ໂຮງຮຽນລະດູໜາວ, ຄັ້ງວັນທີ 18-21 ຕຸລາ 2022


ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກໄດ້ຈັດງານ ໂຮງຮຽນລະດູໜາວ ເຊິ່ງຈັດຂຶ້ນເປັນຄັ້ງທີ 4 ລະຫວ່າງວັນທີ 18-21 ຕຸລາ 2022 ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລໄດ້ຈັດໂຮງຮຽນກົດໝາຍລະດູແລ້ງ ໃນລະຫວ່າງວັນທີ 18-20 ພຶດສະພາ 2022 ທີ່ວັງວຽງ. ຜູ້ສະຫມັກ 16 ທ່ານໄດ້ຖືກຄັດເລືອກໂດຍອີງຕາມຄວາມສົນໃຈໃນການປັບປຸງຄວາມຮູ້ທາງດ້ານກົດຫມາຍ ຂອງພວກເຂົາ ໃນການສໍາມະນາແບບເລັ່ງລັດເປັນເວລາ 3 ມື້. ການສຳມະນາຄັ້ງນີ້ ປະກອບມີອາຈານສອນກົດໝາຍຈາກຄະນະນິຕິສາດ ແລະ ລັດຖະສາດ 13 ທ່ານ, ແລະ ນັກວິຊາການ 3 ທ່ານ (ອາດີດຜູ້ພິພາກສາ 1 ທ່ານ , ທະນາຍຄວາມ 1 ທ່ານ ແລະ ພະນັກງານກົດໝາຍ 1 ທ່ານ).

ໂຮງຮຽນກົດຫມາຍລະດູໜາວ ໄດ້ລົງເລິກ “ຫຼັກການຂອງລັດແຫ່ງກົດຫມາຍ”, ໂດຍສະເພາະກັບຫຼັກການຄວາມຖືກຕ້ອງຂອງກົດໝາຍ (Legality), ທີ່ມີຄວາມກ່ຽວຂ້ອງທີ່ສຸດສໍາລັບການຕີຄວາມ ແລະ ປະຕິບັດກົດຫມາຍ. ໂຮງຮຽນລະດູໜາວໃນຄັ້ງນີ້ ພວກເຮົາໄດ້ສຸມໃສ່ບັນດາຫຼັກການທາງກົດໝາຍ ເຊັ່ນ: ຫຼັກການສົມມາພາຄວນ, ການຕັດສິນທີ່ເປັນທຳ ແລະ ສິດຕໍ່ຊັບສິນ. ເຊິ່ງໄດ້ຖືກສອນເປັນພາສາອັງກິດໂດຍ ສາສະດາອາຈານ Stefan Braum (ຈາກມະຫາວິທະຍາໄລລຸກຊຳບວກ ແລະ ທ່ານ Andrii HUBAI (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ), ທ່ານ ນາງ Melina ANASTASOPOULOU, (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ), ທ່ານ ນາງ Anna MORAITI (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ) ແລະ ດຣ. Perrine Simon (ຜູ້ປະສານງານໂຄງການຂອງມະຫາວິທະຍາໄລລຸກຊຳບວກ ປະຈຳລາວ).

ໂຮງຮຽນກົດໝາຍລະດູໜາວນີ້ ມີຈຸດປະສົງເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມຮູ້ທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ລວມເຖິງການສ້າງການສົນທະນາແລກປ່ຽນກ່ຽວກັບລັດແຫ່ງກົດໝາຍພາຍໃນຜູ້ເຂົ້າຮ່ວມ. ໃນແຕ່ລະວາລະ ໄດ້​ປະ​ກອບ​ມີ​ພາກ​ປະ​ຕິ​ບັດຕົວຈິງ ​ທີ່ໄດ້ເຊື່ອມໂຍງ​ທິດ​ສະ​ດີ​ກັບສົມມຸດຖານ​ບັນ​ຫາ​ທາງ​ກົດ​ຫມາຍ. ນອກຈາກນີ້ຍັງມີຜູ້ເຂົ້າຮ່ວມທີ່ຖືກຄັດເລືອກໃຫ້ອອກມານຳສະເໜີກ່ຽວກັບຄວາມເຂົ້າໃຈໃນບັນດາຫຼັກການຕ່າງໆຂອງລັດແຫ່ງລັດໝາຍ ເຊັ່ນ ຫຼັກການຄວາມຖືກຕ້ອງຂອງກົດໝາຍ ແລະ ຫຼັກການຄວາມສົມມາພາຄວນໃນບໍລິບົດຂອງກົດໝາຍລາວ, ນອກຈາກນີ້ ຜູ້ເຂົ້າຮ່ວມຈຳນວນໜຶ່ງກໍຍັງໄດ້ປະກອບສ່ວນນຳສະເໜີກ່ຽວກັບບົດຄົ້ນຄວ້າຂອງພວກເຂົາ ເຊື່ອມໂຍງກັບບັນຫາເລື່ອງສິດທິພື້ນຖານໃນສິດດ້ານກຳມະສິດ.

