ການຝຶກອົບຮົມທັກສະທີ່ນຳໃຊ້ໃນສານຈຳລອງ (ສຳລັບນັກສຶກສາ) , ຄັ້ງວັນທີ 24-28 ຕຸລາ 2022

ໃນຂົງເຂດການເຮັດວຽກຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກໄດ້ໃຫ້ການສະໜັບສະໜຸນການຝຶກອົບຮົມໃຫ້ແກ່ນັກສຶກສາເພື່ອເຂົ້າຮ່ວມການແຂ່ງຂັນສານຈຳລອງກົດໝາຍມະນຸດສະທຳສາກົນຂອງອົງການການກາແດງສາກົນຕັ້ງແຕ່ປີ 2016. ການຝຶກອົບຮົມສານຈຳລອງໃນປີນີ້ຖືກຈັດຂຶ້ນເປັນເວລາ ໜຶ່ງອາທິດ ຕັ້ງແຕ່ວັນທີ 24-28 ຕຸລາ 2022 ທີ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ. ພາຍຫຼັງການຫຼຸດຜ່ອນມາດຕະຖານປ້ອງການການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ຜູ້ເຂົ້າຮ່ວມສາມາດເຂົ້າຮ່ວມການຝຶກອົບຮົມແບບເຊິ່ງໜ້າໄດ້. ທ່ານ ປອ. ລໍເລັນ ຊິຣີ (Dr. Lawrence Siry), ຜູ້ທີ່ໄດ້ມີສ່ວນຮ່ວມໃນການຝຶກອົບຮົມສານຈຳລອງຕັ້ງແຕ່ 3 ປີກ່ອນ, ໄດ້ມາຝຶກອົບຮົມໃຫ້ແກ່ນັກສຶກສາ ຄນລ ຈຳນວນ 10-15 ຄົນ ເປັນເວລາ 1 ອາທິດ ເຊິ່ງແນໃສ່ການກຽມຄວາມພ້ອມໃນການແຂ່ງຂັນສານຈຳລອງກົດໝາຍມະນຸດສະທຳສາກົນລະດັບປະເທດ. ໃນວັນທີ 14 ເດືອນທັນວາ 2022 ທີ່ຈະມາເຖິງນີ້. ການຝຶກອົບຮົມແມ່ນແນໃສ່ວິທີການໃນການເວົ້າດຶງດູດ/ໂນ້ມນ້າວຈິດໃຈຜູ້ພິພາກສາ ແລະ ນຳສະເໜີຂໍ້ໂຕ້ແຍ່ງຢ່າງມີເຫດມີຜົນ. ນັກສຶກສາຍັງໄດ້ຮຽນຮູ້ລົງເລິກເຖິງກົດໝາຍມະນຸດສະທຳສາກົນ ແລະ ກົດໝາຍອາຍາສາກົນ, ເຊັ່ນດຽວກັນກັບການນຳມາປັບເຂົ້າກັບໂຈດການແຂ່ງກັນຂອງປີນີ້ເຊິ່ງກ່ຽວຂ້ອງກັບຄວາມເສຍຫາຍທາງສິ່ງແວດລ້ອມ. ມື້ທຳອິດຂອງການຝຶກອົບຮົມໄດ້ເນັ້ນໃສ່ການທຳຄວາມຮູ້ຈັກຜູ້ເຂົ້າຮ່ວມ ແລະ ການແນະນຳເບື້ອງຕົ້ນກ່ຽວກັບປະຫວັດຄວາມເປັນມາຂອງສານອາຍາສາກົນ ຫຼື ICC ແລະ ອົງການກາແດງສາກົນ ຫຼື ICRC. … Continued

