ການເຝິກອົບຮົມສານຈຳລອງແບບອອນລາຍ, ວັນທີ 22-26 ພະຈິກ 2021

ໃນຂອບການດຳເນີນງານຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການສະໜັບສະໜູນການເຝິກຊ້ອມນັກສຶກສາ ຄນລ ໃນການເຂົ້າຮ່ວມການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ ທີ່ຈັດໂດຍ ຄະນະກຳມະການກາແດງສາກົນ ຕັ້ງແຕ່ປີ 2016 ເປັນຕົ້ນມາ. ຍ້ອນມາດຕະການຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19, ການເຝິກອົບຮົມສານຈຳລອງສຳລັບນັກສຶກສາປີນີ້ ແມ່ນຈັດທາງອອນລາຍ ຜ່ານຊູມ ໃນລະຫວ່າງວັນທີ 22 ຫາ 26 ພະຈິກທີ່ຜ່ານມາ. ດຣ. ລໍເຣັ້ນ ຊີຣີ ເຊິ່ງໄດ້ມີສ່ວນຮ່ວມໃນການເຝິກອົບຮົມແກ່ນັກສຶກສາໃນໄລຍະສາມປີທີ່ຜ່ານມາ ໄດ້ເຝິກອົບຮົມໃຫ້ແກ່ນັກສຶກສາ 10-12 ນ້ອງ ເປັນເວລາໜຶ່ງອາທິດ. ການເຝິກອົບຮົມນີ້ ແມ່ນມີຈຸດປະສົງເພື່ອກະກຽມຄວາມພ້ອມຂອງນັກສຶກສາໃນການເຂົ້າຮ່ວມການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ ຮອບປະເທດ ທີ່ຈັດໂດຍຄະນະກຳມະການກາແດງສາກົນ ທີ່ຈະຈັດຂຶ້ນໃນວັນທີ 10 ທັນວານີ້. ການເຝິກອົບຮົມນີ້ ແມ່ນເນັ້ນໜັກໃຫ້ນັກສຶກສາຮຽນຮູ້ວິທີການວ່າຄວາມ/ແກ້ຟ້ອງ. ນັກສຶກສາທີ່ເຂົ້າຮ່ວມ ຍັງໄດ້ຮຽນຮູ້ເລິກເຊິ່ງຂຶ້ນຕື່ມກ່ຽວກັບກົດໝາຍມະນຸດສະທຳສາກົນ, ກົດໝາຍອາຍາສາກົນ ແລະ ການບັງຄັບໃຊ້ກົດໝາຍດັ່ງກ່າວໃນໂຈດຄະດີຂອງການແຂ່ງຂັນປີນີ້ອີກດ້ວຍ. ການແຂ່ງຂັນສານຈຳລອງ ເປັນກິດຈະກຳນອກຫຼັກສູດທີ່ບໍ່ພຽງແຕ່ເປັນການຮຽນຮູ້ຈາກການແກ້ບັນຫາເທົ່ານັ້ນ ແຕ່ຍັງເປັນກິດຈະກຳທີ່ເສີມສ້າງການສອນຈາກການປະຕິບັດຕົວຈິງອີກດ້ວຍ. ຜ່ານການເຂົ້າຮ່ວມສານຈຳລອງ ນັກສຶກສາຈະໄດ້ພັດທະນາທັກສະທາງກົດໝາຍ, ການໂຕ້ວາທີ ແລະ ພາສາອັງກິດພ້ອມ!

ບົດບັນຍາຍອອນລາຍກ່ຽວກັບກົດໝາຍມະນຸດສະທຳສາກົນ ບັນຍາຍໂດຍຄະນະກຳມະການກາແດງສາກົນບາງກອກ, ວັນທີ 6 ພະຈິກ 2021

