຄວາມສົນໃຈໃນການປັບປຸງຄວາມຮູ້ທາງດ້ານກົດຫມາຍ ແລະ ທັກສະພາສາອັງກິດຂອງພວກເຂົາ ໃນການສໍາມະນາແບບເລັ່ງລັດເປັນເວລາ 3 ມື້. ການສຳມະນາຄັ້ງນີ້ ປະກອບມີອາຈານສອນກົດໝາຍຈາກຄະນະນິຕິສາດ ແລະ ລັດຖະສາດ 11 ທ່ານ, ອາຈານສອນກົດໝາຍຈາກຄະນະນິຕິສາດ ແລະ ບໍລິຫານ ມະຫາວິທະຍາໄລຈໍາປາສັກ 4 ທ່ານ ແລະ ນັກວິຊາການ 4 ທ່ານ (ຜູ້ພິພາກສາ 2 ທ່ານ ແລະ ທະນາຍຄວາມ 2 ທ່ານ). ການເຂົ້າຮ່ວມຂອງອາຈານ 2 ທ່ານຈາກຄະນະນິຕິສາດ ແລະ ບໍລິຫານ ມະຫາວິທະຍາໄລຈໍາປາສັກ ໄດ້ຮັບການຊ່ວຍເຫຼືອດ້ານການງົບປະມານຈາກໂຄງການ LAO/031. ໂຮງຮຽນກົດຫມາຍລະດູແລ້ງ ໄດ້ລົງເລິກ “ຫຼັກການຂອງກົດຫມາຍ”, ໂດຍສະເພາະກັບຫຼັກການຄວາມຖືກຕ້ອງຂອງກົດໝາຍ (Legality), ທີ່ມີຄວາມກ່ຽວຂ້ອງທີ່ສຸດສໍາລັບການນໍາໃຊ້ກົດຫມາຍ. ພວກເຮົາໄດ້ສຸມໃສ່ຄວາມແນ່ນອນທາງດ້ານກົດຫມາຍ (“Lex Certa”), ຊຶ່ງຫມາຍຄວາມວ່າກົດຫມາຍຕ້ອງມີຄວາມຊັດເຈນ … Continued

ການບັນຍາຍທາງອອນລາຍພິເສດກ່ຽວກັບ “ຂະບວນການທົບທວນປະຈຳໄລຍະກ່ຽວກັບສິດທິມະນຸດ (UPR)” ໃນວັນທີ 11 ພຶດສະພາ 2022

ໃນ​ຂອບ​ເຂດ​ວຽກງານ ຂອງໂຄງການ​ຮ່ວມ​ມື​ລະຫວ່າງ​ມະຫາວິທະຍາ​ໄລ ລາວ-ລຸກຊຳບວກ, ມະຫາວິທະຍາ​ໄລ​ລຸກຊຳບວກ​ໄດ້​ຈັດ​ຕັ້ງ​ ການ​ບັນຍາຍ​ທາງ​ອອນ​ລາຍ​ພິ​ເສດ​ກ່ຽວ​ກັບ “ຂະບວນການທົບທວນປະຈຳໄລຍະກ່ຽວກັບສິດທິມະນຸດ (UPR)” ຂຶ້ນ​ໃນ​ວັນ​ທີ 11 ພຶດສະພາ 2022. ພວກເຮົາມີຄວາມປິຕິຍິນດີທີ່ໄດ້ຕ້ອນຮັບທ່ານ Seán O’Connell, ຫົວໜ້າພະແນກການປົກຄອງ ຜູ້ຊ່ວຍຕາງໜ້າ ອົງການສະຫະປະຊາຊາດ ວ່າດ້ວຍການພັດທະນາປະຈຳ ສປປ ລາວ (UNDP Lao PDR).  ກ່ອນ​ໜ້າ​ນີ້ ທ່ານ Sean ​ເປັນ​ເຈົ້າ​ໜ້າ​ທີ່​ດ້ານສິດທິ​ມະນຸດ ​ແລະ ດ້ານລັດແຫ່ງກົດໝາຍ ຂອງ UNDP ທີ່ປະເທດຫວຽດນາມ, ​ເຮັດ​ວຽກ​ກ່ຽວ​ກັບ​ກົນ​ໄກ​ ກາຮລາຍ​ງານ​ດ້ານສິດທິ​ມະນຸດ​ສາກົນ ​ແລະ ​ທຸລະ​ກິດ ​ແລະ ສິດທິ​ມະນຸດ. ຜູ້ບັນຍາຍໄດ້ແນະນໍາຜູ້ເຂົ້າຮ່ວມກ່ຽວກັບ ຂະບວນການທົບທວນປະຈຳໄລຍະກ່ຽວກັບສິດທິມະນຸດ (UPR). ການທົບທວນປະຈຳໄລຍະກ່ຽວກັບສິດທິມະນຸດ (UPR) ແມ່ນການດໍາເນີນໂດຍສະພາສິດທິມະນຸດຂອງອົງການສະຫະປະຊາຊາດ ແລະ ກ່ຽວຂ້ອງກັບການກວດກາເປັນໄລຍະດ້ານສິດທິມະນຸດຂອງທັງໝົດ 193 ປະເທດສະມາຊິກຂອງອົງການສະຫະປະຊາຊາດ. ທີ່ເປີດ​ໂອກາດ​ໃຫ້​ທຸກ​ລັດ​ ໄດ້ທົບທວນ ແລະ ລາຍງານວ່າ​ເຂົາ​ເຈົ້າ​ໄດ້ມີການປະຕິບັດ​ແນວ​ໃດ​ ເພື່ອ​ປັບປຸງ​ສະຖານະ​ການ​ສິດທິ​ມະນຸດໃນປະເທດຂອງເຂົາເຈົ້າ. (ເບິ່ງສໍາລັບລາຍລະອຽດເພີ່ມເຕີມ: https://www.ohchr.org/en/hr-bodies/upr/basic-facts). … Continued