ໂຮງຮຽນລະດູໜາວ, ຄັ້ງວັນທີ 18-21 ຕຸລາ 2022

ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກໄດ້ຈັດງານ ໂຮງຮຽນລະດູໜາວ ເຊິ່ງຈັດຂຶ້ນເປັນຄັ້ງທີ 4 ລະຫວ່າງວັນທີ 18-21 ຕຸລາ 2022 ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລໄດ້ຈັດໂຮງຮຽນກົດໝາຍລະດູແລ້ງ ໃນລະຫວ່າງວັນທີ 18-20 ພຶດສະພາ 2022 ທີ່ວັງວຽງ. ຜູ້ສະຫມັກ 16 ທ່ານໄດ້ຖືກຄັດເລືອກໂດຍອີງຕາມຄວາມສົນໃຈໃນການປັບປຸງຄວາມຮູ້ທາງດ້ານກົດຫມາຍ ຂອງພວກເຂົາ ໃນການສໍາມະນາແບບເລັ່ງລັດເປັນເວລາ 3 ມື້. ການສຳມະນາຄັ້ງນີ້ ປະກອບມີອາຈານສອນກົດໝາຍຈາກຄະນະນິຕິສາດ ແລະ ລັດຖະສາດ 13 ທ່ານ, ແລະ ນັກວິຊາການ 3 ທ່ານ (ອາດີດຜູ້ພິພາກສາ 1 ທ່ານ , ທະນາຍຄວາມ 1 ທ່ານ ແລະ ພະນັກງານກົດໝາຍ 1 ທ່ານ). ໂຮງຮຽນກົດຫມາຍລະດູໜາວ ໄດ້ລົງເລິກ “ຫຼັກການຂອງລັດແຫ່ງກົດຫມາຍ”, ໂດຍສະເພາະກັບຫຼັກການຄວາມຖືກຕ້ອງຂອງກົດໝາຍ (Legality), ທີ່ມີຄວາມກ່ຽວຂ້ອງທີ່ສຸດສໍາລັບການຕີຄວາມ ແລະ ປະຕິບັດກົດຫມາຍ. ໂຮງຮຽນລະດູໜາວໃນຄັ້ງນີ້ ພວກເຮົາໄດ້ສຸມໃສ່ບັນດາຫຼັກການທາງກົດໝາຍ ເຊັ່ນ: ຫຼັກການສົມມາພາຄວນ, … Continued

ການຝຶກອົບຮົບຄູຝຶກສານຈຳລອງ, ຄັ້ງວັນທີ 12-14 ຕຸລາ 2022

ມະຫາວິທະຍາໄລລຸກຊຳບວກ ສະໜັບສະໜູນການຮຽນຮູ້ຈາກການແກ້ບັນຫາ(PBL) ຜ່ານການເຝິກອົບຮົມໃຫ້ຄູ-ອາຈານ ຄົນລາວ ເພື່ອກຽມຄວາມພ້ອມສູ່ການເປັນ “ຄູຝຶກສານຈຳລອງ”.ອີງຕາມຜົນສໍາເລັດ “ການຝຶກອົບຮົມຄູຝຶກ”  ສານຈໍາລອງຄັ້ງທໍາອິດ ໃນເດືອນພະຈິກ ປິ 2021 ແລະ ຄັ້ງທີສອງໃນເດືອນມີນາ 2022, ຄູ-ອາຈານ ກໍມີຄວາມກະຕືລືລົ້ນ ທີ່ຢາກຈະລົງເລິກທັກສະ ແລະ ມີຄວາມຕັ້ງໃຈຢາກສືບຕໍ່ຝຶກອົບຮົມ ກັບ ດຣ. ປະພາວະດີ ທະໂນດົມເດດ ຈາກມະຫາວິທະຍາໄລຈຸລາລົງກອນ ປະເທດໄທ. ດຣ. ປະພາວະດີ ເປັນອາຈານທີ່ຊ່ຽວຊານໃນລາຍວິຊາກົດໝາຍລະຫວ່າງຊາດພາກລັດ, ເປັນຄູເຝິກໃຫ້ແກ່ທີມຕົວແທນຂອງ ມ. ຈຸລາ ໃນການແຂ່ງຂັນສານຈຳລອງກົດໝາຍມະນຸດສະທຳສາກົນຂອງອົງການກາແດງສາກົນ ແລະ Philips C. Jessup International Moot Court Competition 2021. ໃນວັນທີ 12-14 ຕຸລາ 2022, ການຝຶກອົບຮົມຄູຝຶກສານຈຳລອງໄດ້ຈັດຂຶ້ນໃຫ້ແກ່ຄູອາຈານ ທີ່ ຄນລ, ນະຄອນຫຼວງວຽງຈັນ. ວັດຖຸປະສົງຫຼັກຂອງການຝຶກອົບຮົມຄັ້ງນີ້ແມ່ນການສ້າງຄວາມເຂົ້າໃຈໃນກົດໝາຍມະນຸດສະທຳສາກົນ ແລະ ກົດໝາຍອາຍາສາກົນໃຫ້ຫຼາຍຂຶ້ນ ລວມເຖິງທັກສະໃນການວິເຄາະບັນຫາທາງກົດໝາຍ ແລະ ທັກສະໃນການຂຶ້ນຮ້ອງຟ້ອງ … Continued