ໂດຍການຮ່ວມມືກັບຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ ແລະ ຄະນະກຳມະການກາແດງສາກົນ ໃນວັນທີ 6 ພະຈິກ 2021 ໄດ້ມີການຈັດບົດບັນຍາຍອອນລາຍ ກ່ຽວກັບກົດໝາຍມະນຸດສະທຳສາກົນ. ການບັນຍາຍ ແມ່ນຜ່ານຊູມ ເຊິ່ງໃຫ້ການສະໜັບສະໜູນໂດຍມະຫາວິທະຍາໄລລຸກຊຳບວກ. ໃນການບັນຍາຍດັ່ງກ່າວ ມີນັກສຶກສາ ແລະ ຄູອາຈານຈາກ ຄນລ ເຂົ້າຮ່ວມເກືອບ 90 ຄົນ. ບົດບັນຍາຍຄັ້ງນີ້ ແມ່ນບັນຍາຍໂດຍ ທ່ານ ສິບປະກອນ ຊົງຊູວານິດ ເຊິ່ງເປັນທີ່ປຶກສາກົດໝາຍຈາກ ຄະນະກຳມະການກາແດງສາກົນ ປະຈຳບາງກອກ. ໃນການບັນຍາຍຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບພື້ນຖານສຳຄັນຂອງກົດໝາຍມະນຸດສະທຳສາກົນ ພ້ອມທັງໄດ້ມີການຖາມຕອບກ່ຽວກັບຕົວກົດໝາຍ ແລະ ການນຳໃຊ້ກົດໝາຍດັ່ງກ່າວອີກດ້ວຍ. ບົດບັນຍາຍຄັ້ງນີ້ ບໍ່ພຽງແຕ່ເປັນການໃຫ້ນັກຮຽນໄດ້ທຳຄວາມຮູ້ຈັກກັບກົດໝາຍມະນຸດສະທຳສາກົນເທົ່ານັ້ນ ແຕ່ຍັງເປັນການປະກາດແຈ້ງຢ່າງເປັນທາງການກ່ຽວກັບການເລີ່ມຕົ້ນແຂ່ງຂັນສານຈຳລອງສາກົນວ່າດ້ວຍກົດໝາຍມະນຸດສະທຳສາກົນ ເຊິ່ງເປັນການແຂ່ງຂັນລະດັບປະເທດທີ່ຈະໄດ້ຈັດຂຶ້ນໄວໆນີ້. ການແຂ່ງຂັນສານຈຳລອງນີ້ ແມ່ນຈັດຂຶ້ນທຸກໆປີ ໂດຍການຮ່ວມມືຂອງອົງການກາແດງຮົງກົງ ແລະ ຄະນະກຳມະການກາແດງສາກົນ (ICRC). ໃນການແຂ່ງຂັນນີ້, ຜູ້ເຂົ້າແຂ່ງຂັນຕ້ອງຈັດເປັນທີມ ທີມລະສອງຄົນ ເພື່ອເຂົ້າຮ່ວມໃນການຈຳລອງຂອງຂະບວນການພິຈາລະນາຄະດີຂອງສານອາຍາສາກົນ (ICC) ເຊິ່ງນັ້ນກໍລວມໄປເຖິງການຂຽນຄຳຖະແຫຼງ ແລະ ການວ່າຄວາມ. … Continued

ສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບສາກົນ, ວັນທີ 11-12 ມີນາ 2021

