ການເຝິກກອົບຮົມຄູເຝິກສານຈຳລອງ ຄັ້ງທີ2, ວັນທີ 1- 24 ມີນາ 2022

ມະຫາວິທະຍາໄລລຸກຊຳບວກ ສະໜັບສະໜູນການຮຽນຮູ້ຈາກການແກ້ບັນຫາ(PBL) ຜ່ານການເຝິກອົບຮົມໃຫ້ຄູ-ອາຈານ ຄົນລາວ ເພື່ອກຽມຄວາມພ້ອມສູ່ການເປັນ “ຄູເຝິກສານຈຳລອງ”. ອີງຕາມຜົນສໍາເລັດ “ການເຝິກອົບຮົມຄູເຝິກ”  ສານຈໍາລອງຄັ້ງທໍາອິດ ໃນເດືອນພະຈິກ ປິ 2021, ຄູ-ອາຈານ ກໍມີຄວາມກະຕືລືລົ້ນ ທີ່ຢາກຈະລົງເລິກທັກສະ ແລະ ມີຄວາມຕັ້ງໃຈຢາກສືບຕໍ່ຝຶກອົບຮົມ ກັບ ດຣ. ປະພາວະດີ ທະໂນດົມເດດ ຈາກມະຫາວິທະຍາໄລຈຸລາລົງກອນ ປະເທດໄທ. ດຣ. ປະພາວະດີ ເປັນອາຈານສອນທີ່ມະຫາວິທະຍາໄລຈຸລາລົງກອນ ໃນລາຍວິຊາກົດໝາຍລະຫວ່າງຊາດພາກລັດ, ເປັນຄູເຝິກໃຫ້ແກ່ທີມຕົວແທນຂອງ ມ. ຈຸລາ ໃນການແຂ່ງຂັນສານຈຳລອງ Philips C. Jessup International Moot Court Competition 2021 ແລະ ຍັງມີສ່ວນຮ່ວມໃນການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນຂອງໄທ ທີ່ຈັດໂດຍຄະນະກຳມະການກາແດງສາກົນ.

ການເຝິກອົບຮົມ ແມ່ນຈັດຜ່ານທາງອອນລາຍ ໃນລະຫວ່າງ ວັນທີ 1- 24 ມີນາ ປີ 2022, ເຊີ່ງມີອາຈານເຂົ້າຮ່ວມທັງໝົດ 15 ທ່ານ ຈາກ ຄະນະນິຕິສາດ ແລະ ລັດຖະສາດ ຂອງ ມະຫາວິທະຍາໄລແຫ່ງຊາດ (ຄນລ ມຊ) ແລະ ຄະນະນິຕິສາດ ແລະ ລັດຖະສາດ ຂອງ ມະຫາວິທະຍາໄລຈຳປາສັກ (ຄນລ ມຈ)

