ປະກາດຮັບສະໝັກທຶນບົດວິໄຈຄົ້ນຄວ້າ

ມະຫາວິທະຍາໄລ ລຸກຊຳບວກ ຂໍຖືເປັນກຽດປະກາດເປີດຮັບໃບສະໝັກ ເພື່ອຄັດເລືອກພະນັກງານວິຊາການໃນຂົງເຂດກົດໝາຍຈາກ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ທີ່ສົນໃຈດຳເນີນການຄົ້ນຄວ້າພາຍໃຕ້ການເປັນທີ່ປຶກສາຂອງ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ. ເງື່ອນໄຂ ໂປຣແກຣມການຄົ້ນຄວ້ານີ້ ແມ່ນມີຈຸດປະສົງໃຫ້ບັນດາຄູອາຈານໄດ້ພັດທະນາທັກສະທາງວິຊາການ ແລະ ທັກສະການຄົ້ນຄວ້າໃນຂົງເຂດກົດໝາຍ ເພື່ອເພີ່ມສັກກະຍະພາບຂອງຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະຍາໄລແຫ່ງຊາດໄດ້ໃນໄລຍະຍາວ. ຜູ້ສະໝັກ ຕ້ອງເປັນຄູອາຈານຈາກ ຄະນະນິຕິສາດ ແລະ ລັດຖະສາດ ຂອງ ມະຫາວິທະຍາໄລແຫ່ງຊາດ ທີ່ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາກົດໝາຍ ຫຼື ກ່ຽວກັບກົດໝາຍ. ການສະໝັກ ແມ່ນບໍ່ມີການກຳນົດເງື່ອນໄຂທາງດ້ານອາຍຸ. ຜູ້ສະໝັກຈະໄດ້ຮັບເລືອກອີງຕາມຄວາມເໝາະສົມ. ມະຫາວິທະຍາໄລລຸກຊຳບວກມີສິດເຕັມທີໃນການຄັດເລືອກ ຫຼື ປະຕິເສດການສະໜັກ. ເພື່ອສອດຄ່ອງກັບ “ຍຸດທະສາດການຮ່ວມມືທົ່ວໄປຂອງລຸກຊຳບວກ ເພື່ອການພັດທະນາແບບຍືນຍົງ – ຫົນທາງສູ່ປີ 2030”, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ໄດ້ເປີດຮັບບົດສະເໜີການຄົ້ນຄວ້າທີ່ນອນໃນຂົງເຂດດັ່ງນີ້: ລັດທີ່ປົກຄອງ ແລະ ບໍລິຫານໂດຍກົດໝາຍ ຫຼື ລັດແຫ່ງກົດໝາຍ; ສິດທິພື້ນຖານ; ຄວາມສະເໝີພາຍຍິງຊາຍ; ຄວາມຍືນຍົງທາງສິ່ງແວດລ້ອມ ແລະ ການປົກປັກຮັກສາດິນຟ້າອາກາດ. … Continued

ທີມລາວໄດ້ຮັບລາງວັນໃນການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ, ລະດັບສາກົນ