ພວກເຮົາຂໍສະແດງຄວາມຍິນດີອີກຄັ້ງໜຶ່ງກັບທີມຕົວແທນປະເທດລາວທີ່ໄດ້ເຂົ້າຮ່ວມການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ  ຂອງອົງການກາແດງສາກົນ ເຊິ່ງໄດ້ຈັດຂຶ້ນອອນລາຍເປັນປີທຳອິດ ໃນວັນທີ 11-12 ມີນາ 2021. ມະຫາວິທະຍາໄລລຸກຊຳບວກ ກໍໄດ້ສະໜັບສະໜູນຊ່ວຍເຫຼືອມະຫາວິທະຍາໄລແຫ່ງຊາດລາວໃນການເຂົ້າຮ່ວມແຂ່ງຂັນຮອບສາກົນໃນຄັ້ງນີ້. ດຣ. ເພີຣີນ ຊິມອນ ຜູ້ປະສານງານຈາກມະຫາວິທະຍາໄລລຸກຊຳບວກ ໄດ້ອຳນວຍສະຖານທີ່ໃຫ້ຜູ້ເຂົ້າແຂ່ງຂັນທີ່ຫ້ອງການຂອງໂຄງການພວກເຮົາທີ່ ຄະນະນິຕິສາດ ແລະ ລັດຖະສາດ. ຫຼັງຈາກຍາດໄດ້ໄຊຊະນະຈາກການແຂ່ງຂັນລະດັບປະເທດ ທີມຕົວແທນປະເທດລາວໄດ້ມີການເຝິກຊ້ອມກັບເພີຣີນຢ່າງຂຸ້ນຂ້ຽວຈົນເຖິງມື້ສຸດທ້າຍ ທັງເຝິກຊ້ອມໃນຕົວຈິງ ແລະ ທາງອິນເຕີເນັດ. ທີມເຂົ້າແຂ່ງຂັນໄດ້ເອົາໃຈໃສ່ ແລະ ຕັ້ງໃຈກັບການແຂ່ງຂັນສານຈຳລອງຄັ້ງນີ້ຫຼາຍ ຮ້ອນວ່າຈະໄດ້ນຳໃຊ້ກົດໝາຍອາຍາສາກົນໄປແຂ່ງຂັນກັບບັນດາມະຫາວິທະຍາໄລອື່ນໃນພາກພື້ນອາຊີ-ປາຊິຟິກ ເຊິ່ງແຂ່ງຂັນເປັນພາສາອັງກິດທັງໝົດ. ທີມເຂົ້າແຂ່ງຂັນ ໄດ້ຄະແນນດີຫຼາຍໃນພາກການຂຽນຄຳສັ່ງຟ້ອງ/ຄຳແກ້ຟ້ອງ ແລະ ໄດ້ຮັບຄຳຍ້ອງຍໍຈາກຄະນະກຳມະການຕັດສິນໃນການແຂ່ງຂັນໃນພາກການວ່າຄວາມ ໃນຮອບການແຂ່ງຂັນທົ່ວໄປ. ໃນຂະນະນີ້ ແມ່ນເຮົາກຳລັງລໍຖ້າຜົນການຈັດລຳດັບທີຢູ່. ສານຈຳລອງຄັ້ງນີ້ ທີ່ຈັດຂຶ້ນໂດຍອົງການກາແດງສາກົນ ເປັນການກະຕຸ້ນການຄິດວິເຄາະໂດຍໃຊ້ກົດໝາຍ, ຊ່ວຍໃຫ້ເຮົາຮຽນຮູ້ທີ່ຈະຫາຈຸດຢືນຂອງຕົນ. ນັກສຶກສາຍັງໄດ້ມີໂອກາດພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ພາສາອັງກິດອີກດ້ວຍ!