ການສາຍຮູບເງົາທາງດ້ານກົດໝາຍຄັ້ງທຳອິດ, ວັນທີ 30 ເດືອນມີນາ ປີ2022

ພາຍໃຕ້ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກ ໄດ້ຈັດການສາຍຮູບເງົາທາງດ້ານກົດໝາຍ ເປັນຄັ້ງທຳອິດໃນວັນທີ 30 ເດືອນມີນາ ປີ 2022. ຈຸດປະສົງແມ່ນເພື່ອຜັນຂະຫຍາຍຄວາມຮູ້ທາງດ້ານກົດໝາຍ ແລະ ວັດທະນະທຳຂອງຮູບເງົາ ໃນແງ່ທີ່ສ້າງສັນ ແລະ ມີຄວາມມ່ວນຊື່ນ. ນັກສຶກສາຈະໄດ້ມີໂອກາດໄດ້ຮຽນຮູ້ເພີ່ມເຕີມ ກ່ຽວກັບຄວາມຍຸດຕິທຳສາກົນ ແລະ ລະບົບກົດໝາຍອື່ນໆ. ຮູບເງົາສ່ວນໃຫ່ຍທີ່ພວກເຮົາວາງແຜນຈະສາຍ ແມ່ນເປັນພາສາອັງກິດທັງໝົດ, ເພື່ອໃຫ້ນັກຮຽນສາມາດ ປັບປຸງທັກສະທາງດ້ານພາສາອັງກິດ ແລະ ພັດທະນາຄຳສັບທາງດ້ານກົດໝາຍຂອງເຂົາເຈົ້າ. ການສາຍຮູບເງົາດັ່ງກ່າວ ແມ່ນໄດ້ຈັດຂື້ນ ພາຍໃຕ້ການຮ່ວມມືກັບ ທ່ານ ອາຈານ ຄອນສະຫວັນ ວົງວັນນະໄຊ, ອາຈານສອນກົດໝາຍສິດທິມະນຸດ ແລະ ມີນັກສຶກສາຈາກຄະນະນິຕິສາດ ແລະ ລັດຖະສາດ, ພາກພົວພັນສາກົນ ເຂົ້າຮ່ວມຈຳນວນ 21 ນ້ອງ. ສຳລັບການສາຍຮູບເງົາຄັ້ງທຳອິດນີ້, ພວກເຮົາໄດ້ສານຮູບເງົາເລື່ອງ “First They Killed My Father” ທີ່ກຳກັບການສະແດງໂດຍ Angelina Jolie ເຊີ່ງໄດ້ສາຍ ແລະ ລົງ Netflix ໃນປີ … Continued

