ການຢ້ຽມຢາມ ສ.ປ.ປ ລາວ ຂອງຫົວໜ້າໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ

ໃນວັນທີ 21-24 ມິຖຸນາ 2022, ສາສະດາຈານ ສະເຕຟານ ບຣວມ ຫົວໜ້າໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊໍາບວກ ໄດ້ເດີນທາມງມາຢ້ຽມຢາມ ສ.ປ.ປ ລາວ ພາຍຫຼັງການຜ່ອນຄາຍຂໍ້ຈໍາກັດທາງດ້ານການເດີນທາງເນື່ອງຈາກການແພ່ລະບາດຂອງພະຍາດໂຄວິດ-19. ການມາຢ້ຽມຢາມຂອງລາວແມ່ນໄດ້ເລີ່ມຕົ້ນກັບການປະຊຸມຄະນະກຳມະການຜູ້ບໍລິຫານລະດັບສູງ,  ເຊິ່ງການປະຊຸມດັ່ງກ່າວແມ່ນໄດ້ຈັດແບບເຊິງໜ້າເປັນຄັ້ງທໍາອິດໃນຮອບ 2 ປີຢູ່ທີ່ຄະນະນິຕິສາດ ແລະ ລັັດຖະສາດ ໃນວັນພຸດ 22 ມິຖຸນາທີ່ຜ່ານມາ. ການປະຊຸມຄະນະກຳມະການຜູ້ບໍລິຫານລະດັບສູງແມ່ນໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ແຊມ ໄຊເນີຣ (ອຸປະທູດປະຈຳສະຖານທູດ ລຸກຊໍາບວກໃນ ສ.ປ.ປ ລາວ), ທ່ານ ເອນິກາ ບຣັກ (ຜູ້ຮັບຜິດຊອບພາກພື້ນອາຊີ, ກະຊວງການຕ່າງປະເທດ ແລະ ກົມເອີຣົບ ແລະ ຄູ່ຮ່ວມມືຂອງປະເທດລຸກຊໍາບວກໂດຍສະເພາະແມ່ນ LuxDev ແລະ ILSTA). ການປະຊຸມແມ່ນເນັ້ນໜັກເວົ້າເຖິງຜົນສໍາເລັດຂອງໂຄງການໃນໄລຍະທີ 2 ແລະ ກໍຍັງໄດ້ໂອລົມສົນທະນາກັນກ່ຽວກັບການວາງແຜນຂອງໂຄງການ ແລະ ທຶນທີ່ຈະນຳໃຊ້ເຂົ້າໃນໂຄງການໃນປີ 2022.

ໃນວັນທີ 23 ມິຖຸນາ, ສາສະດາຈານ ສະເຕຟານ, ດຣ ເພີລິນ ສີມອນ (ຜູ້ປະສານງານໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກ) ພ້ອມກັບ ດຣ ສົມເດດ ແກ້ວວົງສັກ (ຮອງອະທິການບໍດີ ຄະນະນິຕິສາດ ແລະ ລັດຖະສາດ), ທ່ານ ສົມສັກ ສິລິນທິບ (ຜູ້ປະສານງານໂຄງການຂອງຄະນະນິຕິສາດ ແລະ ລັດຖະສາດ) ແລະ ນາງ ທອງຄູນ ໄຊຍະຫົງ (ຜູ້ຊ່ວຍໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກ) ໄດ້ເດີນທາງໄປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ, ແລະ ໄດ້ເດີນທາງໄປພົບກັບ ທ່ານ ຮອງອະທິການບໍດີ, ສາສະດາຈານ ດຣ ຮຸ່ງເພັດ ຈັນທະວົງ, ແລະ ໄດ້ເດີນທາງໄປຢ້ຽມຢາມ ທ່ານ ຮຈ ປອ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂອງ ສ.ປ.ປ ລາວ.