ຂ່າວສານ
ຫຼັງຈາກຜົນສໍາເລັດຂອງການຈັດກິດຈະກໍາ “Lunch and Learn” ກ່ອນໜ້ານີ້, ໂຄງການຮ່ວມມືມະຫາວິທະຍາໄລ ໄດ້ຈັດກິດຈະກໍາ Lunch and Learn ຂຶ້ນເປັນຄັ້ງທີ 3 ໃນວັນທີ 24 ກໍລະກົດ 2024, ທີ່ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ). ອາຈານ ແລະ ນັກຄົ້ນຄວ້າ 4 ທ່ານຈາກ ຄນລ ໄດ້ເຂົ້າຮ່ວມກິດຈະກໍາໃນຄັ້ງນີ້ ເຊິ່ງກິດຈະກໍາໃນຄັ້ງນີ້ກໍຖືເປັນການເຂົ້າຮ່ວມຄັ້ງທໍາອິດຂອງ ເກວນໂດ, ຜູ້ປະສານງານຄົນໃໝ່ຂອງໂຄງການຮ່ວມມືມະຫາວິທະຍາໄລລະຫວ່າງ ລາວ-ລຸກຊໍາບວກ.
ກິດຈະກໍາໃນຄັ້ງນີ້ເລີ່ມຕົ້ນໂດຍ ອາຈານ ປາງທອງ, ນັກສຶກສາປະລິນຍາເອກ ທີ່ມະຫາວິທະຍາໄລລຸກຊໍາບວກ, ໄດ້ນໍາສະເໜີໃນຫົວຂໍ້ “ການມີສ່ວນຮ່ວມສາທາລະນະໃນຂະແໜງການຂຸດຄົ້ນບໍ່ແຮ່” ແລະ ບົດບາດໃນການສ້າງຄວາມເຂັ້ມແຂງໃນລັດແຫ່ງກົດໝາຍ. ການນໍາສະເໜີຂອງ ອາຈານ ປາງທອງ ໄດ້ລວມເອົາ ປະຫວັດຄວາມເປັນມາຂອງການມີສ່ວນຮ່ວມສາທາລະນະ, ຄວາມສໍາຄັນ, ການມີສ່ວນຮ່ວມສາທາລະນະໃນ ສປປ ລາວ ໃນປັດຈຸບັນ. ອາຈານ ປາງທອງຍັງໄດ້ເນັ້ນໜັກໃນບັນຫາ ແລະ ສິ່ງທ້າທາຍທີ່ກ່ຽວຂ້ອງກັບການມີສ່ວນຮ່ວມສາທາລະນະພາຍໃນປະເທດ, ເຊິ່ງເຮັດໃຫ້ເກີດການສົນທະນາທີ່ຄຶກຄື້ນລະຫວ່າງຜູ້ເຂົ້າຮ່ວມ. ຜູ້ເຂົ້າຮ່ວມໄດ້ແລກປ່ຽນໄອເດຍ ແລະ ໄດ້ໂອ້ລົມເຖິງບັນຫາເກີດຂຶ້ນໃນ ສປປ ລາວ ພ້ອມທັງໄດ້ຊອກຫາວິທີທາງແກ້ໄຂ.

ອາຈານ ປາງທອງ ຍັງໄດ້ສະເໜີຄໍາແນະນໍາໃນບົດຄົ້ນຄວ້າຂອງລາວ ແລະ ແບ່ງປັນຂໍ້ມູນກັບຜູ້ເຂົ້າຮ່ວມ. ຫຼັງຈາກການນໍາສະເໜີ, ພາວລີນາ ໄດ້ໃຫ້ຄໍາເຫັນຕໍ່ກັບການນໍາສະເໜີ, ໂດຍຊົມເຊີຍ ອຈານ ປາງທອງ ສໍາລັບການນໍາສະເໜີທີ່ໄດ້ຜ່ານຄົ້ນຄວ້າຢ່າງລະອຽດ ແລະ ມີໂຄງຮ່າງບົດຄົ້ນຄວ້າທີ່ດີ. ເກວນໂດ ໄດ້ແນະນໍາ ອາຈານ ປາງທອງ ໃຫ້ຍົກຕົວຢ່າງຂອງການມີສ່ວນຮ່ວມສາທາລະນະທີ່ສະເພາະເຈາະຈົງໃນ ສປປ ລາວ ເພີ່ມຕື່ມ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມເຂົ້າໃຈໄດ້ຫຼາຍຍິ່ງຂຶ້ນ.


ພວກເຮົາດີໃຈຫຼາຍທີ່ຜູ້ເຂົ້າຮ່ວມໃຫ້ການຕອບຮັບທີ່ດີ ແລະ ໄດ້ເຫັນຜູ້ເຂົ້າຮ່ວມທຸກທ່ານປະກອບສ່ວນຢ່າງກະຕືລືລົ້ນ ແລະ ນໍາໃຊ້ພາສາອັງກິດເພື່ອສື່ສານໃນລະຫວ່າງກິດຈະກໍາ ເຊິ່ງເປັນສີ່ງທີ່ດີຫຼາຍ.
ຕິດຕາມກິດຈະກໍາເພີ່ມເຕີມ ແລະ Lunch & Learn ໃນອະນາຄົດ!
ຂ່າວສານ
ໂຄງການຮ່ວມມືມະຫາວິທະຍາໄລ ປະສົບຜົນສໍາເລັດໃນການຈັດກິດຈະກໍາ “Lunch and Learn” ເຊິ່ງກິດຈະກໍາ “Lunch and Learn” ໃນຄັ້ງທໍາອິດນີ້ ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາ 2024, ທີ່ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ). ອາຈານສອນກົດໝາຍ ແລະ ນັກຄົ້ນຄວ້າທາງກົດໝາຍຈາກ ຄນລ ຈໍານວນ 6 ທ່ານໄດ້ເຂົ້າຮ່ວມກິດຈະກໍາກັບພວກເຮົາໃນຄັ້ງນີ້.
ສໍາລັບກິດຈະກໍາ “lunch and learn” ໃນຄັ້ງທໍາອິດນີ້, ອາຈານຄໍາຜິວ ອາສາເປັນຜູ້ລິເລີ່ມໃນການຂຶ້ນນໍາສະເໜີ ແລະ ເພິ່ນກໍເຮັດໄດ້ດີຫຼາຍໃນການແບ່ງປັນປະສົບການ ການເຂົ້າຮ່ວມງານສໍາມະນານັກຄົ້ນຄວ້າທີ່ ປະເທດໄທ. ຂໍ້ມູນຕ່າງໆທີ່ເພິ່ນໄດ້ແບ່ງປັນ ເຮັດໃຫ້ຜູ້ເຂົ້າຮ່ວມປະກອບສ່ວນໃນການສົນທະນາຢ່າງກະຕືລືລົ້ນ ເຊິ່ງອາຈານຄໍາຜິວເອງກໍໄດ້ແບ່ງປັນຄວາມຮູ້ໃໝ່ທີ່ໄດ້ຮຽນຮູ້ມາ ບໍ່ວ່າຈະເປັນ ການຂຽນທາງດ້ານວິຊາການ, ການຮ່າງບົດສະເໜີການຄົ້ນຄວ້າ ແລະ ການນໍາສະເໜີບົດສະເໜີການຄົ້ນຄວ້າໃຫ້ແກ່ຜູ້ຟັງ ແລະ ໄດ້ຮັບຄໍາເຫັນຕໍ່ກັບບົດທີ່ນໍາສະເໜີ. ນອກຈາກນີ້, ອາຈານຄໍາຜິວເອງກໍຍັງໄດ້ບອກກ່າວຜູ້ເຂົ້າຮ່ວມໃນກິດຈະກໍາ “lunch and learn” ກ່ຽວກັບງານສໍາມະນາການຄົ້ນຄວ້າທີ່ລາວໄດ້ເຂົ້າຮ່ວມນັ້ນ ແມ່ນຈັດຂຶ້ນໃນທຸກໆປີ ແລະ ແນະນໍາວິທີການສະໝັກໃຫ້ແກ່ຜູ້ເຂົ້າຮ່ວມໃນງານສໍາມະນາອື່ນໆທີ່ຈະຈັດຂຶ້ນ.

ໃນຊ່ວງໄລຍະການສົນທະນາ, ຜູ້ເຂົ້າຮ່ວມກໍຍັງໄດ້ສົນທະນາເຖິງບາງບັນຫາທີ່ນັກຄົ້ນຄວ້າລາວປະສົບບັນຫາຢູ່ເຊັ່ນ: ຂໍ້ຈໍາກັດທາງດ້ານແຫຼ່ງຂໍ້ມູນ ໃນຫົວຂໍ້ທີ່ຄົ້ນຄວ້າ ແລະ ອຸປະສັກທາງດ້ານພາສາ. ຜູ້ເຂົ້າຮ່ວມທຸກທ່ານກໍປະທັບໃຈກັບການແບ່ງປັນ ແລະ ການຮຽນຮູ້ ແບບເປັນກັນເອງນີ້.
ນອກຈາກນີ້, ພວກເຮົາກໍຍິນດີຕ້ອນຮັບ ອາຈານ ປາງທອງ ໄຊຍະວົງ ເຊິ່ງເປັນອາຈານສອນກົດໝາຍທີ່ ຄະນະນິຕິສາດ ແລະ ລັດຖະສາດ ແລະ ກໍາລັງສຶກສາປະລິນຍາເອກ ທີ່ ມະຫາວິທະຍາໄລ ລຸກຊໍາບວກ ໂດຍຜ່ານການໃຫ້ທຶນການສຶກສາ ຈາກໂຄງການຮ່ວມມືມະຫາວິທະຍາໄລ. ທັງນີ້ເອງກໍເປັນໂອກາດດີສໍາລັບເພື່ອນຮ່ວມງານ ທີ່ຈະໄດ້ ແລກປ່ຽນສົນທະນາແບບເປັນກັນເອງ ກ່ຽວກັບປະສົບການການອາໄສຢູ່ປະເທດລຸກຊໍາບວກຂອງລາວ. ຜູ້ເຂົ້າຮ່ວມໄດ້ສົນທະນາເຖິງ ຄວາມແຕກຕ່າງ ແລະ ຄວາມຄ້າຍຄືກັນລະຫວ່າງ ມະຫາວິທະຍາໄລລຸກຊໍາບວກ ແລະ ມະຫາວິທະຍາໄລແຫ່ງຊາດ ໃນດ້ານການອໍານວຍຄວາມສະດວກທາງດ້ານການຄົ້ນຄວ້າ ແລະ ວິທີການຄົ້ນຄວ້າ ແລະ ໄດ້ຖາມ ອາຈານ ປາງທອງ ກ່ຽວກັບຊີວິດການເປັນຢູ່ໃນປະເທດລຸກຊໍາບວກ.

ກິດຈະກໍາ “Lunch and Learn” ແມ່ນຈັດຂຶ້ນເພື່ອເປັນສູນກາງໃຫ້ອາຈານ ແລະ ນັກຄົ້ນຄວ້າໄດ້ແບ່ງປັນປະສົບການ, ຄວາມຮູ້, ການຄົ້ນຄວ້າ ແລະ ຄວາມສົນໃຈເຊິ່ງກັນ ແລະ ກັນ. ໂຄງການຮ່ວມມືມະຫາວິທະຍາໄລ ຈະຈັດກິດຈະກໍານີ້ຂຶ້ນເດືອນລະຄັ້ງ ໂດຍມີຜູ້ນໍາສະເໜີທີ່ຕ່າງກັນໃນແຕ່ລະເທື່ອ ເພື່ອເປີດໂອກາດໃຫ້ມີການແບ່ງປັນລະຫວ່າງຄູອາຈານ ແລະ ນັກຄົ້ນຄວ້າ.
ພວກເຮົາດີໃຈຫຼາຍທີ່ໄດ້ຜູ້ເຂົ້າຮ່ວມໃຫ້ການຕອບຮັບທີ່ດີ ແລະ ກໍເປັນໂອກາດທີ່ດີຫຼາຍທີ່ໄດ້ເຫັນຜູ້ເຂົ້າຮ່ວມສື່ສານເປັນພາສາອັງກິດໃນລະຫວ່າງການສົນທະນາ, ເຊິ່ງເປັນການເພີ່ມການມີສ່ວນຮ່ວມໃນການສົນທະນາ.
ຕິດຕາມກິດຈະກໍາອື່ນໆ ແລະ ກິດຈະກໍາ Lunch and Learn ໃນອະນາຄົດໃນໄວໆນີ້!
ຂ່າວສານ
ໂຄງການຮ່ວມມືມະຫາວິທະຍາໄລ ປະສົບຜົນສໍາເລັດໃນການຈັດກິດຈະກໍາ “Lunch and Learn” ເຊິ່ງກິດຈະກໍາ “Lunch and Learn” ໃນຄັ້ງທໍາອິດນີ້ ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາ 2024, ທີ່ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ). ອາຈານສອນກົດໝາຍ ແລະ ນັກຄົ້ນຄວ້າທາງກົດໝາຍຈາກ ຄນລ ຈໍານວນ 6 ທ່ານໄດ້ເຂົ້າຮ່ວມກິດຈະກໍາກັບພວກເຮົາໃນຄັ້ງນີ້.
ສໍາລັບກິດຈະກໍາ “lunch and learn” ໃນຄັ້ງທໍາອິດນີ້, ອາຈານຄໍາຜິວ ອາສາເປັນຜູ້ລິເລີ່ມໃນການຂຶ້ນນໍາສະເໜີ ແລະ ເພິ່ນກໍເຮັດໄດ້ດີຫຼາຍໃນການແບ່ງປັນປະສົບການ ການເຂົ້າຮ່ວມງານສໍາມະນານັກຄົ້ນຄວ້າທີ່ ປະເທດໄທ. ຂໍ້ມູນຕ່າງໆທີ່ເພິ່ນໄດ້ແບ່ງປັນ ເຮັດໃຫ້ຜູ້ເຂົ້າຮ່ວມປະກອບສ່ວນໃນການສົນທະນາຢ່າງກະຕືລືລົ້ນ ເຊິ່ງອາຈານຄໍາຜິວເອງກໍໄດ້ແບ່ງປັນຄວາມຮູ້ໃໝ່ທີ່ໄດ້ຮຽນຮູ້ມາ ບໍ່ວ່າຈະເປັນ ການຂຽນທາງດ້ານວິຊາການ, ການຮ່າງບົດສະເໜີການຄົ້ນຄວ້າ ແລະ ການນໍາສະເໜີບົດສະເໜີການຄົ້ນຄວ້າໃຫ້ແກ່ຜູ້ຟັງ ແລະ ໄດ້ຮັບຄໍາເຫັນຕໍ່ກັບບົດທີ່ນໍາສະເໜີ. ນອກຈາກນີ້, ອາຈານຄໍາຜິວເອງກໍຍັງໄດ້ບອກກ່າວຜູ້ເຂົ້າຮ່ວມໃນກິດຈະກໍາ “lunch and learn” ກ່ຽວກັບງານສໍາມະນາການຄົ້ນຄວ້າທີ່ລາວໄດ້ເຂົ້າຮ່ວມນັ້ນ ແມ່ນຈັດຂຶ້ນໃນທຸກໆປີ ແລະ ແນະນໍາວິທີການສະໝັກໃຫ້ແກ່ຜູ້ເຂົ້າຮ່ວມໃນງານສໍາມະນາອື່ນໆທີ່ຈະຈັດຂຶ້ນ.

ໃນຊ່ວງໄລຍະການສົນທະນາ, ຜູ້ເຂົ້າຮ່ວມກໍຍັງໄດ້ສົນທະນາເຖິງບາງບັນຫາທີ່ນັກຄົ້ນຄວ້າລາວປະສົບບັນຫາຢູ່ເຊັ່ນ: ຂໍ້ຈໍາກັດທາງດ້ານແຫຼ່ງຂໍ້ມູນ ໃນຫົວຂໍ້ທີ່ຄົ້ນຄວ້າ ແລະ ອຸປະສັກທາງດ້ານພາສາ. ຜູ້ເຂົ້າຮ່ວມທຸກທ່ານກໍປະທັບໃຈກັບການແບ່ງປັນ ແລະ ການຮຽນຮູ້ ແບບເປັນກັນເອງນີ້.
ນອກຈາກນີ້, ພວກເຮົາກໍຍິນດີຕ້ອນຮັບ ອາຈານ ປາງທອງ ໄຊຍະວົງ ເຊິ່ງເປັນອາຈານສອນກົດໝາຍທີ່ ຄະນະນິຕິສາດ ແລະ ລັດຖະສາດ ແລະ ກໍາລັງສຶກສາປະລິນຍາເອກ ທີ່ ມະຫາວິທະຍາໄລ ລຸກຊໍາບວກ ໂດຍຜ່ານການໃຫ້ທຶນການສຶກສາ ຈາກໂຄງການຮ່ວມມືມະຫາວິທະຍາໄລ. ທັງນີ້ເອງກໍເປັນໂອກາດດີສໍາລັບເພື່ອນຮ່ວມງານ ທີ່ຈະໄດ້ ແລກປ່ຽນສົນທະນາແບບເປັນກັນເອງ ກ່ຽວກັບປະສົບການການອາໄສຢູ່ປະເທດລຸກຊໍາບວກຂອງລາວ. ຜູ້ເຂົ້າຮ່ວມໄດ້ສົນທະນາເຖິງ ຄວາມແຕກຕ່າງ ແລະ ຄວາມຄ້າຍຄືກັນລະຫວ່າງ ມະຫາວິທະຍາໄລລຸກຊໍາບວກ ແລະ ມະຫາວິທະຍາໄລແຫ່ງຊາດ ໃນດ້ານການອໍານວຍຄວາມສະດວກທາງດ້ານການຄົ້ນຄວ້າ ແລະ ວິທີການຄົ້ນຄວ້າ ແລະ ໄດ້ຖາມ ອາຈານ ປາງທອງ ກ່ຽວກັບຊີວິດການເປັນຢູ່ໃນປະເທດລຸກຊໍາບວກ.

ກິດຈະກໍາ “Lunch and Learn” ແມ່ນຈັດຂຶ້ນເພື່ອເປັນສູນກາງໃຫ້ອາຈານ ແລະ ນັກຄົ້ນຄວ້າໄດ້ແບ່ງປັນປະສົບການ, ຄວາມຮູ້, ການຄົ້ນຄວ້າ ແລະ ຄວາມສົນໃຈເຊິ່ງກັນ ແລະ ກັນ. ໂຄງການຮ່ວມມືມະຫາວິທະຍາໄລ ຈະຈັດກິດຈະກໍານີ້ຂຶ້ນເດືອນລະຄັ້ງ ໂດຍມີຜູ້ນໍາສະເໜີທີ່ຕ່າງກັນໃນແຕ່ລະເທື່ອ ເພື່ອເປີດໂອກາດໃຫ້ມີການແບ່ງປັນລະຫວ່າງຄູອາຈານ ແລະ ນັກຄົ້ນຄວ້າ.
ກິດຈະກໍາ “Lunch and Learn” ແມ່ນຈັດຂຶ້ນເພື່ອເປັນສູນກາງໃຫ້ອາຈານ ແລະ ນັກຄົ້ນຄວ້າໄດ້ແບ່ງປັນປະສົບການ, ຄວາມຮູ້, ການຄົ້ນຄວ້າ ແລະ ຄວາມສົນໃຈເຊິ່ງກັນ ແລະ ກັນ. ໂຄງການຮ່ວມມືມະຫາວິທະຍາໄລ ຈະຈັດກິດຈະກໍານີ້ຂຶ້ນເດືອນລະຄັ້ງ ໂດຍມີຜູ້ນໍາສະເໜີທີ່ຕ່າງກັນໃນແຕ່ລະເທື່ອ ເພື່ອເປີດໂອກາດໃຫ້ມີການແບ່ງປັນລະຫວ່າງຄູອາຈານ ແລະ ນັກຄົ້ນຄວ້າ.
ຕິດຕາມກິດຈະກໍາອື່ນໆ ແລະ ກິດຈະກໍາ Lunch and Learn ໃນອະນາຄົດໃນໄວໆນີ້!
ຂ່າວສານ
ໂຄງການຮ່ວມມືມະຫາວິທະຍາໄລ ໄດ້ມອບທຶນການສຶກສາໃຫ້ແກ່ນັກຄົ້ນຄວ້າກົດໝາຍທີ່ມີຄຸນສົມບັດທີ່ເໝາະສົມ ຈາກມະຫາວິທະຍາໄລແຫ່ງຊາດລາວ ເພື່ອໄປສຶກສາຕໍ່ລະດັບປະລິນຍາເອກທີ່ມະຫາວິທະຍາໄລລູກຊໍາບວກ ໃນປີ 2021-2024 ແລະ 2024-2027. ຜູ້ສະໝັກຈະຖືກຄັດເລືອກອີງຕາມ ບົດສະເໜີການຄົ້ນຄວ້າ, ປະສົບການດ້ານການຄົ້ນຄວ້າທາງດ້ານກົດໝາຍທີ່ຜ່ານມາ ແລະ ຄວາມຄ່ອງແຄ້ວທາງດ້ານພາສາ.