ການເຝິກຊ້ອມແຂ່ງຂັນສານຈຳລອງ, ເດືອນພະຈິກ-ທັນວາ 2020

ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລຸກຊຳບວກ ແລະ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ໃຫ້ຄວາມຊ່ວຍເຫຼືອໃນການເຝິກຊ້ອມການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ທີ່ ຄນລ ມາເປັນເວລາ 4 ປີແລ້ວ. ໃນປີນີ້ ວັນທີ 11 ພະຈິກ 2020 ໂຄງການຍັງໄດ້ຈັດພິທີມອບໃບຢັ້ງຢືນ ເພື່ອເປັນການຊົມເຊີຍທີມທີ່ໄດ້ເຂົ້າຮ່ວມການແຂ່ງຂັນໃນລະດັບສາກົນແຕ່ບໍ່ໄດ້ເດີນທາງໄປທີ່ຮົງກົງໃນຄັ້ງທີ່ຜ່ານມາ ແລະ ຖືໂອກາດນີ້ເລີ່ມຕົ້ນກຽມການແຂ່ງຂັນລະດັບປະເທດຄັ້ງທີ 19. ໃນອາທິດທຳອິດຂອງເດືອນທັນວາ 2020, ການເຝິກຊ້ອມການແຂ່ງຂັນສານຈຳລອງ ແມ່ນຈັດຂຶ້ນຜ່ານຊູມ ໂດຍ ດຣ. ລໍເຣັ້ນ ຊິຣີ ຜູ້ທີ່ມາມີສ່ວນຮ່ວມໃນການແຂ່ງຂັນສານຈຳລອງດັ່ງກ່າວໃນໄລຍະ 2 ປີທີ່ຜ່ານມາ. ການເຝິກຊ້ອມດັ່ງກ່າວ ດຳເນີນໄປເປັນເວລາໜຶ່ງອາທິດ ແລະ ເຂົ້າຮ່ວມໂດຍນັກສຶກສາ ຄນລ 12-15 ຄົນ. ນັກສຶກສາໄດ້ຮຽນຮູ້ກ່ຽວກັບວິທີການວ່າຄວາມ, ການສະແດງຈຸດຢືນຂອງຕົນຢ່າງມີເຫດຜົນ ແລະ ໄດ້ຄວາມຮູ້ເລິກເຊິ່ງກ່ຽວກັບກົດໝາຍມະນຸດສະທຳສາກົນ ແລະ ກົດໝາຍອາຍາສາກົນ. ການແຂ່ງຂັນສານຈຳລອງ ເປັນກິດຈະກຳທີ່ສຳຄັນເນື່ອງຈາກມັນເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ຜ່ານການແກ້ບັນຫາ ແລະ ສົ່ງເສີມການຮຽນການສອນຜ່ານການປະຕິບັດຕົວຈິງ. ນອກຈາກ ນັກສຶກສາຈະໄດ້ພັດທະນາທັກສະທາງກົດໝາຍແລ້ງ ຍັງໄດ້ເພີ່ມທັກສະທາງການເວົ້າ, ການໂຕ້ວາທີ ແລະ ພາສາອັງກິດອີກດ້ວຍ.

ສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບປະເທດ, ວັນທີ 9 ທັນວາ 2020

ໃນວັນທີ 9 ທັນວາ 2020, ການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ຂັ້ນປະເທດ ໄດ້ຈັດຂຶ້ນທີ່ ຄນລ ໂດຍການຊ່ວຍເຫຼືອຈາກ ມະຫາວິທະຍາໄລລຸກຊຳບວກ. ການແຂ່ງຂັນປີນີ້ຖືວ່າຂ້ອນຂ້າງພິເສດ ເນື່ອງຈາກວ່າ ຄະນະກຳມະການສ່ວນໜຶ່ງຕັດສິນເອົາທີມທີ່ຊະນະການແຂ່ງຂັນຜ່ານທາງອອນລາຍ ໂດຍໃຊ້ໂປຣແກຣມຊູມ. ການແຂ່ງຂັນ ແມ່ນມີທັງໝົດ 6 ທີມເຂົ້າແຂ່ງຂັນ ເຊິ່ງໜຶ່ງທີມປະກອບມີ 2 ຄົນ. ການແຂ່ງຂັນ ແມ່ນດຳເນີນເປັນພາສາອັງກິດ ເຊິ່ງແຕ່ລະທີມໄດ້ພັດປ່ຽນກັນເປັນຝ່າຍຈຳເລີຍ ແລະ ຝ່າຍໄອຍະການ ແກ້ຟ້ອງ/ສັ່ງຟ້ອງຄະດີສົມມຸດໃນທີ່ປະຊຸມສານສານອາຍາສາກົນ. ຄະນະຜູ້ພິພາກສາ ແມ່ນປະກອບມີ ທ່ານ ສິບປະກອນ ຊົງຊູວະນິດ (ທີ່ປຶກສາກົດໝາຍ ຈາກຄະນະກຳມະການການແດງສາກົນ) ທີ່ເຂົ້າຮ່ວມຜ່ານລະບົບອອນລາຍ, ທ່ານ ນາງ ໂຊເຟຍ ຄາສັນ ຈາກມູນນິທິອາຊີ (ຫົວໜ້າໂຄງການ ໂຄງການຊ່ວຍເຫຼືອທາງກົດໝາຍໃນລາວ) ແລະ ດຣ. ບົວລະພຽນ ສີສຸກ (ອາຈານ ຈາກ ຄນລ) ໄດ້ເຂົ້າຮ່ວມ ທີ່ ຄນລ. ບັນດາທີມທີ່ເຂົ້າຮ່ວມ ໄດ້ມີການເຝິກຊ້ອມໃນລະຫວ່າງເດືອນພະຈິກ … Continued

