ການຝຶກອົບຮົບຄູຝຶກສານຈຳລອງ, ຄັ້ງວັນທີ 12-14 ຕຸລາ 2022

ມະຫາວິທະຍາໄລລຸກຊຳບວກ ສະໜັບສະໜູນການຮຽນຮູ້ຈາກການແກ້ບັນຫາ(PBL) ຜ່ານການເຝິກອົບຮົມໃຫ້ຄູ-ອາຈານ ຄົນລາວ ເພື່ອກຽມຄວາມພ້ອມສູ່ການເປັນ “ຄູຝຶກສານຈຳລອງ”.ອີງຕາມຜົນສໍາເລັດ “ການຝຶກອົບຮົມຄູຝຶກ”  ສານຈໍາລອງຄັ້ງທໍາອິດ ໃນເດືອນພະຈິກ ປິ 2021 ແລະ ຄັ້ງທີສອງໃນເດືອນມີນາ 2022, ຄູ-ອາຈານ ກໍມີຄວາມກະຕືລືລົ້ນ ທີ່ຢາກຈະລົງເລິກທັກສະ ແລະ ມີຄວາມຕັ້ງໃຈຢາກສືບຕໍ່ຝຶກອົບຮົມ ກັບ ດຣ. ປະພາວະດີ ທະໂນດົມເດດ ຈາກມະຫາວິທະຍາໄລຈຸລາລົງກອນ ປະເທດໄທ. ດຣ. ປະພາວະດີ ເປັນອາຈານທີ່ຊ່ຽວຊານໃນລາຍວິຊາກົດໝາຍລະຫວ່າງຊາດພາກລັດ, ເປັນຄູເຝິກໃຫ້ແກ່ທີມຕົວແທນຂອງ ມ. ຈຸລາ ໃນການແຂ່ງຂັນສານຈຳລອງກົດໝາຍມະນຸດສະທຳສາກົນຂອງອົງການກາແດງສາກົນ ແລະ Philips C. Jessup International Moot Court Competition 2021. ໃນວັນທີ 12-14 ຕຸລາ 2022, ການຝຶກອົບຮົມຄູຝຶກສານຈຳລອງໄດ້ຈັດຂຶ້ນໃຫ້ແກ່ຄູອາຈານ ທີ່ ຄນລ, ນະຄອນຫຼວງວຽງຈັນ.

ວັດຖຸປະສົງຫຼັກຂອງການຝຶກອົບຮົມຄັ້ງນີ້ແມ່ນການສ້າງຄວາມເຂົ້າໃຈໃນກົດໝາຍມະນຸດສະທຳສາກົນ ແລະ ກົດໝາຍອາຍາສາກົນໃຫ້ຫຼາຍຂຶ້ນ ລວມເຖິງທັກສະໃນການວິເຄາະບັນຫາທາງກົດໝາຍ ແລະ ທັກສະໃນການຂຶ້ນຮ້ອງຟ້ອງ ເພື່ອກຽມຄວາມພ້ອມໃຫ້ແກ່ຄູອາຈານຂອງ ຄນລ ໃນການເຂົ້າມາເປັນຄູຝຶກຂອງການແຂ່ງຂັນສານຈຳລອງໃນອະນາຄົດ. ການຝຶກອົບຮົມທັງສາມມືແມ່ນຖືກຈັດຂຶ້ນເປັນພາສາໄທ ແລະ ເຂົ້າຮ່ວມໂດຍອາຈານທີ່ສົນໃຈຈຳນວນ 5 ທ່ານ, ນອກຈາກນີ້ຍັງມີນັກສຶກສາຜູ້ທີ່ສົນໃຈຢາກເຂົ້າຮ່ວມແຂ່ງຂັນ ຍັງເຂົ້າມາຮ່ວມເປັນຜູ້ສັງເກດການອີກດ້ວຍ.

ສຳລັບການຝຶກອົບຮົມໃນຄາບເຊົ້າ ສ່ວນໃຫຍ່ແລ້ວຈະເນັ້ນໃສ່ພາກທິດສະດີເປັນຫຼັກ, ໃນຂະນະທີ່ຄາບສວາຍແມ່ນຈະເນັ້ນໃນກິດຈະກຳເປັນກຸ່ມ ແລະ ການສົນທະນາແລກປ່ຽນ. ຜູ້ເຂົ້າຮ່ວມທຸກຄົນລ້ວນແຕ່ໄດ້ຮັບໂຈດການແຂ່ງຂັນເປັນພາສາອັງກິດ ແລະ ພາສາໄທ, ລວມເຖິງ powerpoint ແລະ ບັນດາເອກະສານສົນທິສັນຍາສາກົນຕ່າງໆທີ່ໄດ້ກຽມມາໂດຍອາຈານປະພາວະດີ.

ມື້ທຳອິດຂອງການຝຶກອົບຮົມແມ່ນສຸມໃສ່ການທົບທວນບົດຮຽນກ່ຽວກັບສານຈຳລອງ ແລະ ເວົ້າເຖິງຫຼັກການພື້ນຖານຂອງກົດໝາຍມະນຸດສະທຳສາກົນ. ໃນຕອນສວາຍ ດຣ.ປະພາວະດີ ໄດ້ແນະນຳຜູ້ເຂົ້າຮ່ວມກ່ຽວກັບການປົກປ້ອງສິ່ງແວດແລ້ວໃນພາວະທີ່ມີຂໍ້ຂັດແຍ່ງປະກອບອາວຸດ. ຍິ່ງໄປກວ່ານັ້ນ, ດຣ ປະພາວະດີ ຍັງໄດ້ໃຫ້ຜູ້ເຂົ້າຮ່ວມເຮັດກິດຈະກຳເປັນກຸ່ມ ໂດຍທີ່ຜູ້ເຂົ້າຮ່ວມຈະຖືກແບ່ງອອກເປັນສອງກຸ່ມ ແລະ ຕ້ອງສົນທະນາກັນເພື່ອວິເຄາະວ່າ ສົງຄາມຫວຽດນາມ ແລະ ສົງຄາມ Gulf, ສົງຄາມໂຕໃດສາມາດຖືກພິຈາລະນາເປັນອາຊະຍາກຳສົງຄາມຕາມມາດຕາ 8(2)(b)(iv) ຂອງທຳມະນູນກຸງໂຣມໄດ້.


