ງານແຂ່ງຂັນສານຈໍາລອງຄັ້ງທີ 21 ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບສາກົນ 8-11 ມີນາ 2023
ພວກເຮົາຂໍສະແດງຄວາມຍິນດີ ກັບທີມຕົວແທນປະເທດລາວທີ່ໄດ້ເຂົ້າຮ່ວມງານແຂ່ງຂັນສານຈໍາລອງຄັ້ງທີ 21 ວ່າດ້ວຍກົດໝາຍມະນຸດສະທຳສາກົນໃນປີ 2023 ທີ່ໄດ້ຈັດຂຶ້ນທີ່ຮົງກົງ ໃນລະຫວ່າງວັນທີ 8-11 ມີນາ 2023. ເຊິ່ງການແຂ່ງຂັນແມ່ນໄດ້ຈັດແບບເຊິ່ງໜ້າ, ຫຼັງຈາກຂໍ້ຈໍາກັດຈາກສະຖານະການຂອງການແພ່ລະບາດຂອງພະຍາດໂຄວິດ 19. ການແຂ່ງຂັນແມ່ນໄດ້ຮວບຮວມເອົາບັນດານັກສຶກສາກົດໝາຍຈາກມະຫາວິທະຍາໄລຕ່າງໆໃນພາກພື້ນອາຊີ-ປາຊິຟິກມາເຂົ້າຮ່ວມ. ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ມະຫາວິທະຍາໄລແຫ່ງຊາດລາວໃນການເຂົ້າຮ່ວມການແຂ່ງຂັນຮອບສາກົນໃນຄັ້ງນີ້! ໂດຍ ດຣ ເພີຣິນ ຊິມອນ ໄດ້ເປັນຜູ້ຝຶກຊ້ອມໃຫ້ກັບທີມ ຮ່ວມກັບ ທ່ານ ນາງ ເພົາລີນາ ແບສເຕິນ ຜູ້ປະສານງານໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊໍາບວກ. ທີມຕົວແທນປະເທດລາວໄດ້ມີການຝຶກຊ້ອມ ຢ່າງຂຸ້ນຂ້ຽວຈົນເຖິງມື້ສຸດທ້າຍ ຂອງການແຂ່ງຂັນ ຫຼັງຈາກຍາດໄດ້ໄຊຊະນະຈາກການແຂ່ງຂັນລະດັບປະເທດ ໃນເດືອນທັນວາ ປີ 2022. ຜູ້ເຂົ້າແຂ່ງຂັນໄດ້ເຮັດວຽກຢ່າງໜັກ ແລະ ໄດ້ເອົາໃຈໃສ່ ຕັ້ງໃຈກັບການແຂ່ງຂັນສານຈໍາລອງຄັ້ງນີ້ຫຼາຍ ຍ້ອນວ່າຈະໄດ້ນໍາໃຊ້ກົດຫມາຍອາຍາສາກົນໄປແຂ່ງຂັນກັບບັນດາມະຫາວິທະຍາໄລອື່ນໃນພາກພື້ນອາຊີ-ປາຊິຟິກ ເຊິ່ງແຂ່ງຂັນເປັນພາສາອັງກິດ ທັງຫມົດ. ຫຼັງຈາກ 4 ມື້ຂອງການແຂ່ງຂັນ ດ້ວຍຈໍານວນທີມນັກສຶກສາທີ່ເຂົ້າຮ່ວມທັງຫມົດ 24 ທີມ ຂອງນັກສຶກສາກົດໝາຍທົ່ວອາຊີ-ປາຊີຟິກ. ມະຫາວິທະຍາໄລ Adelaide (ທີມນັກສຶກສາຈາກປະເທດອອດສເຕເລຍ) ເປັນທີມທີ່ສາມາດຍາດເອົາໄຊຊະນະຈາກການແຂ່ງຂັນມາໄດ້, ລາງວັນຮອງຊະນະເລີດໄດ້ແກ່ … Continued