ການໄປຢ້ຽມຢາມ-ຕິດຕາມການເຄື່ອນໄຫວກິດຈະກຳ(Monitoring Committee visit) ທີ່ປະເທດລຸກຊຳບວກ , ຄັ້ງວັນທີ 12-17 ກັນຍາ 2022

ໃນວັນທີ 12-17 ກັນຍາ 2022, ຜູ້ແທນຝ່ານລາວນຳໂດຍ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາກດ, ທ່ານ ສົມສັກ ສິລິທິບ (ຜູ້ປະສານງານລະດັບຊາດຂອງມະຫາວິທະຍາໄລແຫ່ງຊາດ) ພ້ອມດ້ວຍ ດຣ. ເພີຣີນ ຊີໂມນ (ຜູ້ປະສານງານໂຄງການ ຂອງມະຫາວິທະຍາໄລລຸກຊຳບວກ) ແລະ ທ້າວ ປາດຖະໜາພອນ ນາມມະລາດ (ຜູ້ຊ່ວຍໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ) ໄດ້ເດີນທາງໄປທີ່ປະເທດລຸກຊຳບວກເພື່ອເຂົ້າຮ່ວມປະຊຸມເພື່ອຕິດຕາມກວດກາ ການເຄື່ອນໄຫວກິດຈະກຳຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ. ເຊິ່ງການເດີນທາງໃນຄັ້ງນີ້ກໍເປັນການເດີນທາງພາຍຫຼັງການຫຼຸດຜ່ອນມາດຕະການຈຳກັດການເດີນທາງ. ຄະນະຜູ້ແທນ ໄດ້ຖືກຕ້ອນຮັບໂດຍ ທ່ານ ສາສະດາອາຈານ ສະເຕຟານ ບຣຳ (Prof. Stefan Bräum), ຫົວໜ້າໂຄງການ. ງານປະຊຸມຕິດຕາມກວດກາການເຄື່ອນໄຫວກິດຈະກຳໄດ້ຈັດຂຶ້ນທີ່ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ (FDEF) ຂອງມະຫາວິທະຍາໄລລຸກຊຳບວກ ໃນຄັ້ງວັນທີ 13 ກັນຍາ 2022. ພາຍໃນວາລະກອງປະຊຸມກໍໄດ້ຖືໂອກາດແນະນຳ ທ່ານ ສາສະດາອາຈານ ໂທມັສ … Continued