ໃນວັນທີ 16 ເດືອນທັນວາປີ 2021, ນາງ ດາວປະກາຍ ສຸວັນນະລາດ ແລະ ນາງ ນຸດທິດາ ມີສຸພັນ ຜູ້ຊະນະການແຂ່ງຂັນໃນລະດັບປະເທດ ແລະ ຜູ້ແຂ່ງຂັນ, ແລະ ນາງ ສຸດາພອນ ວິຣະວົງສາ ຜູ້ຄົ້ນຄວ້າ ໄດ້ຮັບລາງວັນໃນການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ, ລະດັບສາກົນ, ໃນຖານະທີມຕາງໜ້າປະເທດລາວ, ການແຂ່ງຂັນແມ່ນຖືກຈັດຂື້ນແບບອອນລາຍໃນລະຫວ່າງວັນທີ 11-12 ເດືອນມີນາ ປີ 2021 ໂດຍການສົ່ງບົດຄໍາສັ່ງຟ້ອງ/ຄໍາແກ້ຟ້ອງ ແລະ ວ່າຄວາມທາງອອນລາຍກຮ່ວມກັບນັກສືກສາກົດໝາຍ ຫຼາຍຮ້ອຍຄົນໃນຂົງເຂດອາຊີປາຊີຟິກ. ນັກສຶກສາກົດໝາຍທັງໝົດ 26 ຄົນ, ໄດ້ເຂົ້າຮ່ວມການທົດລອງແບບຈຳລອງບັນຫາໂຕ້ແຍ້ງທີ່ກ່ຽວຂ້ອງກັບ ການປະທະກັນທາງການທະຫານ ແລະ ສິ່ງທ້າທາຍດ້ານມະນຸດສະທຳ. ໃນປັດຈຸບັນ, ການແຂ່ງຂັນດັ່ງກ່າວເປັນການແຂ່ງຂັນລະຫວ່າງມະຫາໄລທີ່ໃຫ່ຍທີ່ສຸດໃນພາກພື້ນ ອາຊີ-ປາຊີຟິກ.       ໃບຍັ້ງຢືນໄດ້ຖືກມອບໃຫ້ໂດຍ ດຣ.ເພີຣີນ ຊີມອນ ຜູ້ປະສານງານໂຄງການຮ່ວມມືລະຫວ່າງມະຫາໄລລາວ-ລຸກຊຳບວກ ແລະ ໄດ້ເປັນຜູ້ເຝິກນັກຮຽນທັງສາມຄົນຢ່າງຂຸ້ນຂ້ຽວ, ຂໍຊົມເຊີຍອີກເທື່ອໜື່ງສຳລັບການເຮັດວຽກຢ່າງໜັກ.       ດ້ວຍຈຳນວນທີມນັກສຶກສາທີ່ເຂົ້າຮ່ວມທັງໝົດ 26 ທີມ, ທີມຈາກປະເທດລາວບໍ່ໄດ້ຜ່ານເຂົ້າຮອບ 8 … Continued

ການບັນຍາຍພິເສດທາງອອນລາຍກ່ຽວກັບກົດໝາຍອາຍາ ແລະ ການດຳເນີນຄະດີອາຍາ, 8 ທັນວາ 2021

ພາຍໃຕ້ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກໄດ້ຈັດການບັນຍາຍພິເສດທາງອອນລາຍຂຶ້ນ ໃນຫົວຂໍ້ “ກົດໝາຍອາຍາ ແລະ ການດຳເນີນຄະດີອາຍາ” ໃນການຮ່ວມມືກັບອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNDOC) ໃນລາວ. ໂຄງການໄດ້ມີໂອກາດຕ້ອນຮັບທ່ານ David Frend, ທີ່ປຶກສາໃນວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃນພູມີພາກແມ່ນໍ້າຂອງ. ທ່ານ Frend ແມ່ນ ຄົນປະເທດອັງກິດ ທ່ານບໍ່ພຽງແຕ່ແບ່ງປັນກ່ຽວກັບຄວາມຮູ້ຕາມທິດສະດີເທົ່ານັ້ນແຕ່ເພິ່ນຍັງແບ່ງປັນຄວາມຮູ້ໃນຖານະທີ່ເປັນທະນາຍຄວາມໃນແກ່ຜູ້ເຂົ້າຮ່ວມ ພ້ອມທັງປະສົບການຫຼາກຫຼາຍກ່ຽວກັບສານລະດັບພາຍໃນ ແລະ ສາກົນໃນປະເທດອັງກິດ. ໃນການບັນຍາຍແມ່ນມີຜູ້ເຂົ້າຮ່ວມທັງໝົດ 80 ຄົນໃນນີ້ປະກອບມີນັກສຶກສາຈາກຄະນະຄນລ ແລະ ອາຈານຈາກສະຖາບັນຍຸຕິທຳແຫ່ງຊາດຫຼວງພະບາງ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ໃນມື້ວັນທີ 8 ເດືອນທັນວາ ຜ່ານໂປຣແກຣມຊູມ. ນັກບັນຍາຍໄດ້ສະເໜີກ່ຽວກັບກົດໝາຍອາຍາ ແລະ ການດຳເນີນຄະດີອາຍາໂດຍລວມ ພ້ອມດ້ວຍເນັ້ນຄວາມແຕກຕ່າງທີ່ສຳຄັນລະຫວ່າງລະບົບກົດໝາຍແພ່ງ ແລະ ລະບົບກົດໝາຍປະເພນີສານ ແລະ ຍັງໄດ້ອະທິບາຍກ່ຽວກັບບຸກຄົນໃນຂະບວນການດຳເນີນຄະດີອາຍາ, ນິຍາມຂອງການກະທຳຜິດ ແລະ ພາລະການພິສູດ, ອົງປະກອບຂອງການກະທຳຜິດ actus reus … Continued

ການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ຮອບປະເທດ, ວັນທີ 10 ທັນວາ 2021

ໃນວັນທີ 10 ທັນວາ 2020 ການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ ຂອງຄະນະກຳມະການກາແດງສາກົນ ໄດ້ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ໂດຍການໃຫ້ສະໜັບສະໜູນໂດຍມະຫາວິທະຍາໄລລຸກຊຳບວກ. ໃນການແຂ່ງຂັນປີນີ້ ແມ່ນຈັດໃນຮູບແບບເຄິ່ງອອນລາຍ ເຊິ່ງຜູ້ຕັດສິນ ແມ່ນເຂົ້າຮ່ວມຜ່ານຊູມ ແລະ ທີມຜູ້ແຂ່ງຂັນ ແມ່ນມາຮວມຕົວກັນທີ່ ຄນລ. ການແຂ່ງຂັນໃນການວ່າຄວາມຄະດີຈຳລອງ ແມ່ນວ່າຄວາມຕໍ່ໜ້າສານອາຍາສາກົນ. ທີມຜູ້ແຂ່ງຂັນ 4 ທີມ ແມ່ນໄດ້ແຂ່ງຂັນກັນວ່າຄວາມ ໂດຍປ່ຽນກັນສວມບົດບາດເປັນຝ່າຍຈຳເລີຍ ແລະ ຝ່າຍໄອຍະການ. ບັນດາກຳມະການຕັດສິນສຳລັບການແຂ່ງຂັນສານຈຳລອງຮອບປະເທດໃນປີນີ້ ແມ່ນໃຫ້ກຽດຮ່ວມໂດຍ ທ່ານ ສິບປະກອນ ຊົງຊູວານິດ (ທີ່ປຶກສາກົດໝາຍຈາກ ຄະນະກຳມະການກາແດງສາກົນ), ທ່ານນາງ ໂຊເຟຍ ຄາສັນ ຈາກມູນນິທິອາຊີ (ຫົວໜ້າໂຄງການ ໂຄງການຊ່ວຍເຫຼືອທາງກົດໝາຍໃນລາວ) ແລະ ທ່ານນາງ ວິໂອເລັດ ຈັງເກີ (ທີ່ປຶກສາທາງເຕັກນິກ ໂຄງການ ລາວ/031). ໃນເດືອນພະຈິກ ກ່ອນທີ່ຈະແຂ່ງຂັນ, ທີມຜູ້ແຂ່ງຂັນໄດ້ຮັບການເຝິກອົບຮົມອອນລາຍເປັນເວລາໜຶ່ງອາທິດ ກັບ ດຣ. ເພີລີນ ຊິມົງ … Continued

ພິທີສົ່ງມອບປຶ້ມກົດໝາຍ, ວັນທີ 9 ທັນວາ 2021

ພາຍໃຕ້ຂອບການດຳເນີນງານຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ, ທາງໂຄງການໄດ້ໃຫ້ຄວາມສຳຄັນແກ່ການພັດທະນາຫ້ອງສະໝຸດເປັນລຳດັບຕົ້ນໆ ຄຽງຄູ່ກັບການຕິດຕັ້ງຫ້ອງສະໝຸດເອເລັກໂຕຣນິກ. ໃນວັນທີ 9 ທັນວາ ທີ່ຜ່ານມາ, ພິທີສົ່ງມອບປຶ້ມກົດໝາຍ ໄດ້ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ເຊິ່ງເປັນກຽດເຂົ້າຮ່ວມໂດຍ ຮສ. ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີ ຄນລ, ດຣ. ສົມເດດ ແກ້ວວົງສັກ, ຮອງຄະນະບໍດີ, ດຣ. ເພີລີນ ຊິມົງ, ຜູ້ປະສານງານໂຄງການ ພ້ອມດ້ວຍອາຈານ ຄນລ. ໃນພິທີ ທາງໂຄງການໄດ້ສົ່ງມອບປຶ້ມແບບຮຽນກົດໝາຍ ທັງປຶ້ມທີ່ເປັນພາສາໄທ ແລະ ພາສາອັງກິດ ຈຳນວນ 391 ຫົວ ໃຫ້ແກ່ ຄນລ ຢ່າງເປັນທາງການ. ພ້ອມກັນນັ້ນ, ມະຫາວິທະຍາໄລລຸກຊຳບວກ ໂດຍຮ່ວມກັບບັນນາຮັກຈາກປະເທດໄທ ຍັງຈະສະໜັບສະໜູນຈັດການເຝິກອົບຮົມ ເປັນເວລາໜຶ່ງເດືອນໃຫ້ແກ່ພະນັກງານຫ້ອງສະໝຸດ ຄນລ ຫຼັງຈາກທີ່ມີການເປີດປະເທດ. ການຈັດຊື້-ຈັດສົ່ງປຶ້ມດັ່ງກ່າວ ແລະ ການຈັດການເຝິກອົບຮົມ ແມ່ນກະກຽມໂດຍການຮ່ວມມືຂອງມະຫາວິທະຍາໄລລຸກຊຳບວກ ແລະ EIFL-Thailand ເຊິ່ງເປັນອົງການຈຳໜ່າຍສິ່ງພິມ ແລະ ວາລະສານສຳລັບການສຶກສາ. … Continued