ໃນປີ 2021, ຜູ້ສະໝັກຄົນລາວຜູ້ທໍາອິດໄດ້ຖືກຄັດເລືອກ ເພື່ອເຂົ້າສຶກສາຕໍ່ລະດັບປະລິນຍາເອກ, ທີ່ ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ, ທີ່ປະເທດລຸກຊໍາບວກ. ທ່ານ ປາງທອງ ໄຊຍະວົງ, ເຊິ່ງເປັນອາຈານສອນກົດໝາຍທີ່ ຄະນະນິຕິສາດ ແລະ ລັດຖະສາດ, ໄດ້ຮັບທຶນການສຶກສາລະດັບປະລິນຍາເອກຈາກ ໂຄງການຮ່ວມມືມະຫາວິທະຍາໄລ. ປາງທອງໄດ້ເລີ່ມເຂົ້າສຶກສາລະດັບປະລິນຍາເອກ ທີ່ມະຫາວິທະຍາໄລລຸກຊໍາບວກ ໃນເດືອນ ຕຸລາ 2022 ແລະ ຄາດວ່າຈະສໍາເລັດການສຶກສາໃນປີ 2026. ໃນເດືອນພະຈິກ ປີ 2023, ປາງທອງໄດ້ນໍາສະເໜີບົດລາຍງານຄວາມຄືບໜ້າຂອງບົດຄົ້ນຄວ້າປະລິນຍາເອກ ເປັນເທື່ອທໍາອິດ. ຕັ້ງແຕ່ຊ່ວງເລີ່ມຕົ້ນການສຶກສາລະດັບປະລິນຍາເອກ, ປາງທອງ ແມ່ນໄດ້ມີສ່ວນຮ່ວມ ແລະ ກະຕືລືລົ້ນໃນກຸ່ມນັກຄົ້ນຄວ້າ ທີ່ມະຫາວິທະຍາໄລລຸກຊໍາບວກ.
ບົດຄົ້ນຄວ້າຂອງລາວແມ່ນສຸມໃສ່ຂອບເຂດທາງດ້ານກົດໝາຍຂອງ ສປປ ລາວ ສໍາລັບການລົງທຶນຕ່າງປະເທດ ແລະ ການປົກປ້ອງສິ່ງແວດລ້ອມ ເຊິ່ງເນັ້ນໜັກໃນຂະແໜງການຂຸດຄົ້ນບໍ່ແຮ່. ຈຸດປະສົງຂອງບົດຄົ້ນຄວ້າແມ່ນເພື່ອປະກອບສ່ວນເຂົ້າໃນການພັດທະນາທາງດ້ານກົດໝາຍໃນ ສປປ ລາວ ໂດຍການສົ່ງເສີມຄວາມໜັກແໜ້ນ, ຄວາມສອດຄ່ອງ ແລະ ຄວາມຊັດເຈນຂອງກົດໝາຍທີ່ກ່ຽວຂ້ອງກັບການສົ່ງເສີມການລົງທຶນ, ການປົກປ້ອງສິ່ງແວດລ້ອມ ແລະ ບໍ່ແຮ່. ບົດຄົ້ນຄວ້ານີ້ຄາດວ່າຈະເປັນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ ສປປ ລາວ.
ໃນເດືອນພະຈິກ 2023, ທ່ານ ປາງທອງ ໄດ້ສະເໜີບົດລາຍງານຄວາມຄືບໜ້າການຄົ້ນຄວ້າຄັ້ງທຳອິດຂອງຕົນຢ່າງສຳເລັດຜົນ.
ຕິດຕາມຄວາມຄືບໜ້າຂອງການຮໍ່າຮຽນລະດັບປະລິນຍາເອກຂອງປາງທອງ ທີ່ລຸກຊໍາບວກໃນຄັ້ງຕໍ່ໄປ!

ຂ່າວສານ
ໂຄງການຮ່ວມມືມະຫາວິທະຍາໄລ ໄດ້ຈັດງານສໍາມະນາໂຮງຮຽນກົດໝາຍລະດູແລ້ງຄັ້ງທີ 7, ໃນລະຫວ່າງວັນທີ 21-24 ພຶດສະພາ ປີ 2024, ທີ່ວັງວຽງ, ປະເທດລາວ. ອາຈານສອນຈໍານວນ 11 ທ່ານ ຈາກ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ), ມະຫາວິທະຍາໄລແຫ່ງຊາດ ໄດ້ຖືກເຊີນເຂົ້າຮ່ວມສໍາມະນາແບບເລັ່ງລັດເປັນເວລາ 4 ວັນ ໂດຍອີງຕາມຄວາມສົນໃຈໃນການປັບປຸງຄວາມຮູ້ທາງດ້ານກົດໝາຍຂອງພວກເຂົາ ແລະ ການມີສ່ວນຮ່ວມກັບໂຄງການຮ່ວມມືມະຫາວິທະຍາໄລ.
ໂຮງຮຽນກົດໝາຍລະດູແລ້ງຄັ້ງນີ້ ມຸ່ງເນັ້ນການເສີມສ້າງຄວາມຮູ້ໃຫ້ຜູ້ເຂົ້າຮ່ວມກ່ຽວກັບ “ຄວາມສໍາຄັນຂອງອະທິປະໄຕ ໃນການປ່ຽນແປງ ສປປ ລາວ ເປັນລັດພາຍໃຕ້ລັດຖະທໍາມະນູນ”. ໂຮງຮຽນກົດໝາຍລະດູແລ້ງແມ່ນ ດໍາເນີນເປັນພາສາອັງກິດ ເຊິ່ງນໍາພາໂດຍ ສາສະດາອາຈານ Stefan BRAUM (ຈາກມະຫາວິທະຍາໄລລຸກຊຳບວກ), ທ່ານນາງ Melina ANASTASOPOULOU (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ), ທ່ານນາງ Isabella LORENZONI, (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ), ທ່ານນາງ Zahra YUSIFLI (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ), ທ່ານນາງ ວິໄລ ລັງກາວົງ (ຄນລ), ທ່ານນາງ ບົວລະພຽນ ສີສຸກ (ຄນລ), ທ່ານ ປາງທອງ ໄຊຍະວົງ (ຄນລ ແລະ ມະຫາວິທະຍາໄລລຸກຊໍາບວກ), ທ່ານ ອິນທາ ດວງພິລາ (ຄນລ), ດຣ. Lone LINDHOLT (ທີ່ປຶກສາອາວຸໂສຂະແໜງການ, ໂຄງການ LAO/037) ແລະ ທ່ານນາງ Paulina BASCHTON (ຜູ້ປະສານງານໂຄງການຮ່ວມມືມະຫາວິທະຍາໄລ).


ມື້ທໍາອິດຂອງງານໂຮງຮຽນກົດໝາຍລະດູແລ້ງ ໄດ້ເລີ່ມເປີດພິທີໂດຍການຕ້ອນຮັບຂອງ Prof. Stefan Braum, ຫົວໜ້າໂຄງການ ແລະ ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ, ທ່ານນາງ ທັດສະນາລອນ ສີສຸນົນທ໌; ແລະ ວາລະຕໍ່ມາເປັນການແນະນໍາໂດຍ Prof. Braum ເພື່ອໃຫ້ຜູ້ເຂົ້າຮ່ວມຄຸ້ນເຄີຍກັບ “matrix ຂອງອະທິປະໄຕ”, ເຊິ່ງເປັນເສັ້ນສະແດງທີ່ພັດທະນາ ໂດຍນັກສຶກສາປະລິນຍາໂທຂອງມະຫາວິທະຍາໄລລຸກຊໍາບວກ ຮ່ວມກັນກັບສາສະດາຈານ Stefan Braum ເພື່ອສະແດງໃຫ້ເຫັນເຖິງລັກສະນະຂອງອະທິປະໄຕ. Prof. Braum ຍັງໄດ້ເຊື່ອມໂຍງຫົວຂໍ້ຂອງໂຮງຮຽນກົດໝາຍລະດູແລ້ງປີນີ້ ກັບການສົນທະນາໃນງານສໍາມະນາໂຮງຮຽນກົດໝາຍລະດູໜາວຄັ້ງທີ 6 ໃນເດືອນທັນວາ ປີ 2023 ເຊິ່ງໄດ້ກ່າວເຖິງຄວາມທ້າທາຍຂອງອະທິປະໄຕໃນ ສປປລາວ ທີ່ເກີດຈາກປັດໄຈທາງດ້ານພູມສາດ. ພາກການນໍາສະເໜີເບື້ອງຕົ້ນໄດ້ສ້າງຄວາມເຂົ້າໃຈເຖິງ ຄວາມໝາຍຂອງອະທິປະໄຕ. ຜູ້ເຂົ້າຮ່ວມໄດ້ປະກອບສ່ວນຢ່າງຕັ້ງໜ້າກ່ຽວກັບ “matrix ຂອງອະທິປະໄຕ” ແລະ ພະຍາຍາມຈັດວາງປະເທດລາວໃຫ້ຢູ່ໃນເສັ້ນສະແດງນັ້ນ.


ໃນມື້ທີສອງຂອງງານສໍາມະນາ, ທ່ານນາງ Melina Anastasopoulou ໄດ້ຂຶ້ນນໍາສະເໜີໃນຫົວຂໍ້ ແນວຄິດພື້ນຖານຂອງອະທິປະໄຕ ເຊິ່ງໄດ້ກວມເອົາທັງມຸມມອງແບບດັ້ງເດີມ ແລະ ມຸມມອງແບບໃໝ່ຂອງອະທິປະໄຕ. ນອກຈາກນີ້, ທ່ານນາງ Anastasopoulou ຍັງໄດ້ອະທິບາຍເຖິງການສ້າງລັດ ແລະ ມຸມມອງພາຍໃນ ແລະ ພາຍນອກຂອງອະທິປະໄຕ. ໃນວາລະຕໍ່ມາ, ທ່ານນາງ ວິໄລ ລັງກາວົງ, ອາຈານສອນກົດໝາຍຈາກມະຫາວິທະຍາໄລແຫ່ງຊາດ, ໄດ້ນໍາສະເໜີໃນຫົວຂໍ້: ‘ອະທິປະໄຕໃນລັດຖະທໍາມະນູນຂອງ ສປປ ລາວ’. ທ່ານນາງ ລັງກາວົງ ໄດ້ນໍາສະເໜີຜູ້ເຂົ້າຮ່ວມໃຫ້ຮູ້ຈັກກ່ຽວກັບ ມາດຕາໃນລັດຖະທໍາມະນູນຂອງ ສປປ ລາວ ທີ່ໄດ້ກໍານົດຄວາມໝາຍຂອງອະທິປະໄຕ.
ໃນຊ່ວງບ່າຍຂອງງານສໍາມະນາ, ທ່ານນາງ Isabella Lorenzoni ໄດ້ນໍາສະເໜີໃນຫົວຂໍ້ ອະທິປະໄຕໃນລະບຽບທາງກົດໝາຍສາກົນ ແລະ ສະຫະພາບເອີຣົບ. ຜູ້ເຂົ້າຮ່ວມໄດ້ສົນທະນາເຖິງ ປັດໄຈສາກົນມີອິດທິພົນຕໍ່ອະທິປະໄຕແຫ່ງຊາດແນວໃດ. ໃນບໍລິບົດນີ້, Prof. Braum ໄດ້ນຶກເຖິງ ຄວາມທ້າທາຍທີ່ກ່ຽວກັບການຈໍາກັດຄວາມໝາຍຂອງຫຼັກການຄວາມໄດ້ສັດສ່ວນໃນບໍລິບົດຂອງ ສປປ ລາວ; ເຊິ່ງເປັນແນວຄິດທີ່ໄດ້ສົນທະນາໃນງານໂຮງຮຽນກົດໝາຍລະດູແລ້ງ ໃນເດືອນມິຖຸນາ ປີ 2023. ນອກຈາກນີ້, ທ່ານນາງ ບົວລະພຽນ ສີສຸກ (ຄນລ) ໄດ້ສືບຕໍ່ການນໍາສະເໜີໃນຫົວຂໍ້: “ສປປ ລາວ ໃນບໍລິບົດຂອງອາຊຽນ – ອະນາຄົດຂອງ ສປປ ລາວ ໃນອະນາຄົດ”.


ທີ 3 ຂອງງານສໍາມະນາ ໄດ້ເລີ່ມຕົ້ນໂດຍການສົນທະນາໃນຫົວຂໍ້ ກົນໄກການຕັດສິນໃຈຂອງອາຊຽນ, ອິດທິພົນຂອງອາຊຽນຕໍ່ ສປປ ລາວ ແລະ ອະທິປະໄຕ, ເຊິ່ງກ່ຽວຂ້ອງກັບບົດນໍາສະເໜີຂອງທ່ານນາງ ສີສຸກ. ໃນວາລະຕໍ່ມາ, ທ່ານນາງ Anastasopoulou ໄດ້ນໍາສະເໜີໃນຫົວຂໍ້ທີ່ກ່ຽວຂ້ອງກັບ ການປ່ຽນແປງສະພາບອາກາດ ແລະ ການພັງທະລາຍຂອງອະທິປະໄຕ ເຊິ່ງນໍາໄປສູ່ການສົນທະນາໃນຫົວຂໍ້ ຄວາມທ້າທາຍທາງສິ່ງແວດລ້ອມໃນ ສປປ ລາວ. ວາລະຕໍ່ມາແມ່ນ ການນໍາສະເໜີຂອງ ທ່ານນາງ Zahra Yusifli ໃນຫົວຂໍ້: “ການຫຼຸດຜ່ອນຄວາມທຸກຍາກ ແລະ ການປົກປ້ອງຜູ້ດ້ອຍໂອກາດ”. ທ່ານນາງ Yusifli ໄດ້ເນັ້ນໃສ່ ສາເຫດຕົ້ນຕໍຂອງຄວາມທຸກຍາກ ແລະ ໄດ້ຖາມຄໍາຖາມ ໃຫ້ແກ່ຜູ້ເຂົ້າຮ່ວມ ກ່ຽວກັບຍຸດທະສາດໃນການຍົກສູງລະດັບຄຸນນະພາບຊີວິດຂອງປະຊາຊົນລາວ, ເຊິ່ງໃນນີ້ ບັນດາຜູ້ເຂົ້າຮ່ວມເອງໄດ້ປະກອບສ່ວນຢ່າງຄຶກຄື້ນ ແລະ ໄດ້ແບ່ງປັນມຸມມອງຕ່າງໆໃນການທີ່ ສປປ ລາວ ເອງຈະສາມາດດໍາເນີນການ ແລະ ກ້າວຂ້າມຜ່ານຄວາມທຸກຍາກນີ້ໄປໄດ້.


ໃນຊ່ວງບ່າຍຂອງງານສໍາມະນາ, ທ່ານນາງ Lorenzoni ໄດ້ຂຶ້ນນໍາສະເໜີໃນຫົວຂໍ້ “ອະທິປະໄຕໃນຊ່ວງເວລາການປ່ຽນຜ່ານໄປສູ່ດິຈິຕອລ ແລະ ປັນຍາປະດິດ”. ທ່ານນາງ Lorenzoni ໄດ້ນໍາສະເໜີຜູ້ເຂົ້າຮ່ວມກ່ຽວກັບ ແນວຄິດກ່ຽວກັບ ແລະ ສົນທະນາກ່ຽວກັບຜົນກະທົບຂອງປັນຍາປະດີດຕໍ່ກັບອະທິປະໄຕ. ຫຼັງການນໍາສະເໜີຂອງທ່ານນາງ Lorenzoni, ອາຈານສອນກົດໝາຍຄົນລາວ, ທ່ານ ປາງທອງ ໄຊຍະວົງ ໄດ້ຂຶ້ນນໍາສະເໜີໃນຫົວຂໍ້: “ຄວາມທ້າທາຍຂອງ ສປປ ລາວ ແລະ ຂອບເຂດທາງດ້ານກົດໝາຍໃນການຈັດການກັບຄວາມສ່ຽງລະດັບໂລກ”. ເພິ່ນໄດ້ສະຫຼຸບຄວາມທ້າທາຍສະເພາະທີ່ ສປປລາວໄດ້ປະເຊີນ ແລະ ບົດບາດຂອງຂອບເຂດທາງດ້ານກົດໝາຍຂອງ ສປປ ລາວ ໃນການຈັດການກັບຄວາມສ່ຽງຕ່າງໆ. ແລະ ນອກຈາກນີ້, ທ່ານນາງ Yusifli ໄດ້ນໍາສະເໜີກ່ຽວກັບ ອະທິປະໄຕຂອງລັດ, ການກໍານົດຕົນເອງ ແລະ ພູມສາດການເມືອງ. ເພິ່ນໄດ້ກ່າວເຖິງ ຂໍ້ຈໍາກັດເຂດອໍານາດຂອງອະທິປະໄຕໃນກົດໝາຍສາກົນ (ສັນຍາສາກົນ, ຂໍ້ຕົກລົງສາກົນ, ສົນທິສັນຍາສາກົນ) ແລະ ຍັງໄດ້ເນັ້ນຍໍ້າ ເຖິງເຫດການໃນປັດຈຸບັນທີ່ເປັນຕົວຢ່າງໃນການນໍາໃຊ້ຫຼັກການປ້ອງກັນຕົນເອງໃນການປົກປ້ອງອະທິປະໄຕພາຍໃຕ້ມາດຕາ 51 ຂອງກົດບັດ ສປຊ.


ໃນມື້ສຸດທ້າຍຂອງງານໂຮງຮຽນກົດໝາຍລະດູແລ້ງ, ທ່ານ ອິນທາ ດວງພິລາ ໄດ້ນໍາສະເໜີຂໍ້ມູນທີ່ເປັນປະໂຫຍດກ່ຽວກັບອະທິປະໄຕ ຂອງ ສປປ ລາວ ໃນການພົວພັນກັບພາຍນອກ ໃນອາຊີ ແລະ ເອີຣົບ. ທ່ານ ອິນທາ ຍັງໄດ້ສົນທະນາກ່ຽວກັບການມີສ່ວນຮ່ວມຂອງ ສປປ ລາວໃນການຮ່ວມມື ແລະ ການພົວພັນພາຍນອກ. ງານສໍາມະນາໂຮງຮຽນກົດໝາຍລະດູແລ້ງໄດ້ປິດລົງ ໂດຍການສົນທະນາໃນໂຕະມົນ, ເຊິ່ງບັນດາຜູ້ເຂົ້າຮ່ວມໄດ້ທົບທວນບົດຮຽນ ແລະ ປະເດັນຕ່າງໆທີ່ໄດ້ສົນທະນາໃນງານສໍາມະນາທັງ 4 ມື້.
ຜູ້ເຂົ້າຮ່ວມທັງໝົດໃນໂຮງຮຽນກົດໝາຍລະດູຮ້ອນໃນປີນີ້ ໄດ້ສະແດງຄວາມກະຕືລືລົ້ນ ແລະ ຫ້າວຫັນ, ໄດ້ມີສ່ວນຮ່ວມຢ່າງກະຕືລືລົ້ນກັບຜູ້ບັນຍາຍ ແລະ ຜູ້ເຂົ້າຮ່ວມດ້ວຍກັນກ່ຽວກັບ ແນວຄວາມຄິດຂອງອະທິປະໄຕໃນລັດພາຍໃຕ້ກົດໝາຍ.