ການຝຶກອົບຮົມ ທັກສະການສອນ, ຄັ້ງວັນທີ 27-29 ກໍລະກົດ 2022

ໃນຂອບເຂດການເຮັດວຽກຂອງໂຄງການການຮ່ວມມືມະຫາວິທະຍາໄລ, ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນການພັດທະນາຫຼັກສູດ. ໂດຍທາງໂຄງການໄດ້ງານຝຶກອົບຮົມຂຶ້ນ ເປັນເວລາ 3 ວັນ ເພື່ອແນ່ໃສ່ ການພັດທະນາທັກສະທາງດ້ານການສິດສອນ ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-29 ກໍລະກົດ 2022, ທີ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ. ງານຝຶກອົບຮົມໄດ້ເນັ້ນໃສ່ ເຕັກນິກການສິດສອນ ກົດໝາຍ ແລະ ການອອກແບບຫຼັກສູດການຮຽນ-ການສອນ, ໂດຍການນໍາໃຊ້ກົດໝາຍອາຍາມາເປັນຕົວຢ່າງ. ການສໍາມະນາໃນຄັ້ງນີ້ແມ່ນໄດ້ນໍາພາໂດຍ ສາສະດາຈານ Yeo Meng Heong  ຈາກມະຫາວິທະຍາໄລແຫ່ງຊາດສິງກະໂປ ແລະ ສາສະດາຈານ Chan Wing Cheong ຈາກມະຫາວິທະຍາໄລການຈັດການສິງກະໂປ. ການຝຶກອົບຮົມ ໃນຄັ້ງນີ້ແມ່ນພາກສ່ວນເສີມຂອງງານສໍາມະນາກ່ຽວກັບກົດໝາຍອາຍາ ທີ່ໄດ້ຈັດຂຶ້ນໃນຊ່ວງວັນທີ 18-20 ກໍລະກົດ 2022 ທີ່ຜ່ານມາ. ງານຝຶກອົບຮົມໃນຄັ້ງນີ້ນີ້ໄດ້ນໍາເອົາຄະນະຜູ້ອາຈານກັບມາຮ່ວມໂຕກັນອີກຄັ້ງ ເຊິ່ງມາຈາກ ຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະຍາໄລແຫ່ງຊາດລາວ, (ຄນລ, ມຊ), ຄະນະນິຕິສາດ ແລະ ລັດຖະສາດ, … Continued

ງານສໍາມະນາກ່ຽວກັບກົດໝາຍອາຍາ, ຄັ້ງວັນທີ 18-20 ກໍລະກົດ 2022

ໃນຂອບເຂດການເຮັດວຽກຂອງໂຄງການການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນການພັດທະນາຫຼັກສູດການຮຽນ-ການສອນ. ໂດຍທາງໂຄງການໄດ້ຈັດງານສຳມະນາຂຶ້ນ 3 ວັນ ເພື່ອແນ່ໃສ່ໂດຍກົດໝາຍອາຍາ ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 18-20 ກໍລະກົດ 2022, ທີ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ. ພວກເຮົາໄດ້ຮູ້ສຶກເປັນກຽດທີ່ໄດ້ຕ້ອນຮັບນັກວິຊາການຈາກສິງກະໂປເປັນຄັ້ງທໍາອິດ. ງານສໍາມະນາໃນຄັ້ງນີ້ໄດ້ນຳພາໂດຍ ສາສະດາຈານ Yeo Meng Heong ຈາກມະຫາວິທະຍາໄລແຫ່ງຊາດສິງກະໂປ ພ້ອມກັບ ສາສະດາຈານ Chan Wing Cheong ຈາກມະຫາວິທະຍາໄລການຈັດການສິງກະໂປ. ງານສໍາມະນາໃນຄັ້ງນີ້ໄດ້ເນັ້ນໃສ່ ກົດໝາຍອາຍາ ແລະ ຄວາມຍຸຕິທໍາທາງອາຍາ ເຊິ່ງໃຊ້ກົດໝາຍປຽບທຽບ ເພື່ອວິເຄາະກົດໝາຍອາຍາລາວ ອ້າງອີງໃສ່ກົດໝາຍອາຍາຂອງ ສິງກະໂປ, ເຢຍລະມັນ, ແລະ ໄທ. ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລຂອງພວກເຮົາໄດ້ນໍາເອົາຄະນະອາຈານຜູ້ທີ່ມີຄວາມຮູ້ເລິກເຊິງກ່ຽວກັບກົດໝາຍອາຍາ ມາຈາກ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ (ຄນລ, ມຊ), ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລຈໍາປາສັກ (ຄນລ, ມຊ), … Continued