ການເຝິກອົບຮົມຄູເຝິກສານຈຳລອງ, ວັນທີ 16 ພະຈິກ – 1 ທັນວາ 2021

ມະຫາວິທະຍາໄລລຸກຊຳບວກ ສະໜັບສະໜູນການຮຽນຮູ້ຈາກການແກ້ບັນຫາ (problem-based learning) ຜ່ານການເຝິກອົບຮົມສານຈຳລອງ. ມາໃນປີນີ້ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກໄດ້ຈັດການເຜິກອົບຮົມອອນລາຍສຳລັບອາຈານເປັນຄັ້ງທຳອິດ. ໃນລະຫວ່າງວັນທີ 16 ພະຈິກ ຫາ 1 ທັນວາ, ທາງໂຄງການໄດ້ຈັດກິດຈະກຳການເຝິກອົບຮົມໃຫ້ແກ່ອາຈານ 15 ທ່ານຈາກ ຄະນະນິຕິສາດ ແລະ ລັດຖະສາດ ຂອງ ມະຫາວິທະຍາໄລແຫ່ງຊາດ (ຄນລ ມຊ) ແລະ ຄະນະນິຕິສາດ ແລະ ລັດຖະສາດ ຂອງ ມະຫາວິທະຍາໄລຈຳປາສັກ (ຄນລ ມຈ). ການເຝິກອົບຮົມ ແມ່ນຈັດຜ່ານທາງອອນລາຍ ແລະ ໃຫ້ການເຝິກອົບຮົມໂດຍ ດຣ. ປະພາວະດີ ທະໂນດົມເດດ ຈາກມະຫາວິທະຍາໄລຈຸລາລົງກອນ ປະເທດໄທ. ດຣ. ປະພາວະດີ ເປັນອາຈານສອນທີ່ມະຫາວິທະຍາໄລຈຸລາລົງກອນ ໃນລາຍວິຊາກົດໝາຍລະຫວ່າງປະເທດພາກລັດ, ເປັນຄູເຝິກໃຫ້ແກ່ທີມຕົວແທນຂອງ ມ. ຈຸລາ ໃນການແຂ່ງຂັນສານຈຳລອງ Philips C. Jessup International Moot Court … Continued

