ງານແຂ່ງຂັນສານຈໍາລອງຄັ້ງທີ 21 ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບສາກົນ 8-11 ມີນາ 2023

ພວກເຮົາຂໍສະແດງຄວາມຍິນດີ ກັບທີມຕົວແທນປະເທດລາວທີ່ໄດ້ເຂົ້າຮ່ວມງານແຂ່ງຂັນສານຈໍາລອງຄັ້ງທີ 21 ວ່າດ້ວຍກົດໝາຍມະນຸດສະທຳສາກົນໃນປີ 2023 ທີ່ໄດ້ຈັດຂຶ້ນທີ່ຮົງກົງ ໃນລະຫວ່າງວັນທີ 8-11 ມີນາ 2023. ເຊິ່ງການແຂ່ງຂັນແມ່ນໄດ້ຈັດແບບເຊິ່ງໜ້າ, ຫຼັງຈາກຂໍ້ຈໍາກັດຈາກສະຖານະການຂອງການແພ່ລະບາດຂອງພະຍາດໂຄວິດ 19. ການແຂ່ງຂັນແມ່ນໄດ້ຮວບຮວມເອົາບັນດານັກສຶກສາກົດໝາຍຈາກມະຫາວິທະຍາໄລຕ່າງໆໃນພາກພື້ນອາຊີ-ປາຊິຟິກມາເຂົ້າຮ່ວມ. ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ມະຫາວິທະຍາໄລແຫ່ງຊາດລາວໃນການເຂົ້າຮ່ວມການແຂ່ງຂັນຮອບສາກົນໃນຄັ້ງນີ້! ໂດຍ ດຣ ເພີຣິນ ຊິມອນ ໄດ້ເປັນຜູ້ຝຶກຊ້ອມໃຫ້ກັບທີມ ຮ່ວມກັບ ທ່ານ ນາງ ເພົາລີນາ ແບສເຕິນ ຜູ້ປະສານງານໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊໍາບວກ.

ທີມຕົວແທນປະເທດລາວໄດ້ມີການຝຶກຊ້ອມ ຢ່າງຂຸ້ນຂ້ຽວຈົນເຖິງມື້ສຸດທ້າຍ ຂອງການແຂ່ງຂັນ ຫຼັງຈາກຍາດໄດ້ໄຊຊະນະຈາກການແຂ່ງຂັນລະດັບປະເທດ ໃນເດືອນທັນວາ ປີ 2022.  ຜູ້ເຂົ້າແຂ່ງຂັນໄດ້ເຮັດວຽກຢ່າງໜັກ ແລະ ໄດ້ເອົາໃຈໃສ່ ຕັ້ງໃຈກັບການແຂ່ງຂັນສານຈໍາລອງຄັ້ງນີ້ຫຼາຍ ຍ້ອນວ່າຈະໄດ້ນໍາໃຊ້ກົດຫມາຍອາຍາສາກົນໄປແຂ່ງຂັນກັບບັນດາມະຫາວິທະຍາໄລອື່ນໃນພາກພື້ນອາຊີ-ປາຊິຟິກ ເຊິ່ງແຂ່ງຂັນເປັນພາສາອັງກິດ ທັງຫມົດ.

ຫຼັງຈາກ 4 ມື້ຂອງການແຂ່ງຂັນ ດ້ວຍຈໍານວນທີມນັກສຶກສາທີ່ເຂົ້າຮ່ວມທັງຫມົດ 24 ທີມ ຂອງນັກສຶກສາກົດໝາຍທົ່ວອາຊີ-ປາຊີຟິກ. ມະຫາວິທະຍາໄລ Adelaide (ທີມນັກສຶກສາຈາກປະເທດອອດສເຕເລຍ) ເປັນທີມທີ່ສາມາດຍາດເອົາໄຊຊະນະຈາກການແຂ່ງຂັນມາໄດ້, ລາງວັນຮອງຊະນະເລີດໄດ້ແກ່ ມະຫາວິທະຍາໄລ Auckland, ນາງ ແອນນາລິດສ ເດລິດຊ ຈາກມະຫາວິທະຍາໄລ Adelaide ໄດ້ລາງວັນຜູ້ວ່າຄວາມດີເດັ່ນໃນຮອບສຸດທ້າຍຂອງການແຂ່ງຂັນ. ລາງວັນດີເດັ່ນໃນການຂຽນຄໍາສັ່ງຟ້ອງຝ່າຍໄອຍະການຕົກເປັນຂອງມະຫາໄລ Brickfields Asia ຂອງ Kuala Lumpur  ແລະ ລາງວັນດີເດັ່ນໃນການຂຽນຄໍາແກ້ຟ້ອງຕົກເປັນຂອງ ມະຫາວິທະຍາໄລການຈັດການຂອງສິງກະໂປ. ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບຜົນການແຂ່ງຂັນ ສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທໍາສາກົນ ລະດັບສາກົນ ຄັ້ງທີ 21, ທ່ານສາມາດກົດເຂົ້າໄປທີ່ລິງນີ້::  https://www.redcross.org.hk/en/moot21/results.html