ການເຝິກກອົບຮົມຄູເຝິກສານຈຳລອງ ຄັ້ງທີ2, ວັນທີ 1- 24 ມີນາ 2022

ມະຫາວິທະຍາໄລລຸກຊຳບວກ ສະໜັບສະໜູນການຮຽນຮູ້ຈາກການແກ້ບັນຫາ(PBL) ຜ່ານການເຝິກອົບຮົມໃຫ້ຄູ-ອາຈານ ຄົນລາວ ເພື່ອກຽມຄວາມພ້ອມສູ່ການເປັນ “ຄູເຝິກສານຈຳລອງ”. ອີງຕາມຜົນສໍາເລັດ “ການເຝິກອົບຮົມຄູເຝິກ”  ສານຈໍາລອງຄັ້ງທໍາອິດ ໃນເດືອນພະຈິກ ປິ 2021, ຄູ-ອາຈານ ກໍມີຄວາມກະຕືລືລົ້ນ ທີ່ຢາກຈະລົງເລິກທັກສະ ແລະ ມີຄວາມຕັ້ງໃຈຢາກສືບຕໍ່ຝຶກອົບຮົມ ກັບ ດຣ. ປະພາວະດີ ທະໂນດົມເດດ ຈາກມະຫາວິທະຍາໄລຈຸລາລົງກອນ ປະເທດໄທ. ດຣ. ປະພາວະດີ ເປັນອາຈານສອນທີ່ມະຫາວິທະຍາໄລຈຸລາລົງກອນ ໃນລາຍວິຊາກົດໝາຍລະຫວ່າງຊາດພາກລັດ, ເປັນຄູເຝິກໃຫ້ແກ່ທີມຕົວແທນຂອງ ມ. ຈຸລາ ໃນການແຂ່ງຂັນສານຈຳລອງ Philips C. Jessup International Moot Court Competition 2021 ແລະ ຍັງມີສ່ວນຮ່ວມໃນການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນຂອງໄທ ທີ່ຈັດໂດຍຄະນະກຳມະການກາແດງສາກົນ. ການເຝິກອົບຮົມ ແມ່ນຈັດຜ່ານທາງອອນລາຍ ໃນລະຫວ່າງ ວັນທີ 1- 24 ມີນາ ປີ 2022, ເຊີ່ງມີອາຈານເຂົ້າຮ່ວມທັງໝົດ 15 ທ່ານ ຈາກ ຄະນະນິຕິສາດ … Continued

ສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທໍາສາກົນ ລະດັບສາກົນ 9-10 ມີນາ2022