ການເຝິກອົບຮົມສານຈຳລອງແບບອອນລາຍ, ວັນທີ 22-26 ພະຈິກ 2021

ໃນຂອບການດຳເນີນງານຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການສະໜັບສະໜູນການເຝິກຊ້ອມນັກສຶກສາ ຄນລ ໃນການເຂົ້າຮ່ວມການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ ທີ່ຈັດໂດຍ ຄະນະກຳມະການກາແດງສາກົນ ຕັ້ງແຕ່ປີ 2016 ເປັນຕົ້ນມາ. ຍ້ອນມາດຕະການຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19, ການເຝິກອົບຮົມສານຈຳລອງສຳລັບນັກສຶກສາປີນີ້ ແມ່ນຈັດທາງອອນລາຍ ຜ່ານຊູມ ໃນລະຫວ່າງວັນທີ 22 ຫາ 26 ພະຈິກທີ່ຜ່ານມາ. ດຣ. ລໍເຣັ້ນ ຊີຣີ ເຊິ່ງໄດ້ມີສ່ວນຮ່ວມໃນການເຝິກອົບຮົມແກ່ນັກສຶກສາໃນໄລຍະສາມປີທີ່ຜ່ານມາ ໄດ້ເຝິກອົບຮົມໃຫ້ແກ່ນັກສຶກສາ 10-12 ນ້ອງ ເປັນເວລາໜຶ່ງອາທິດ. ການເຝິກອົບຮົມນີ້ ແມ່ນມີຈຸດປະສົງເພື່ອກະກຽມຄວາມພ້ອມຂອງນັກສຶກສາໃນການເຂົ້າຮ່ວມການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ ຮອບປະເທດ ທີ່ຈັດໂດຍຄະນະກຳມະການກາແດງສາກົນ ທີ່ຈະຈັດຂຶ້ນໃນວັນທີ 10 ທັນວານີ້. ການເຝິກອົບຮົມນີ້ ແມ່ນເນັ້ນໜັກໃຫ້ນັກສຶກສາຮຽນຮູ້ວິທີການວ່າຄວາມ/ແກ້ຟ້ອງ. ນັກສຶກສາທີ່ເຂົ້າຮ່ວມ ຍັງໄດ້ຮຽນຮູ້ເລິກເຊິ່ງຂຶ້ນຕື່ມກ່ຽວກັບກົດໝາຍມະນຸດສະທຳສາກົນ, ກົດໝາຍອາຍາສາກົນ ແລະ ການບັງຄັບໃຊ້ກົດໝາຍດັ່ງກ່າວໃນໂຈດຄະດີຂອງການແຂ່ງຂັນປີນີ້ອີກດ້ວຍ. ການແຂ່ງຂັນສານຈຳລອງ ເປັນກິດຈະກຳນອກຫຼັກສູດທີ່ບໍ່ພຽງແຕ່ເປັນການຮຽນຮູ້ຈາກການແກ້ບັນຫາເທົ່ານັ້ນ ແຕ່ຍັງເປັນກິດຈະກຳທີ່ເສີມສ້າງການສອນຈາກການປະຕິບັດຕົວຈິງອີກດ້ວຍ. ຜ່ານການເຂົ້າຮ່ວມສານຈຳລອງ ນັກສຶກສາຈະໄດ້ພັດທະນາທັກສະທາງກົດໝາຍ, ການໂຕ້ວາທີ ແລະ ພາສາອັງກິດພ້ອມ!

ກອງປະຊຸມກ່ຽວກັບວິທີດຳເນີນການຄົ້ນຄວ້າວິທະຍາສາດທາງດ້ານສັງຄົມ-ກົດໝາຍ, ວັນທີ 28-29 ຕຸລາ ແລະ 1 ພະຈິກ 2021

ມະຫາວິທະຍາໄລ ລຸກຊຳບວກໄດ້ສືບຕໍ່ສະໜັບສະໜູນການຄົ້ນຄວ້າທາງກົດໝາຍໃນລາວ ເຊິ່ງໃນວັນທີ 28-29 ຕຸລາ ແລະ 1 ພະຈິກທີ່ຜ່ານມາ ທາງມະຫາວິທະຍາໄລລຸກຊຳບວກ (ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ) ຮ່ວມກັບ ໂຄງການ ລາວ/031 ໄດ້່ຈັດກອງປະຊຸມກ່ຽວກັບວິທີດຳເນີນການຄົ້ນຄວ້າທາງກົດໝາຍ ເຊິ່ງດຳເນີນໄປເປັນເວລາສາມວັນ. ກອງປະຊຸມ ແມ່ນເປັນກອງປະຊຸມອອນລາຍ ຜ່ານຊູມ ແລະ ເປັນປະທານໂດຍ ດຣ. ສົມເດດ ແກ້ວວົງສັກ, ຮອງຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ. ກອງປະຊຸມ ມີຜູ້ເຂົ້າຮ່ວມທັງໝົດ 95 ທ່ານ ເຊິ່ງເປັນອາຈານຈາກ ຄນລ, ຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະຍາໄລຈຳປາສັກ ແລະ ຈາກສະຖາບັນຍຸຕິທຳແຫ່ງຊາດ. ກອງປະຊຸມ ໄດ້ເນັ້ນໜັກເຖິງວິທີການຄົ້ນຄວ້າທາງວິທະຍາສາດທີ່ໃຊ້ໃນຂົງເຂດກົດໝາຍ ເຊັ່ນ ຄວາມໝາຍຂອງການຄົ້ນຄວ້າທາງກົດໝາຍ, ແຫຼ່ງຂໍ້ມູນທີ່ໃຊ້ໃນສາຂາວິຊານີ້ ແລະ ຮູບແບບການຄົ້ນຄວ້າທີ່ມີການນຳໃຊ້ຢູ່ (ຄົ້ນຄວ້າຫຼັກການທາງກົດໝາຍ ຫຼື ຄົ້ນຄວ້າທາງດ້ານກົດໝາຍໃນຫຼາຍສາຂາວິຊາ). ກອງປະຊຸມ ຍັງຍົກເອົາຫົວຂໍ້ທີ່ກ່ຽວຂ້ອງຂຶ້ນມາ ເຊັ່ນການລັກເອົາຜົນງານຂອງຄົນອື່ນ (plagiarism) ການວາງໂຄງຮ່າງການຂຽນບົດຄົ້ນຄວ້າທາງກົດໝາຍ ພ້ອມທັງແນະນຳການຂຽນບົດສະເໜີ … Continued