ມື້ທີ່ 1 ຂອງໂຮງຮຽນລະດູໜາວເລີ່ມຕົ້ນຂຶ້ນໂດຍການໃຫ້ຄຳນິຍາມກ່ຽວກັບບົດບາດ ແລະ ການເຮັດວຽກຂອງບັນດາຫຼັກການທາງດ້ານກົດໝາຍ ເຊິ່ງນຳສະເໜີໂດຍ Pr. Braum, ແລະ ຫຼັງຈາກນັ້ນກໍແມ່ນການນຳສະເໜີໂດຍ ທ່ານ Andrii Hubai ກ່ຽວກັບການໄຈ້ແຍກວ່າຫຼັກການທາງດ້ານກົດໝາຍໂຕໃດທີ່ລັດແຫ່ງກົດໝາຍມີ. ໃນມື້ນີ້ຜູ້ເຂົ້າຮ່ວມລ້ວນແຕ່ປະກອບຄຳເຫັນຢ່າງຕັ້ງໜ້າເຖິງຄວາມແຕກຕ່າງຂອງຄຳວ່າ ”ກົດໝາຍ” ແລະ ”ຫຼັກການ” ເຊັ່ນດຽວກັບກັບຄຳວ່າ ”ລັດແຫ່ງກົດໝາຍ” ແລະ ”ລັດໂດຍກົດໝາຍ”. ໃນຕອນສວາຍ, ແມ່ນສຸມໃສ່ຫຼັກການກ່ຽວກັບຄວາມຖືກຕ້ອງຂອງກົດໝາຍ ເຊິ່ງເລີ່ມຕົ້ນດ້ວຍການບັນຍາຍ ຕາມມາດ້ວຍບົດຝຶກຫັດກ່ຽວກັບການຕີຄວາມກົດໝາຍ ກັບກໍລະນີສຶກສາທາງກົດໝາຍທີ່ຖືກສົມມຸດຂຶ້ນ.

ມື້ທີ 2 ແມ່ນສຸມໃສ່ຫຼັກການການຕັດສິນທີ່ເປັນທຳ ແລະ ຂໍ້ສົມມຸດຖານຄວາມບໍລິສຸດ (ນຳສະເໜີໂດຍ ທ່ານ ນາງ Melina Anastasopoulou) ແລະ ຫຼັກການກ່ຽວກັບຄວາມສົມມາພາຄວນ (ນຳສະເໜີໂດຍ ທ່ານ ນາງ Anna Moraiti). ໃນມື້ດັ່ງກ່າວ ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ ກໍໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຄຳເຫັນໃນພາກຂອງການສົນທະນາກ່ຽວກັບການຮ່າງກົດໝາຍ.

ໃນຕອນສວາຍຂອງຜູ້ດັ່ງກ່າວ, ຜູ້ເຂົ້າຮ່ວມຕ້ອງໄດ້ເຮັດວຽກເປັນກຸ່ມ ເພື່ອກຽມໂຕໃນການຂຶ້ນກ່າວຟ້ອງກ່ຽວກັບຄະດີທີ່ສົມມຸດຂຶ້ນ ໂດຍຜູ້ເຂົ້າຮ່ວມຕ້ອງນຳໃຊ້ຫຼັກການຂອງລັດແຫ່ງກົດໝາຍເຂົ້າມາໃນການກ່າວຟ້ອງ/ແກ້ຟ້ອງ. ໂດຍຜູ້ເຂົ້າຮ່ວມໄດ້ຖືກແບ່ງອອກເປັນສາມກຸ່ມ ຄື: ຜູ້ພິພາກສາ, ໄອຍະການ ແລະ ທະນາຍຄວາມຝ່າຍຈຳເລີຍ ເພື່ອເຂົ້າມາກ່າວຄະດີ. ແບບຝຶກຫັດສານຈຳລອງນ້ອຍໆນີ້ ດຳເນີນໄປໄດ້ຢ່າງຟົດຟື້ນ ແລະ ທ່ານ Prof. Stefan Braum ກໍໄດ້ກ່າວສະຫຼຸບ ແລະ ໃຫ້ຄຳເຫັນຕໍ່ການສະແດງບົດບາດຂອງທັງສາມກຸ່ມ ເຊິ່ງເພິ່ນກໍຍັງເນັ້ນໜັກໃສ່ການນຳໃຊ້ຫຼັກການລັດແຫ່ງກົດໝາຍມານຳໃຊ້ຢ່າງຖືກຕ້ອງໃນການແກ້ໄຂຄະດີຄວາມຕ່າງໆ.