ຂ່າວສານ
ມະຫາວິທະຍາໄລລຸກຊຳບວກ ຍິນດີທີ່ຈະປະກາດວ່າ ພວກເຮົາຈະເປີດຮັບສະໝັກເພື່ອຄັດເລືອກ ພະນັກງານຈາກ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ທີ່ສົນໃຈເຮັດບົດຄົ້ນຄວ້າໃນຂົງເຂດກົດໝາຍ ເພື່ອມາດຳເນີນການຄົ້ນຄວ້າ ພາຍໃຕ້ການຊີ້ນຳຂອງ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ.
ເງື່ອນໄຂໃນການສະໝັກ
ທຶນຄົ້ນຄວ້ານີ້ ແມ່ນເນັ້ນໃສ່ ຄູອາຈານລາວ ໃຫ້ພັດທະນາທັກສະໃນທາງດ້ານວິຊາການ ແລະ ທັກສະໃນການຄົ້ນຄວ້າ ໃນຂົງເຂດກົດໝາຍ, ເພື່ອສ້າງຄວາມເຂັ້ມແຂງແກ່ຄວາມອາດສາມາດໃນການຄົ້ນຄວ້າຂອງຕົນເອງ ແລະ ຂອງສະຖາບັນ ອັນໄດ້ແກ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ. ຜູ້ສະໝັກຈະຕ້ອງເປັນອາຈານຂອງຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ຢ່າງໜ້ອຍຕ້ອງ ຈົບການສຶກສາລະດັບປະລິນຍາຕີ ໃນສາຂາກົດໝາຍ ຫຼື ມີທັກສະ/ຄວາມຊ່ຽວຊານທາງກົດໝາຍສູງ. ທຶນດັ່ງກ່າວແມ່ນບໍ່ໄດ້ ກຳນົດອາຍຸຜູ້ສະໝັກ. ໂດຍຜູ້ສະໝັກຈະຖືກຄັດເລືອກຕາມຜົນງານທີ່ສົ່ງມາ. ມະຫາວິທະຍາໄລລຸກຊຳບວກມີສິດເດັດຂາດໃນການຄັດເລືອກ ແລະ ຫຼື ການປະຕິເສດຜູ້ສະໝັກ.
ເພື່ອໃຫ້ເປັນໄປຕາມ “ແຜນຍຸດທະສາດການຮ່ວມມືທົ່ວໄປເພື່ອການພັດທະນາທີ່ຍືນຍົງ ຂອງລຸກຊຳບວກ – ເສັ້ນທາງສູ່ ປີ 2030’’, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊໍາບວກ ເປີດຮັບບົດສະເໜີການຄົ້ນຄວ້າທີ່ນອນໃນຫົວຂໍ້ຕ່າງໆລຸ່ມນີ້:
- ລັດແຫ່ງກົດໝາຍ ແລະ ການປົກຄອງ;
- ສິດທິຂັ້ນພື້ນຖານ;
- ຄວາມເທົ່າທຽມທາງເພດ;
- ຄວາມຍືນຍົງທາງສິ່ງແວດລ້ອມ ແລະ ການປົກປ້ອງດິນຟ້າອາກາດ.
ການຊີ້ນຳບົດ
ໂຄງການຈະສະໜອງການຊີ້ນຳການຄົ້ນຄວ້າຕະຫຼອດໄລຍະທາງທຶນ. ຜູ້ທີ່ຖືກຮັບເລືອກຈະໄດ້ຮັບການຊ່ວຍເຫຼືອເພື່ອດຳເນີນການຂຽນບົດຄົ້ນຄວ້າ ແລະ ໄດ້ຮັບການຊີ້ນຳບົດຜ່ານ ການພົບປະເປັນປະຈຳເພື່ອສະເໜີຄວາມຄືບໜ້າຂອງການຄົ້ນຄວ້າ.
ຜູ້ສະໝັກທີ່ຖືກຄັດເລືອກ ຈະຕ້ອງໄດ້ເຂົ້າຮ່ວມບັນດາກິດຈະກຳເພື່ອເສີມສ້າງຄວາມອາດສາມາດ ທີ່ຈັດໂດຍ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ (ງານສຳມະນາ, ງານຝຶກອົບຮົມການຄົ້ນຄວ້າ ແລະ ອື່ນໆ) ແລະ ຈະຕ້ອງນຳສະເໜີບົດຄົ້ນຄວ້າຂອງຕົນຕໍ່ສາທາລະນະ ຕາມຄວາມຮຽກຮ້ອງຂອງໂຄງການ. ນອກນີ້, ຍັງຕ້ອງສົ່ງບົດລາຍງານຄວາມຄືບໜ້າທຸກໆ 3 ເດືອນ, ອີງຕາມສັນຍາຄົ້ນຄວ້າ ທີ່ໄດ້ເຊັນໄວ້ກັບທາງມະຫາວິທະຍາໄລ ລຸກຊຳບວກ.
ການບໍລິຫານ ແລະ ການເງິນ
ຜູ້ທີ່ຖືກຄັດເລືອກຈະໄດ້ຮັບທຶນເປັນຈຳເປັນ 1200 EUR ເພື່ອດຳເນີນການຄົ້ນຄວ້າໃຫ້ສໍາເລັດ.
ທຶນດັ່ງກ່າວ ຈະມອບໃຫ້ໂດຍ ມະຫາວິທະຍາໄລລຸກຊຳບວກ ໂດຍຈະຖືກແບ່ງອອກເປັນ 4 ງວດ. ການເບີກຈ່າຍຂອງມະຫາວິທະຍາໄລລຸກຊຳບວກ ແມ່ນຈະອີງຕາມຜົນງານ ແລະ ຂຶ້ນກັບການປະຕິບັດພັນທະຂອງຜູ້ໄດ້ຮັບທຶນ ທີ່ໄດ້ລະບຸໄວ້ໃນ ‘‘ຂໍ້ຕົກລົງຂອງທຶນ’’ ທີ’’ ໂດຍສະເພາະ ພັນທະທີ່ຜູ້ໄດ້ຮັບທຶນຈະຕ້ອງສົ່ງບົດລາຍງານຄວາມຄືບໜ້າ ທຸກໆ 3 ເດືອນ ໃຫ້ແກ່ຜູ້ປະສານງານໂຄງການ ປະຈຳວຽງຈັນ.
ຜູ້ໄດ້ຮັບທຶນ ຈະມີຄວາມຮັບຜິດຊອບເຕັມສ່ວນໃນການບໍລິຫານ-ຈັດງານທຶນທີ່ຕົນເອງໄດ້ຮັບ; ໂດຍໂຄງການຈະບໍ່ມີການສະໜອງທຶນເພີ່ມສຳລັບຄ່າໃຊ້ຈ່າຍເພີ່ມຕື່ມອື່ນໆ.
ຜູ້ໄດ້ຮັບທຶນຈະດຳເນີນການຄົ້ນຄວ້າຢູ່ທີ່ ສປປ ລາວ.
ຜູ້ໄດ້ຮັບທຶນຈະຕ້ອງເຮັດໃຫ້ແນ່ໃຈວ່າຈະດຳເນີນການຄົ້ນຄວ້າໂດຍສອດຄ່ອງກັບຫຼັກການຂອງມະຫາວິທະຍາໄລລຸກຊຳບວກ, ໂດຍສະເພາະ ຈັນຍາບັນການຄົ້ນຄວ້າ ແລະ ການຄັດລອກເອົາຜົນງານຜູ້ອື່ນ ແລະ ອີງໃສ່ ຄູ່ມືແນະນຳກ່ຽວກັບວິທີການຄົ້ນຄວ້າວິທະຍາສາດທາງດ້ານກົດໝາຍ.
ບົດຄົ້ນຄວ້າຈະຢູ່ໃນຮູບແບບຂອງເອກະສານ ທີ່ຖືກຂຽນເປັນພາສາອັງກິດ (ບຸລິມະສິດ) ຫຼື ພາສາລາວກໍໄດ້. ຄວາມຍາວຂອງບົດຄົ້ນຄວ້າໃນຕອນທ້າຍ ແມ່ນຈະຕ້ອງປຶກສາຫາລືຮ່ວມກັນກັບຜູ້ປະສານງານໂຄງການ. ບົດຄົ້ນຄວ້າຈະຕ້ອງສຳເລັດໃນ 1 ປີ ຈາກວັນທີເຊັນສັນຍາຮັບທຶນ, ແລະ ຜົນການຄົ້ນຄວ້າທີ່ຕົກລົງຮ່ວມກັນ.
ຜູ້ສະໝັກຈະສາມາດສະໝັກຮັບທຶນ ຄົ້ນຄວ້າແບບດ່ຽວ/ຄົນດຽວເທົ່ານັ້ນ ບໍ່ສາມາດເຮັດເປັນທີມ ຫຼື ສະຖາບັນໄດ້.
ການສະໝັກ
ສຳລັບການສະໝັກນີ້ແມ່ນຖ້າຜູ້ສະໝັກສາມາດເຮັດເປັນພາສາອັງກິດໄດ້ກໍເປັນການດີ ແຕ່ກໍສາມາດສົ່ງເປັນພາສາລາວໄດ້ເຊັ່ນກັນ ເຊິ່ງຕ້ອງປະກອບມີເອກະສານຕ່າງໆຄື:
- Cover Letter(ໜັງສືເພື່ອສະແດງເຈດຈຳນົງເຖິງເຫດຜົນທີ່ຢາກສະໝັກ ແລະ ເຫດຜົນທີ່ທ່ານສົມຄວນຈະໄດ້ຮັບທຶນ- ບໍ່ໃຫ້ກາຍ 2 ໜ້າ)
- ຊີວະປະຫວັດຫຍໍ້ ໂດຍປະກອບມີຊ່ອງທາງການຕິດຕໍ່ ໂດຍລະອຽດ, ປະສົບການທາງດ້ານວິຊາການ (ວິຊາສອນ, ປະສົບການການຄົ້ນຄວ້າ, ປະກອບການໃນຫຼັກສູດຂອງມະຫາວິທະຍາໄລ ແລະອື່ນໆ);
- ໜັງສືສະເໜີການຄົ້ນຄວ້າ (ບໍ່ກາຍ 3 ໜ້າ ລວມບັນຈະນານຸກົມ) ໜັງສືສະເໜີການຄົ້ນຄວ້າຄວນປະກອບມີ ຄຳອະທິບາຍຂອງຫົວຂໍ້ການຄົ້ນຄວ້າ (ພາກສະເໜີ), ສົມມຸດຖານການຄົ້ນຄວ້າ, ວັດຖູປະສົງການຄົ້ນຄວ້າ ແລະ ວິທີການຄົ້ນຄວ້າ ແລະ ບັນຈະນານຸກົມ (ສູງສຸດ 15 ເອກະສານ).
ປິດຮັບສະໝັກ: ວັນທີ 26 ມັງກອນ 2024
ຜູ້ທີ່ຖືກຄັດເລືອກໃນຮອບທຳອິດ ຈະຖືກເຊີນເຂົ້າສຳພາດ.
ສົ່ງເອກະສານການສະໝັກຕ້ອງສົ່ງມາຫາ Paulina Baschton: paulina.baschton@ext.uni.lu
ແລະ Patthanaphone Nammalath: patthanaphone.nammalath@ext.uni.lu
ສາມາດດາວໂຫຼດເອກະສານການເປີດຮັບສະໝັກໄດ້ ທີ່ນີ້
ທ່ານສາມາດເຂົ້າເບິ່ງ ບົດຮຽນອອນລາຍກ່ຽວກັບວິທີການຄົ້ນຄວ້າວິທະຍາສາດທາງດ້ານກົດໝາຍ ເພື່ອເລີ່ມການອອກແບບ ແລະ ດຳເນີນການຄົ້ນຄວ້າທາງດ້ານກົດໝາຍຢ່າງມີປະສິດທິພາບ
ຂ່າວສານ
ໂຄງການຮ່ວມມືມະຫາວິທະຍາໄລໄດ້ຈັດຕັ້ງໂຮງຮຽນກົດໝາຍລະດູໜາວ ເຊິ່ງຈັດຂຶ້ນເປັນຄັ້ງທີ 6 ໃນລະຫວ່າງ ວັນທີ 12-14 ທັນວາ 2023, ທີ່ໂຮງແຮມ ຄຣາວພາຊາ, ນະຄອນຫຼວງວຽງຈັນ. ຜູ້ສະຫມັກ 20 ທ່ານໄດ້ຖືກຄັດເລືອກໂດຍອີງຕາມຄວາມສົນໃຈໃນການປັບປຸງຄວາມຮູ້ທາງດ້ານກົດຫມາຍຂອງພວກເຂົາ ໃນການສໍາມະນາແບບເລັ່ງລັດເປັນເວລາ 3 ມື້. ໂຮງຮຽນກົດໝາຍລະດູໜາວຄັ້ງທີ 6 ນີ້ປະກອບມີ ອາຈານສອນກົດໝາຍຈາກ ຄະນະນິຕິສາດ ແລະ ລັດຖະສາດ 14 ທ່ານ, ອາຈານສອນກົດໝາຍຈາກສະຖາບັນຍຸຕິທໍາ 2 ທ່ານ, ແລະ ນັກວິຊາການ 4 ທ່ານ (ທະນາຍຄວາມ 2 ທ່ານ, ຜູ້ພິພາກສາ 2 ທ່ານ).
ໂຮງຮຽນກົດໝາຍລະດູໜາວໄດ້ລົງເລິກໃນຫົວຂໍ້ “ຫຼັກການຄວາມໂປ່ງໃສໃນລັດແຫ່ງກົດໝາຍ”. ໂຮງຮຽນກົດໝາຍລະດູໜາວໄດ້ສຸມໃສ່ໃນຫົວຂໍ້ ຄວາມເຊື່ອມໂຍງລະຫວ່າງ ການປົກຄອງທີ່ດີ ແລະ ຫຼັກແຫ່ງກົດໝາຍທີ່ກ່ຽວຂ້ອງກັບຫຼັກການສາທາລະນະ ແລະ ການເຂົ້າເຖິງຄວາມຍຸຕິທໍາ, ການປົກປ້ອງຄວາມໂປ່ງໃສໂດຍ 3 ອົງການຈັດຕັ້ງລັດ ແລະ ການປະຕິບັດຂອງການປົກຄອງທີ່ດີ ທີ່ກ່ຽວຂ້ອງກັບໃນຂອບເຂດການຕ້ານການສໍ້ລາດບັງຫຼວງສາກົນ. ໂຮງຮຽນກົດໝາຍລະດູໜາວຄັ້ງນີ້ໄດ້ສອນເປັນພາສາອັງກິດ ໂດຍ ສາສະດາຈານ Stefan Braum (ມະຫາວິທະຍາໄລລຸກຊໍາບວກ), Laura AADE (ນັກສຶກສາປະລິນຍາເອກຈາກມະຫາວິທະຍາໄລລຸກຊໍາບວກ), Francesca FINELLI (ນັກສຶກສາປະລິນຍາເອກຈາກມະຫາວິທະຍາໄລລຸກຊໍາບວກ), Anna MACHURA (ນັກສຶກສາປະລິນຍາເອກຈາກມະຫາວິທະຍາໄລລຸກຊໍາບວກ) ແລະ Paulina BASCHTON ຜູ້ປະສານງານໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ (ປະຈໍາລາວ).


ກ່ອນເຂົ້າສໍາມະນາໂຮງຮຽນກົດໝາຍລະດູໜາວ, ຜູ້ເຂົ້າຮ່ວມງານໄດ້ເຂົ້າຮ່ວມງານສໍາມະນາວິທີການໃນການຄົ້ນຄວ້າ 1 ມື້ ເພື່ອໃຫ້ຜູ້ເຂົ້າຮ່ວມມີທັກສະການຄົ້ນຄວ້າທາງດ້ານກົດໝາຍທີ່ກ່ຽວຂ້ອງ ເຊິ່ງຈະເປັນປະໂຫຍດໃນເວລາເຮັດບົດຄົ້ນຄວ້າວິໄຈ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ຈາກຕົວຢ່າງ ແລະ ປະສົບການຈາກນັກສຶກສາປະລິນຍາເອກຈາກມະຫາວິທະຍາໄລລຸກຊໍາບວກ ໃນການລະບຸບັນຫາໃນບົດຄົ້ນຄວ້າ, ການຊອກຫາຄໍາຖາມຄົ້ນຄວ້າທີ່ເໝາະສົມ, ວິທີການຊອກຫາ ແລະ ນໍາໃຊ້ຂໍ້ມູນທີ່ກ່ຽວຂ້ອງ, ແລະ ວິທີໃນການອ້າງອີງ. ໃນລະຫວ່າງການນໍາສະເໜີບົດ, ຜູ້ເຂົ້າຮ່ວມກໍໄດ້ປະກອບສ່ວນໃນການຕັ້ງຄໍາຖາມຫຼາຍຢ່າງທີ່ກ່ຽວຂ້ອງກັບບົດຄົ້ນຄວ້າຂອງຕົນເອງ ແລະ ປຶກສາຫາລືໃນບັນຫາທາງດ້ານກົດໝາຍໃນສປປ ລາວທີ່ກ່ຽວຂ້ອງກັບສາຂາວິຊາການຂອງນັກສຶກສາປະລິນຍາເອກ.
ໃນມື້ທໍາອິດຂອງໂຮງຮຽນກົດໝາຍລະດູໜາວ ເລີ່ມຕົ້ນໂດຍການກ່າວເປີດງານ ໂດຍຫົວໜ້າໂຄງການ ສາສະດາຈານ Stefan Braum ແລະ ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ, ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ. ຫົວຂໍ້ທີ່ນໍາສະເໜີ ແລະ ປຶດສາຫາລືກັນໃນໂຮງຮຽນກົດໝາຍລະດູໜາວຄັ້ງນີ້ ແມ່ນເນັ້ນໃສ່ຫົວຂໍ້ “ຄວາມເຊື່ອມໂຍງລະຫວ່າງການປົກຄອງທີ່ດີ ແລະ ຫຼັກການຫຼັກແຫ່ງກົດໝາຍ”. ໃນມື້ທໍາອິດ, ການນໍາສະເໜີແມ່ນອີງໃສ່ “ຫຼັກສາທາລະນະ” ເຊິ່ງນໍາສະເໜີໂດຍ Laura Aade, ການນໍາສະເໜີໂດຍ Francesca Finelli ໃນຫົວຂໍ້“ຫຼັກການການເຂົ້າເຖິງຄວາມຍຸຕິທໍາ” ແລະ ການນໍາສະເໜີໂດຍAnna Machura-Urbaniak ໃນຫົວຂໍ້“ການປົກປ້ອງຄວາມໂປ່ງໃສໂດຍການບັງຄັບໃຊ້ກົດໝາຍ ໂດຍອົງການບໍລິຫານ”. ຜູ້ເຂົ້າຮ່ວມໄດ້ປະກອບສ່ວນໃນການສົນທະນາໃນການໃຫ້ຄໍານິຍາມຂອງຄວາມໂປ່ງໃສ, ຂໍ້ຈໍາກັດຂອງຄວາມໂປ່ງໃສໃນຂອບເຂດຂອງການເຂົ້າເຖິງຄວາມຍຸຕິທໍາ, ການປະຕິບັດໃນສປປ ລາວ ແລະ ຄວາມສໍາຄັນໃນການສົມດູນລະຫວ່າງຄວາມໂປ່ງໃສ ແລະ ຄວາມເປັນສ່ວນຕົວ.


ມື້ທີ 2 ຂອງໂຮງຮຽນກົດໝາຍລະດູໜາວແມ່ນໄດ້ລົງເລິກໃນຫຼັກການຄວາມໂປ່ງໃສສໍາຫຼັບອົງການນິຕິບັນຍັດ ແລະ ອົງການຕຸລາການ ເຊິ່ງນໍາສະເໜີໂດຍ Francesca Finelliແລະ Laura Aade. ຜູ້ເຂົ້າຮ່ວມໄດ້ຖືກມອບໝາຍກໍລະນີສົມມຸດທີ່ກ່ຽວຂ້ອງກັບການນໍາໃຊ້ຫຼັກການຄວາມໂປ່ງໃສ, ນັກສຶກສາປະລິນຍາເອກຍັງໄດ້ຍົກຫຼາຍສະຖານະການ ພ້ອມທັງຕົວຢ່າງທີ່ເປັນຮູບປະທໍາ ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດສໍານຶກໄດ້ເຖິງສະຖານະການຕົວຈິງ. ສາສະດາຈານ Braum ໄດ້ສະເໜີ matrix ຂອງຫຼັກການຄວາມໂປ່ງໃສໃຫ້ແກ່ຜູ້ເຂົ້າຮ່ວມ ເພື່ອຄວາມເຂົ້າໃຈທີ່ເລິກເຊິ່ງຍິ່ງຂຶ້ນ ແລະ ເພື່ອເຂົ້າໃຈໃນການນໍາໃຊ້ຫຼັກການສໍາຫຼັບຜູ້ປະຕິບັດໃນແຕ່ລະລັດ.


ມື້ທີ 3 ແມ່ນໄດ້ລົງເລິກໃນຫົວຂໍ້ “ການປະຕິບັດທີ່ດີ ແລະ ການປົກຄອງທີ່ດີ ໃນຂອບເຂດການຕ້ານການສໍ້ລາດບັງຫຼວງ” ນໍາສະເໜີໂດຍ Anna Machura-Urbaniak. ຜູ້ເຂົ້າຮ່ວມໄດ້ປະກອບສ່ວນຢ່າງກະຕືລືລົ້ນໃນການສົນທະນາກ່ຽວກັບບັນຫາການສໍ້ໂກງໃນລະດັບສາກົນ ແລະ ລະດັບປະເທດ, ຜູ້ເຂົ້າຮ່ວມຍັງໄດ້ສົນທະນາໃນວິທີການທີ່ພວກເຂົາ, ນັກວິຊາການທາງດ້ານກົດໝາຍ ແລະ ນັກປະຕິບັດກົດໝາຍ, ຈະສາມາດນໍາສະເໜີບັນຫາທີ່ລະອຽດອ່ອນນີ້ ແລະ ຊ່ວຍສປປ ລາວໃນການພັດທະນາໃຫ້ກ້າວໄປສູ້ລັດແຫ່ງກົດໝາຍຢ່າງແທ້ຈິງ. ການສົນທະນາກ່ຽວຂ້ອງກັບ ການລະບຸກົນໄກທີ່ໄດ້ນໍາໃຊ້ໃນລຸກຊໍາບວກ ແລະ ການແບ່ງປັນປະສົບການທີ່ກ່ຽວຂ້ອງກັບຄວາມກ້າວໜ້າໃນການດໍາເນີນງານຂອງລັດຖະບານລາວ. ໂຮງຮຽນກົດໝາຍລະດູໜາວແມ່ນສິ້ນສຸດລົງໂດຍ ການທົບທວນບົດຮຽນໃນຮ່ວມແບບການສົນທະນາໃນໂຕະມົນ ເຊິ່ງອະນຸຍາດໃຫ້ຜູ້ເຂົ້າຮ່ວມປຶກສາຫາລືໃນການປັບປຸງການສອນ ແລະ ການຄົ້ນຄວ້າໃນຫຼັກການຄວາມໂປ່ງໃສ.



ຜູ້ເຂົ້າຮ່ວມທຸກທ່ານໄດ້ສະແດງອອກເຖິງຄວາມກະຕືລືລົ້ນ ແລະ ຫ້າວຫັນ ໃນຕະຫຼອດໄລຍະການສໍາມະນາ ແລະ ມີການປະກອບສ່ວນຢ່າງກະຕືລືລົ້ນກັບແຂກຮັບເຊີນ ແລະ ຜູ້ເຂົ້າຮ່ວມນໍາກັນເອງ ເຊິ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງຄວາມສໍາຄັນຂອງຄວາມໂປ່ງໃສໃນລັດແຫ່ງກົດໝາຍ. ຜູ້ເຂົ້າຮ່ວມທຸກທ່ານແມ່ນໄດ້ຮັບເອກະສານຕ່າງໆທີ່ໃຊ້ໃນການສໍາມະນາ ເພື່ອສະໜັບສະໜູນ ແລະ ສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້ຂອງຜູ້ເຂົ້າຮ່ວມ.