ການແຂ່ງຂັນສານຈຳລອງ ຂອງອົງການກາແດງສາກົນ, ແຂ່ງຂັນລະດັບປິເທດ, ວັນທີ 20-21 ພະຈິກ 2019

ໃນວັນທີ 20-21 ເດືອນພະຈິກ 2019, ການແຂ່ງຂັນສານຈຳລອງລະດັບປະເທດ ກ່ຽວກັບກົດໝາຍມະນຸດສະທຳສາກົນ ໂດຍອົງການກາແດງສາກົນ ໄດ້ຖືກຈັດຂຶ້ນທີ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ.   ຜູ້ເຂົ້າແຂ່ງຂັນລວມມີທັງໝົດ 6 ທີມ ປະກອບດ້ວຍນັກສຶກສາ 2 ຄົນຕໍ່ທີມ ເຊິ່ງໄດ້ສະແດງບົດບາດການເປັນທະນາຍຄວາມ ຫຼື ໄອຍະການ ໃຫ້ແກ່ ຝ່າຍຈຳເລີຍ ແລະ ໂຈດ ໃນການວ່າຄວາມຄະດີສົມມຸດ ຕໍ່ໜ້າສານອາຍາສາກົນ. ການແຂ່ງຂັນສານຈຳລອງຂອງອົງການກາແດງສາກົນນີ້ ເປັນໂອກາດທີ່ດີຫຼາຍໃຫ້ແກ່ນັກສຶກສາໃນການຝຶກທັກສະ ການຄົ້ນຄິດທາງດ້ານກົດໝາຍ  ໂດຍການອ້າງເຫດຜົນ ແລະ ຮຽນຮູ້ວິທີການຍົກຂໍ້ໂຕ້ແຍ້ງຂອງຕົນຢ່າງເໝາະສົມ  ພ້ອມທັງໄດ້ພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ທັກສະພາສາອັງກິດນຳອີກດ້ວຍ!  ທີມຜູ້ເຂົ້າແຂ່ງຂັນທັງໝົດນີ້ ໄດ້ຜ່ານການເຝິກຊ້ອມກັບ ດຣ. ເພີຣີນ ຊິມອນ ຈາກມະຫາວິທະຍາໄລລຸກຊຳບວກ. ດຣ. ລໍເຣັ້ນ ຊີຣີ ແລະ ຄະນະກຳມະການກາແດງສາກົນປະຈຳບາງກອກ. ຂໍສະແດງຄວາມຍິນດີກັບຜູ້ເຂົ້າຮ່ວມແຂ່ງຂັນໝົດທຸກຄົນ ໂດຍສະເພາະ ທີມຊະນະເລີດ ໄດ້ແກ່ ນາງ ລຸ້ງລາວັນ ວົງໄຊ … Continued

