ງານສໍາມະນາກ່ຽວກັບກົດໝາຍອາຍາ, ຄັ້ງວັນທີ 18-20 ກໍລະກົດ 2022

ໃນຂອບເຂດການເຮັດວຽກຂອງໂຄງການການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນການພັດທະນາຫຼັກສູດການຮຽນ-ການສອນ.

ໂດຍທາງໂຄງການໄດ້ຈັດງານສຳມະນາຂຶ້ນ 3 ວັນ ເພື່ອແນ່ໃສ່ໂດຍກົດໝາຍອາຍາ ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 18-20 ກໍລະກົດ 2022, ທີ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ. ພວກເຮົາໄດ້ຮູ້ສຶກເປັນກຽດທີ່ໄດ້ຕ້ອນຮັບນັກວິຊາການຈາກສິງກະໂປເປັນຄັ້ງທໍາອິດ. ງານສໍາມະນາໃນຄັ້ງນີ້ໄດ້ນຳພາໂດຍ ສາສະດາຈານ Yeo Meng Heong ຈາກມະຫາວິທະຍາໄລແຫ່ງຊາດສິງກະໂປ ພ້ອມກັບ ສາສະດາຈານ Chan Wing Cheong ຈາກມະຫາວິທະຍາໄລການຈັດການສິງກະໂປ.

ງານສໍາມະນາໃນຄັ້ງນີ້ໄດ້ເນັ້ນໃສ່ ກົດໝາຍອາຍາ ແລະ ຄວາມຍຸຕິທໍາທາງອາຍາ ເຊິ່ງໃຊ້ກົດໝາຍປຽບທຽບ ເພື່ອວິເຄາະກົດໝາຍອາຍາລາວ ອ້າງອີງໃສ່ກົດໝາຍອາຍາຂອງ ສິງກະໂປ, ເຢຍລະມັນ, ແລະ ໄທ. ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລຂອງພວກເຮົາໄດ້ນໍາເອົາຄະນະອາຈານຜູ້ທີ່ມີຄວາມຮູ້ເລິກເຊິງກ່ຽວກັບກົດໝາຍອາຍາ ມາຈາກ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ (ຄນລ, ມຊ), ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລຈໍາປາສັກ (ຄນລ, ມຊ), ແລະ ຈາກສະຖາບັນຍຸຕິທໍາແຫ່ງຊາດ (ສຍຊ) ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ສະຫວັນນະເຂດ. ນອກນັ້ນຍັງມີ ນັກກົດໝາຍ ແລະ ຜູ້ປະຕິບັດກົດໝາຍ 6 ທ່ານ ທີ່ເປັນສະມາຊິກຂອງສະພາທະນາຍຄວາມ, ຜູ້ພິພາກສາຈາກສານປະຊາຊົນສູງສຸດ, ແລະ ໄອຍາການຈາກອົງການໄອຍການປະຊາຊົນສູງສຸດ ກໍໄດ້ເຂົ້າຮ່ວມງານສໍາມະນາຂອງພວກເຮົາໃນຄັ້ງນີ້.

ການຝຶກອົບຮົບແມ່ນໄດ້ປະກອບມີ ການບັນຍາຍ ແລະ ການສົນທະນາກັນເປັນກຸ່ມ, ເຊິ່ງຜູ້ເຂົ້າຮ່ວມກໍໄດ້ຮັບເອກກະສານປະກອບໃນການບັນຍາຍທີ່ໄດ້ກຽມມາໂດຍ ສາສະດາຈານ Yeo Meng Heong ແລະ ສາສະດາຈານ Chan Wing Cheong ທີ່ໄດ້ນຳໃຊ້ວິທີການປຽບທຽບລະບົບກົດໝາຍເພື່ອໃຊ້ວິເຄາະກົດໝາຍອາຍາ. ການສຳມະນາໄດ້ເນັ້ນໃສ່ເຄື່ອງມືຂອງການກະທຳຜິດທາງອາຍາ, ມາດຕະຖານການກະທໍາຜິດຂອງຄາດຕະກອນ, ໂດຍສະເພາະແມ່ນການມີສ່ວນຮ່ວມ, ການພະຍາຍາມຂ້າ ແລະ ການປ້ອງກັນ/ການປ້ອງກັນຕົນເອງ ແລະ ກົດໝາຍປົກປ້ອງຜູ້ທີ່ເປັນບ້າເສຍຈິດ.

ຜູ້ເຂົ້າຮ່ວມໄດ້ປຶກສາຫາລືກັນໃນຫຼາຍໆ “ສະຖານະການສົມໝຸດ” (ເຊິ່ງແມ່ນສະຖານະການນ້ອຍໆເພື່ອໃຫ້ຜູ້ເຂົ້າຮ່ວມຮ່ວມກັນແກ້ໄຂ) ໂດຍການຊອກເອົາ ປະມວນກົດໝາຍອາຍາຂອງຫຼາຍໆປະເທດ. ການຊອກວິທີການແກ້ໄຂໃນຄັ້ງນີ້ໄດ້ນໍາໄປສູ່ການປຶກສາຫາລືກັນແບບເລິກເຊິງເຖິງວິທີການແກ້ໄຂບັນຫາທາງດ້ານກົດໝາຍທີ່ຖືກຕ້ອງ, ຄວາມໝາຍທີ່ຖືກຕ້ອງຂອງບົດບັນຢັດທີ່ຕ້ອງມີຄວາມຊັດເຈນ,​ ຈຸດດີ ແລະ ຈຸດອ່ອນ ກ່ຽວກັບການນໍາໃຊ້ຄໍາສັບທາງດ້ານກົດໝາຍຂອງກົດໝາຍລາວເຊິ່ງປຽບທຽບກັບກົດໝາຍປະເທດອື່ນ.

ເຊິ່ງການເຂົ້າຮ່ວມຂອງອາຈານຈາກ ຄະນະນິຕິສາດ ແລະ ລັດຖະສາດຂອງມະຫາວິທະຍາໄລຈໍາປາສັກ ແລະ ສະຖາບັນຍຸຕິທໍາແຫ່ງຊາດແມ່ນໄດ້ຮັບການສະໜັບສະໜູນຄ່າໃຊ້ຈ່າຍໃນການເຂົ້າຮ່ວມ ຈາກໂຄງການ ລາວ/031 ຂອງອົງການ LuxDev.