ຂ່າວສານ
ໃນວັນທີ 6 ທັນວາ 2023, ການເເຂ່ງຂັນສານຈໍາລອງຂອງຄະນະກໍາມາທິການກາແດງສາກົນ ວ່າດ້ວຍກົດໝາຍມະນຸດສະທຳສາກົນລະດັບຊາດໄດ້ໄຂຂຶ້ນ ທີ່ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ເຊິ່ງຈັດຂຶ້ນໂດຍ ມະຫາວິທະຍາໄລລຸກຊຳບວກ ໂດຍໂຄງການຮ່ວມມືມະຫາວິທະຍາໄລ.
ໃນການແຂ່ງຂັນປີນີ້, ທີມຜູ້ແຂ່ງຂັນ 3 ທີມ ແມ່ນໄດ້ແຂ່ງຂັນກັນວ່າຄວາມ ໂດຍປ່ຽນກັນສວມບົດບາດເປັນຝ່າຍໄອຍະການ ແລະ ຝ່າຍຈຳເລີຍເພື່ອໂຕແຍ່ງກັນ. ເຊັ່ນດຽວກັນກັບຫຼາຍໆປິທີິ່ຜ່ານມາການແຂ່ງຂັນໃນການວ່າຄວາມຄະດີຈຳລອງ ແມ່ນທີມຜູ້ເຂົ້າແຂ່ງຂັນໄດ້ຈຳລອງການວ່າຄວາມຕໍ່ໜ້າສານອາຍາສາກົນ (ICC). ບັນດາກຳມະການຕັດສິນສຳລັບການແຂ່ງຂັນສານຈຳລອງຮອບລະດັບປະເທດໃນປີນີ້ ແມ່ນໃຫ້ກຽດຮ່ວມໂດຍ ທ່ານ ຈິຣັດ ຈິດວະຣະວົງ ຈາກຄະນະກໍາມາທິການກາແດງສາກົນ, ຄະນະຜູ້ແທນປະຈໍາພາກພື້ນບາງກອກ (ທີ່ປຶກສາທາງດ້ານກົດໝາຍ) ແລະ ທ່ານ ນາງ ໂຊເຟຍ ຄາສັນ ຈາກມູນນິທິອາຊີ (ຫົວໜ້າໂຄງການ ໂຄງການຊ່ວຍເຫຼືອທາງກົດໝາຍໃນລາວ).

ມະຫາວິທະຍາໄລລຸກຊໍາບວກໄດ້ຈັດການແຂ່ງຂັນ ແລະ ໃຫ້ການສະໜັບສະໜູນທາງດ້ານການເງິນ ໃນການແຂ່ງຂັນສານຈໍາລອງໃນປີນີ້. ດຣ. ລໍເຣນ ຊີລີ້ ໄດ້ທຸ່ມເທເວລາ ແລະ ຄວາມພະຍາຍາມໃນການຝຶກອົບຮົມໃຫ້ແກ່ທີມທີ່ເຂົ້າຮ່ວມການແຂ່ງຂັນ. ໃນແຕ່ລະອາທິດກໍໄດ້ມີການຝຶກອົບຮົມທາງໄກ ເພື່ອສ້າງແນວຄິດທາງດ້ານກົດໝາຍ ທີ່ຈະເອື້ອອໍານວຍໃນຫ້ອງພິຈາລະນາຄະດີ.

ການແຂ່ງຂັນສານຈຳລອງກ່ຽວກັບກົດໝາຍມະນຸດສະທໍາສາກົນແມ່ນ ເປັນການກະຕຸ້ນການຄິດວິເຄາະໂດຍໃຊ້ກົດໝາຍຢ່າງມີເຫດມີມີຜົນ ແລະ ຊ່ວຍໃຫ້ເຮົາຮຽນຮູ້ທີ່ຈະຫາຈຸດຢືນຂອງຕົນເອງ. ນັກສຶກສາຍັງໄດ້ມີໂອກາດພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ທັກສະພາສາອັງກິດອີກດ້ວຍ! ຫຼັງຈາກທີ່ຕ້ອງແຂ່ງຂັນການແບບອອນລາຍມາຫຼາຍປີ ໃນທີ່ສຸດ ທີມທີ່ຊະນະການແຂ່ງຂັນໃນປິນີ້ຈະໄດ້ເດີນທາງໄປຮົງກົງ ໃນເດືອນມີນາ 2024.


ພວກເຮົາຂໍສະແດງຄວາມຍິນດີກັບທຸກທີມທີ່ສະແດງຜົນງານໄດ້ຢ່າງໂດດເດັ່ນໃນຮອບລະດັບຊາດ ແລະ ໂດຍສະເພາະ ຍິນດີກັບທີມທີ່ຊະນະເລີດ ນ. ດວງດາວເພັດ ແກ້ວບຸນພັນ, ນ. ສຸພາວັນ ນັນທະພອນ ແລະ ທ. ສອນທາລິນ ຈັນທະວົງ ເຊິ່ງຈະ ເປັນຕົວແທນໃຫ້ແກ່ ຄະນະນິຕິສາດ ແລະ ລັດຖະສາດ ໃນການເຂົ້າຮ່ວມການແຂ່ງຂັນຮອບສາກົນໃນເດືອນມີນາ 2024 ຢູ່ຮົງກົງ!

ຂ່າວສານ
ມະຫາວິທະຍາໄລລຸກຊໍາບວກໄດ້ສືບຕໍ່ສະໜັບສະໜູນການຄົ້ນຄວ້າທາງດ້ານກົດໝາຍໃນ ສປປ ລາວ. ໃນນີ້, ການຝຶກອົບຮົມ 5 ວັນ ໂດຍພະແນກຄົ້ນຄວ້າຂອງ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ເປັນຜູ້ຈັດຂຶ້ນ ພາຍໃຕ້ການສະໜັບສະໜູນທາງດ້ານເຕັກນິກຈາກມະຫາວິທະຍາໄລລຸກຊໍາບວກ, ໂຄງການຮ່ວມມືມະຫາວິທະຍາໄລລະຫວ່າງລາວ-ລຸກຊໍາບວກ ແລະ ການສະໜັບສະໜູນດ້ານການເງິນຈາກ ໂຄງການ LAO/037 ທີ່ສຸມໃສ່ວິທີການຄົ້ນຄວ້າທາງດ້ານກົດໝາຍ, ການຄົ້ນຄວ້າແບບຄຸນນະພາບ ໃນລະຫວ່າງວັນທີ 27 ພະຈິກ ຫາ ວັນທີ 1 ທັນວາ ປີ 2023. ການຝຶກອົບຮົມໄດ້ຈັດຂຶ້ນທີ່ ທ່າລາດ ແລະ ໂດຍການເປັນປະທານໂດຍ ທ່ານ ບຸນຄົງ ເພັດດາວຮຸ່ງ, ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ແລະ ຮ.ສ. ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ. ງານສໍາມະນາໄດ້ລວມເອົາອາຈານສອນກົດໝາຍຫຼາຍກວ່າ 35 ທ່ານຈາກ ຄະນະນິຕິສາດ ແລະ ລັດຖະສາດ ແລະ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ ລວມທັງ ແຂກຮັບເຊີນ, ທ່ານນາງ ພາວລີນາ ບອສຕັນ, ຜູ້ປະສານງານໂຄງການຮ່ວມມືມະຫາວິທະຍາໄລຂອງເຮົາ.

ການຝຶກອົບຮົມແມ່ນສຸມໃສ່ວິທີການໃນການຄົ້ນຄວ້າວິທະຍາສາດໃນຂົງເຂດກົດໝາຍ ເຊິ່ງມີເປົ້າໝາຍເພື່ອສ້າງຄວາມເຂົ້າໃຈກ່ຽວກັບບົດຄົ້ນຄວ້າແບບຄຸນນະພາບ. ຜູ້ເຂົ້າຮ່ວມການຝຶກອົບຮົມໄດ້ຕິດຕາມການນໍາສະເໜີທີ່ຫຼາກຫຼາຍປະເພດຂອງການຄົ້ນຄວ້າແບບຄຸນນະພາບ, ໄດ້ຮຽນຮູ້ໃນການສ້າງແບບສອບຖາມ ແລະ ການນໍາໃຊ້ການວິເຄາະຂໍ້ມູນພື້ນຖານ. ການຝຶກອົບຮົມໄດ້ກວມເອົາຄວາມສໍາຄັນຂອງການເຮັດບົດສະເໜີການຄົ້ນຄວ້າທີ່ດີ ແລະ ການຊອກຫາຂໍ້ມູນທີ່ກ່ຽວຂ້ອງກັບການຄົ້ນຄວ້າ. ໃນມື້ທໍາອິດຂອງການຝຶກອົບຮົມ, ຮ.ສ. ສິດທິໄຊ ໄຊຍະວົງ, ອາຈານສອນກົດໝາຍຈາກ ມະຫາວິທະຍາໄລແຫ່ງຊາດ ໄດ້ຂຶ້ນນໍາສະເໜີກ່ຽວກັບ ທິດສະດີໃນການຄົ້ນຄວ້າແບບຄຸນນະພາບ ອີງຕາມວິທີການຄົ້ນຄວ້າທາງປະຫວັດສາດ. ໃນຕອນບ່າຍ, ຮ.ສ. ເດດອານຸລາດ ແສນດວງເດດ ໄດ້ຂຶ້ນສະເໜີບົດໃນຫົວຂໍ້ ປະເພດຂອງການຄົ້ນຄວ້າແບບຄຸນນະພາບ ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມເຂົ້າໃຈວິທີການຫຼາກຫຼາຍ ໃນເວລາເຮັດບົດຄົ້ນຄວ້າ ບໍ່ພຽງແຕ່ໃນຂົງເຂດກົດໝາຍ, ແຕ່ໃນບົດຄົ້ນຄວ້າທາງວິທະຍາສາດກໍເຊັ່ນດຽວກັນ.
ມື້ທີ 2 ຂອງການຝຶກອົບຮົມ ແມ່ນສຸມໃສ່ການນໍາໃຊ້ແບບສອບຖາມ ແລະ ການວິເຄາະຂໍ້ມູນ ເຊິ່ງເຄື່ອງມືທົ່ວໄປທີ່ນໍາໃຊ້ໃນການຄົ້ນຄວ້າວິທະຍາສາດ ເຊິ່ງນໍາສະເໜີໂດຍ ດຣ. ສູນທອນ ພົມມາສອນ. ໃນພາກເຊົ້າ, ດຣ. ສຸນທອນໄດ້ເລີ່ມຕົ້ນດ້ວຍການນໍາສະເໜີເຖິງວິທີການໃນການອອກແບບແບບສອບຖາມ ແລະ ແບ່ງປັນຊຸຸດຄໍາຖາມທີ່່ ດຣ. ສູນທອນເອງເຄີຍເຮັດ ເພື່ອ ເປັນຕົວຢ່າງໃຫ້ແກ່ຜູ້ເຂົ້າຮ່ວມ. ໃນພາກບ່າຍ, ດຣ. ສຸນທອນໄດ້ແນະນໍາຜູ້ເຂົ້າຮ່ວມໃນການສ້າງເຄື່ອງມືວິເຄາະ ທີ່ສາມາດເຮັດໃຫ້ຂັ້ນຕອນການຮວບຮວມ ແລະ ວິເຄາະຂໍ້ມູນງ່າຍຂຶ້ນ. ຜູ້ເຂົ້າຮ່ວມໄດ້ຮັບຄໍາແນະນໍາໃນວິທີການໃຊ້ເຄື່ອງມືໃນການວິເຄາະຂໍ້ມູນທີ່ເກັບກໍາມາໄດ້ ແລະ ດຣ. ສຸນທອນ ກໍໄດ້ສະໜັບສະໜູນໃຫ້ຜູ້ເຂົ້າຮ່ວມຮຽນຮູ້ ໂດຍການເຮັດບົດຄົ້ນຄວ້າ.

ໃນມື້ທີ 3 ຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮັບຄໍາແນະນໍາໃນວິທີການນໍາໃຊ້ເຄື່ອງມືໃນການຄົ້ນຄວ້າ ຕາມແຕ່ລະຂັ້ນຕອນ ເພື່ອໃຫ້ເຂົ້າໃຈເຖິງ ທັງການຄົ້ນຄວ້າແບບຄຸນນະພາບ ແລະ ແບບປະລິມານ. ໃນພາກບ່າຍ, ທ່ານນາງ ພາວລີນາ ໄດ້ນໍາສະເໜີໃນວິທີການຄົ້ນຄວ້າທາງກົດໝາຍຂັ້ນພື້ນຖານ. ຜູ້ເຂົ້າຮ່ວມໄດ້ທົບທວນອົງປະກອບທີ່ສໍາຄັນໃຫ້ການເຮັດບົດສະເໜີການຄົ້ນຄວ້າທີ່ດີ ແລະ ໄດ້ນໍາໃຊ້ໂຄງຮ່າງທີ່ຮຽນມາໃນການເຮັດບົດສະເໜີບົດຄົ້ນຄວ້າ. ທ່ານນາງ ພາວລີນາ ຍັງໄດ້ສະຫຼຸບປະເພດຂອງວິທີການໃນການຄົ້ນຄວ້າທີ່ຕ່າງກັນ, ເເນື່ອງຈາກ ນັກຄົ້ນຄວ້າຈາກ ຄະນະນິຕິສາດ ແລະ ລັດຖະສາດ ມັກຈະຈໍາກັດຕົນເອງຢູ່ສະເພາະແຕ່ບົດຄົ້ນຄວ້າທາງດ້ານຄຸນນະພາບ ແລະ ປະລິມານ.
ໃນມື້ທີ 4 ຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ມີໂອກາດສົນທະນາປຶກສາຫາລື ແລະ ປະກອບສ່ວນນໍາກັນ. ທ່ານນາງ ພາວລີນາ ໄດ້ເລີ່ມຕົ້ນງານ ໂດຍການນໍາສະເໜີໂດຍຫຍໍ້ກ່ຽວກັບອົງປະກອບທີ່ສໍາຄັນ ແລະ ຄໍາຖາມຄົ້ນຄວ້າຂອງບົດຄົ້້ນຄວ້າທາງດ້ານກົດໝາຍ. ໃນໄລຍະການນໍາສະເໜີ, ໄດ້ມີການສົນທະນາແລກປ່ຽນ ໃນການໄຈ້ແຍກລະຫວ່າງຈຸດປະສົງຂອງການຄົ້ນຄວ້າ ແລະ ຄໍາຖາມຄົ້ນຄວ້າ ແລະ ຄວາມຈໍາເປັນໃນການລະບຸຄໍາຖາມຄົ້ນຄວ້າ. ຜູ້ເຂົ້າຮ່ວມໄດ້ສົນທະນາແລກປ່ຽນໃນບັນຫາທີ່ເກີດຂຶ້ນຈາກ ຄໍາຖາມຄົ້ນຄວ້າທີ່ກວ້າງເກີນໄປ ຫຼື ແຄບເກີນໄປ. ຫຼັງຈາກນັ້ນ, ກໍໄດ້ເຊີນຜູ້ເຂົ້າຮ່ວມ ໃຫ້ນໍາສະເໜີຫົວຂໍ້ຄົ້ນຄວ້າຂອງຕົນເອງທີ່ສ້າງຂຶ້ນມາໃນລະຫວ່າງງານສໍາມະນາທີ່ຜ່ານມາ ທີ່ຈັດການຝຶກອົບຮົມໂດຍ ພະແນກຄົ້ນຄວ້າ. ທ່ານນນາງ ພາວລີນາໄດ້ໃຫ້ຄໍາແນະນໍາຕໍ່ກັບບົດນໍາສະເໜີ, ໂດຍສະເພາະໃນຈຸດປະສົງຂອງບົດຄົ້ນຄວ້າ ແລະ ຄໍາຖາມຄົ້ນຄວ້າ. ຜູ້ເຂົ້າຮ່ວມທຸກທ່ານໄດ້ນໍາສະເໜີ ຫົວຂໍ້ຄົ້ນຄວ້າທີ່ໜ້າສົນໃຈຫຼາຍ.


ໃນມື້ສຸດທ້າຍຂອງການຝຶກອົບຮົມ ໂດຍການເປັນປະທານໂດຍ ຮ.ສ. ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ. ງານຝຶກອົບຮົມແມ່ນສຸມໃສ່ການຊອກຫາແຫຼ່ງຂໍ້ມູນທາງດ້ານກົດໝາຍທີ່ກ່ຽວຂ້ອງກັບການຄົ້ນຄວ້າ ແລະ ເລີ່ມຕົ້ນໂດຍ ທ່ານ ປາດຖະໜາພອນ, ຜູ້ຊ່ວຍໂຄງການ, ໄດ້ໃຫ້ການນໍາສະເໜີໂດຍຫຍໍ້ ໃນວິທີການລົງທະບຽນ ແລະ ການນໍາໃຊ້ OpenAthens. OpenAthens ແມ່ນແພດຟອມທີ່ສະໜັບສະໜູນໂດຍໂຄງການ ເພື່ອໃຫ້ສາມາດເຂົ້າເຖິງຫໍສະໝຸດອີເລັກໂຕນິກແບບທາງໄກໄດ້. ທ່ານ ປາດຖະໜາພອນໄດ້ໃຫ້ຄໍາແນະນໍາຜູ້ເຂົ້າຮ່ວມທຸກທ່ານໃຫ້ ສາມາດເຂົ້າເຖິງຫໍສະໝຸດອີເລັກໂຕນິກແບບທາງໄກໄດ້. ທ່ານນາງ ພາວລີນາໄດ້ມອບໝາຍໃຫ້ຜູ້ເຂົ້າຮ່ວມ ຊອກຫາ 2 ແຫຼູ່ງຂໍ້ມູນທີ່ກ່ຽວຂ້ອງກັບ ຫົວຂໍ້ທີ່ຕົນເອງນໍາສະເໜີໃນມື້ທີ 4 ໂດຍການນໍາໃຊ້ສະໝຸດອີເລັກໂຕນິກ. ຫຼັງຈາກຜູ້ເຂົ້າຮ່ວມສາມາດຊອກຫາຂໍ້ມູນ ແລະ ນໍາສະເໜີ ແລະ ແບ່ງປັນຂໍ້ຫຍຸ້ງຍາກທີ່ຕົນເອງພົບໃນການຫາຂໍ້ມູນແລ້ວ, ທ່ານນາງ ພາວລີນາໄດ້ໃຫ້ຄໍາແນະນໍາໃນວິທີການກໍານົດຄໍາສັບທີ່ໃຊ້ໃນການຊອກຫາຂໍ້ມູນທີ່ກ່ຽວຂ້ອງກັບບົດຄົ້ນຄວ້າ. ຜູ້ເຂົ້າຮ່ວມໄດ້ສົນທະນາໃນຂໍ້ຫຍຸ້ງຍາກທີ່ກ່ຽວຂ້ອງກັບການຊອກຫາແຫຼ່ງຂໍ້ມູນສໍາລັບບົດຄົ້ນຄວ້າທາງດ້ານກົດໝາຍໃນລາວ ເນື່ອງຈາກເອກະສານທີ່ເປັນພາສາລາວແມ່ນຈໍາກັດ ແລະ ຄວາມຫຍຸ້ງຍາກໃນການຫາຄໍາສັບທີ່ເໝາະສົມໃນແພດຟອມເຊັ່ນວ່າ ຫໍສະໝຸດອີເລັກໂຕນິກ ເຊິ່ງມີການແປພາສາຈາກ ລາວເປັນອັງກິດ ຫຼື ພາສາໄທ.

ໃນໄລຍະການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ສະແດງໃຫ້ເຫັນເຖິງແນວທາງທີ່ເປີດກວ້າງ ແລະ ການມີສ່ວນຮ່ວມຢ່າງກະຕືລືລົ້ນໃນການປະກອບສ່ວນໃນການສົນທະນາ ແລະ ກິດຈະກໍາ. ຜູ້ເຂົ້າຮ່ວມໄດ້ຕັ້ງຄໍາຖາມຫຼາຍຄໍາຖາມກ່ຽວກັບການຄົ້ນຄວ້າທາງດ້ານກົດໝາຍ ແລະ ວິທີການ, ຄວາມສັດຊື່ທາງວິຊາການ ແລະ ວິທີການທີ່ແນວຄິດນີ້ຈະສາມາດນໍາໃຊ້ໄດ້ໃນດ້ານວິຊາການຂອງ ສປປ ລາວ. ງານຝຶກອົບຮົມແມ່ນເປັນການຮວມໂຕຂອງ “ຊຸມຊົນນັກຄົ້ນຄວ້າຂອງສປປລາວ” ໃນອະນາຄົດເຊິ່ງມີຄວາມເປັນເອກະລັກ ແລະ ມີໝາກຜົນທີ່ດີ, ເຊິ່ງເນັ້ນຍໍ້າໃນຄວາມຕ້ອງການໃນການຮ່ວມມື ເພື່ອສົ່ງເສີມການຄົ້ນຄວ້າທາງດ້ານກົດໝາຍແບບຄຸນນະພາບ. ສຸດທ້າຍນີ້, ໃນຊ່ວງທ້າຍຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມທຸກທ່ານໄດ້ຮັບການສະໜັບສະໜູນໃຫ້ເຂົ້າຮ່ວມໃນກອງປະຊຸມຄົ້ນຄວ້າ ທີ່ຈະຈັດຂຶ້ນໃນວັນທີ 15 ທັນວານີ້.
ຂ່າວສານ
ໃນວັນທີ 1 ພະຈິກ 2023, ໂຄງການຮ່ວມມືມະຫາວິທະຍາໄລລາວລຸກຊໍາບວກໄດ້ຈັດການຝຶກອົບຮົມຫໍສະໝຸດອີເລັກໂຕນິກໃຫ້ແກ່ນັກສຶກສາປີ 1, ທີ່ ຄະນະນິຕິສາດ ແລະ ລັດຖະສາດ.
ນັກສຶກສາປີ 1 ຈາກຄະນະນິຕິສາດ ແລະ ລັດຖະສາດ ຈໍານວນ 30 ນ້ອງໄດ້ເຂົ້າຮ່ວມການຝຶກອົບຮົມ ເຊິ່ງນໍາພາການຝຶກອົບຮົມໂດຍ ທ່ານ ປາດຖະໜາພອນ ນາມມະລາດ, ຜູ້ຊ່ວຍໂຄງການຮ່ວມມືມະຫາວິທະຍາໄລ.