ມື້ທີ 3 ຂອງກິດຈະກຳນີ້ ແມ່ນລົງເລິກກ່ຽວກັບສິດກຳມະສິດ ໂດຍເລີ່ມຕົ້ນຈາກ ການບັນຍາຍຂອງທ່ານ Andrii Hubai. ຈາກນັ້ນ ຜູ້ເຂົ້າຮ່ວມກໍຈັດກຸ່ມສົນທະນາກ່ຽວກັບສົມມຸດຖານທາງກົດໝາຍທີ່ກ່ຽວຂ້ອງກັບການລະເມີດສິດດ້ານກຳມະສິດ. ຕໍ່ມາ ກໍຈະແມ່ນການບັນຍາຍໂດຍ ດຣ. ລັດດາວັນ ແລະ ອາຈານ ຄຳຜິວ ກ່ຽວກັບຫົວຂໍ້ບົດຄົ້ນຄວ້າຂອງພວກເຂົາ ເຊິ່ງກ່ຽວຂ້ອງກັບ ບັນຫາເລື່ອງຄ່າຕອບແທນໃນ ສ.ປ.ປ ລາວ (compensation issues in Laos) ແລະ ບັນຫາເລື່ອງຊັບເດີມກາຍເປັນສິນສົມສ້າງ ເຊິ່ງສອດຄ່ອງກັບບັນຫາເລື່ອງສິດດ້ານກຳມະສິດ. ໂຮງຮຽນລະດູໜາວໃນຄັ້ງນີ້ຈົບລົງດ້ວຍການປຶກສາຫາລືແບບໂຕະມົນ ເຊິ່ງເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາກ່ຽວກັບການຊຸກຍູ້ການສິດສອນ ແລະ ຄົ້ນຄວ້າກ່ຽວກັບບັນດາຫຼັກການຂອງລັດແຫ່ງກົດໝາຍ.

ຜູ້ເຂົ້າຮ່ວມທັງໝົດໄດ້ສະແດງຄວາມກະຕືລືລົ້ນ ແລະ ຫ້າວຫັນໃນລະຫວ່າງການຝຶກອົບຮົມດັ່ງກ່າວ ແລະ ໄດ້ສົນທະນາ ຖາມ-ຕອບ ຢ່າງກະຕືລືລົ້ນກັບຜູ້ບັນຍາຍ ແລະ ຜູ້ເຂົ້າຮ່ວມດ້ວຍກັນ. ​ຜູ້ເຂົ້າຮ່ວມ​ໄດ້​ຮຽນ​ຮູ້ ແລະ ເຂົ້າໃຈ​ເຖິງ​ຄວາມ​ສຳຄັນ​ ຂອງ​ບັນດາຫຼັກການກ່ຽວກັບລັດແຫ່ງກົດໝາຍ. ຜູ້ເຂົ້າຮ່ວມທັງໝົດແມ່ນໄດ້ຮັບເອກະສານຕ່າງໆເພື່ອນຳໄປອ່ານເພີ່ມຕື່ມ ແລະ ເພີ່ມພູນຄວາມຮູ້ຂອງພວກເຂົາ.

ສຳລັບໂຮງຮຽນລະດູແລ້ງໃນຄັ້ງຕໍ່ໄປ, ອີງຕາມການສົນທະນາໃນໂຮງຮຽນລະດູໜາວໃນຄັ້ງນີ້ ພວກເຮົາສາມາດຄາດການໄດ້ວ່າ ຈະລົງເລິກກ່ຽວກັບຫຼັກການຄວາມຖືກຕ້ອງຂອງກົດໝາຍ ໂດຍເນັ້ນໃສ່ ຄວາມແນ່ນອນຂອງກົດໝາຍ, ການຕີຄວາມກົດໝາຍ ແລະ ການຮ່າງກົດໝາຍ.