ການຝຶກອົບຮົມຄູອາຈານກ່ຽວກັບ ການສິດສອນກົດໝາຍ ໃນຫຼັກສູດ ກົດໝາຍສາກົນ ແລະ ກົດໝາຍສິດທິມະນຸດສາກົນ ຄັ້ງວັນທີ 15-17 ມິຖຸນາ ປີ 2022

ຂອບເຂດການເຮັດວຽກຂອງໂຄງການການຮ່ວມມືມະຫາວິທະຍາໄລ , ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນການພັດທະນາຫຼັກສູດການຮຽນການສອນ. ໂດຍທາງໂຄງການໄດ້ຈັດງານຝຶກອົບຮົມ 3 ວັນ ເພື່ອແນໃສ່ ການສິດສອນວິຊາກົດໝາຍ ໂດຍສະເພາະແມ່ນ ກົດໝາຍສາກົນ ແລະ ກົດໝາຍສິດທິມະນຸດສາກົນ ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-17 ມິຖຸນາ ປີ 2022, ທີ່ ຄະນະ ນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ. ການຝຶກອົບຮົມໄດ້ເນັ້ນໃສ່ຫຼັກສູດການສອນ ວິຊາກົດໝາຍສາກົນ ແລະ ກົດໝາຍສິດທິມະນຸດສາກົນ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ທັກສະການສິດສອນລາຍວິຊາດັ່ງກ່າວໃຫ້ແກ່ ຄູອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ; ຄະນະ ນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລຈໍາປາສັກ ແລະ ສະຖາບັນຍຸຕິທໍາແຫ່ງຊາດ ສາຂາ ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ຈໍາປາສັກ. ການຝຶກອົບຮົມທັກສະການສອນໃນຄັ້ງນີ້, ໄດ້ຈັດຕັ້ງຂຶ້ນພາຍໃຕ້ການຮ່ວມມືໂດຍ ທ່ານ Jonathan Liljeblad ຈາກ ມະຫາວິທະຍາໄລແຫ່ງຊາດອົສຕາລິ ແລະ … Continued

ການສຳມະນາ ກົດໝາຍສິ່ງແວດລ້ອມ, ວັນທີ 26-28 ເດືອນເມສາ, 2022

ໃນ​ຂອບ​ເຂດວຽກງານ ​ຂອງ​ໂຄງການ​ຮ່ວມ​ມື​ລະຫວ່າງ​ມະຫາວິທະຍາ​ໄລ, ມະຫາວິທະຍາ​ໄລ​ລຸກຊຳບວກ ໄດ້ໃຫ້ການ​ສະໜັບສະໜູນ​ ການ​ສິດສອນ​ກົດໝາຍ​ວ່າ​ດ້ວຍ​ສິ່ງ​ແວດ​ລ້ອມ​ຢູ່ ສປປ ລາວ, ​ເຊິ່ງ​ເປັນ​ຫຼັກສູດ​ວິຊາ​ການ​ທີ່​ຈຳ​ເປັນ​ສຳລັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ການ​ປົກ​ປັກ​ຮັກສາ​ດິນ​ຟ້າ​ອາກາດ. ການສຳມະນາ ກົດໝາຍສິ່ງແວດລ້ອມ  ໄດ້ຈັດຂຶ້ນໃນວັນທີ 26-28 ເມສາ 2022 ທີ່ນະຄອນຫຼວງວຽງຈັນ ໃນຮູບແບບປະສົມປະສານ ເປັນເວລາ 3 ມື້. ການສຳມະນາຄັ້ງນີ້ ເປັນການຈັດການສຳມະນາແບບເຊີ່ງໜ້າຄັ້ງທໍາອິດໃນປີນີ້, ຫຼັງຈາກຂໍ້ຈໍາກັດຈາກ ສະຖານະການ Covid-19, ຜູ້ເຂົ້າຮ່ວມສາມາດເຂົ້າຮ່ວມກິດຈະກໍາເຊິ່ງຫນ້າໄດ້, ໃນຂະນະທີ່ຜູ້ບັນຍາຍ ໄດ້ໃຫ້ການສໍາມະນາຜ່ານ Zoom. ການສຳມະນາຄັ້ງນີ້ໄດ້ເນັ້ນໃສ່ເນື້ອໃນຫລັກສູດ ແລະ ທັກສະການສອນກົດໝາຍສິ່ງແວດລ້ອມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນກົດໝາຍສິ່ງແວດລ້ອມ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ຄະນະນິຕິສາດ ແລະ ບໍລິຫານ, ມະຫາວິທະຍາໄລຈໍາປາສັກ ແລະ ສະຖາບັນຍຸຕິທຳແຫ່ງຊາດ. ການສຳມະນາກົດໝາຍສິ່ງແວດລ້ອມຄັ້ງນີ້ ຈັດຂຶ້ນໂດຍການຮ່ວມມືລະຫວ່າງ ທ່ານ Matthew Baird, ຜູ້ອໍານວຍການສະຖາບັນຄົ້ນຄວ້າກົດໝາຍສິ່ງແວດລ້ອມອາຊີ (ARIEL) ແລະ ປະສານງານໂດຍ Dr. Perrine … Continued