ທ່ານ ປາດຖະໜາພອນໄດ້ແນະນໍານ້ອງນັກສຶກສາໃຫ້ຮູ້ຈັກກັບແຫຼ່ງຂໍ້ມູນທີ່ມີຢູ່ໃນຄະນະ ແລະ ວິທີການເຂົ້າເຖິງແຫຼ່ງມູນແບບທາງໄກ. ການຝຶກອົມຮົບແມ່ນເປີດໂອກາດໃຫ້ນັກສຶກສາໄດ້ຮຽນຮູ້ວິທີການເຂົ້າເຖິງແຫຼ່ງຂໍ້ມູນອອນລາຍທີ່ໜ້າເຊື່ອຖື ຜ່ານຫໍສະໝຸດອີເລັກໂຕນິກ ເພື່ອເປັນປະໂຫຍດໃຫ້ແກ່ນັກສຶກສາໃນເວລາຮຽນ ແລະ ເຮັດບົດຄົ້ນຄວ້າ. ການຝຶກອົບຮົມໂດຍຜ່ານການປະຕິບັດຕົວຈິງກ່ຽວກັບວິທີການນໍາໃຊ້ສະໝຸດອີເລັກໂຕນິກ ໂດຍການນໍາໃຊ້ການຄົ້ນຫາທັງແບບພື້ນຖານ ແລະ ແບບຂັ້ນສູງ. ຜູ້ຝຶກອົບຮົມໄດ້ແນະນໍາເຕັກນິກໃນການຊອກຫາຂໍ້ມູນທີ່ກ່ຽວຂ້ອງ, ເພື່ອຊ່ວຍໃຫ້ນັກສຶກສາສາມາດພັດທະນາທັກສະການຄົ້ນຄວ້າທີ່ສໍາຄັນ. ນອກຈາກນີ້, ການຝຶກອົບຮົມຍັງຊ່ວຍໃຫ້ນັກສຶກສາເຂົ້າເຖິງຂໍ້ມູນອອນລາຍທີ່ໜ້າເຊື່ອຖື ຜ່ານເວັບໄຊຫໍສະໝຸດອີເລັກໂຕນິກ ຂອງຄະນະນິຕິສາດ ແລະ ລັດຖະສາດ.


ນັກສຶກສາທີ່ເຂົ້າຮ່ວມແມ່ນໄດ້ປະກອບສ່ວນຢ່າງກະຕືລືລົ້ນໃນໄລຍະການຝຶກອົບຮົມ. ໃນຕອນທ້າຍ, ຜູ້ຝຶກອົບຮົມໄດ້ນໍາພາຫຼິ້ນກິດຈະກໍາທີ່ມ່ວນຜ່ານ Kahoot ເຊິ່ງວິທີການນີ້ກໍເຮັດໃຫ້ນັກສຶກສາສາມາດຝຶກຝົນ ແລະ ທົບທວນບັນດາຂໍ້ມູນຕ່າງໆທີ່ໃຫ້ໄປ. ພາຍຫຼັງການຝຶກອົບຮົມ ມີນ້ອງໆຫຼາຍກວ່າ 30 ນ້ອງ ທີ່ລົງທະບຽນເພື່ອນຳໃຊ້ຫໍສະໝຸດອີເລັກໂຕຣນິກແບບທາງໄກ
ການຝຶກອົບຮົມແມ່ນເປັນປະໂຫຍດຫຼາຍສໍາລັບນັກສຶກສາ ເຊິ່ງໄດ້ເຮັດໃຫ້ເຂົາເຈົ້າສາມາດພັດທະນາທັກສະທາງດ້ານການຄົ້ນຄວ້າ ແລະ ການເຂົ້າເຖິງຂໍ້ມູນອອນລາຍທີ່ໜ້າເຊື່ອຖື. ພວກເຮົາຫວັງວ່າຈະມີການຝຶກອົບຮົມທີ່ເປັນປະໂຫຍດແບບນີ້ໃນອະນາຄົດ ເພື່ອເປັນປະໂຫຍດໃຫ້ແກ່ນັກສຶກສາທີ່ ຄະນະນິຕິສາດ ແລະ ລັດຖະສາດ.
ຂ່າວສານ
ພາຍໃຕ້ຂອບເຂດການເຮັດວຽກຂອງໂຄງການຮ່ວມມືຂອງມະຫາວິທະຍາໄລລາວ-ລຸກຊໍາບວກ, ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນວຽກງານການສອນ ແລະ ການພັດທະນາຂີດຄວາມສາມາດ ໃຫ້ກັບຄະນະນິຕິສາດ ແລະ ລັດຖະສາດ (ຄນລ), ມະຫາວິທະຍາໄລແຫ່ງຊາດລາວ.
ໃນລະຫວ່າງວັນທີ 14-16 ມິຖຸນາ, 2023, ງານສໍາມະນາໄດ້ຈັດຂຶ້ນ 3 ວັນ ພາຍໃຕ້ຫົວຂໍ້ປະເພນີທາງກົດໝາຍແບບສົມທຽບ ທີ່ນະຄອນຫຼວງວຽງຈັນ. ໂຄງການໄດ້ໃຫ້ການຕ້ອນຮັບ ສາສະດາຈານ Elise Poillot, ສາສະດາຈານຜູ້ທີ່ມາຈາກມະຫາວິທະຍາໄລ ລຸກຊໍາບວກ, ມາເປັນຜູ້ນໍພາໃນງານສໍາມະນາ.
ງານສໍາມະນາມຸ້ງເນັ້ນໃສ່ການເພີ່ມພູນຄວາມຮູ້ທາງກົດໝາຍຂອງຜູ້ເຂົ້າຮ່ວມ ກ່ຽວກັບລະບົບກົດໝາຍທີ່ມີຄວາມແຕກຕ່າງກັນ ແລະ ການພັດທະນາທາງປະຫວັດສາດຂອງບັນດາກົດໝາຍເຫຼົ່ານັ້ນ. ໂດຍສະເພາະແມ່ນ, ການໃຊ້ການປຽບທຽບລະຫວ່າງແຫຼ່ງກົດໝາຍທີ່ມາຈາກຈຸລະພາກ ແລະ ມະຫາພາກ. ໂດຍງານສໍາມະນາຂອງພວກເຮົາໄດ້ຮຽນເຊີນບັນດາອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ, ອາຈານຈາກສະຖາບັນຍຸຕິທຳແຫ່ງຊາດ ຢູ່ໃນນະຄອນຫຼວງວຽງຈັນ, ແລະ ຍັງມີຜູ້ປະຕິບັດກົດໝາຍ ໂດຍສະເພາະແມ່ນນັກກົດໝາຍ ຜູ້ທີ່ເປັນສະມາຊິກຂອງສະພາທະນາຍຄວາມແຫ່ງ ສປປ ລາວ, ຜູ້ພິພາກສາຈາກສານປະຊາຊົນສູງສຸດ, ແລະ ໄອຍະການຈາກອົງການໄອຍະການປະຊາຊົນສູງສຸດ.

ໃນວາລະຕອນເຊົ້າຂອງງານສໍາມະນາມື້ທໍາອິດ, ຜູ້ເຂົ້າຮ່ວມໄດ້ຮັບຄໍາແນະນໍາໃຫ້ຮູ້ຈັກກ່ຽວກັບເງື່ອນໄຂທີ່ໃຊ້ໃນການຈັດປະເພດປະເພນີທາງດ້ານກົດໝາຍ. ໃນວາລະດັ່ງກ່າວແມ່ນໄດ້ປະກອບມີການສົນທະນາກັນກ່ຽວກັບປະຫວັດຄວາມເປັນມາຂອງລະບົບກົດໝາຍ, ປະເພດຂອງແຫຼ່ງທີ່ມາທາງກົດໝາຍ, ແລະ ລະບົບກົດໝາຍທີ່ມີສອງຮູບແບບ. ຈຸດປະສົງຂອງການນໍາສະເໜີແມ່ນເພື່ອໃຫ້ຄວາມຮູ້ຜູ້ເຂົ້າຮ່ວມ ເພື່ອໃຫ້ເຂົ້າໃຈຫຼາຍຂຶ້ນກ່ຽວກັບລັກສະນະທີ່ແຕກຕ່າງກັນທາງກົດໝາຍຂອງລະບົບກົດໝາຍທີ່ກໍາລັງນໍາໃຊ້ຢູ່ໃນໂລກ.
ມື້ທີສອງຂອງງານສໍາມະນາ, ຜູ້ເຂົ້າຮ່ວມໄດ້ສຶກສາລົງເລິກກ່ຽວກັບປະເພນີທາງກົດໝາຍທີ່ມາຈາກຫຼາຍພາກສ່ວນ ໂດຍສະເພາະຢູ່ໃນເອີຣົບ, ອາເມຣິກາ, ອັບຟຣິກາ, ແລະ ອາຊີ, ຫົວຂໍ້ກົດໝາຍປະເພນີທາງຕາເວັນຕົກແມ່ນໄດ້ຮັບການຕອບຮັບທີ່ດີຈາກຜູ້ເຂົ້າຮ່ວມ, ເຊິ່ງນໍາໄປສູ່ການສົນທະນາກັນຢ່າງຄຶກຄື້ນລະຫວ່າງ ສາສະດາຈານ Elise Poilot ແລະ ຜູ້ເຂົ້າຮ່ວມ. ຫົວຂໍ້ທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດແມ່ນ ການພັດທະນາຂອງລະບົບສານຢູ່ໃນປະເທດທີ່ນໍາໃຊ້ລະບົບກົດໝາຍຮູບແບບລາຍລັກອັັກສອນ ທີ່ປຽບທຽບກັບປະເທດທີ່ນໍາໃຊ້ລະບົບກົດໝາຍຈາຮີດປະເພນີ. ສາດສະດາຈານ Elise Poillot ຍັງໄດ້ນໍາສະເໜີໃຫ້ເຂົ້າໃຈກ່ຽວກັບວ່າກົດໝາຍຂອງສະຫະພາບເອີຣົບມີຜົນກະທົບແນວໃດຕໍ່ບັນດາປະເທດສະມາຊິກໃນກຸ່ມ. ສາສະດາຈານ ຍັງໄດ້ໃຫ້ຕົວຢ່າງທີ່ເປັນຮູບປະທໍາ ແລະ ມັນໄດ້ຊ່ວຍໃຫ້ຜູ້ເຂົ້າຮ່ວມເຂົ້າໃຈເລິງເຊິ່ງຂຶ້ນກ່ຽວກັບປະເພນີທາງກົດໝາຍຕາເວັນຕົກຫຼາຍຂຶ້ນ. ວາລະດັ່ງກ່າວແມ່ນເຕັມໄປດ້ວຍຂໍ້ມູນທີ່ຄົບຖ້ວນ ແລະ ຂໍ້ມູນອັນລໍ້າຄ່າແກ່ຜູ້ເຂົ້າຮ່ວມທຸກທ່ານ.

ໃນລະຫວ່າງມື້ສຸດທ້າຍຂອງງານສໍາມະນາ, ສາສະດາຈານ Elise Poillot ໄດ້ໃຫ້ການນໍາສະເໜີກ່ຽວກັບກົດໝາຍອິດສະລາມ. ສາສະດາຈານ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມຖາມຄໍາຖາມກ່ຽວກັບບົດຮຽນທີ່ໄດ້ນໍາສະເໜີຈາກໃນສອງມື້ທີ່ຜ່ານມາ. ຜູ້ເຂົ້າຮ່ວມຫຼາຍທ່ານໄດ້ຖາມຄໍາຖາມທີ່ໜ້າສົນໃຈກ່ຽວກັບແຫຼ່ງທີ່ມາທາງກົດໝາຍ. ປະເດັນທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດແມ່ນ ຄວາມສໍາຄັນຂອງລັກສະນະລະບົບກົດໝາຍຈາຮີດປະເພນີ ເນື່ອງຈາກມີຮູບແບບທີ່ຕ່າງຈາກລະບົບກົດໝາຍຂອງ ສປປ ລາວ ແລະ ໄດ້ໃຊ້ເວລາເພື່ອອະທິບາຍລັກສະນະ ແລະ ຄວາມແຕກຕ່າງຂອງລະບົບກົດໝາຍດັ່ງກ່າວ. ໃນວາລະສຸດທ້າຍຂອງການສະຫຼຸບງານສໍາມະນາ, ຜູ້ເຂົ້າຮ່ວມທຸກທ່ານໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມງານ, ໂດຍການໃຫ້ກຽດມອບໂດຍ ສາສະດາຈານ Elise Poillot.
ງານສໍາມະນາໄດ້ປະສົບຄວາມສໍາເລັດຢ່າງລາບລື່ນ ຍ້ອນການປະກອບສ່ວນຢ່າງກະຕືລືລົ້ນຂອງຜູ້ເຂົ້າຮ່ວມມາຈາກຫຼາຍພາກສ່ວນ, ໂດຍປະກອບມີໄອຍາການ, ຜູ້ປະຕິບັດກົດໝາຍ, ນັກກົດໝາຍ, ຜູ້ພິພາກສາ, ແລະ ຄະນະອາຈານຈາກ ຄນລ ແລະ ສຍຊ. ເພື່ອສືບຕໍ່ສ້າງຜົນສໍາເລັດ, ໂຄງການຂອງພວກເຮົາຈະສືບຕໍ່ການຮຽນເຊີນອາຈານຈາກມະຫາວິທະຍາໄລລຸກຊໍາບວກ ເພື່ອສືບຕໍ່ການບັນຍາຍໃຫ້ແກ່ບັນດາຄູອາຈານທີ່ກໍາລັງເຮັດວຽກໃນຂະແໜງກົດໝາຍ ໃນການເສີມສ້າງຄວາມຮູ້ທາງດ້ານກົດໝາຍໃຫ້ກັບພວກເຂົາ. ໂດຍສະເພາະແມ່ນມຸ້ງເນັ້ນໃ່ສ່ບັນດາອາຈານ ແລະ ນັກສຶກສາ ທີ່ຢູ່ໃນຄະນະນິຕິສາດ ແລະ ລັດຖະສາດ.

ຂ່າວສານ
ພາຍໃຕ້ຂອບເຂດການເຮັດວຽກຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊໍາບວກໄດ້ໃຫ້ການສະໜັບສະໜູນການພັດທະນາລັດແຫ່ງກົດໝາຍ, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊໍາບວກ ໄດ້ຈັດງານໂຮງຮຽນກົດໝາຍລະດູແລ້ງຄັ້ງທີ 5 ໃນລະຫວ່າງຊ່ວງວັນທີ 7-9 ມິຖຸນາ 2023 ທີ່ນະຄອນຫຼວງວຽງຈັນ. ຜູ້ສະຫມັກ 17 ທ່ານໄດ້ຖືກຄັດເລືອກໂດຍອີງຕາມຄວາມສົນໃຈໃນການປັບປຸງຄວາມຮູ້ທາງດ້ານກົດໝາຍຂອງພວກເຂົາ ໃນການເຂົ້າຮ່ວມສໍາມະນາແບບເລັ່ງລັດເປັນເວລາ 3 ວັນ. ງານສຳມະນາຄັ້ງນີ້ ປະກອບມີອາຈານສອນກົດໝາຍຈາກຄະນະນິຕິສາດ ແລະ ລັດຖະສາດ 9 ທ່ານ, ອາຈານສອນກົດໝາຍຈາກສະຖາບັນຍຸຕິທໍາແຫ່ງຊາດ 2 ທ່ານ, ຜູ້ພິພາກສາຈາກສານປະຊາຊົນສູງສຸດ 2 ທ່ານ, ໄອຍາການຈາກສະຖາບັນຝຶກອົບຮົບຂອງອົງການໄອຍາການປະຊາຊົນສູງສຸດແຫ່ງ ສປປປ ລາວ 2 ທ່ານ, ແລະ ນັກກົດໝາຍມາຈາກສະພາທະນາຍຄວາມ 2 ທ່ານ.
ໂຮງຮຽນກົດໝາຍລະດູແລ້ງມຸ່ງເນັ້ນການເສີມສ້າງຄວາມຮູ້ຜູ້ເຂົ້າຮ່ວມກ່ຽວກັບ “ວິທີການທາງກົດໝາຍໃນການສ້າງລັດແຫ່ງກົດໝາຍ” ໂດຍສະເພາະແມ່ນວິທີການທາງກົດໝາຍ ທີ່ມີຄວາມກ່ຽວຂ້ອງກັບການຕີຄວາມໝາຍ ແລະ ການຈັດຕັ້ງປະຕິບັດກົດໝາຍ. ໂຮງຮຽນກົດໝາຍລະດູແລ້ງໄດ້ລົງເລິກກ່ຽວກັບຂະບວນທັດຂອງວິທີການທາງກົດໝາຍ, ວິທີການສ້າງລັດແຫ່ງກົດໝາຍ ແລະ ວິທີການສ້າງກົດໝາຍ, ວິທີການການນໍາໃຊ້ກົດໝາຍ ແລະ ຂອບເຂດການເຮັດວຽກຂອງກົດໝາຍໃນສາກົນ ໂດຍສະເພາະແມ່ນ ສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍການຕ້ານການສໍ້ລາດບັງຫຼວງ. ໂຮງຮຽນກົດໝາຍລະດູຮ້ອນແມ່ນດໍາເນິນເປັນພາສາອັງກິດເຊິ່ງນໍາພາໂດຍ ສາສະດາອາຈານ Stefan Braum (ຈາກມະຫາວິທະຍາໄລລຸກຊຳບວກ) ແລະ ທ່ານ ນາງ Melina ANASTASOPOULOU (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ), ທ່ານ ນາງ Anna MORAITI, (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ), ທ່ານ Stanislav GUBENKO (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ), ທ່ານ ນາງ Areti KOLOVOU-NIKOLAKOPOULOU (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ), ແລະ ອໍານວຍຄວາມສະດວກງານໂດຍ ທ່ານ ນາງ Paulina BASCHTON (ຜູ້ປະສານງານໂຄງການຂອງມະຫາວິທະຍາໄລລຸກຊຳບວກ ປະຈຳລາວ) ພ້ອມກັບນາຍແປພາສາ.

ໂຮງຮຽນກົດໝາຍລະດູແລ້ງເລີ່ມເປີດພິທີ່ໂດຍການຕ້ອນຮັບ ສາສະດາຈານ Stefan Braum, ຫົວໜ້າໂຄງການ. ທ່ານໄດ້ອະທິບາຍຄວາມໝາຍທີ່ມີຄວາມສົມບູນກ່ຽວກັບ ຂະບວນທັດຂອງວິທີການທາງກົດໝາຍໃນ ລັດທີ່ເປັນລັດແຫ່ງກົດໝາຍ ແລະ ຂະບວນການສ້າງກົດໝາຍ. ໃນຊ່ວງເຊົ້າຂອງມື້ທໍາອິດຂອງການສໍາມະນາ ແມ່ນໄດ້ສຸມໃສ່ການສົນທະນາກ່ຽວກັບຂອບເຂດ ແລະ ຄຸນລັກສະນະຂອງກົດໝາຍ, ຍັງໄດ້ສຸມໃສ່ລະບຽບການທົ່ວໄປ ແລະ ບົດຄັດຫຍໍ້ ໂດຍສະເພາະແມ່ນເຫດຜົນ, ແຮງຜັກດັນ, ການປະເມີນຄວາມສ່ຽງທີ່ກ່ຽວຂ້ອງກັບການສ້າງກົດໝາຍ. ໃນວາລະຕອນບ່າຍ ແມ່ນໄດ້ສຸມໃສ່ຂະບວນການທາງນິຕິບັນຍັດໃນລະບົບການເມືອງ ແລະ ຮູບແບບຂອງປະຊາທິປະໄຕທີ່ມີຄວາມແຕກຕ່າງກັນ. ຜູ້ເຂົ້າຮ່ວມຍັງໄດ້ສຶກສາລົງເລິກກ່ຽວກັບຂະບວນການຜັນປ່ຽນຈາກຮ່າງກົດໝາຍໄປເປັນກົດໝາຍໃນເຂດອໍານາດຂອງສານທີ່ມີຄວາມແຕກຕ່າງກັນ. ຜູ້ເຂົ້າຮ່ວມຍັງໄດ້ມີໂອກາດສຶກສາກ່ຽວກັບການອອກກົດໝາຍໂດຍຜ່ານຝ່າຍບໍລິຫານ ລວມເຖິງລະບຽບການບໍລິຫານ, ການກະທໍາອື່ນທີ່ກ່ຽວຂ້ອງກັບເນື້ອໃນທາງດ້ານກົດໝາຍ, ດໍາລັດກ່ຽວກັບການອອກກົດໝາຍ, ແລະ ກົດໝາຍທີ່ອອກແບບສຸກເສີນ ເຊິ່ງບັນຍາຍໂດຍ ທ່ານ ນາງ Melina ANASTASOPOULOU (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ) ແລະ ທ່ານ ນາງ Anna MORAITI, (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ), ທັງສອງທ່ານຍັງໄດ້ໃຫ້ການບັນຍາຍກ່ຽວກັບພາບລວມໃນການສົມທຽບ ບົດບັນຍັດທີ່ກ່ຽວຂ້ອງພາຍໃຕ້ກົດໝາຍປະເທດ ເກຣັກ, ຝຣັ່ງ, ແລະ ລຸກຊໍາບວກ. ຫຼັງຈາກການບັນຍາຍສໍເລັດ, ຜູ້ເຂົ້າຮ່ວມໄດ້ສົນທະນາກັນຢ່າງຄຶກຄື້ນກ່ຽວກັບຄວາມທ້າທາຍທີ່ຍັງມີຢູ່ໃນຂະບວນການສ້າງກົດໝາຍໃນ ສປປ ລາວ ແລະ ພ້ອມກັບການຫາວິທີການແກ້ໄຂທີ່ເປັນໄປໄດ້ຕໍ່ກັບບັນຫາທີ່ເກີດຂຶ້ນ.


