ການແຂ່ງຂັນສານຈໍາລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບຊາດ, ຄັ້ງວັນທີ 14 ທັນວາ 2022

ໃນວັນທີ 14 ທັນວາ 2022,  ການເເຂ່ງຂັນສານຈໍາລອງຂອງຄະນະກໍາມາທິການກາແດງສາກົນ ວ່າດ້ວຍກົດໝາຍມະນຸດສະທຳສາກົນລະດັບຊາດໄດ້ໄຂຂຶ້ນ ທີ່ຄະນະນິຕິສາດ ແລະ ລັດຖະສາດ, (ຄນລ) ພິເສດໃນປີນີ້ການແຂ່ງຂັນ ແມ່ນໄດ້ຮັບການສະໜັບສະໜູນຈາກມະຫາວິທະຍາໄລລຸກຊຳບວກ.

ໃນການແຂ່ງຂັນປີນີ້,  ທີມຜູ້ແຂ່ງຂັນ 3 ທີມ ແມ່ນໄດ້ແຂ່ງຂັນກັນວ່າຄວາມ ໂດຍປ່ຽນກັນສວມບົດບາດເປັນຝ່າຍໄອຍະການ ແລະ ຝ່າຍຈຳເລີຍເພື່ອໂຕແຍ່ງກັນ. ເຊັ່ນດຽວກັນກັບຫຼາຍໆປິທີິ່ຜ່ານມາການແຂ່ງຂັນໃນການວ່າຄວາມຄະດີຈຳລອງ ແມ່ນທີມຜູ້ເຂົ້າແຂ່ງຂັນໄດ້ຈຳລອງການວ່າຄວາມຕໍ່ໜ້າສານອາຍາສາກົນ (ICC). ບັນດາກຳມະການຕັດສິນສຳລັບການແຂ່ງຂັນສານຈຳລອງຮອບລະດັບປະເທດໃນປີນີ້ ແມ່ນໃຫ້ກຽດຮ່ວມໂດຍ ດຣ. ປະພາວາດີ ທາໂນດົມເດດ (ອາຈານມາຈາກມະຫາວິທະຍາໄລຈຸລາລົງກອນ), ທ່ານ ນາງ ໂຊເຟຍ ຄາສັນ ຈາກມູນນິທິອາຊີ (ຫົວໜ້າໂຄງການ ໂຄງການຊ່ວຍເຫຼືອທາງກົດໝາຍໃນລາວ) ແລະ ທ່ານ ພັນທະສັກ ມິງນະຄອນ (ອາຈານມາຈາກ ຄະນະນິຕິສາດ ແລະ ລັດຖະສາດ, ມຊ).

ໂດຍສະເພາະປີນີ້,  ການແຂ່ງຂັນໃນຮອບລະດັບຊາດແມ່ນໄດ້ຮັບການສະໜັບສະໜຸນທາງດ້ານທຶນຮອນ ແລະ ທາງດ້ານວິຊາການ ຈາກມະຫາວິທະຍາໄລລຸກຊໍາບວກ ເນື່ອງຈາກຄະນະກຳມາທິການກຳແດງສາກົນປະຈຳລາວ ແມ່ນໄດ້ປະເຊີນກັບບັນຫາການຂາດແຄນພະນັກງານ. ຜູ້ເຂົ້າຮ່ວມແຂ່ງຂັນທຸກຄົນທຸກຄົນໄດ້ຮັບການຝຶກອົບຮົມໃຫ້ໂດຍ ດຣ.ເພີຣີນ ຊິມອນ (ຜູ້ປະສານງານໂຄງການຂອງມະະຫາວິທະຍາໄລ ລຸກຊໍາບວກ ປະຈໍາການຢູ່ນະຄອນຫຼວງວຽງຈັນ) ແລະ ດຣ. ລໍເຣັ້ນ ຊີລີ ເຊິ່ງທັງສອງທ່ານແມ່ນໄດ້ໃຫ້ການຝຶກອົບຮັບກັບຜູ້ເຂົ້າຮ່ວມຢ່າງເຂັ້ມຂຸ້ນເປັນໄລຍະເວລາໜຶ່ງອາທິດໃນເດືອນຕຸລາ 2022 ທີ່ຜ່ານມາ. ຜູ້ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ແມ່ນຜູ້ເຂົ້າຮ່ວມຊຸດທໍາອິດ ໃນການຝຶກອົບຮົມແບບເຊິງໜ້າ ຫຼັງຈາການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພວກເຮົາຫວັງວ່າໃນປີຕໍ່ໆໄປຈະມີທີມທີ່ເຂົ້າຮ່ວມໃນການແຂ່ງຂັນເພີ່ມຂຶ້ນ ເພື່ອເປັນການສົ່ງເສີມການແຂ່ງຂັນສານຈໍາລອງຂອງພາກພື້ນ ອາຊີ-ປາຊີຟິກ.

ການແຂ່ງຂັນສານຈຳລອງກ່ຽວກັບກົດໝາຍມະນຸດສະທໍາສາກົນແມ່ນ ເປັນການກະຕຸ້ນການຄິດວິເຄາະໂດຍໃຊ້ກົດໝາຍຢ່າງມີເຫດມີມີຜົນ ແລະ ຊ່ວຍໃຫ້ເຮົາຮຽນຮູ້ທີ່ຈະຫາຈຸດຢືນຂອງຕົນເອງ. ນັກສຶກສາຍັງໄດ້ມີໂອກາດພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ທັກສະພາສາອັງກິດອີກດ້ວຍ! ຫຼັງຈາກທີ່ຕ້ອງແຂ່ງຂັນການແບບອອນລາຍມາຫຼາຍປີ ໃນທີ່ສຸດ ທີມທີ່ຊະນະການແຂ່ງຂັນໃນປິນີ້ຈະໄດ້ເດີນທາງໄປ ຮົງກົງ ໃນເດືອນ ມີນາ 2023.

ພວກເຮົາຂໍສະແດງຄວາມຍິນດີກັບທຸກໆທີມທີ່ເຂົ້າແຂ່ງ ໂດຍສະເພາະທີມທີ່ຊະນະເລີດ ທ. ອຳພົນ ຄໍາມະນີວົງ, ນ.​ລັດດາພອນ ສໍພາບມີໄຊ ແລະ ນ. ສຸມາລີ ສີສຸທຳມະມຸນີ ເຊິ່ງຈະເຂົ້າຮ່ວມເປັນຕົວແທນໃຫ້ ຄະນະນິຕິສາດ ແລະ ລັດຖະສາດ ໃນການແຂ່ງຂັນຮອບສາກົນຢູ່ຮົງກົງ!