ໂຮງຮຽນກົດໝາຍລະດູແລ້ງ, 18-20 ເດືອນພຶດສະພາ 2022

ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລໄດ້ຈັດໂຮງຮຽນກົດໝາຍລະດູແລ້ງ ໃນລະຫວ່າງວັນທີ 18-20 ພຶດສະພາ 2022 ທີ່ວັງວຽງ. ຜູ້ສະຫມັກ 17 ທ່ານໄດ້ຖືກຄັດເລືອກໂດຍອີງຕາມຄວາມສົນໃຈໃນການປັບປຸງຄວາມຮູ້ທາງດ້ານກົດຫມາຍ ແລະ ທັກສະພາສາອັງກິດຂອງພວກເຂົາ ໃນການສໍາມະນາແບບເລັ່ງລັດເປັນເວລາ 3 ມື້. ການສຳມະນາຄັ້ງນີ້ ປະກອບມີອາຈານສອນກົດໝາຍຈາກຄະນະນິຕິສາດ ແລະ ລັດຖະສາດ 11 ທ່ານ, ອາຈານສອນກົດໝາຍຈາກຄະນະນິຕິສາດ ແລະ ບໍລິຫານ ມະຫາວິທະຍາໄລຈໍາປາສັກ 4 ທ່ານ ແລະ ນັກວິຊາການ 4 ທ່ານ (ຜູ້ພິພາກສາ 2 ທ່ານ ແລະ ທະນາຍຄວາມ 2 ທ່ານ). ການເຂົ້າຮ່ວມຂອງອາຈານ 2 ທ່ານຈາກຄະນະນິຕິສາດ ແລະ ບໍລິຫານ ມະຫາວິທະຍາໄລຈໍາປາສັກ ໄດ້ຮັບການຊ່ວຍເຫຼືອດ້ານການງົບປະມານຈາກໂຄງການ LAO/031. ໂຮງຮຽນກົດຫມາຍລະດູແລ້ງ ໄດ້ລົງເລິກ “ຫຼັກການຂອງກົດຫມາຍ”, ໂດຍສະເພາະກັບຫຼັກການຄວາມຖືກຕ້ອງຂອງກົດໝາຍ (Legality), ທີ່ມີຄວາມກ່ຽວຂ້ອງທີ່ສຸດສໍາລັບການນໍາໃຊ້ກົດຫມາຍ. ພວກເຮົາໄດ້ສຸມໃສ່ຄວາມແນ່ນອນທາງດ້ານກົດຫມາຍ (“Lex Certa”), ຊຶ່ງຫມາຍຄວາມວ່າກົດຫມາຍຕ້ອງມີຄວາມຊັດເຈນ … Continued

