ສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທໍາສາກົນ ລະດັບສາກົນ 9-10 ມີນາ2022

ພວກເຮົາຂໍສະແດງຄວາມຍິນດີອີກ ກັບທີມຕົວແທນປະເທດລາວທີ່ໄດ້ເຂົ້າຮ່ວມການແຂ່ງຂັນສານ ຈໍາລອງ ວ່າດ້ວຍກົດຫມາຍມະນຸດສະທໍາສາກົນ ຂອງອົງການກາແດງສາກົນ ເຊິ່ງໄດ້ຈັດຂຶ້ນຜ່ານທາງອອນລາຍອີກຄັ້ງ ເນື່ອງຈາກການລະບາດຂອງພະຍາດ Covid-19, ນັບແຕ່ວັນທີ 9-13 ເດືອນມີນາ ປີ 2022. ມະຫາວິທະຍາໄລລຸກຊໍາບວກ ກໍໄດ້ສະຫນັບສະຫນູນຊ່ວຍເຫຼືອ ມະຫາວິທະຍາໄລແຫ່ງຊາດລາວໃນການເຂົ້າຮ່ວມແຂ່ງຂັນຮອບສາກົນໃນຄັ້ງນີ້. ດຣ. ເພີຣີນ ຊິມອນ ຜູ້ປະສານງານຈາກມະຫາວິທະຍາໄລລຸກຊໍາບວກ ໄດ້ເປັນຜູ້ຝຶກໃນລະຫວ່າງເດືອນມັງກອນ ເຖິງເດືອນມີນາ ແລະ ໄດ້ອໍານວຍສະຖານທີ່ໃຫ້ຜູ້ເຂົ້າແຂ່ງຂັນທີ່ຫ້ອງການຂອງ ໂຄງການພວກເຮົາ ຄະນະນິຕິສາດ ແລະ ລັດຖະສາດ.

ຫຼັງຈາກຍາດໄດ້ໄຊຊະນະຈາກການແຂ່ງຂັນລະດັບປະເທດ ໃນເດືອນທັນວາ ປີ 2021 ທີມຕົວແທນປະເທດລາວໄດ້ມີການເຝິກຊ້ອມ ຢ່າງຂຸ້ນຂ້ຽວຈົນເຖິງມື້ສຸດທ້າຍ ຂອງການແຂ່ງຂັນ. ຜູ້ເຂົ້າແຂ່ງຂັນໄດ້ເຮັດວຽກຢ່າງໜັກ ແລະ ໄດ້ເອົາໃຈໃສ່ ຕັ້ງໃຈກັບການແຂ່ງຂັນສານຈໍາລອງຄັ້ງນີ້ຫຼາຍ ຍ້ອນວ່າຈະໄດ້ນໍາໃຊ້ກົດຫມາຍອາຍາສາກົນໄປແຂ່ງຂັນກັບບັນດາມະຫາວິທະຍາໄລອື່ນໃນພາກພື້ນອາຊີ-ປາຊິຟິກ ເຊິ່ງແຂ່ງຂັນເປັນພາສາອັງກິດ ທັງຫມົດ.

ຫຼັງຈາກມື້ຂອງການແຂ່ງຂັນ ດ້ວຍຈໍານວນທີມນັກສຶກສາທີ່ເຂົ້າຮ່ວມທັງຫມົດ 24 ທີມ ຂອງນັກສຶກສາກົດໝາຍທົ່ວອາຊີ-ປາຊີຟິກ. ທີມຊະນະເລີດໄດ້ແກ່ ມະຫາວິທະຍາໄລບໍລິຫານສິງກະໂປ(ໂຮງຮຽນກົດໝາຍ Yong Pung How), ລາງວັນຮອງຊະນະເລີດໄດ້ແກ່ ມະຫາວິທະຍາໄລ Gadjah Mada(ຄະນະກົດໝາຍ), Dylan Jesse Andrian ຈາກມະຫາວິທະຍາໄລຮົງກົງ ໄດ້ລາງວັນຜູ້ວ່າຄວາມດີເດັ່ນ, ມະຫາວິທະຍາໄລຈີນ ໃນ ຮົງກົງໄດ້ຮັບລາງວັນ ດີເດັ່ນໃນການຂຽນຄໍາສັ່ງຟ້ອງ/ຄໍາແກ້ຟ້ອງຝ່າຍໄອຍະການ ແລະ ລາງວັນດີເດັ່ນໃນ ການຂຽນຄໍາສັ່ງຟ້ອງ/ຄໍາແກ້ຟ້ອງຝ່າຍທະນາຍ ຕົກເປັນຂອງ ມະຫາວິທະຍາໄລຈຸລາລົງກອນ. ທີມທີ່ໄດ້ເຂົ້າຮອບຮອງຊະນະເລີດໄດ້ແກ່: ມະຫາວິທະຍາໄລອິດສະລາມສາກົນ ມາເລເຊຍ, ມະຫາວິທະຍາໄລບໍລິຫານສິງກະໂປ, ມະຫາວິທະຍາໄລຮົງກົງ, ມະຫາວິທະຍາໄລໂຕກຽວ, ມະຫາວິທະຍາໄລນິວເຊົ້າເວລ, ມະຫາວິທະຍາໄລ Gadjah Mada, ມະຫາວິທະຍາໄລ San Austinc ແລະ ມະຫາວິທະຍາໄລວິກຕໍເລຍ ວິວລິງຕັນ. ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບຜົນການແຂ່ງຂັນ ສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທໍາສາກົນ ລະດັບສາກົນ ຄັ້ງທີ 20, ທ່ນສາມາດກົດເຂົ້າໄປທີ່ລິງນີ້: https://www.redcross.org.hk/en/moot20/results.html

ທີມຈາກປະເທດລາວບໍ່ໄດ້ຜ່ານເຂົ້າຮອບ 8 ທີມສຸດທ້າຍ.ທີມເຂົ້າແຂ່ງຂັນໄດ້ຮັບຄໍາ ແຕ່ທີມລາວກໍໄດ້ຮັບຍ້ອງຍໍຈາກຄະນະກໍາມະການຕັດສິນໃນການແຂ່ງຂັນໃນພາກການວ່າຄວາມເບື້ອງຕົ້ນ ແລະ ໄດ້ຄະແນນດີຫຼາຍໃນພາກການຂຽນຄໍາສັ່ງຟ້ອງ/ຄໍາແກ້ຟ້ອງເຊີ່ງສະເລ່ຍແມ່ນໄດ້ລະດັບ ດີ ແລະ ດີຫຼາຍ.

ສານຈໍາລອງຄັ້ງນີ້ ທີ່ຈັດຂື້ນໂດຍອົງການກາແດງສາກົນ ເປັນການກະຕຸ້ນການຄິດວິເຄາະໂດຍໃຊ້ ກົດຫມາຍ, ຊ່ວຍໃຫ້ເຮົາຮຽນຮູ້ທີ່ຈະຫາຈຸດຢືນຂອງຕົນ. ພ້ອມກັນນັ້ນນັກສຶກສາຍັງໄດ້ມີໂອກາດພັດທະນາ ທັກສະການນໍາສະເຫນີ, ການໂຕ້ວາທີ ແລະ ພາສາອັງກິດອີກດ້ວຍ!