ບົດບັນຍາຍອອນລາຍກ່ຽວກັບກົດໝາຍມະນຸດສະທຳສາກົນ ບັນຍາຍໂດຍຄະນະກຳມະການກາແດງສາກົນບາງກອກ, ວັນທີ 6 ພະຈິກ 2021

ໂດຍການຮ່ວມມືກັບຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ ແລະ ຄະນະກຳມະການກາແດງສາກົນ ໃນວັນທີ 6 ພະຈິກ 2021 ໄດ້ມີການຈັດບົດບັນຍາຍອອນລາຍ ກ່ຽວກັບກົດໝາຍມະນຸດສະທຳສາກົນ. ການບັນຍາຍ ແມ່ນຜ່ານຊູມ ເຊິ່ງໃຫ້ການສະໜັບສະໜູນໂດຍມະຫາວິທະຍາໄລລຸກຊຳບວກ. ໃນການບັນຍາຍດັ່ງກ່າວ ມີນັກສຶກສາ ແລະ ຄູອາຈານຈາກ ຄນລ ເຂົ້າຮ່ວມເກືອບ 90 ຄົນ. ບົດບັນຍາຍຄັ້ງນີ້ ແມ່ນບັນຍາຍໂດຍ ທ່ານ ສິບປະກອນ ຊົງຊູວານິດ ເຊິ່ງເປັນທີ່ປຶກສາກົດໝາຍຈາກ ຄະນະກຳມະການກາແດງສາກົນ ປະຈຳບາງກອກ. ໃນການບັນຍາຍຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບພື້ນຖານສຳຄັນຂອງກົດໝາຍມະນຸດສະທຳສາກົນ ພ້ອມທັງໄດ້ມີການຖາມຕອບກ່ຽວກັບຕົວກົດໝາຍ ແລະ ການນຳໃຊ້ກົດໝາຍດັ່ງກ່າວອີກດ້ວຍ. ບົດບັນຍາຍຄັ້ງນີ້ ບໍ່ພຽງແຕ່ເປັນການໃຫ້ນັກຮຽນໄດ້ທຳຄວາມຮູ້ຈັກກັບກົດໝາຍມະນຸດສະທຳສາກົນເທົ່ານັ້ນ ແຕ່ຍັງເປັນການປະກາດແຈ້ງຢ່າງເປັນທາງການກ່ຽວກັບການເລີ່ມຕົ້ນແຂ່ງຂັນສານຈຳລອງສາກົນວ່າດ້ວຍກົດໝາຍມະນຸດສະທຳສາກົນ ເຊິ່ງເປັນການແຂ່ງຂັນລະດັບປະເທດທີ່ຈະໄດ້ຈັດຂຶ້ນໄວໆນີ້. ການແຂ່ງຂັນສານຈຳລອງນີ້ ແມ່ນຈັດຂຶ້ນທຸກໆປີ ໂດຍການຮ່ວມມືຂອງອົງການກາແດງຮົງກົງ ແລະ ຄະນະກຳມະການກາແດງສາກົນ (ICRC). ໃນການແຂ່ງຂັນນີ້, ຜູ້ເຂົ້າແຂ່ງຂັນຕ້ອງຈັດເປັນທີມ ທີມລະສອງຄົນ ເພື່ອເຂົ້າຮ່ວມໃນການຈຳລອງຂອງຂະບວນການພິຈາລະນາຄະດີຂອງສານອາຍາສາກົນ (ICC) ເຊິ່ງນັ້ນກໍລວມໄປເຖິງການຂຽນຄຳຖະແຫຼງ ແລະ ການວ່າຄວາມ. … Continued