ມື້ທີສອງຂອງການຝຶກອົບຮົມແມ່ນເນັ້ນໜັກກ່ຽວກັບການວິເຄາະໂຈດການແຂ່ງຂັນ ແລະ ວິທີໃນການຄົ້ນຫາເອກະສານທາງກົດໝາຍທີ່ສຳຄັນ. ດຣ. ປະພາວະດີ ກໍຍັງໄດ້ແນະນຳຜູ້ເຂົ້າຮ່ວມກ່ຽວກັບວິທີການຄົ້ນຄວ້າທີ່ຈຳເປັນໃນການຂຽນຄຳຮ້ອງຟ້ອງ/ຄຳແກ້ຄຳຮ້ອງຟ້ອງ ສຳລັບການແຂ່ງຂັນສານຈຳລອງກົດໝາຍມະນຸດສະທຳສາກົນຂອງອົງການກາແດງສາກົນສຳລັບຂົງເຂດ ອາຊີ-ປາຊີຟິກ. ເຊິ່ງຂໍ້ມູນດັ່ງກ່າວແມ່ນສາມາດຊອກເປັນພາສາອັງກິດໄດ້ໃນ: https://www.redcross.org.hk/en/moot20/index.html. ໃນຕອນສວາຍ, ອາຈານທີ່ເຂົ້າຮ່ວມໃນຖືກແບ່ງອອກເປັນສອງກຸ່ມເພື່ອສົນທະຍາກ່ຽວກັບມາດຕາ 8(2)(b)(iv) ຂອງທຳມະນູນໂຣມ. ດຣ. ປະພາວະດີ ໄດ້ແບ່ງປັນ ບົດຄຳຮ້ອງຟ້ອງທີ່ດີທີ່ສຸດໃນປີກ່ອນແກ່ຜູ້ເຂົ້າຮ່ວມເພື່ອເບິ່ງເປັນຕົວຢ່າງ ແລະ ຍັງໄດ້ແນະນຳເຕັກນິກໃນການຂຶ້ນກ່າວຄຳຮ້ອງຟ້ອງທີ່ດີ. ຕໍ່ມາຜູ້ເຂົ້າຮ່ວມກໍໄດ້ຖືກແບ່ງອອກເປັນສອງຝ່າຍ ກໍຄື ຝ່າຍໄອຍະການ ແລະ ຝ່າຍທະນາຍ ແລະ ໃຫ້ຜູ້ເຂົ້າຮ່ວມກຽມໂຕໃນການລອງຂຶ້ນກ່າວຟ້ອງ/ແກ້ຄຳຮ້ອງຟ້ອງໃນມື້ຕໍ່ມາ.

ໃນມື້ສຸດທ້າຍ, ຄູອາຈານ ລວມໄປເຖິງນັກສຶກສາໄດ້ລອງຂຶ້ນກ່າວຟ້ອງ/ແກ້ຄຳຮ້ອງຟ້ອງ, ເຊິ່ງຄູອາຈານກໍຍັງໄດ້ມີໂອກາດໃນການສວມບົດບາດເປັນຜູ້ພິພາກສາ ແລະ ສະແດງຄຳເຫັນຕໍ່ກັບການຂຶ້ນກ່າວຄຳຮ້ອງຟ້ອງຂອງແຕ່ລະຄົນ. ດຣ. ປະພາວະດີຍັງໄດ້ໃຫ້ເຕັກນິກ ແລະ ຄຳແນະນຳທີ່ມີປະໂຫຍດຕ່າງໆເພື່ອໃຫ້ອາຈານນຳໄປແນະນຳໃຫ້ແກ່ນັກສຶກສາຕໍ່ໃນອະນາຄົດ.

ການຝຶກອົບຮົມ ທີ່ມີການໃຫ້ປະຕິບັດໂຕຈິງໃນຄັ້ງນີ້ ໄດ້ຊ່ວຍໃຫ້ຜູ້ເຂົ້າຮ່ວມເຂົ້າໃຈເລິກເຊິ່ງເຖິງການຂຶ້ນກ່າວຄຳຟ້ອງໃນສານຈຳລອງຍິ່ງຂຶ້ນ!

ພວກເຮົາຫວັງຢ່າງຍິ່ງວ່າໃນອະນາຄົດ ພວກເຮົາຈະມີໂອກາດໃນການເຮັດວຽກກັບມະຫາວິທະຍາໄລຈຸລາລົງກອນ ແລະ ເພື່ອນຮ່ວມງານຄົນໄທ ໃນກິດຈະກຳສານຈຳລອງ.

***

ທຸກຄົນສາມາດເບິ່ງແຫຼ່ງຂໍ້ມູນທີ່ມີປະໂຫຍດໃນພາສາໄທ ແລະ ພາສາອັງກິດ ໄດ້ທີ່ລິ້ງຕ່າງໆລຸ່ມນີ້:

https://ihl-databases.icrc.org/ihl

https://casebook.icrc.org

ສຳລັບພາສາໄທ:

https://blogs.icrc.org/th/wp-content/uploads/sites/104/2021/12/Additional-Protocols-THAI_web-version.pdf