ໃນມື້ທີສອງຂອງງານສໍາມະນາ, ການບັນຍາຍແມ່ນມຸ້ງເນັ້ນໃສ່ວິທີການນໍາໃຊ້ ແລະ ການຕີຄວາມກົດໝາຍ. ຜູ້ເຂົ້າຮ່ວມໄດ້ຖືກແບ່ງອອກເປັນສອງກຸ່ມ ແລະ ໄດ້ເຮັດວຽກເພື່ອຊ່ວຍກັນແກ້ໄຂຄະດີທີ່ສົມມຸດຂຶ້ນ ເພື່ອນໍາສະເໜີຄໍາຕອບຂອງ ພວກເຂົາທີ່ຊອກມາໄດ້. ຜູ້ເຂົ້າຮ່ວມໄດ້ອະທິບາຍເຫດຜົນຂອງພວກເຂົາໃນການນໍາໃຊ້ວິທີການຕີຄວາມໝາຍທີ່ພວກເຂົາເລືອກຕໍ່ກັບຄະດີທີ່ສົມມຸດຂຶ້ນດັ່ງຕໍ່ໄປນີ້: ການຕີຄວາມໝາຍໂດຍອີງຕາມຄໍາສັບ, ການຕີຄວາມລັກສະນະທາງປະຫວັດສາດ ແລະ ຈຸດປະສົງ, ຫຼື ການຕີຄວາມແບບເປັນລະບົບ ເຊິ່ງແຕ່ລະກຸ່ມປະກອບດ້ວບຜູ້ພິພາກສາ, ໄອຍາການ, ແລະ ອາຈານທີ່ສອນກົດໝາຍຜູ້ທີ່ມີຄວາມຮູ້ ແລະ ມີຄວາມຊໍານິຊໍານານທີ່ແຕກຕ່າງກັນ, ທ່ານ ນາງ Anna MORAITI, (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ) ເປັນຜູ້ນໍາພາການຍາຍ ພ້ອມກັບແນະນໍາການນໍາສະເໜີຂອງຜູ້ເຂົ້າຮ່ວມ. ຫຼັງຈາກສໍາເລັດການນໍາສະເໜີບົດຝຶກຫັດ, ສາສະດາອາຈານ Stefan Braum ໄດ້ສະແດງຄໍາຄິດເຫັນຕໍ່ກັບວິທີການປັບປຸງການຕີຄວາມໝາຍ ເພື່ອແກ້ໄຂແຕ່ລະກໍລະນີທີ່ເກີດຂຶ້ນໃຫ້ມີປະສິດທິພາບ, ບັນຫາດັ່ງກ່າວລ້ວນແລ້ວແຕ່ກ່ຽວຂ້ອງກັບສາຂາທາງກົດໝາຍ ແລະ ສາມາດນໍາໃຊ້ເຂົ້າໃນອາຊີບຂອງບັນດາຜູ້ເຂົ້າຮ່ວມໄດ້. ວາລະດັ່ງກ່າວໄດ້ຈົບລົງໂດຍການນໍາສະເໜີຂອງຜູ້ເຂົ້າຮ່ວມກ່ຽວກັບ ຄວາມທ້າທາຍໃນການນໍາໃຊ້ກົດໝາຍຂອງ ສປປ ລາວ”.



ໃນວາລະຕອນບ່າຍຂອງງານສໍາມະນາ, ທ່ານ Stanislav GUBENKO (ນັກສຶກສາປະລິນຍາເອກຈາກມະຫາໄລລຸກຊຳບວກ) ໄດ້ໃຫ້ການບັນຍາຍກ່ຽວກັບ ຫຼັກການຕັດສິນໃຈ Res Judicata ແລະ ການທົບທວນຂອງຝ່າຍຕຸລາການ. ຜູ້ເຂົ້າຮູ້ໄດ້ເຂົ້າໃຈກ່ຽວກັບຫຼັກການເຮັດວຽກຂອງ Res Judicata ຫຼາຍຂຶ້ນ ແລະ ໄດ້ເສີມສ້າງຄວາມຮູ້ທາງກົດໝາຍຂອງພວກເຂົາກ່ຽວກັບລັກສະນະຜູກພັນຂອງການຕັດສິນໃຈທາງກົດໝາຍຂອງສານ ໂດຍສະເພາະແມ່ນຄວາມເປັນໄປໄດ້ໃນການທົບທວນການພິຈາລະນາຄະດີ. ວາລະດັ່ງກ່າວໄດ້ສືບຕໍ່ໂດຍການມອບກໍລະນີທີ່ເກີດຂຶ້ນຕົວຈິງ ແລະ ກໍລະນີທີ່ສົມມຸດຂຶ້ນໃຫ້ແກ່ຜູ້ເຂົ້າຮ່ວມ ເພື່ອສົນທະນາກັນກ່ຽວກັບວິທີການແກ້ໄຂທີ່ເປັນໄປໄດ້ພາຍໃນຫ້ອງ. ໃນວາລະສຸດທ້າຍ, ຜູ້ເຂົ້າຮ່ວມໄດ້ມີໂອກາດຕອບແບບທົດສອບຢູ່ໃນຮູບແບບຂອງ Kahoot ທີ່ໄດ້ກຽມໄວ້ໂດຍຜູ້ໃຫ້ການບັນຍາຍ ເພື່ອທົດສອບຄວາມຮູ້ທີ່ໄດ້ຮັບມາໃໝ່ກ່ຽວກັບ res judicata ແລະ ການທົບທວນຂອງຝ່າຍຕຸລາການ.



ໃນມື້ສຸດທ້າຍຂອງໂຮງຮຽນກົດໝາຍລະດູແລ້ງ, ງານສໍາມະນາໄດ້ມຸ້ງເນັ້ນໃສ່ການທົບທວນບົດຮຽນຈາກສອງມື້ທີ່ຜ່ານມາ. ຈຸດປະສົງຕົ້ນຕໍແມ່ນການສະຫຼຸບ ແລະ ສັງລວມຮ່ວມກັນໂດຍການສົນທະນາໃນໂຕະມົນ. ຜູ້ເຂົ້າຮ່ວມໄດ້ມີໂອກາດສະແດງຄໍາຄິດເຫັນໃນການວິທີການປັບປຸງການສອນ ແລະ ການຄົ້ນຄວ້າ ໂດຍຜ່ານການນໍາໃຊ້ວິທີການຄົ້ນຄວ້າທາງກົດໝາຍ. ພິທີປິດງານແມ່ນລົງທ້າຍດ້ວຍການມອບໃບຢັ້ງຢືນໃຫ້ແກ່ຜູ້ເຂົ້າຮ່ວມທຸກທ່ານ ເຊິ່ງໄດ້ໃຫ້ກຽດມອບໂດຍ ສາສະດາອາຈານ Stefan Braum.



ຜູ້ເຂົ້າຮ່ວມທັງໝົດໃນໂຮງຮຽນກົດໝາຍລະດູຮ້ອນໃນປີນີ້ ໄດ້ສະແດງຄວາມກະຕືລືລົ້ນ ແລະ ຫ້າວຫັນ, ໄດ້ມີສ່ວນຮ່ວມຢ່າງກະຕືລືລົ້ນກັບຜູ້ບັນຍາຍ ແລະ ຜູ້ເຂົ້າຮ່ວມດ້ວຍກັນໃນການຮັບຮູ້ຄວາມສໍາຄັນກ່ຽວກັບ ວິທີການທາງກົດໝາຍ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງຄວາມສຳຄັນ ຂອງບັນດາຫຼັກການກ່ຽວກັບລັດແຫ່ງກົດໝາຍ. ສໍາລັບການສະໜັບສະໜູນເພື່ອໃຫ້ເກີດຄວາມຕໍ່ເນື່ອງໃນການເສີມສ້າງຄວາມຮູ້ຂອງຜູ້ເຂົ້າຮ້ວມ, ຜູ້ເຂົ້າຮ່ວມທຸກທ່ານແມ່ນໄດ້ຮັບເອກະສານຕ່າງໆເພື່ອນຳໄປອ່ານເພີ່ມຕື່ມ ແລະ ເອກກະສານອື່ນໆທີ່ກ່ຽວຂ້ອງ.
ຂ່າວສານ
ພາຍໃຕ້ກອບການເຮັດວຽກຂອງ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ການພັດທະນາເສີມສ້າງຄວາມອາດສາມາດໃຫ້ແກ່ ພະນັກງານຫໍສະໝຸດຂອງຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ຖືກວ່າເປັນບູລິມະສິດທີ່ຄຽງູຸຄູ່ກັນກັບການສ້າງ E-library.
ໃນນີ້, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ ໄດ້ຮ່ວມມືກັບ ອົງການຂໍ້ມູນຂ່າວສານອີເລັກໂຕຣນິກສຳລັບຫໍສະໝຸດ ໃນປະເທດໄທ ຫຼື EIFL-Thailand ເພື່ອສະໜັບສະໜຸນການເສີມສ້າງຂີດຄວາມອາດສາມາດຂອງພະນັກງານຫໍສະໝຸດ/ບັນນາຮັກຂອງ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ (ຄນລ, ມຊ). ການຝຶກອົມຮົມແມ່ນຖືກຈັດຢູ່ພາຍໃນຫໍສະໝຸດ ຄນລ ຕັ້ງແຕ່ວັນທີ 24 ເມສາ – 19 ພຶດສະພາ 2023. ຈຸດປະສົງໃນການປະສານສົມທົບ ກັບທາງ EIFL ປະເທດໄທນີ້ກໍແມ່ນເພື່ອ ຫັນປ່ຽນຫໍສະໝຸດ ຄນລ ໃຫ້ກາຍເປັນຫໍສະໝຸດທີ່ມີໃຊ້ສອຍສິ່ງອຳນວຍຄວາມສະດວກໄດ້ຢ່າງຄົບຖ້ວນ ພ້ອມທັງມີບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດ.
ການຝຶກອົບຮົມທັງ 4 ອາທິດນີ້ແມ່ນນຳພາໂດຍ ຊ່ຽວຊານທີ່ຈັດຫາມາໂດຍ EIFL ໄດ້ແກ່ ທ່ານ ນາງ ສຸຣາຊະວະດີ ດິດສະກຸນ ແລະ ທ່ານ ນາງ ສົມປອງ ອຸດົມເດດ, ເຊິ່ງແມ່ນຜູ້ຊ່ຽວຊານທີ່ມີປະສົບການມາຢ່າງຍາວນານ ໃນການເຮັດວຽກຢູ່ຫໍສະໝຸດທາງວິຊາການ. ການຝຶກອົມຮົມແມ່ນສຸມໃສ່ພະນັກງານຫໍສະໝຸດຂອງ ຄນລ ໂດຍສະເພາະ ອັນປະກອບມີ ທ່ານ ເຂິງຄຳ ສີຫາລາດ (ຫົວໜ້າຫໍສະໝຸດ), ທ່ານ ນາງ ສີເມືອງ ສີວົງດາວ (ຮອງຫົວໜ້າຫໍສະໝຸດ), ທ່ານ ສັງຄອນ ນິຍົມຄຳ (ຫົວໜ້າໜ່ວຍງານ IT), ທ່ານ ນາງ ຄໍາພູທອນ ເພັງພະຈັນ, ທ່ານ ນາງ ສີຣີໄຊ ສຸລິຍະວົງສາ ແລະ ທ່ານ ນາງ ສົມພຽນ ວັນປະເສີດ. ຈຸດປະສົງຫຼັກອີກອັນໜຶ່ງຂອງການຝຶກອົບຮົມນີ້ແມ່ນເພື່ອພັດທະນາການບໍລິຫານຈັດການຫໍສະໝຸດ ໂດຍສະເພາະ, ການລົງທະບຽນປຶ້ມທີ່ເໝາະສົມ, ແລະ ການຈັດເຄຕາລ໋ອກ/ໝວດໝຸ່ປຶ້ມ ຕໍ່ເນື່ອງຈາກການທີ່ໂຄງການໄດ້ມອບປຶ້ມໃຫ້ແກ່ທາງ ຫໍສະໝຸດ ຄນລ ນອກຈາກນີ້ຈຶ່ງປະສົງກໍຍັງແມ່ນການໃຫ້ໝັ້ນໃຈເຖິງ ການເຂົ້າເຖິງເຄື່ອງມືຕ່າງໆ ແລະ ປັບປຸງສະພາບແວດແລ້ວຂອງ ຫໍສະໝຸດ.
ໃນອາທິດທຳອິດຂອງການຝຶກອົບຮົມ, ຊ່ຽວຊານໄທ ແລະ ບັນນາຮັກຂອງ ຄນລ ໄດ້ປະສານສົມທົບ ແລກປ່ຽນ ແລະ ສະເໜີແນວຄວາມຄິດໃນການພັດທະນາຫໍສະໝຸດ ຄນລ ໃຫ້ດີຂຶ້ນ. ຈຸດສຸດທຳອິດ ແມ່ນການລະບຸເຖິງບັນຫາທີ່ຕ້ອງຮີບແກ້ໄຂຢ່າງຮີບດ່ວນ. ຊ່ຽວຊານ EIFL ໄດ້ສາຍວີດີໂອ ແລະ ນຳສະເໜີຫໍສະໝຸດ 4 ແຫ່ງໄດ້ແກ່: ຫໍສະໝຸດທຳມະສາດ, ຫໍສະໝຸດຈຸລາລົງກອນ, ຫໍສະໝຸດກຸງເທບ ແລະ ຫໍສະໝຸດ Orchard ສິງກະໂປ ເພື່ອສະແດງໃຫ້ພະນັກງານຫໍສະໝຸດຂອງ ຄນລ ເບິ່ງເປັນຕົວຢ່າງ ແລະ ສ້າງແຮງບັນດານໃຈແກ່ພະນັກງານຂອງ ຄນລ ໃນການປັບປຸງພັດທະນາຫໍສະໝຸດຂອງຕົນ. ໃນອາທິດນີ້ເອງ ທາງຊ່ຽວຊານ ແລະ ພະນັກງານຫໍສະໝຸດຂອງ ຄນລ ໄດ້ມີໂອກາດໄປຢ້ຽມຢາມສະໝຸດສອງແຫ່ງ ໄດ້ແກ່ ຫໍສະໝຸດກາງ ມຊ ແລະ ຫໍສະໝຸດແຫ່ງຊາດ. ການຢ້ຽມຢາມດັ່ງກ່າວແມ່ນນຳພາໂດຍ ທ່ານ ນາງ Paulina Baschton (ຜູ້ປະສານງານຂອງມະຫາວິທະຍາໄລລຸກຊຳບວກ), ຊ່ຽວຊານໄທ 2 ທ່ານ, ທ່ານ ປາດຖະໜາພອນ ນາມມະລາດ (ຜູ້ຊ່ວຍໂຄງການ) ແລະ ບັນນາຮັກຂອງ ຄນລ 5 ທ່ານ ໂດຍທາງທີມງານໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ຫໍສະໝຸດທັງສອງແຫ່ງ. ໃນມື້ສຸດທ້າຍຂອງອາທິດ ພາຍຫຼັງການໄປຢ້ຽມຢາມ ທາງຊ່ຽວຊານ ໄດ້ໃຫ້ພະນັກງານຂອງ ຄນລ ແບ່ງປັນບົດຮຽນ ແລະ ແນວຄວາມຄິດທີ່ພວກເຂົາໄດ້ຮັບ ແລະ ມີການແລກປ່ຽນກັບຊ່ຽວຊານເຖິງວິທີການປັບໃຊ້ບົດຮຽນທີ່ໄດ້ຮຽນມາ ເຂົ້າກັບການພັດທະນາຫໍສະໝຸດ ຄນລ.


ໃນອາທິດທີສອງ, ພະນັກງານຫໍສະໝຸດຂອງ ຄນລ ໄດ້ຈັດການຝຶກອົບຮົມພາຍໃນ ໃນການນຳໃຊ້ ‘‘Canva’’, ເຊິ່ງນໍາພາການຝຶກອົບຮົມໂດຍ ທ່ານ ສັງຄອນ ນິຍົມຄຳ, ຫົວໜ້າໜ່ວຍງານ IT. ກິດຈະກໍາດັ່ງກ່າວນີ້ກໍແມ່ນເພື່ອໃຫ້ພະນັກງານຫໍສະໝຸດທີທັກສະ ແລະ ຄວາມສາມາດໃນການສ້າງສື່ປະສາສຳພັນດ້ວຍຕົນເອງ. ນອກຈາກນີ້, ໃນອາທິດດຽວກັນ ຊ່ຽວຊານໄດ້ສຶກສາແບບສອບຖາມຜູ້ນຳໃຊ້ຫໍສະໝຸດທີ່ຖືກເຮັດໄວ້ໃນປີ 2022 ເພື່ອວິເຄາະຄຳຄິດເຫັນຂອງ ນັກສຶກສາທີ່ນຳໃຊ້ຫໍສະໝຸດຕົວຈິງ. ໂດຍ ຫຼັງຈາກການສຶກສາ ຊ່ຽວຊານກໍໄດ້ແນະນຳວິທີການແກ້ໄຂບັນຫາຕ່າງໆ ໂດຍອີງຕາມຄຳເຫັນທີ່ນັກສຶກສາໄດ້ປະກອບເຂົ້າໃນແບບສອບຖາມ. ຄວາມຄືບໜ້າໃນອາທິດນີ້ກໍຄືການປ່ຽນກະດານຈອງຫ້ອງປະຊຸມຂອງຫໍສະໝຸດ ດ້ວຍໜ້າຈໍຄອມ ແລະ ການຈັດພູມມິທັດຂອງ ຫໍສະໝຸດຄືນໃໝ່ ໂດຍການຍ້າຍໂຕະຕັ່ງຫວາຍ.

ໃນອາທິດທີສາມ ການຝຶກອົມຮົບແມ່ນເປັນລັກສະນະການລົງມືປະຕິບັດຕາມຄຳແນະນຳຂອງຊ່ຽວຊານ. ໂດຍມີຫຼາຍໆໜ້າວຽກທີ່ຖືກປັບປຸງໃຫ້ດີຂຶ້ນໃນອາທິດນີ້ ບໍ່ວ່າຈະເປັນຕູ້ໃສ່ເກີບໜ້າທາງເຂົ້າຫໍສະໝຸດ, ປຶ້ມເກົ່າໄດ້ຖືກຍ້າຍ ແລະຈັດແຈງພື້ນທີ່ໃໝ່ສຳລັບວາລະສານ ແລະ ໜັງສືຕ່າງປະເທດ ເຊິ່ງຈະເປັນປະໂຫຍດແກ່ການຄົ້ນຄວ້າຂອງນັກສຶກສາ, ແລະ ອີກບັນຫາໜຶ່ງທີ່ສຳຄັນ, ໂດຍອີງຕາມຕາຕະລາງການເຮັດວຽກແບບໝຸນວຽນຂອງຊ່ຽວຊານ ທາງພະນັກງານຫໍສະໝຸດໄດ້ຈັດພະນັກງານປະຈຳທີ່ຫ້ອງວິທະຍານິພົນ ເພື່ອສະໜອງຂໍ້ມຸນໃຫ້ນັກສຶກສາ.
ໃນອາທິດສຸດທ້າຍຂອງການຝຶກອົມຮົມ, ຊ່ຽວຊານໄດ້ຈັດການບັນຍາຍກ່ຽວກັບສອງຫົວຂໍ້ໃນການເສິມສ້າງຄວາມອາດສາມາດ ອັນໄດ້ແກ່ ການບໍລິຫານຈັດການບຸກຄະລາກອນ ແລະ ທັກສະໃນການໃຫ້ບໍລິການ. ຊ່ຽວຊານເຊິ່ງວ່າ ຫົວຂໍ້ທັງສອງຢ່າງນີ້ຈະເປັນປະໂຫຍດໃຫ້ແກ່ພະນັກງານຂອງ ຄນລ ທັງ hard ແລະ soft skills. ໃນນີ້ ຊ່ຽວຊານໄດ້ຮ່າງຕົວຢ່າງ ຕາຕະລາງໜ້າວຽກ ສຳລັບການບໍລິຫານວຽກຢູ່ໃນ ຫໍສະໝຸດ. ໂດຍລະອຽດແມ່ນໄດ້ແບ່ງປັນກັບ ທ່ານ ນາງ ສີມເມືອງ ສີວົງດາວ, ຮອງຫົວໜ້າຫໍສະໝຸດແລ້ວ, ນອກຈາກນີ້ຊ່ຽວຊານຍັງກຽມຕົວຢ່າງສຳລັບ ຕາຕະລາງການລົງທະບຽນວາລະສານ, ແລະ ວິທະຍານິພົນ ນອກຈາກນີ້ກໍຍັງມີຕົວຢ່າງຕາຕະລາງການໝຸນວຽນວຽກ.


