ການແຂ່ງຂັນສານຈໍາລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບຊາດ, ຄັ້ງວັນທີ 14 ທັນວາ 2022
ໃນວັນທີ 14 ທັນວາ 2022, ການເເຂ່ງຂັນສານຈໍາລອງຂອງຄະນະກໍາມາທິການກາແດງສາກົນ ວ່າດ້ວຍກົດໝາຍມະນຸດສະທຳສາກົນລະດັບຊາດໄດ້ໄຂຂຶ້ນ ທີ່ຄະນະນິຕິສາດ ແລະ ລັດຖະສາດ, (ຄນລ) ພິເສດໃນປີນີ້ການແຂ່ງຂັນ ແມ່ນໄດ້ຮັບການສະໜັບສະໜູນຈາກມະຫາວິທະຍາໄລລຸກຊຳບວກ. ໃນການແຂ່ງຂັນປີນີ້, ທີມຜູ້ແຂ່ງຂັນ 3 ທີມ ແມ່ນໄດ້ແຂ່ງຂັນກັນວ່າຄວາມ ໂດຍປ່ຽນກັນສວມບົດບາດເປັນຝ່າຍໄອຍະການ ແລະ ຝ່າຍຈຳເລີຍເພື່ອໂຕແຍ່ງກັນ. ເຊັ່ນດຽວກັນກັບຫຼາຍໆປິທີິ່ຜ່ານມາການແຂ່ງຂັນໃນການວ່າຄວາມຄະດີຈຳລອງ ແມ່ນທີມຜູ້ເຂົ້າແຂ່ງຂັນໄດ້ຈຳລອງການວ່າຄວາມຕໍ່ໜ້າສານອາຍາສາກົນ (ICC). ບັນດາກຳມະການຕັດສິນສຳລັບການແຂ່ງຂັນສານຈຳລອງຮອບລະດັບປະເທດໃນປີນີ້ ແມ່ນໃຫ້ກຽດຮ່ວມໂດຍ ດຣ. ປະພາວາດີ ທາໂນດົມເດດ (ອາຈານມາຈາກມະຫາວິທະຍາໄລຈຸລາລົງກອນ), ທ່ານ ນາງ ໂຊເຟຍ ຄາສັນ ຈາກມູນນິທິອາຊີ (ຫົວໜ້າໂຄງການ ໂຄງການຊ່ວຍເຫຼືອທາງກົດໝາຍໃນລາວ) ແລະ ທ່ານ ພັນທະສັກ ມິງນະຄອນ (ອາຈານມາຈາກ ຄະນະນິຕິສາດ ແລະ ລັດຖະສາດ, ມຊ). ໂດຍສະເພາະປີນີ້, ການແຂ່ງຂັນໃນຮອບລະດັບຊາດແມ່ນໄດ້ຮັບການສະໜັບສະໜຸນທາງດ້ານທຶນຮອນ ແລະ ທາງດ້ານວິຊາການ ຈາກມະຫາວິທະຍາໄລລຸກຊໍາບວກ ເນື່ອງຈາກຄະນະກຳມາທິການກຳແດງສາກົນປະຈຳລາວ ແມ່ນໄດ້ປະເຊີນກັບບັນຫາການຂາດແຄນພະນັກງານ. ຜູ້ເຂົ້າຮ່ວມແຂ່ງຂັນທຸກຄົນທຸກຄົນໄດ້ຮັບການຝຶກອົບຮົມໃຫ້ໂດຍ ດຣ.ເພີຣີນ ຊິມອນ … Continued