ການບັນຍາຍທາງອອນລາຍພິເສດກ່ຽວກັບ “ຂະບວນການທົບທວນປະຈຳໄລຍະກ່ຽວກັບສິດທິມະນຸດ (UPR)” ໃນວັນທີ 11 ພຶດສະພາ 2022

ໃນ​ຂອບ​ເຂດ​ວຽກງານ ຂອງໂຄງການ​ຮ່ວມ​ມື​ລະຫວ່າງ​ມະຫາວິທະຍາ​ໄລ ລາວ-ລຸກຊຳບວກ, ມະຫາວິທະຍາ​ໄລ​ລຸກຊຳບວກ​ໄດ້​ຈັດ​ຕັ້ງ​ ການ​ບັນຍາຍ​ທາງ​ອອນ​ລາຍ​ພິ​ເສດ​ກ່ຽວ​ກັບ “ຂະບວນການທົບທວນປະຈຳໄລຍະກ່ຽວກັບສິດທິມະນຸດ (UPR)” ຂຶ້ນ​ໃນ​ວັນ​ທີ 11 ພຶດສະພາ 2022. ພວກເຮົາມີຄວາມປິຕິຍິນດີທີ່ໄດ້ຕ້ອນຮັບທ່ານ Seán O’Connell, ຫົວໜ້າພະແນກການປົກຄອງ ຜູ້ຊ່ວຍຕາງໜ້າ ອົງການສະຫະປະຊາຊາດ ວ່າດ້ວຍການພັດທະນາປະຈຳ ສປປ ລາວ (UNDP Lao PDR).  ກ່ອນ​ໜ້າ​ນີ້ ທ່ານ Sean ​ເປັນ​ເຈົ້າ​ໜ້າ​ທີ່​ດ້ານສິດທິ​ມະນຸດ ​ແລະ ດ້ານລັດແຫ່ງກົດໝາຍ ຂອງ UNDP ທີ່ປະເທດຫວຽດນາມ, ​ເຮັດ​ວຽກ​ກ່ຽວ​ກັບ​ກົນ​ໄກ​ ກາຮລາຍ​ງານ​ດ້ານສິດທິ​ມະນຸດ​ສາກົນ ​ແລະ ​ທຸລະ​ກິດ ​ແລະ ສິດທິ​ມະນຸດ. ຜູ້ບັນຍາຍໄດ້ແນະນໍາຜູ້ເຂົ້າຮ່ວມກ່ຽວກັບ ຂະບວນການທົບທວນປະຈຳໄລຍະກ່ຽວກັບສິດທິມະນຸດ (UPR). ການທົບທວນປະຈຳໄລຍະກ່ຽວກັບສິດທິມະນຸດ (UPR) ແມ່ນການດໍາເນີນໂດຍສະພາສິດທິມະນຸດຂອງອົງການສະຫະປະຊາຊາດ ແລະ ກ່ຽວຂ້ອງກັບການກວດກາເປັນໄລຍະດ້ານສິດທິມະນຸດຂອງທັງໝົດ 193 ປະເທດສະມາຊິກຂອງອົງການສະຫະປະຊາຊາດ. ທີ່ເປີດ​ໂອກາດ​ໃຫ້​ທຸກ​ລັດ​ ໄດ້ທົບທວນ ແລະ ລາຍງານວ່າ​ເຂົາ​ເຈົ້າ​ໄດ້ມີການປະຕິບັດ​ແນວ​ໃດ​ ເພື່ອ​ປັບປຸງ​ສະຖານະ​ການ​ສິດທິ​ມະນຸດໃນປະເທດຂອງເຂົາເຈົ້າ. (ເບິ່ງສໍາລັບລາຍລະອຽດເພີ່ມເຕີມ: https://www.ohchr.org/en/hr-bodies/upr/basic-facts). … Continued