ໃນມື້ສຸດທ້າຍຂອງການຝຶກອົບຮົມ, ທາງຊ່ຽວຊານໄດ້ນຳສະເໜີຜົນສຳລັບຕະຫຼອດໄລຍະ 4 ອາທິດຂອງການຝຶກອົບຮົມແລະ ຂໍ້ແນະນຳເພີ່ມຕື່ມສຳລັບການພັດທະນາກໍສະໝຸດ. ໂດຍຄຳແນະນຳບາງສ່ວນປະກອບມີ ການພັດທະນາການບໍລິການ ເພື່ອໃຫ້ໄດ້ຮັບຄຳເຫັນທາງບວກຈາກທາງນັກສຶກສາເພື່ມຂຶ້ນ, ຮີບດ່ວນແກ້ໄຂບັນຫາຄຳເຫັນດ້ານລົບຈາກນັກສຶກສາ, ແລະ ສົ່ງເສີມໃຫ້ນັກສຶກສາໃຊ້ E-library ເພີ່ມຂຶ້ນ. ຫົວໜ້າຫໍສະໝຸດຂອງ ຄນລ ກໍໄດ້ນໍາສະໜີໂດຍຫຍໍ້ກ່ຽວກັບ ຜົນລັບທີ່ເປັນທີ່ພຶງພໍໃຈຂອງພະນັກງານຫໍສະໝຸດທຸກໆຄົນ. ພວກເຂົາສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາໃນການທີ່ຈະສືບຕໍ່ນຳບົດຮຽນທີ່ໄດ້ຮຽນຮູ້ ມາປັບໃຊ້ໃນການພັດທະນາຫໍສະໝຸດໃນອະນາຄົດ.
ການຝຶກອົບຮົມໃຫ້ແກ່ພະນັກງານຫໍສະໝຸດນີ້ ໄດ້ສ້າງຜົນປະໂຫຍດອັນດີແຫ່ງຫໍສະໝຸດ ຄນລ ຢ່າງແທ້ຈິງ. ມັນໄດ້ຊ່ວຍເພີ່ມພູນຄວາມຮູ້ໃຫ້ແກ່ທາງພະນັກງານຫໍສະໝຸດ ໂດຍສະເພາະກ່ຽວກັບດ້ານບັນດາຮັກ. ທາງໂຄງການເຫັນໄດ້ເຖິງຄວາມສຳເລັດຂອງການຝຶກອົບຮົມດັ່ງກ່າວ, ແລະ ຈະສືບຕໍ່ສະໜັບສະໜຸນພະນັກງານຫໍສະໝຸດ ແລະ ສະໜອງເຄື່ອງທີ່ຈຳເປັນໃຫ້ແກ່ຫໍສະໝຸດ. ສິ່ງເຫຼົ່ານີ້ຈະຊ່ວຍເສີມປະສິດຕິພາບຂອງ ຫໍສະໝຸດ ຄນລ ແລະ ສ້າງໃຫ້ມັນເປັນສະຖານທີ່ທີ່ທັນສະໄໝ ແລະ ມີຄວາມກ້າວໜ້າ.

ຂ່າວສານ
ພາຍໃຕ້ຂອບເຂດການເຮັດວຽກຂອງໂຄງການຮ່ວມມືຂອງມະຫາວິທະຍາໄລລາວ-ລຸກຊໍາບວກ, ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນທັກສະທາງການສອນ ໃຫ້ກັບຄະນະນິຕິສາດ ແລະ ລັດຖະສາດ (ຄນລ), ມະຫາວິທະຍາໄລແຫ່ງຊາດລາວ. ໃນໂອກາດດັ່ງກ່າວ, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊໍາບວກ ໄດ້ໃຫ້ກຽດເຊີນ ສາສະດາຈານ ດຣ. André Prüm ມາເປັນຜູ້ບັນຍາຍໃນການສໍາມະນາ.
ຈຸດປະສົງຫຼັກໃນການຈັດງານສໍາມະນາ 3 ວັນໃນຄັ້ງນີ້ ແມ່ນເພື່ອແນະນໍາຜູ້ເຂົ້າຮ່ວມກ່ຽວກັບຫຼັກການຂອງກົດໝາຍການເຮັດສັນຍາ ແລະ ໂດຍສະເພາະແມ່ນການສຶກສາກ່ຽວກັບ “ປະມວນກົດໝາຍແພ່ງສະບັບໃໝ່ຂອງລາວ ກັບ ການປະຕິບັດໃນສາກົນ”. ງານສໍາມະນາແມ່ນໄດ້ຈັດຂຶ້ນໃນວັນທີ 4-6 ມີນາ 2023 ຢູ່ທີ່ຄະນະນິຕິສາດ ແລະ ລັດຖະສາດໃນນະຄອນຫຼວງວຽງຈັນ.

ງານສໍາມະນາໄດ້ມຸ່ງເນັ້ນໃສ່ນິຍາມຂອງສັນຍາ ທີ່ໄດ້ມາຈາກການຕີຄວາມໝາຍຂອງກົດໝາຍພາຍໃນ ແລະ ສາກົນ, ຄວາມເປັນອິດສະຫຼະ ແລະ ຜົນບັງຄັບຂອງສັນຍາ, ເງື່ອນໄຂຂອງສັນຍາທີ່ສາມາດນໍາໃຊ້ໄດ້, ແລະ ການປະຕິບັດສັນຍາ. ໂດຍໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລຂອງພວກເຮົາໄດ້ຮຽນເຊີນຄະນະອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ, ຄະນະອາຈານຈາກສະຖາບັນຍຸຕິທຳແຫ່ງຊາດ (ສຍຊ) ຢູ່ໃນນະຄອນຫຼວງວຽງຈັນ, ແລະ ຍັງມີຜູ້ປະຕິບັດກົດໝາຍ ໂດຍສະເພາະແມ່ນນັກກົດໝາຍ ຜູ້ທີ່ເປັນສະມາຊິກຂອງສະພາທະນາຍຄວາມ, ຜູ້ພິພາກສາຈາກສານປະຊາຊົນສູງສຸດ, ແລະ ໄອຍະການຈາກອົງການໄອຍະການປະຊາຊົນສູງສຸດ.
ມື້ທຳອິດຂອງງານສໍາມະນາ ແມ່ນເລີ່ມຈາກການໃຫ້ກຽດກ່າວເປີດພິທີ ແລະ ການຕ້ອນຮັບຢ່າງອົບອຸ່ນໂດຍ ຮອງສາສະດາຈານ. ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີຂອງຄະນະນິຕິສາດ ແລະ ລັດຖະສາດ. ງານສໍາມະນາໃນຊ່ວງເຊົ້າແມ່ນເລີ່ມຈາກການສຸມໃສ່ການແນະນໍາໂຕຂອງບັນດາຜູ້ເຂົ້າຮ່ວມ ເພື່ອເຮັດໃຫ້ສາສະດາຈານ ດຣ. Prüm ໄດ້ຮູ້ຈັກປະຫວັດຄວາມເປັນມາຂອງຜູ້ເຂົ້າຮ່ວມແຕ່ລະທ່ານ, ຫຼັງຈາກນັ້ນ ສາສະດາຈານ ດຣ. Prüm ໄດ້ເລີ່ມການບັນຍາຍໂດຍການກ່າວເຖິງຄວາມແຕກຕ່າງທາງດ້ານປະເພນີທາງກົດໝາຍ, ໂດຍສະເພາະແມ່ນການປຽບທຽບຄວາມແຕກຕ່າງລະຫວ່າງ ຮູບແບບລະບົບກົດໝາຍລາຍລັກອັກສອນ ແລະ ກົດໝາຍປະເພນີສານ. ໃນຊ່ວງຕອນບ່າຍ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບລັກສະນະຂອງຂໍ້ຜູ້ມັດຂອງສັນຍາ ແລະ ໄດ້ຮຽນຮູ້ໂດຍການປຽບທຽບມາດຕາທີ່ມີຄວາມສະເພາະ ລະຫວ່າງຫຼັກການຂອງສັນຍາການຄ້າສາກົນ UNIDROIT (2016) ແລະ ປະມວນກົດໝາຍແພ່ງສະບັບໃໝ່ຂອງ ສປປ ລາວ.


ມື້ໃນມື້ທີສອງຂອງການສຳມະນາ ແມ່ນມຸ່ງເນັ້ນໃສ່ການທົບທວນບົດຮຽນທີ່ໄດ້ຮຽນຜ່ານມາ ແລະ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມຖາມຄຳຖາມກ່ຽວກັບບົດຮຽນທີ່ໄດ້ຮຽນຜ່ານມາກັບ ສາສະດາຈານ ດຣ. Prüm ເຊິ່ງເປັນການເປີດບົດສົນທະນາຢ່າງຟົດຟື້ນກ່ຽວກັບ ການຈັດຕັ້ງປະຕິບັດປະມວນກົດໝາຍແພ່ງສະບັບໃໝ່ຂອງ ສປປ ລາວ, ການສົນທະນາຍັງໄດ້ເນັ້ນໃສ່ຄວາມແຕກຕ່າງລະຫວ່າງປະເພນີທາງດ້ານກົດໝາຍລາຍລັກອັກສອນ ແລະ ກົດໝາຍປະເພນີສານອີກດ້ວຍ.
ໃນຊ່ວງຕອນບ່າຍຂອງມື້ທີສອງ, ນັກສຶກສາຈາກ ຄນລ ໄດ້ຖືກເຊີນເຂົ້າຮ່ວມການບັນຍາຍແບບເປີດ ພາຍໃຕ້ຫົວຂໍ້ “ອະນຸຍາໂຕຕຸລາການລະຫວ່າງນັກລົງທຶນ-ລັດ” ຫົວຂໍ້ດັ່ງກ່າວໄດ້ເຮັດໃຫ້ນັກສຶກສາໄດ້ຮຽນຮູ້ກ່ຽວກັບຄວາມເປັນມາ ແລະ ການພັດທະນາຂອງອະນຸຍາໂຕຕຸລາການຫວ່າງນັກລົງທຶນ-ລັດຫຼາຍຂຶ້ນ ແລະ ໄດ້ຮຽນຮູ້ສັນຍາສາກົນອີກຫຼາຍໆສະບັບໂດຍສະເພາະແມ່ນ ອະນຸສັນຍານີວຢອກ ແລະ ສູນລະຫວ່າງປະເທດເພື່ອການລະງັບຂໍ້ພິພາກທາງການລົງທຶນ (ອະນຸສັນຍາ ICSID). ເປັນຄັ້ງທໍາອິດທີ່ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບກົດໝາຍການສົ່ງເສີມການລົງທຶນໃນ ສປປ ລາວ. ຫຼັງຈາກນັ້ນ ສາສະດາຈານ ດຣ. Prüm ໄດ້ອະທິບາຍກ່ຽວກັບຄວາມຈໍາເປັນຂອງອະນຸຍາໂຕຕຸລາການລະຫວ່າງນັກລົງທຶນ-ລັດ ແລະ ອົງການອື່ນໆທີ່ສາມາດໃຫ້ການຊ່ວຍເຫຼືອນັກລົງທຶນໄດ້. ທ່ານໄດ້ອະທິບາຍອົງການຊ່ວຍເຫຼືອອື່ນໆສໍາລັບນັກລົງທຶນ ໃນກໍລະນີທີ່ສົນທິສັນຍາການລົງທຶນບໍ່ສາມາດນໍາໃຊ້ໄດ້ ແລະ ໃນກໍລະນີອື່ນໆໃນເວລາທີ່ສົນທິສັນຍາໄດ້ຖືກລົງນາມແລ້ວ. ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ເພີ່ມຕື່ມກ່ຽວກັບສົນທິສັນຍາທີ່ກ່ຽວຂ້ອງທີ່ ສປປ ລາວໄດ້ລົງນາມແລ້ວ ແລະ ໄດ້ຮຽນຮູ້ກ່ຽວກັບບາງກໍລະນີທີ່ໄດ້ຖືກນໍາຂຶ້ນສູ່ອະນຸຍາໂຕຕຸລາການທີ່ຢູ່ພາຍໃຕ້ສົນທິສັນຍາສາກົນ. ການບັນຍາຍຈົບລົງໂດຍການຖາມຄໍາຖາມທີ່ສໍາຄັນ ກ່ຽວກັບກົດໝາຍອະນຸຍາໂຕຕຸລາການທີ່ຈະສາມາດໃຊ້ດຶງດູດ ແລະ ປົກປ້ອງການລົງທຶນຈາກຕ່າງປະເທດ.

ໃນມື້ສຸດທ້າຍຂອງງານສໍາມະນາ, ຜູ້ເຂົ້າຮ່ວມໄດ້ມີໂອກາດຮຽນຮູ້ເພີ່ມຕື່ມກ່ຽວກັບການສະເໜີ ແລະ ການຕອບຮັບສັນຍາ, ການເປັນໂມຄະ ແລະ ສັນຍາທີ່ເປັນໂມຄະ ແລະ ຜົນຂອງການບໍ່ປະຕິບັດສັນຍາ. ໃນຊ່ວງທ້າຍຂອງການສໍາມະນາ, ຜູ້ເຂົ້າຮ່ວມໄດ້ຮັບໃບຍັ້ງຢືນການເຂົ້າຮ່ວມງານ ໂດຍການໃຫ້ກຽດມອບໂດຍ ສາສະດາຈານ ດຣ. Prüm.

ຂ່າວສານ
ພວກເຮົາຂໍສະແດງຄວາມຍິນດີ ກັບທີມຕົວແທນປະເທດລາວທີ່ໄດ້ເຂົ້າຮ່ວມງານແຂ່ງຂັນສານຈໍາລອງຄັ້ງທີ 21 ວ່າດ້ວຍກົດໝາຍມະນຸດສະທຳສາກົນໃນປີ 2023 ທີ່ໄດ້ຈັດຂຶ້ນທີ່ຮົງກົງ ໃນລະຫວ່າງວັນທີ 8-11 ມີນາ 2023. ເຊິ່ງການແຂ່ງຂັນແມ່ນໄດ້ຈັດແບບເຊິ່ງໜ້າ, ຫຼັງຈາກຂໍ້ຈໍາກັດຈາກສະຖານະການຂອງການແພ່ລະບາດຂອງພະຍາດໂຄວິດ 19. ການແຂ່ງຂັນແມ່ນໄດ້ຮວບຮວມເອົາບັນດານັກສຶກສາກົດໝາຍຈາກມະຫາວິທະຍາໄລຕ່າງໆໃນພາກພື້ນອາຊີ-ປາຊິຟິກມາເຂົ້າຮ່ວມ. ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ມະຫາວິທະຍາໄລແຫ່ງຊາດລາວໃນການເຂົ້າຮ່ວມການແຂ່ງຂັນຮອບສາກົນໃນຄັ້ງນີ້! ໂດຍ ດຣ ເພີຣິນ ຊິມອນ ໄດ້ເປັນຜູ້ຝຶກຊ້ອມໃຫ້ກັບທີມ ຮ່ວມກັບ ທ່ານ ນາງ ເພົາລີນາ ແບສເຕິນ ຜູ້ປະສານງານໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊໍາບວກ.
ທີມຕົວແທນປະເທດລາວໄດ້ມີການຝຶກຊ້ອມ ຢ່າງຂຸ້ນຂ້ຽວຈົນເຖິງມື້ສຸດທ້າຍ ຂອງການແຂ່ງຂັນ ຫຼັງຈາກຍາດໄດ້ໄຊຊະນະຈາກການແຂ່ງຂັນລະດັບປະເທດ ໃນເດືອນທັນວາ ປີ 2022. ຜູ້ເຂົ້າແຂ່ງຂັນໄດ້ເຮັດວຽກຢ່າງໜັກ ແລະ ໄດ້ເອົາໃຈໃສ່ ຕັ້ງໃຈກັບການແຂ່ງຂັນສານຈໍາລອງຄັ້ງນີ້ຫຼາຍ ຍ້ອນວ່າຈະໄດ້ນໍາໃຊ້ກົດຫມາຍອາຍາສາກົນໄປແຂ່ງຂັນກັບບັນດາມະຫາວິທະຍາໄລອື່ນໃນພາກພື້ນອາຊີ-ປາຊິຟິກ ເຊິ່ງແຂ່ງຂັນເປັນພາສາອັງກິດ ທັງຫມົດ.

ຫຼັງຈາກ 4 ມື້ຂອງການແຂ່ງຂັນ ດ້ວຍຈໍານວນທີມນັກສຶກສາທີ່ເຂົ້າຮ່ວມທັງຫມົດ 24 ທີມ ຂອງນັກສຶກສາກົດໝາຍທົ່ວອາຊີ-ປາຊີຟິກ. ມະຫາວິທະຍາໄລ Adelaide (ທີມນັກສຶກສາຈາກປະເທດອອດສເຕເລຍ) ເປັນທີມທີ່ສາມາດຍາດເອົາໄຊຊະນະຈາກການແຂ່ງຂັນມາໄດ້, ລາງວັນຮອງຊະນະເລີດໄດ້ແກ່ ມະຫາວິທະຍາໄລ Auckland, ນາງ ແອນນາລິດສ ເດລິດຊ ຈາກມະຫາວິທະຍາໄລ Adelaide ໄດ້ລາງວັນຜູ້ວ່າຄວາມດີເດັ່ນໃນຮອບສຸດທ້າຍຂອງການແຂ່ງຂັນ. ລາງວັນດີເດັ່ນໃນການຂຽນຄໍາສັ່ງຟ້ອງຝ່າຍໄອຍະການຕົກເປັນຂອງມະຫາໄລ Brickfields Asia ຂອງ Kuala Lumpur ແລະ ລາງວັນດີເດັ່ນໃນການຂຽນຄໍາແກ້ຟ້ອງຕົກເປັນຂອງ ມະຫາວິທະຍາໄລການຈັດການຂອງສິງກະໂປ. ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບຜົນການແຂ່ງຂັນ ສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທໍາສາກົນ ລະດັບສາກົນ ຄັ້ງທີ 21, ທ່ານສາມາດກົດເຂົ້າໄປທີ່ລິງນີ້:: https://www.redcross.org.hk/en/moot21/results.html

ໂຈດຂອງການແຂ່ງກັນໃນປີນີ້ຂອງແຕ່ລະທີມທີ່ເຂົ້າຮ່ວມໄດ້ຮັບແມ່ນກ່ຽວຂ້ອງກັບ ບັນຫາທີ່ເກີດຂຶ້ນຢູ່ໃນສົງຄາມທີ່ມີການພົວພັນກັບການປົກປ້ອງສິ່ງແວດລ້ອມ. ໂຈດຂອງການແຂ່ງຂັນແມ່ນໄດ້ຊ່ວຍຍົກລະດັບຄວາມຮູ້ຂອງບັນດາທີມກ່ຽວກັບການໃຊ້ອາວຸດທາງເຄມີຢູ່ໃນການປະທະກັນທາງດ້ານອາວຸດ, ການກີດກັນການໄດ້ຮັບການພິຈາລະນາຄະດີຢ່າງຍຸຕິທໍາຂອງຜູ້ທີ່ເປັນອາຊະຍາກຳສົງຄາມ ແລະ ການບັງຄັບປະຊາຊົນຂອງຝ່າຍສັດຕູໃຫ້ເຂົ້າຮ່ວມການປະຕິບັດການທາງການທະຫານ ໃນການຕໍ່ຕ້ານປະເທດຂອງພວກເຂົາເອງ. ໂຈດຂອງການແຂ່ງຂັນໃນປີນີ້ຍັງໄດ້ມີຄວາມກ່ຽວພັນກັບ ບັນຫາທີ່ເກີດຂຶ້ນໃນປັດຈຸບັນ ໂດຍສະເພາະແມ່ນການໃຫ້ນິຍາມຂອງທະຫານຮັບຈ້າງ ແລະ ສະຖານະທາງດ້ານກົດໝາຍຂອງພວກເຂົາ.
ໃນລະຫວ່າງມື້ຂອງການຈັດງານ, ນັກສຶກສາໄດ້ເຂົ້າຮ່ວມກິດຈະກຳຕ່າງໆທິ່ທາງອົງການກາແດງຮົງກົງເປັນຜູ້ຈັດຂຶ້ນ ແລະ ຍັງໄດ້ມີໂອກາດເຂົ້າຮ່ວມຮັບຟັງການສຳມະນາໃນປະເດັນສຳຄັນ ເຊິ່ງໄດ້ຖືກຈັດຂຶ້ນພາຍໃຕ້ຫົວຂໍ້ “ການນໍາໃຊ້ອາວຸດທີ່ບໍ່ມີການຈໍາແນກ ແລະ ຜົນກະທົບຂອງມັນຕໍ່ສິ່ງແວດລ້ອມ”. ການສົນທະນາໃນປະເດັນສຳຄັນໃນຄັ້ງນີ້ແມ່ນໄດ້ນໍາຖືກພາໂດຍ ດຣ David Michael Baker (ຮອງສາສະດາຈານ ຂອງຄະນະວິທະຍາສາດຊີວະພາບ, ຄະນະວິທະຍາສາດ, ມະຫາວິທະຍາໄລຮົງກົງ), ດຣ. Nishara Mendis (ຜູ້ຊ່ວຍສາສະດາຈານ, ຄະນະກົດໝາຍ, ມະຫາວິທະຍາໄລໂຄລໍາໂບ), ແລະ ທ່ານ ນາງ Kelisiana Thynne (ຫົວໜ້າ ພະແນກກົດໝາຍຂອງຄະນະກຳມະການອົງການກາແດງສາກົນປະຈຳຢູ່ ມະນີລາ), ແລະ ໃນພາກສຸດທ້າຍຂອງງານສໍາມະນາ ບັນດາຜູ້ເຂົ້າຮ່ວມໄດ້ມີໂອກາດຕັ້ງຄຳຖາມເພື່ອສົນທະນາແລກປ່ຽນຂໍ້ມູນກັບຜູ້ບັນຍາຍອີກດ້ວຍ.