ຈຸດປະສົງຫຼັກຂອງການເຝິກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈກ່ຽວກັບບັນຫາທາງດ້ານກົດໝາຍຂອງ ກົດໝາຍມະນຸດສະທຳສາກົນ (IHL) ແລະ ກົດໝາຍອາຍາສາກົນ (ICL) ແລະ ທັກສະການຖະແຫຼງການດ້ວຍວາຈາ ເພື່ອກຽມຄວາມພ້ອມໃຫ້ ອາຈານ ໃນການເປັນຄຸເຝິກສານຈຳລອງ. ການເຝິກອົບຮົມແມ່ນດຳເນີນເປັນພາສາໄທ ແລະ ໄດ້ແບ່ງອອກເປັນ 4 ພາກ. ໃນພາກທຳອິດໄດ້ກວມເອົາ ບັນຫາສະເພາະທາງດ້ານກົດໝາຍໃດໜື່ງ(ເອົາມາຈາກ ໂຈດການແຂ່ງຂັນ ເທື່ອທີ່ແລ້ວ) ແລະ ບັນດາແຫຼ່ງຂໍ້ມູນທາງດ້ານກົດໝາຍ/ ເອກະສານທີ່ໃຊ້ໃນການຄົ້ນຄວ້າ. ໃນພາກທີ 2 ໄດ້ກວມເອົາ ເຂດອຳນາດສານ ຂອງສານອາຍາສາກົນ (ICC) ແລະ ການນໍາໃຊ້ເຂດອໍານາດສານກັບຄະດີຕົວຈິງທີ່ເກີດຂື້ນກ່ອນ ສານອາຍາສາກົນ. ໃນພາກທີ່ສາມ ແມ່ນໄດ້ເວົ້າເຖິງ “ອາດຊະຍາກຳສົງຄາມ ໃນການບັງຄັບໃຫ້ສະເລີຍເສິກ ຫຼື ຜູ້ໄດ້ຮັບການຄຸ້ມຄອງເຂົ້າຮ່ວມກອງກຳລັງສັດຕູ” ແລະ ອົງປະກອບຂອງການກະທຳຜິດນີ້, ພ້ອມທັງຄວາມຮັບຜິດຊອບທາງອາຍາ. ຜູ້ບັນຍາຍ ໄດ້ແບ່ງອາຈານອອກເປັນ 2 ກຸ່ມ ເພື່ອທີ່ຈະເຮັດວຽກຮ່ວມກັນ ແລະ ກະກຽມການຖະແຫຼງການດ້ວຍວາຈາ ໃນນາມຂອງ ທະນາຍ ແລະ ໄອຍະການ ແລະ ໄດ້ມີການ ຖະແຫຼງການດ້ວຍວາຈາ ຕົວຈິງໃນ ພາກສຸດທ້າຍຂອງການເຝິກອົບຮົມ.

ໃນຊ່ວງໄລຍະຂອງການເຝິກອົບຮົມ, ຜູ້ເຂົ້າຮ່ວມໄດ້ມີໂອກາດເຮັດວຽກເປັນທີມ ໂດຍການແຍກຫ້ອງ ແລະ ໄດ້ວຽກບ້ານ ເພື່ອໄປຄົ້ນຄ້ວາ ແລະ ກຽມການຖະແຫຼງການດ້ວຍວາຈາ. ໃນການເຝິກແບບປະຕິບັດຕົວຈິງແບບນີ້ ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຄວາມເຂົ້າໃຈຢ່າງເລິກເຊີ່ງ ໃນການ ຖະແຫຼງການດ້ວຍວາຈາຂອງສານຈຳລອງ. ດຣ. ປະພາວະດີ ຍັງໄດ້ເວົ້າກ່ຽວກັບປະສົບການການເປັນຄູເຝິກເອງທີ່ປະເທດໄທ ແລະ ວິທີການໃນການຖະແຫຼງການດ້ວຍວາຈາ ທີ່ດີ.

ການເຝິກອົບຮົມ ແມ່ນໄດ້ຮັບໜາກຜົນທີ່ດີ ແລະ ເປັນບາດກ້າວອັນສຳຄັນ ໃນການຮ່ວມມື ດ້ານສານຈຳລອງ ກັບມະຫາວິທະຍາໄລໃນໄທ. ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ມີແຜນທີ່ຈະຂະຫຍາຍການຮ່ວມມື ກັບ ປະເທດໄທ ໂດຍການ ຈັດການແຂ່ງຂັນສານຈຳລອງ ເປັນພາສາໄທ ໂດຍນັ້ນໃສ່ການຕັດສິນຄະດີອາຍາສາກົນ ທີ່ງ່າຍກວ່າ, ໂດຍຈະນຳເອົາຄູເຝິກຄົນລາວ ຄົນໃໝ່ ເພື່ອຝຶກໃຫ້ແກ່ ທີກນັກສຶກສາລາວ 2-3 ທີມ. ການແຂ່ງຂັນແມ່ນອາດຈະເປັນເຈົ້າພາບໂດຍ ມະຫາວິທະຍາໄລທຳມະສາດ ຫຼື ມະຫາວິທະຍາໄລຈຸລາລົງກອນ, ທີ່ກຸງເທບ ໃນລະຫວ່າງຕົ້ນປີ 2023.