ການຝຶກອົບຮົມຄູອາຈານກ່ຽວກັບ ການສິດສອນກົດໝາຍ ໃນຫຼັກສູດ ກົດໝາຍສາກົນ ແລະ ກົດໝາຍສິດທິມະນຸດສາກົນ ຄັ້ງວັນທີ 15-17 ມິຖຸນາ ປີ 2022

ຂອບເຂດການເຮັດວຽກຂອງໂຄງການການຮ່ວມມືມະຫາວິທະຍາໄລ , ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນການພັດທະນາຫຼັກສູດການຮຽນການສອນ.

ໂດຍທາງໂຄງການໄດ້ຈັດງານຝຶກອົບຮົມ 3 ວັນ ເພື່ອແນໃສ່ ການສິດສອນວິຊາກົດໝາຍ ໂດຍສະເພາະແມ່ນ ກົດໝາຍສາກົນ ແລະ ກົດໝາຍສິດທິມະນຸດສາກົນ ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-17 ມິຖຸນາ ປີ 2022, ທີ່ ຄະນະ ນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ.

ການຝຶກອົບຮົມໄດ້ເນັ້ນໃສ່ຫຼັກສູດການສອນ ວິຊາກົດໝາຍສາກົນ ແລະ ກົດໝາຍສິດທິມະນຸດສາກົນ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ທັກສະການສິດສອນລາຍວິຊາດັ່ງກ່າວໃຫ້ແກ່ ຄູອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ; ຄະນະ ນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລຈໍາປາສັກ ແລະ ສະຖາບັນຍຸຕິທໍາແຫ່ງຊາດ ສາຂາ ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ຈໍາປາສັກ.

ການຝຶກອົບຮົມທັກສະການສອນໃນຄັ້ງນີ້, ໄດ້ຈັດຕັ້ງຂຶ້ນພາຍໃຕ້ການຮ່ວມມືໂດຍ ທ່ານ Jonathan Liljeblad ຈາກ ມະຫາວິທະຍາໄລແຫ່ງຊາດອົສຕາລິ ແລະ ທ່ານ ດຣ. Perrine Simon (ຜູ້ປະສານງານໂຄງການມະຫາວິທະຍາໄລລຸກຊຳບວກ).

ໃນຕອນເຊົ້າຂອງການຝຶກອົມຮົມ ແມ່ນໄດ້ສຸມໃສ່ການບັນຍາຍ, ສ່ວນຕອນສວາຍ ແມ່ນສຸມໃສ່ບັນດາກິດຈະກຳ ແລະ ການສົນທະນາເປັນກຸ່ມ. ເຊິ່ງຕະຫຼອດການເຂົ້າຮ່ວມກິດຈະກຳ, ຜູ້ເຂົ້າຮ່ວມກໍໄດ້ຮັບເອກະສານ ເຊິ່ງປະກອບມີແຫຼ່ງຂໍ້ມູນອ້າງອີງ ທີ່ນຳໃຊ້ເພື່ອການສິດສອນກົດໝາຍສາກົນ ແລະ ກົດໝາຍສິດທິມະນຸດສາກົນ ແລະ ນອກນີ້, ຍັງມີຕົວຢ່າງຫຼັກສູດທີ່ຖືກນຳໃຊ້ແທ້ໃນມະຫາວິທະຍາໄລຕ່າງໆທົ່ວໂລກ.

ໃນໄລຍະການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ປຶກສາຫາລືກັນໃນກຸ່ມ ກ່ຽວກັບຂໍ້ດີ ແລະ ຂໍ້ຫຍຸ້ງຍາກຂອງຫຼັກສູດຕົວຢ່າງທີ່ໄດ້ຮັບມາ, ລວມເຖິງຄວາມແຕກຕ່າງ ແລະ ຄວາມຄ້າຍຄືກັນຂອງຫຼັກສູດການສອນຂອງຜູ້ເຂົ້າຮ່ວມເອງ ແລະ ຄວາມເປັນໄປໄດ້ໃນການນໍາເອົາຫຼັກສູດຕົວຢ່າງຈາກຕ່າງປະເທດໄປແຊກໃສ່ໃນຫຼັກສູດການສິດສອນຂອງລາວເຮົາ.

ໃນມື້ສຸດທ້າຍຂອງການຝຶກອົບຮົມ, ທ່ານ Jonathan Liljeblad ໄດ້ແບ່ງປັນເຕັກນິກ ແລະ ການປະເມີນ ພ້ອມທັງແນະນໍາກ່ຽວກັບຫຼັກການ IRAC (ຫຼັກການທີ່ໃຊ້ໃນຊີ້ແຈ້ງເຫດຜົນທາງດ້ານກົດໝາຍ) ໃຫ້ແກ່ບັນດາຜູ້ເຂົ້າຮ່ວມ.

ເຊິ່ງການເຂົ້າຮ່ວມຂອງອາຈານຈາກ ຄະນະນິຕິສາດ ແລະ ລັດຖະສາດຂອງມະຫາວິທະຍາໄລຈໍາປາສັກ ແລະ ສະຖາບັນຍຸຕິທໍາແມ່ນໄດ້ຮັບການສະໜັບສະໜູນຄ່າໃຊ້ຈ່າຍໃນການເຂົ້າຮ່ວມ ຈາກໂຄງການ ລາວ/031 ຂອງອົງການ LuxDev.