ການເຝິກຊ້ອມການເຂົ້າຮ່ວມສານຈຳລອງ, ວັນທີ 4-8 ພະຈິກ 2019

ຄະນະນິຕິສາດ, ເສດຖະກິດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ ຮ່ວມມືກັບ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ມີຄວາມຍິນດີໃນການຕ້ອນຮັບ ທ່ານ ດຣ. ເຮເລນ ເດິ ກີດ ແລະ ທ່ານ ດຣ. ລໍເຣັ້ນ ຊີຣີ ເພື່ອມາດຳເນີນການເຝິກຊ້ອມການແຂ່ງຂັນສານຈຳລອງ ທີ່ມະຫາວິທະຍາໄລແຫ່ງຊາດລາວ ໃນລະຫວ່າງວັນທີ 4-8 ພະຈິກ 2019. ທັງສອງທ່ານ ໄດ້ມີປະສົບການທີ່ຍາວນານໃນການເຝິກຊ້ອມການເຮັດສານຈຳລອງ ທີ່ມະຫາວິທະຍາໄລລຸກຊຳບວກ. ການເຝິກຊ້ອມການແຂ່ງຂັນສານຈຳລອງໄດ້ຈັດຂຶ້ນເປັນເວລາ 4 ວັນ ໃຫ້ແກ່ບັນດານັກສຶກສາຄະນະນິຕິສາດ ແລະ ລັດຖະສາດ ຜູ້ທີ່ຈະໄປເຂົ້າຮ່ວມໃນ ການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ໃນພາກພື້ນອາຊີປາຊີຟິກ. ການແຂ່ງຂັນສານຈຳລອງ ແມ່ນສຳຄັນຕໍ່ “ການຮຽນຮູ້ຈາກບັນຫາ” ແລະ ສົ່ງເສີມການສິດສອນທີ່ກ່ຽວຂ້ອງກັບການປະຕິບັດ. ນັກຮຽນຈະບໍ່ພຽງແຕ່ພັດທະນາທັກສະທາງດ້ານກົດໝາຍເທົ່ານັ້ນ, ແຕ່ຍັງມີທັກສະການປາກເວົ້າ ແລະ ການໂຕ້ວາທີ, ພ້ອມທັງທັກສະດ້ານພາສາອັງກິດຂອງພວກເຂົານຳອີກ. ນັກຮຽນທຸກຄົນແມ່ນໄດ້ຮັບໃບຢັ້ງຢືນພາຍຫຼັງສຳເລັດການເຝິກຊ້ອມ. ຜ່ານການສະໜັບສະໜູນ ໂດຍສະຖາບັນ ILSTA, ດຣ. … Continued

ທີມຕົວແທນປະເທດລາວທີ່ຮົງກົງ, ສານຈຳລອງກົດໝາຍມະນຸດສະທຳສາກົນ, ເດືອນມີນາ 2019

ຂໍສະແດງຄວາມຍິນດີແກ່ ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ, ຕາງໜ້າ ສປປ ລາວ ໄປເຂົ້າຮ່ວມການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ໃນເດືອນມີນາ 2019 ນີ້ ຢູ່ທີ່ ຮົງກົງ. ໃນການແຂ່ງຂັນລະດັບຊາດ ແລະ ລະດັບນາໆຊາດ ໃນປີ 2018 ແລະ 2019 ນັກສຶກສາທີ່ເຂົ້າຮ່ວມແຂ່ງຂັນ ແມ່ນໄດ້ຮັບການເຝິກຊ້ອມກັບຜູ້ປະສານງານໂຄງການ. ໃນຮອບແຂ່ງຂັນທີ່ຈັດຂຶ້ນຢູ່ຮົງກົງ, ຕົວແທນນັກສຶກສາລາວຖືໄດ້ວ່າເຮັດໄດ້ດີຫຼາຍ ທຽບກັບມະຫາວິທະຍາໄລອັນດັບຕົ້ນໆໃນອາຊີ ເໜືອກວ່າຕົວແທນຈາກປະເທດໄທ, ອິນໂດເນເຊຍ ແລະ ຫວຽດນາມ. ໃນເດືອນພະຈິກ 2019 ທີ່ຜ່ານມາ, ມະຫາວິທະຍາໄລລຸກຊຳບວກ ໄດ້ຈັດຫຼັກສູດເຝິກອົບຮົມການແຂ່ງຂັນສານຈຳລອງ ຈັດຂຶ້ນທີ່ ຄນລ ນຳພາໂດຍຜູ້ຊ່ຽວຊານສານຈຳລອງ (ທ່ານ ດຣ. ລໍເຣັ້ນ ຊີຣີ ເຊິ່ງເປັນອະດີດຄູເຝິກທີ່ ມະຫາວິທະຍາໄລລຸກຊຳບວກ ໃຫ້ນັກສຶກສາເຂົ້າແຂ່ງຂັນສານຈຳລອງ JESSUP Moot).

