ການຝຶກອົບຮົມທັກສະທີ່ນຳໃຊ້ໃນສານຈຳລອງ (ສຳລັບນັກສຶກສາ) , ຄັ້ງວັນທີ 24-28 ຕຸລາ 2022

ໃນຂົງເຂດການເຮັດວຽກຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກໄດ້ໃຫ້ການສະໜັບສະໜຸນການຝຶກອົບຮົມໃຫ້ແກ່ນັກສຶກສາເພື່ອເຂົ້າຮ່ວມການແຂ່ງຂັນສານຈຳລອງກົດໝາຍມະນຸດສະທຳສາກົນຂອງອົງການການກາແດງສາກົນຕັ້ງແຕ່ປີ 2016.

ການຝຶກອົບຮົມສານຈຳລອງໃນປີນີ້ຖືກຈັດຂຶ້ນເປັນເວລາ ໜຶ່ງອາທິດ ຕັ້ງແຕ່ວັນທີ 24-28 ຕຸລາ 2022 ທີ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ. ພາຍຫຼັງການຫຼຸດຜ່ອນມາດຕະຖານປ້ອງການການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ຜູ້ເຂົ້າຮ່ວມສາມາດເຂົ້າຮ່ວມການຝຶກອົບຮົມແບບເຊິ່ງໜ້າໄດ້.

ທ່ານ ປອ. ລໍເລັນ ຊິຣີ (Dr. Lawrence Siry), ຜູ້ທີ່ໄດ້ມີສ່ວນຮ່ວມໃນການຝຶກອົບຮົມສານຈຳລອງຕັ້ງແຕ່ 3 ປີກ່ອນ, ໄດ້ມາຝຶກອົບຮົມໃຫ້ແກ່ນັກສຶກສາ ຄນລ ຈຳນວນ 10-15 ຄົນ ເປັນເວລາ 1 ອາທິດ ເຊິ່ງແນໃສ່ການກຽມຄວາມພ້ອມໃນການແຂ່ງຂັນສານຈຳລອງກົດໝາຍມະນຸດສະທຳສາກົນລະດັບປະເທດ. ໃນວັນທີ 14 ເດືອນທັນວາ 2022 ທີ່ຈະມາເຖິງນີ້. ການຝຶກອົບຮົມແມ່ນແນໃສ່ວິທີການໃນການເວົ້າດຶງດູດ/ໂນ້ມນ້າວຈິດໃຈຜູ້ພິພາກສາ ແລະ ນຳສະເໜີຂໍ້ໂຕ້ແຍ່ງຢ່າງມີເຫດມີຜົນ. ນັກສຶກສາຍັງໄດ້ຮຽນຮູ້ລົງເລິກເຖິງກົດໝາຍມະນຸດສະທຳສາກົນ ແລະ ກົດໝາຍອາຍາສາກົນ, ເຊັ່ນດຽວກັນກັບການນຳມາປັບເຂົ້າກັບໂຈດການແຂ່ງກັນຂອງປີນີ້ເຊິ່ງກ່ຽວຂ້ອງກັບຄວາມເສຍຫາຍທາງສິ່ງແວດລ້ອມ.

ມື້ທຳອິດຂອງການຝຶກອົບຮົມໄດ້ເນັ້ນໃສ່ການທຳຄວາມຮູ້ຈັກຜູ້ເຂົ້າຮ່ວມ ແລະ ການແນະນຳເບື້ອງຕົ້ນກ່ຽວກັບປະຫວັດຄວາມເປັນມາຂອງສານອາຍາສາກົນ ຫຼື ICC ແລະ ອົງການກາແດງສາກົນ ຫຼື ICRC.

ໃນມື້ທີສອງ, ການຝຶກອົບຮົມໄດ້ສຸມໃສ່ການສອນກ່ຽວກັບຂະບວນການທາງກົດໝາຍຂອງສານ ICC ແລະ ວິທີການທີ່ ICC ຈັດການກັບຄະດີຕ່າງໆ.

ໃນມື້ທີສາມ, ຜູ້ເຂົ້າຮ່ວມໄດ້ຝຶກອົບຮົມກ່ຽວກັບການຊອກຫາຫຼັກຖານ ຫຼື ເອກະສານອ້າງອີງເພື່ອມາສະໜັບສະໜຸນຂໍ້ໂຕ້ແຍ່ງຂອງພວກເຂົາ, ລວມໄປເຖິງໄດ້ຝຶກອົບຮົມໃນການນຳໃຊ້ທຳມະນູນໂຣມຂອງສານ ICC, ກົດບັດຂອງອົງການສະຫະປະຊາຊາດ, ອະນຸສັນຍາເຈນີວາ ແລະ ບັນດາພິທີສານເພີ່ມຕື່ມ.

ໃນມື້ທີສີ່ແມ່ນເນັ້ນໜັກໃສ່ການວິເຄາະໂຈດການແຂ່ງຂັນໃນມື້ນີ້, ໂດຍທີ່ໃຫ້ຜູ້ເຂົ້າຮ່ວມເຮັດວຽກເປັນກຸ່ມ ແລະ ຄິດຂໍ້ໂຕ້ແຍ່ງທາງກົດໝາຍຂຶ້ນມາ ເພື່ອແນໃສ່ການກຽມໂຕໃນການຂຽນຄຳຮ້ອງຟ້ອງ ແລະ ຄຳແກ້ຟ້ອງຂອງພວກເຂົາ.

ໃນມື້ສຸດທ້າຍຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມທຸກຄົນໄດ້ມີໂອກາດໃນການສະແດງທັກສະໃນການຂຶ້ນກ່າວຟ້ອງ ແລະ ແກ້ຟ້ອງ ໂດຍນຳໃຊ້ບົດຮຽນທີ່ໄດ້ຮຽນຮູ້ໃນສີ່ມື້ທີ່ຜ່ານມາ ແລະ ພວກເຮົາສາມາດສັງເກດໄດ້ເຖິງພັດທະນາການຂອງຜູ້ເຂົ້າຮ່ວມທຸກຄົນ!

ການແຂ່ງຂັນສານຈຳລອງ ເປັນກິດຈະກຳນອກຫຼັກສູດທີ່ບໍ່ພຽງແຕ່ເປັນການຮຽນຮູ້ຈາກການແກ້ບັນຫາເທົ່ານັ້ນ ແຕ່ຍັງເປັນກິດຈະກຳທີ່ເສີມສ້າງການສອນຈາກການປະຕິບັດຕົວຈິງອີກດ້ວຍ. ຜ່ານການເຂົ້າຮ່ວມສານຈຳລອງ ນັກສຶກສາຈະໄດ້ພັດທະນາທັກສະທາງກົດໝາຍ, ການໂຕ້ວາທີ ແລະ ພາສາອັງກິດພ້ອມ!. ນັກສຶກສາທຸກໆຄົນທີ່ເຂົ້າການຝຶກອົບຮົມກໍຍັງໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມອີກດ້ວຍ.