ພວກເຮົາຂໍສະແດງຄວາມຍິນດີອີກ ກັບທີມຕົວແທນປະເທດລາວທີ່ໄດ້ເຂົ້າຮ່ວມການແຂ່ງຂັນສານ ຈໍາລອງ ວ່າດ້ວຍກົດຫມາຍມະນຸດສະທໍາສາກົນ ຂອງອົງການກາແດງສາກົນ ເຊິ່ງໄດ້ຈັດຂຶ້ນຜ່ານທາງອອນລາຍອີກຄັ້ງ ເນື່ອງຈາກການລະບາດຂອງພະຍາດ Covid-19, ນັບແຕ່ວັນທີ 9-13 ເດືອນມີນາ ປີ 2022. ມະຫາວິທະຍາໄລລຸກຊໍາບວກ ກໍໄດ້ສະຫນັບສະຫນູນຊ່ວຍເຫຼືອ ມະຫາວິທະຍາໄລແຫ່ງຊາດລາວໃນການເຂົ້າຮ່ວມແຂ່ງຂັນຮອບສາກົນໃນຄັ້ງນີ້. ດຣ. ເພີຣີນ ຊິມອນ ຜູ້ປະສານງານຈາກມະຫາວິທະຍາໄລລຸກຊໍາບວກ ໄດ້ເປັນຜູ້ຝຶກໃນລະຫວ່າງເດືອນມັງກອນ ເຖິງເດືອນມີນາ ແລະ ໄດ້ອໍານວຍສະຖານທີ່ໃຫ້ຜູ້ເຂົ້າແຂ່ງຂັນທີ່ຫ້ອງການຂອງ ໂຄງການພວກເຮົາ ຄະນະນິຕິສາດ ແລະ ລັດຖະສາດ. ຫຼັງຈາກຍາດໄດ້ໄຊຊະນະຈາກການແຂ່ງຂັນລະດັບປະເທດ ໃນເດືອນທັນວາ ປີ 2021 ທີມຕົວແທນປະເທດລາວໄດ້ມີການເຝິກຊ້ອມ ຢ່າງຂຸ້ນຂ້ຽວຈົນເຖິງມື້ສຸດທ້າຍ ຂອງການແຂ່ງຂັນ. ຜູ້ເຂົ້າແຂ່ງຂັນໄດ້ເຮັດວຽກຢ່າງໜັກ ແລະ ໄດ້ເອົາໃຈໃສ່ ຕັ້ງໃຈກັບການແຂ່ງຂັນສານຈໍາລອງຄັ້ງນີ້ຫຼາຍ ຍ້ອນວ່າຈະໄດ້ນໍາໃຊ້ກົດຫມາຍອາຍາສາກົນໄປແຂ່ງຂັນກັບບັນດາມະຫາວິທະຍາໄລອື່ນໃນພາກພື້ນອາຊີ-ປາຊິຟິກ ເຊິ່ງແຂ່ງຂັນເປັນພາສາອັງກິດ ທັງຫມົດ. ຫຼັງຈາກມື້ຂອງການແຂ່ງຂັນ ດ້ວຍຈໍານວນທີມນັກສຶກສາທີ່ເຂົ້າຮ່ວມທັງຫມົດ 24 ທີມ ຂອງນັກສຶກສາກົດໝາຍທົ່ວອາຊີ-ປາຊີຟິກ. ທີມຊະນະເລີດໄດ້ແກ່ ມະຫາວິທະຍາໄລບໍລິຫານສິງກະໂປ(ໂຮງຮຽນກົດໝາຍ Yong Pung How), ລາງວັນຮອງຊະນະເລີດໄດ້ແກ່ ມະຫາວິທະຍາໄລ Gadjah … Continued

ການບັນລະຍາຍອອນລາຍພິເສດ ຫົວຂໍ້: “ບົດບັນຍັດສາກົນວ່າດ້ວຍສິດທິມະນຸດ”

ພາຍໃຕ້ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກໄດ້ຈັດການບັນຍາຍພິເສດທາງອອນລາຍຂື້ນ ໃນຫົວຂໍ້: “ບົດບັນຍັດສາກົນວ່າດ້ວຍສິດທິມະນຸດ” ໃນວັນທີ 23 ເດືອນ ກຸມພາ ປີ 2022 . ທາງໂຄງການມີໂອກາດຕ້ອນຮັບ Dr. Başak Bağlayan ນັກຄົ້ນຄວ້າຫຼັງປະລິນຍາເອກ ຈາກມະຫາວິທະຍາໄລລຸກຊຳບວກອີກຄັ້ງ. ການບັນຍາຍຂອງ Dr.Başak Bağlayan ແມ່ນໄດ້ເນັ້ນໜັກ ໃສ່ “ບົດບັນຍັດສາກົນວ່າດ້ວຍສິດທິມະນຸດ” ຊຶ່ງເພິ່ນໄດ້ບັນຍາຍກ່ຽວກັບບັນດາເຄື່ອງມື ໃນການສ້າງ ບົດບັນຍັດດັ່ງກ່າວນີ້ ເຊັ່ນວ່າ: ຖະແຫຼງການສິດທິມະນຸດ, ສົນທິສັນຍາວ່າດ້ວຍ ສິດທິພົນລະເມືອງ ແລະ ສິດທິທາງການເມືອງ (ICCPR), ສົນທິສັນຍາສາກົນກ່ຽວກັບສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ (ICESCR) ແລະ ອານຸສັນຍາເພີ່ມເຕີມຂອງ ICCPR. Ms. Bağlayan ໄດ້ອະທິບາຍຢ່າງລະອຽດກ່ຽວກັບເນື້ອໃນຂອງບັນດາເຄື່ອງມື ເຫຼົ່ານີ້ ລວມທັງສະຖານະທາງດ້ານກົດໝາຍ. ການນຳສະເໜີແມ່ນໄດ້ສຸມໃສ່ການຈັດຕັ້ງປະຕິບັດ ແລະ ກົນໄກການຕິດຕາມ ແລະ ຂອບເຂດການນຳໃຊ້ ICCPR ແລະ ICESC. Dr.Başak … Continued