ໂຈດຂອງການແຂ່ງກັນໃນປີນີ້ຂອງແຕ່ລະທີມທີ່ເຂົ້າຮ່ວມໄດ້ຮັບແມ່ນກ່ຽວຂ້ອງກັບ ບັນຫາທີ່ເກີດຂຶ້ນຢູ່ໃນສົງຄາມທີ່ມີການພົວພັນກັບການປົກປ້ອງສິ່ງແວດລ້ອມ. ໂຈດຂອງການແຂ່ງຂັນແມ່ນໄດ້ຊ່ວຍຍົກລະດັບຄວາມຮູ້ຂອງບັນດາທີມກ່ຽວກັບການໃຊ້ອາວຸດທາງເຄມີຢູ່ໃນການປະທະກັນທາງດ້ານອາວຸດ, ການກີດກັນການໄດ້ຮັບການພິຈາລະນາຄະດີຢ່າງຍຸຕິທໍາຂອງຜູ້ທີ່ເປັນອາຊະຍາກຳສົງຄາມ ແລະ ການບັງຄັບປະຊາຊົນຂອງຝ່າຍສັດຕູໃຫ້ເຂົ້າຮ່ວມການປະຕິບັດການທາງການທະຫານ ໃນການຕໍ່ຕ້ານປະເທດຂອງພວກເຂົາເອງ. ໂຈດຂອງການແຂ່ງຂັນໃນປີນີ້ຍັງໄດ້ມີຄວາມກ່ຽວພັນກັບ ບັນຫາທີ່ເກີດຂຶ້ນໃນປັດຈຸບັນ ໂດຍສະເພາະແມ່ນການໃຫ້ນິຍາມຂອງທະຫານຮັບຈ້າງ ແລະ ສະຖານະທາງດ້ານກົດໝາຍຂອງພວກເຂົາ.

ໃນລະຫວ່າງມື້ຂອງການຈັດງານ, ນັກສຶກສາໄດ້ເຂົ້າຮ່ວມກິດຈະກຳຕ່າງໆທິ່ທາງອົງການກາແດງຮົງກົງເປັນຜູ້ຈັດຂຶ້ນ ແລະ ຍັງໄດ້ມີໂອກາດເຂົ້າຮ່ວມຮັບຟັງການສຳມະນາໃນປະເດັນສຳຄັນ ເຊິ່ງໄດ້ຖືກຈັດຂຶ້ນພາຍໃຕ້ຫົວຂໍ້ “ການນໍາໃຊ້ອາວຸດທີ່ບໍ່ມີການຈໍາແນກ ແລະ ຜົນກະທົບຂອງມັນຕໍ່ສິ່ງແວດລ້ອມ”. ການສົນທະນາໃນປະເດັນສຳຄັນໃນຄັ້ງນີ້ແມ່ນໄດ້ນໍາຖືກພາໂດຍ ດຣ David Michael Baker (ຮອງສາສະດາຈານ ຂອງຄະນະວິທະຍາສາດຊີວະພາບ, ຄະນະວິທະຍາສາດ, ມະຫາວິທະຍາໄລຮົງກົງ), ດຣ. Nishara Mendis (ຜູ້ຊ່ວຍສາສະດາຈານ, ຄະນະກົດໝາຍ, ມະຫາວິທະຍາໄລໂຄລໍາໂບ), ແລະ ທ່ານ ນາງ Kelisiana Thynne (ຫົວໜ້າ ພະແນກກົດໝາຍຂອງຄະນະກຳມະການອົງການກາແດງສາກົນປະຈຳຢູ່ ມະນີລາ), ແລະ ໃນພາກສຸດທ້າຍຂອງງານສໍາມະນາ ບັນດາຜູ້ເຂົ້າຮ່ວມໄດ້ມີໂອກາດຕັ້ງຄຳຖາມເພື່ອສົນທະນາແລກປ່ຽນຂໍ້ມູນກັບຜູ້ບັນຍາຍອີກດ້ວຍ.

ເປັນທີ່ໜ້າເສຍດາຍ, ເຖິງແມ່ນວ່າທີມຕົວແທນຈາກມະຫາວິທະຍາໄລແຫ່ງຊາດລາວ ໄດ້ພະຍາຍາມຢ່າງສຸດຄວາມສາມາດ ແຕ່ກໍ່ບໍ່ສາມາດຜ່ານເຂົ້າໄປຮອບຮອງຊະນະເລີດໄດ້ ແຕ່ທີມຕົວແທນປະເທດລາວກໍໄດ້ຮັບການຍ້ອງຍໍຈາກຄະນະກໍາມະການຕັດສິນໃນການແຂ່ງຂັນໃນພາກການວ່າຄວາມເບື້ອງຕົ້ນ ແລະ ໄດ້ຄະແນນດີໃນພາກການຂຽນຄໍາສັ່ງຟ້ອງ/ຄໍາແກ້ຟ້ອງເຊີ່ງສະເລ່ຍແມ່ນໄດ້ລະດັບ ປານກາງ ແລະ ດີ.

ສານຈໍາລອງຄັ້ງນີ້ ທີ່ຈັດຂື້ນໂດຍອົງການກາແດງສາກົນ ເປັນການກະຕຸ້ນການຄິດວິເຄາະໂດຍໃຊ້ ກົດຫມາຍ, ຊ່ວຍໃຫ້ເຮົາຮຽນຮູ້ທີ່ຈະຫາຈຸດຢືນຂອງຕົນ. ພ້ອມກັນນັ້ນນັກສຶກສາຍັງໄດ້ມີໂອກາດພັດທະນາ ທັກສະການນໍາສະເຫນີ, ການໂຕ້ວາທີ ແລະ ພາສາອັງກິດອີກດ້ວຍ!