ການຝຶກອົບຮົມຫໍສະໝຸດອີເລັກໂຕຣນິກອອນລາຍສະບັບເພິ່ມເຕີມ ແລະ ຂັ້ນສູງ, 10 & 11 ພະຈິກ 2021

ຫຼັງຈາກການຝຶກອົບຮົມຫໍສະໝຸດອີເລັກໂຕຣນິກຂັ້ນພື້ນຖານໃນທິດແລ້ວນີ້, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກໄດ້ຈັດສອງການຝຶກອົບຮົມເພິ່ມເຕີມຂຶ້ນອີກໃນວັນທີ 10 ແລະ 11 ໃຫ້ກັບບັນດາອາຈານ ແລະ ບັນນາຮັກທີ່ເຄີຍເຂົ້າຮ່ວມການຝຶກອົບຮົມການພື້ນຖານມາກ່ອນ. ການຝຶກອົບຮົມສອງຄັ້ງນີ້ໄດ້ດຳເນີນໂດຍທ່ານ Jevgenija ຈາກ EIFL ໂດຍໄດ້ຮັບການຊ່ວຍເຫຼືອຈາກ ທ່ານ Dr. Perrine Simon, ຜູ້ປະສານງານຂອງມະຫາວິທະຍາໄລລຸກຊໍາບວກ ແລະ ນາງ ທອງຄູນ ໄຊຍະຫົງ, ຜູ້ຊ່ວຍໂຄງການ ທີ່ເປັນຜູ້ຄວບຄຸມ ແລະ ໃຫ້ການຊ່ວຍເຫຼືອຜູ້ເຂົ້າຮ່ວມຕະຫຼອດທັງການຝຶກອົບຮົມ. ວັນທີ 10, ນັກບັນຍາຍໄດ້ທວນຄືນບົດຮຽນກ່ອນການເລີ່ມເຮັດບົດຝຶກຫັດ. ຜູ້ເຂົ້າຮ່ວມ 8 ທ່ານໄດ້ເຮັດບົດຝຶກຫັດໂດຍນຳໃຊ້ຟັງຊັນ ແລະ ຕົວເລືອກກັ່ນຕອງການຄົ້ນຫາຕ່າງໆທີ່ນັກບັນຍາຍມອບໝາຍໃຫ້ເຮັດຕາມເທື່ອລະຂັ້ນຕອນ, ໂດຍໄດ້ຮັບການຊ່ວຍເຫຼືອທາງດ້ານການແປຈາກທ່ານ Dimitri. ໃນຊ່ວງທ້າຍ, ຜູ້ເຊົ້າຮ່ວມຕ່າງກໍໄດ້ຮັບທັກສະທີ່ເປັນປະໂຫຍດ ແລະ ມີຄວາມໝັ່ນໃຈໃນການຄົ້ນຫາຫໍສະໝຸດອີເລັກໂຕຣນິກຫຼາຍຂຶ້ນ. ໃນວັນທີ 11, ທ່ານ Jevgenija ໄດ້ສອນວິທີການຄົ້ນຫາຫໍສະໝຸດອີເລັກໂຕຣນິກໂດຍການນຳໃຊ້ຟັງຊັນເພີ່ມເຕີມ. ລາວໄດ້ສອນເຄັດລັບໃຫ້ຜູ້ເຂົ້າຮ່ວມກ່ຽວກັບວິທີການສ້າງບັນຊີສ່ວນຕົວທາງ EBSCO ແລະ ວິທີການຮັກສາຜົນການຄົ້ນຫາ. ຈາກນັ້ນ, ລາວໄດ້ສອນວິທີການຊອກ ແລະ ຄົ້ນຫາກຖານຂໍ້ມູນໂດຍການນຳໃຊ້ແຫຼ່ງຂໍ້ມູນອອນລາຍແບບພິເສດ ແລະ ຫຼາກຫຼາຍສາຂາວິຊາ … Continued