ການແຂ່ງຂັນສວນຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບຊາດ, ວັນທີ 28 ພະຈິກ 2018

ໃນວັນພຸດ ວັນທີ 28 ພະຈິກ 2018 ອົງການກາແດງສາກົນ ໄດ້ຈັດການເເຂ່ງຂັນສານຈຳລອງອາຊີປາຊີຟິກ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບຊາດ ທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ. ການແຂ່ງຂັນນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກມະຫາວິທະຍາໄລລຸກຊຳບວກ ໂດຍນັກສຶກສາໄດ້ຜ່ານການເຝິກອົບຮົມຈາກທ່ານ ດຣ. ເພີຣີນ ຊິມອນ ເຊິ່ງເປັນຜູ້ປະສານງານຂອງມະຫາວິທະຍາໄລລຸກຊຳບວກ ປະຈຳຢູ່ນະຄອນຫຼວງວຽງຈັນ ແລະ ດຣ. ລໍເຣັ້ນ ຊິຣີ ຈາກ ວິທະຍາໄລມະຫາວິທະຍາໄລຄອກ (University College Cork ຜ່ານຫຼັກສູດເຝິກອົບຮົມ ເປັນເວລາ 1 ອາທິດ. ພວກເຮົາຂໍສະເເດງຄວາມຍິນດີກັບນັກສຶກສາເຂົ້າຮ່ວມທຸກຄົນ, ໂດຍສະເພາະເເມ່ນ ຜູ້ຊະນະເລີດການເເຂ່ງຂັນສານຈຳລອງ ທີ່ຈະເດີນທາງໄປເເຂ່ງຂັນໃນຮອບນາໆຊາດ ໃນເດືອນ ມີນາ 2019 ທີ່ຮົງກົງ.

ການເຝິກຊ້ອມການແຂ່ງສານຈຳລອງ ຄັ້ງທຳອິດ, ວັນທີ 5-9 ພະຈິກ 2018

ເປັນຄັ້ງທຳອິດທີ່ມະຫາວິທະຍາໄລລຸກຊໍາບວກໄດ້ຈັດ ຫຼັກສູດກຽມສານຈໍາລອງ ທີ່ນຳໂດຍ ດຣ. ລໍເຣັ້ນ ຊີຣີ ທີ່ເປັນຜູ້ຊ່ຽວຊານກ່ຽວກັບການແຂ່ງຂັນສານຈຳລອງ. ດຣ. ລໍເຣັ້ນ ໄດ້ດຳເນີນຫຼັກສູດດັ່ງກ່າວ ເປັນເວລາຫ້າມື້ ໃຫ້ແກ່ນ້ອງນັກສຶກສາຜູ້ທີ່ຈະເຂົ້າແຂ່ງຂັນ “ສານຈໍາລອງອາຊີປາຊີຟິກວ່າດ້ວຍກົດໝາຍມະນຸດສະທໍາສາກົນ”. ດຣ. ລໍເຣັ້ນ ຊີຣີ ເຊິ່ງເປັນອາຈານສອນທີ່ University College Cork ປະເທດອຽກລັງ ແລະ ເປັນອະດີດນັກຄົ້ນຄວ້າທີ່ມະຫາວິທະຍາໄລລຸກຊຳບວກ ໄດ້ມາທີ່ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ (ທີ່ນະຄອນຫຼວງວຽງຈັນ) ໃນລະຫວ່າງວັນທີ 5-9 ພະຈິກ. ທ່ານຍັງເປັນອະດີດຄູເຝິກໃຫ້ນັກສຶກສາທີ່ມະຫາວິທະຍາໄລລຸກຊຳບວກທີ່ຈະເຂົ້າຮ່ວມແຂ່ງຂັນສານຈຳລອງ JESSUP Moot ແລະ ທັງເປັນອະດີດທະນາຍຄວາມຝ່າຍຈຳເລີຍໃນຄະດີອາຍາ. ດຣ. ລໍເຣັ້ນ ຊີຣີ ຍັງໄດ້ໃຫ້ການບັນຍາຍແບບເປີດກວ້າງໃນຫົວຂໍ້ “ໂຄງຮ່າງການຈັດຕັ້ງ ແລະ ຜູ້ເຂົ້າຮ່ວມໃນກົດໝາຍອາຍາສາກົນ” ໃຫ້ແກ່ນັກສຶກສາ ແລະ ອາຈານທີ່ ຄນລ ຫຼາຍກວ່າ 100 ຄົນ ພາຍໃຕ້ຂອບການຮ່ວມມືຂອງໂຄງການຂອງພວກເຮົາກັບສະຖາບັນ ILSTA (ບົດບັນຍາຍແບບເປີດກວ້າງຂອງ ILSTA … Continued