ການໄປຢ້ຽມຢາມ-ຕິດຕາມການເຄື່ອນໄຫວກິດຈະກຳ(Monitoring Committee visit) ທີ່ປະເທດລຸກຊຳບວກ , ຄັ້ງວັນທີ 12-17 ກັນຍາ 2022

ໃນວັນທີ 12-17 ກັນຍາ 2022, ຜູ້ແທນຝ່ານລາວນຳໂດຍ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາກດ, ທ່ານ ສົມສັກ ສິລິທິບ (ຜູ້ປະສານງານລະດັບຊາດຂອງມະຫາວິທະຍາໄລແຫ່ງຊາດ) ພ້ອມດ້ວຍ ດຣ. ເພີຣີນ ຊີໂມນ (ຜູ້ປະສານງານໂຄງການ ຂອງມະຫາວິທະຍາໄລລຸກຊຳບວກ) ແລະ ທ້າວ ປາດຖະໜາພອນ ນາມມະລາດ (ຜູ້ຊ່ວຍໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ) ໄດ້ເດີນທາງໄປທີ່ປະເທດລຸກຊຳບວກເພື່ອເຂົ້າຮ່ວມປະຊຸມເພື່ອຕິດຕາມກວດກາ ການເຄື່ອນໄຫວກິດຈະກຳຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ. ເຊິ່ງການເດີນທາງໃນຄັ້ງນີ້ກໍເປັນການເດີນທາງພາຍຫຼັງການຫຼຸດຜ່ອນມາດຕະການຈຳກັດການເດີນທາງ.

ຄະນະຜູ້ແທນ ໄດ້ຖືກຕ້ອນຮັບໂດຍ ທ່ານ ສາສະດາອາຈານ ສະເຕຟານ ບຣຳ (Prof. Stefan Bräum), ຫົວໜ້າໂຄງການ. ງານປະຊຸມຕິດຕາມກວດກາການເຄື່ອນໄຫວກິດຈະກຳໄດ້ຈັດຂຶ້ນທີ່ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ (FDEF) ຂອງມະຫາວິທະຍາໄລລຸກຊຳບວກ ໃນຄັ້ງວັນທີ 13 ກັນຍາ 2022. ພາຍໃນວາລະກອງປະຊຸມກໍໄດ້ຖືໂອກາດແນະນຳ ທ່ານ ສາສະດາອາຈານ ໂທມັສ ມາສທຣູໂລ (Prof. Thomas Mastrullo) ເຊິ່ງເພິ່ນຈະເດີນທາງໄປທີ່ ຄນລ ມຊ ໃນເດືອນມັງກອນ ປີ 2023 ແລະ ກໍເປັນໂອກາດອັນດີໃນການສົນທະນາແລກປ່ຽນກ່ຽວກັບຜົນສຳລັບຂອງກິດຈະກຳທີ່ໄດ້ຈັດຂຶ້ນ ລວມໄປເຖິງກິດຈະກຳໃນຕໍ່ໜ້າ ລວມໄປເຖິງການສອບຖາມຄວາມຄືບໜ້າ ແລະ ອຸປະສັກຕ່າງໆໃນການຂຽນບົດຄົ້ນຄວ້າຂອງຄູອາຈານ ໃນ ຄນລ. ການສົນທະນາແລກປ່ຽນ ຍັງກວມເອົາເຖິງ ການຮັບເອົາອາຈານຂອງ ຄນລ ຜູ້ທຳອິດ ມາສຶກສາ ລະດັບປະລິນຍາເອກ ແລະ ຄວາມຈຳເປັນໃນການຊອກຫາບັນດາອາຈານຜູ້ທີ່ມີຄວາມເປັນໄປໄດ້ໃນການມາສຶກສາຕໍ່ທີ່ລຸກຊຳບວກ, ນອກຈາກນີ້ຍັງໄດ້ເວົ້າເຖິງການສຸມໃສ່ການພັດທະນາລະບົບຖານຂໍ້ມູນເອກະສານທາງວິຊາການແບບເປີດ (repository) ຂອງສະຖາບັນ ເພື່ອໃຫ້ເປັນປະໂຫຍດຕໍ່ການຂຽນຄົ້ນຄວ້າທາງກົດໝາຍໃນ ສ.ປ.ປ ລາວ.

ໃນວັນທີ 14 ກັນຍາ, ຄະນະຜູ້ແທນໄດ້ເດີນທາງໄປຢ້ຽມຢາມກະຊວງການຕ່າງປະເທດ ແລະ ເອີຣົບ (MFEA) ຂອງລຸກຊຳບວກ ທີ່ກົມການຮ່ວມມື ແລະ ໄດ້ພົບປະກັບ ທ່ານ Claude Jentgen, ຜູ້ປະສານງານການຮ່ວມມືແບບທະວີພາຄີ. ຄະນະຜູ້ແທນໄດ້ຍົກສູງເອົາຜົນສຳເລັດຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ ແລະ ມີຄວາມຮຽກຮ້ອງຕ້ອງການໃນການທະວີຄວາມຮ່ວມມືໃນອະນາຄົດອີກດ້ວຍ. 

ການເດີນທາງເພື່ອຕິດຕາມກວດກາການເຄື່ອນໄຫວກິດຈະກຳໃນຄັ້ງນີ້ ໄດ້ປິດລົງດ້ວຍການເຂົ້າຢ້ຽມຢາມ ພະນະທ່ານ ພູໂຄງ ສີສຸລາດ, ເອອັກຄະລັດຖະທູດລາວ ປະຈຳບຣູກແຊນ. ໂດຍ ທ່ານ ດຣ ເພີຣີນ ຊິໂມນ ໄດ້ລາຍງານເຖິງຜົນສຳລັບຂອງໂຄງການ ແລະ ໄດ້ຄົ້ນຄວ້າວິທີການເພີ່ມທະວີການຮ່ວມມືສົມທົບກັບກະຊວງການຕ່າງປະເທດລາວ.