Photo © 2023 Hong Kong Red Cross ICRC IHL Moot 2023 10 Mar 2023 
Photo © 2023 Hong Kong Red Cross ICRC IHL Moot 2023 10 Mar 2023
ເປັນທີ່ໜ້າເສຍດາຍ, ເຖິງແມ່ນວ່າທີມຕົວແທນຈາກມະຫາວິທະຍາໄລແຫ່ງຊາດລາວ ໄດ້ພະຍາຍາມຢ່າງສຸດຄວາມສາມາດ ແຕ່ກໍ່ບໍ່ສາມາດຜ່ານເຂົ້າໄປຮອບຮອງຊະນະເລີດໄດ້ ແຕ່ທີມຕົວແທນປະເທດລາວກໍໄດ້ຮັບການຍ້ອງຍໍຈາກຄະນະກໍາມະການຕັດສິນໃນການແຂ່ງຂັນໃນພາກການວ່າຄວາມເບື້ອງຕົ້ນ ແລະ ໄດ້ຄະແນນດີໃນພາກການຂຽນຄໍາສັ່ງຟ້ອງ/ຄໍາແກ້ຟ້ອງເຊີ່ງສະເລ່ຍແມ່ນໄດ້ລະດັບ ປານກາງ ແລະ ດີ.
ສານຈໍາລອງຄັ້ງນີ້ ທີ່ຈັດຂື້ນໂດຍອົງການກາແດງສາກົນ ເປັນການກະຕຸ້ນການຄິດວິເຄາະໂດຍໃຊ້ ກົດຫມາຍ, ຊ່ວຍໃຫ້ເຮົາຮຽນຮູ້ທີ່ຈະຫາຈຸດຢືນຂອງຕົນ. ພ້ອມກັນນັ້ນນັກສຶກສາຍັງໄດ້ມີໂອກາດພັດທະນາ ທັກສະການນໍາສະເຫນີ, ການໂຕ້ວາທີ ແລະ ພາສາອັງກິດອີກດ້ວຍ!

ຂ່າວສານ
ພາຍໃຕ້ຂອບເຂດການເຮັດວຽກຂອງໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກ, ມະຫາວິທະຍາໄລລຸກຊໍາບວກແມ່ນໄດ້ໃຫ້ການສະໜັບສະໜູນການຮຽນ-ການສອນໃຫ້ແກ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ.
ການສໍາມະນາກ່ຽວກັບກົດໝາຍພາສີ ແລະ ອາກອນໃຊ້ເວລາທັງໝົດ 10 ຊົ່ວໂມງ ໄດ້ຈັດຂຶ້ນໃນວັນທີ 6-8 ກຸມພາ 2023, ທີ່ ຄະນະນິຕິສາດ ແລະ ລັດຖະສາດ, ນະຄອນຫຼວງວຽງຈັນ. ພວກເຮົາຮູ້ສຶກເປັນກຽດທີ່ໄດ້ຕ້ອນຮັບທ່ານ ສາສະດາຈານ Werner Haslehner ເຊິ່ງເປັນອາຈານຜູ້ທີ 2 ທີ່ມາໄດ້ມາຈັດງານສໍາມະນາຢູ່ ສປປ ລາວ ໃນປີ 2023 ນີ້.
ການສໍາມະນາໄດ້ສຸມໃສ່ການແນະນຳກ່ຽວກັບກົດໝາຍພາສີ ແລະ ອາກອນສາກົນ, ສົນທິສັນຍາກ່ຽວກັບພາສີ, ການຕີຄວາມໝາຍ ແລະ ຄວາມກ່ຽວຂ້ອງຂອງສັນຍາ. ໂດຍໂຄງການຂອງພວກເຮົາໄດ້ຮຽນເຊີນ ອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ, ອາຈານຈາກສະຖາບັນຍຸຕິທໍາແຫ່ງຊາດ ແລະ ບັນດານັກປະຕິບັດກົດໝາຍໄດ້ແກ່ ຜູ້ພິພາກສາ ຈາກສານປະຊາຊົນສູງສຸດ ແລະ ໄອຍະການ ຈາກຫ້ອງການໄອຍະການປະຊາຊົນສູງສຸດ ກໍໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້.

ນອກຈາກນີ້, ຍັງເປັນຄັ້ງທໍາອິດທີ່ໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກເຮົາໄດ້ຈັດການບັນຍາຍແບບເປີດ ເພື່ອໃຫ້ນັກສຶກສາຈາກຄະນະນິຕິສາດ ແລະ ລັດຖະສາດໄດ້ເຂົ້າຮ່ວມແລກປ່ຽນບົດຮຽນ. ການບັນຍາຍແບບເປີດ ແມ່ນໄດ້ເຊີນເອົານັກສຶກສາຄະນະນິຕິສາດ ແລະ ລັດຖະສາດທັງໝົດເຂົ້າຮ່ວມ ໂດຍສະເພາະແມ່ນ ນັກສຶກສາພາກກົດໝາຍທຸລະກິດ ແລະ ນັກສຶກສາພາກກົດໝາຍແພ່ງ.
ມື້ທໍາອິດຂອງການສໍາມະນາໄດ້ເລີ່ມຕົ້ນຂຶ້ນ ໂດຍການຕ້ອນຮັບຈາກ ທ່ານນາງ Paulina Baschton, ຜູ້ປະສານງານຄົນໃໝ່ຂອງໂຄງການມະຫາວິທະຍາໄລລາວ-ລຸກຊໍາບວກ, ທີ່ໄດ້ເລີ່ມເຮັດວຽກມື້ທໍາອິດໃນຖານະຜູ້ປະສານງານໂຄງການປະຈໍາຢູ່ນະຄອນຫຼວງວຽງຈັນ. ມື້ທໍາອິດຂອງການສໍາມະນາໄດ້ເລີ່ມຕົ້ນ ໂດຍການນໍາສະເໜີກ່ຽວກັບກົດໝາຍພາສີ ແລະ ອາກອນສາກົນ, ຄໍານິຍາມ ແລະ ຄວາມກ່ຽວຂ້ອງກັບກົດໝາຍພາສີ ແລະ ອາກອນພາຍໃນປະເທດ. ມຸມມອງທີ່ແຕກຕ່າງກັນໃນເລື່ອງພາສີ ໂດຍສະເພາະແມ່ນ ຄວາມແຕກຕ່າງລະຫວ່າງກົດໝາຍອາກອນຂອງປະເທດລຸກຊໍາບວກ ແລະ ກົດໝາຍອາກອນຂອງລາວເຮົາ.

ໃນມື້ທີ 2, ແມ່ນມຸ່ງເນັ້ນໃນເລື່ອງກົດໝາຍສາກົນວ່າດ້ວຍ ກົດໝາຍພາສີ ແລະ ອາກອນສາກົນ, ເນັ້ນໃສ່ສົນທິສັນຍາການເສຍພາສີຊໍ້າຊ້ອນ, ຄວາມກ່ຽວຂ້ອງກັບກົດໝາຍພາຍໃນ, ການຕີຄວາມໝາຍຂອງສົນທິສັນຍາວ່າດ້ວຍພາສີ ແລະ ອາກອນ ແລະ ການແກ້ໄຂຂໍ້ຂັດແຍ່ງທາງດ້ານພາສີ. ຜູ້ເຂົ້າຮ່ວມແມ່ນໃຫ້ຄວາມສົນໃຈຫຼາຍໃນການສໍາມະນາຄັ້ງນີ້ ໂດຍສະເພາະແມ່ນໃນຫົວຂໍ້ ການເສຍພາສີແບບຊໍ້າຊ້ອນ ແລະ ການປ້ອງກັນການຫຼີກລ່ຽງພາສີ ທີ່ກ່ຽວຂ້ອງກັບອາກອນລາຍໄດ້ ແລະ ຕົ້ນທຶນ, ໂດຍທ່ານ ສາສະດາຈານ Haslehner ໄດ້ບັນຍາຍ ແລະ ມີການຍົກຕົວຢ່າງຕົວຈິງ ເຊິ່ງເປັນການເປີດບົດສົນທະນາກ່ຽວກັບການແກ້ໄຂຂໍ້ຂັດແຍ່ງທີ່ກ່ຽວຂ້ອງກັບພາສີ ແລະ ອາກອນ.
ມື້ທີ 3 ແລະ ມື້ສຸດທ້າຍຂອງການສໍາມະນາ, ຜູ້ເຂົ້າຮ່ວມທຸກທ່ານໄດ້ມີໂອກາດສົນທະນາລົງເລິກໃນສົນທິສັນຍາລະຫວ່າງລາວ ແລະ ລຸກຊໍາບວກ ເພື່ອເຂົ້າໃຈເຖິງບົດບາດຂອງສົນທິສັນຍາດັ່ງກ່າວ. ທ່ານ ສາສະດາຈານ Haslehner ໄດ້ນໍາສະເໜີໂດຍຫຍໍ້ກ່ຽວກັບປະເດັນທີ່ນອກເໜືອຈາກພາສີ-ອາກອນ ເພື່ອໃຫ້ຜູ້ເຂົ້າຮ່ວມເຫັນພາບໂດຍລວມກ໋ຍວກັບການໂອນຈ່າຍລາຄາ, ການຈ່າຍພາສີຂັ້ນຕໍ່າໃນທົ່ວໂລກ ແລະ ຄວາມໂປ່ງໃສທາງດ້ານພາສີ.

ໃນຕອນບ່າຍຂອງມື້ດຽວກັນ, ໄດ້ມີການຈັດການບັນຍາຍແບບເປີດ ເຊິ່ງເນັ້ນໃນເລື່ອງຫຼັກການພື້ນຖານທາງດ້ານພາສີ, ຫຼັກການທີ່ກ່ຽວຂ້ອງກັບພາສີ ເພື່ອເຮັດໃຫ້ນັກສຶກສາໄດ້ເຂົ້າໃຈລົງເລິກໃນບົດບາດໜ້າທີ່, ນິຕິກໍາ ແລະ ນະໂຍບາຍທີ່ກ່ຽວຂ້ອງກັບພາສີ-ອາກອນ. ນັກສຶກສາປະມານ 30 ຄົນໄດ້ເຂົ້າຮ່ວມການບັນຍາຍແບບເປີດ ແລະ ເຮັດໃຫ້ທ່ານສາສະດາຈານ Haslehner ປະທັບໃຈຫຼາຍທີ່ນັກສຶກສາໃຫ້ຄວາມສົນໃຈ ໂດຍການປະກອບສ່ວນ ການຖາມຄໍາຖາມ ແລະ ການແລກປ່ຽນສົນທະນາໃນຕະຫຼອດການບັນຍາຍ.
ການຢ້ຽມຢາມຂອງທ່ານສາສະດາຈານ Haslehner ເປັນສ່ວນສໍາຄັນໃນການປະກອບສ່ວນທາງດ້ານການສອນຂອງ ຄະນະນິຕິສາດ ແລະ ລັດຖະສາດຂອງພວກເຮົາ ແລະ ເປັນການສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້ໃຫ້ແກ່ຜູ້ເຂົ້່າຮ່ວມ. ເນື່ອງຈາກຄວາມສໍາເລັດຂອງການຈັດການບັນຍາຍແບບເປີດໃນຄັ້ງນີ້, ໂຄງການຂອງພວກເຮົາຈະສືບຕໍ່ການຮຽນເຊີນອາຈານຈາກມະຫາວິທະຍາໄລລຸກຊໍາບວກໃນການຈັດການບັນຍາຍແບບເປີດໃຫ້ແກ່ນັກສຶກສາ ເພື່ອເປັນການເສີມສ້າງຄວາມຮູ້ທາງດ້ານກົດໝາຍໃຫ້ແກ່ບັນດາຄູອາຈານ ແລະ ນັກສຶກສາຂອງ ຄະນະນິຕິສາດ ແລະ ລັດຖະສາດ.
ຂ່າວສານ
ໃນວັນທີ 23-27 ເດືອນມັງກອນ ປີ 2023, ໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກ ໄດ້ຈັດການຝຶກອົບຮົມ 5 ມື້ກ່ຽວກັບ ການນໍາໃຊ້ແຫຼ່ງຂໍ້ມູນອີເລັກໂຕນິກ ແລະ ການຈັດການຝຶກອົບຮົມ, ທີ່ ຄະນະນິຕິສາດ ແລະ ລັດຖະສາດ (FLP), ມະຫາວິທະຍາໄລແຫ່ງຊາດ. ເຊິ່ງເປັນເທື່ອທໍາອິດທີ່ໂຄງການຂອງພວກເຮົາໄດ້ຈັດການຝຶກອົບຮົມການນໍາໃຊ້ແຫຼ່ງຂໍ້ມູນອີເລັກໂຕນິກແບບເຊິ່ງໜ້າ.
ສະມາຊິກຫໍສະໝຸດ ແລະ ອາສາສະໝັກໄອທີທັງ 16 ຄົນໄດ້ເຂົ້າຮ່ວມການຝຶກອົບຮົມ ເຊິ່ງນໍາພາໂດຍ ທ່ານນາງJevgenija Sevcova ຈາກໂຄງການ EIFL (Electronic Information for Libraries) ແລະ ທ່ານ ປາດຖະໜາພອນ, ຜູ້ຊ່ວຍໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກ, ຮັບໜ້າທີ່ເປັນຜູ້ແປພາສາທັງ 5 ມື້ຂອງການຝຶກອົບຮົມ. ການຝຶກອົບຮົມໄດ້ປະຕິບັດຕາມຫຼັກການ “ການຝຶກອົບຮົມສຳລັບຄູຝຶກ”; ເຊິ່ງເປົ້າໝາຍກໍເພື່ອອໍານວຍຄວາມສະດວກໃຫ້ແກ່ອາສາສະໝັກໄດ້ຝຶກຝົນທັກສະທີ່ກ່ຽວຂ້ອງ ເຊິ່ງຈະເຮັດໃຫ້ຜູ້ເຂົ້າຮ່ວມສາມາດເປັນຜູ້ຝຶກອົບຮົມກ່ຽວກັບການນໍາໃຊ້ຂໍ້ມູນອີເລັກໂຕນິກ ໃຫ້ແກ່ຄະນະນິຕິສາດ ແລະ ລັດຖະສາດ. ການຝຶກອົບຮົມຍັງໄດ້ເນັ້ນໃສ່ການຈັດງານຝຶກອົບຮົມກ່ຽວກັບ ການນໍາໃຊ້ຫໍສະໝຸດອີເລັກໂຕນິກ. ອາສາສະໝັກຫໍສະໝຸດຂອງຄະນະນິຕິສາດ ແລະ ລັດຖະສາດ ໄດ້ຮຽນລົງເລິກກ່ຽວກັບການຄົ້ນຫາຂໍ້ມູນເທິງເວັບໄຊຫໍສະໝຸດອີເລັກໂຕນິກ.
ການຝຶກອົບຮົມມື້ທໍາອິດຈະເປັນການແນະນໍາຕົວຂອງຜູ້ເຂົ້າຮ່ວມ. ຜູ້ຝຶກອົບຮົມກໍຍັງໄດ້ປະເມີນວິທີການຮຽນຮູ້ຂອງຕົນເອງ ເຊິ່ງຈະເຮັດໃຫ້ເຂົາເຈົ້າຄົ້ນພົບວິທີໃນການຮຽນຮູ້ທີ່ດີທີ່ສຸດສໍາລັບຕົວຂອງເຂົາເອງ ໂດຍການພັບໝວກເຈ້ຍ. ນອກຈາກນີ້, ພວກເຂົາຍັງໄດ້ແບ່ງອອກເປັນ 5 ກຸ່ມໃນການປະເມີນອາລົມຂອງຜູ້ຟັງ ແລະ ການຮັບມືກັບພຶດຕິກໍາຂອງຜູ້ເຂົ້າຮ່ວມ ຜ່ານການຈໍາລອງສະຖານະການຕົວຈິງ.
ໃນມື້ທີ 3, ຜູ້ຝຶກອົບຮົມໄດ້ຄົ້ນຄວ້າລົງເລິກຫຼາຍຂຶ້ນ ໂດຍການເຮັດແບບຝຶກຫັດຕົວຈິງໃນການຊອກຫາແຫຼ່ງຂໍ້ມູນທີ່ສະເພາະເຈາະຈົງ. ໃນມື້ນີ້, ທ່ານນາງ Jevgenija ໄດ້ມີແຂກຮັບເຊີນພິເສດ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ການຊອກຫາແຫຼ່ງຂໍ້ມູນສໍາລັບການຮຽນ ແລະ ການເຮັດບົດຄົ້ນຄວ້າ. ຜູ້ເຂົ້າຮ່ວມທຸກຄົນແມ່ນມີຄວາມກະຕືລືລົ້ນ ໃນການຖາມຄໍາຖາມ ກັບ ທ່ານນາງ Jevgenija ແລະ ແບ່ງປັນຜົນການຄົ້ນຫາຂອງຕົນເອງ.
ມື້ທີ 4 ຂອງການຝຶກອົບຮົມ, ຜູ້ຝຶກອົບຮົມໄດ້ຮຽນຮູ້ໃນການກະກຽມ ແລະ ການເຮັດບົດສະເໜີທີ່ໜ້າສົນໃຈ. ແລະ ຍັງໄດ້ຮຽນຮູ້ກ່ຽວກັບເຄັດລັບໃນການນໍາສະເໜີ. ຜູ້ຝຶກອົບຮົມທັງ 16 ຄົນໄດ້ເຮັດແບບຝຶກຫັດ ແລະ ໄດ້ນໍາໃຊ້ບົດຮຽນທີ່ໄດ້ຮຽນມາໃນການກະກຽມບົດນໍາສະເໜີ ກ່ຽວກັບ ວິທີການເຮັດບົດນໍາສະເໜີທີ່ດີ ໃນມື້ຕໍ່ມາ.
ໃນມື້ສຸດທ້າຍຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມທຸກກຸ່ມໄດ້ນໍາສະເໜີບົດນໍາສະເໜີຂອງຕົນເອງ ແລະ ໄດ້ຮັບຄໍາແນະນໍາ ແລະ ຄໍາຕິຊົມ. ເຊິ່ງທຸກໆຄົນແມ່ນເຮັດໄດ້ດີຫຼາຍ.
ຫຼັງຈາກສໍາເລັດການຝຶກອົບຮົມ, ຜູ້ເຂົ້າຮ່ວມທຸກຄົນແມ່ນໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມ.

ການຝຶກອົບຮົມນີ້ເປັນເຄື່ອງມືໃນການສ້າງຄວາມເຂັ້ມແຂງໃນການເຂົ້າເຖິງຄວາມຮູ້ ແລະ ເຄື່ອງມືປະຈັກຕາສໍາລັບຫໍສະໝຸດ ແລະ ອາສາສະໝັກໄອທີ ໃນການກະກຽມຕົນເອງເພື່ອກາຍເປັນຜູ້ຝຶກອົບຮົມ. ຫວັງວ່າ, ພວກເຮົາຈະໄດ້ເຂົ້າຮ່ວມງານຝຶກອົບຮົມຂອງບັນດາຄູຝຶກອົບຮົມຜູ້ໜຸ່ມນ້ອຍໃນໄວໆນີ້.
ຂ່າວສານ
ພາຍໃຕ້ຂອບເຂດການເຮັດວຽກຂອງໂຄງການຮ່ວມມືຂອງມະຫາວິທະຍາໄລ ລາວ-ລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນການຮຽນ-ການສອນ ໃຫ້ກັບມະຫາວິທະຍາໄລແຫ່ງຊາດ, ຄະນະນິຕິສາດ ແລະ ລັດຖະສາດ.
ໂດຍທາງໂຄງການໄດ້ຈັດງານສຳມະນາຂຶ້ນ 3 ວັນ ເພື່ອແນ່ໃສ່ການສ້າງຄວາມຮັບຮູ້ກ່ຽວກັບກົດໝາຍລະຫວ່າງຊາດພາກບຸກຄົນ ເຊິ່ງໄດ້ຈັດຂຶ້ນລະຫວ່າງວັນທີ 17-19 ມັງກອນ 2023 ທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ. ພວກເຮົາຮູ້ສຶກເປັນກຽດທີ່ໄດ້ຕ້ອນຮັບ ສາສະດາຈານ Thomas Mastrullo ຈາກມະຫາວິທະຍາໄລລຸກຊໍາບວກ ໃນການນຳພາການສຳມະນາໃນຄັ້ງນີ້.
ລະຫວ່າງຊາດພາກບຸກຄົນ ໂດຍສະເພາະແມ່ນການປຽບທຽບລະຫວ່າງກົດໝາຍຂອງປະເທດຝຣັ່ງ ແລະ ກົດໝາຍປະເທດລາວ, ແລະ ມຸ້ງເນັ້ນໃນການສ້າງຄວາມເຂັ້ມແຂງທັກສະທາງດ້ານການສິດສອນໃຫ້ກັບບັນດາຜູ້ເຂົ້້າຮ່ວມກ່ຽວກັບກົດໝາຍລະຫວ່າງຊາດພາກບຸກຄົນ. ໂດຍໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລຂອງພວກເຮົາໄດ້ຮຽນເຊີນຄະນະອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ຂອງມະຫາວິທະຍາໄລແຫ່ງຊາດ, ຄະນະອາຈານຈາກສະຖາບັນຍຸຕິທຳແຫ່ງຊາດ (ສຍຊ). ນອກນັ້ນຍັງມີ ຜູ້ປະຕິບັດກົດໝາຍ ໂດຍສະເພາະແມ່ນນັກກົດໝາຍ ຜູ້ທີ່ເປັນສະມາຊິກຂອງສະພາທະນາຍຄວາມ; ຜູ້ພິພາກສາຈາກສານປະຊາຊົນສູງສຸດ; ແລະ ໄອຍະການຈາກອົງການໄອຍະການປະຊາຊົນສູງສຸດ ກໍໄດ້ໃຫ້ກຽດເຂົ້າຮ່ວມງານສໍາມະນາຂອງພວກເຮົາໃນຄັ້ງນີ້.
ໃນພາກເຊົ້າຂອງມື້ທຳອິດງານສຳມະນາໄດ້ສຸມໃສ່ການບັນຍາຍກ່ຽວກັບພາກນຳສະເໜີຂອງກົດໝາຍລະຫວ່າງຊາດພາກບຸກຄົນ ເຊິ່່ງການນຳສະເໜີແມ່ນກ່ຽວຂ້ອງກັບນິຍາມ ແລະ ຫຼັກການຕ່າງໆຂອງກົດໝາຍລະຫວ່າງຊາດພາກບຸກຄົນ. ໃນຕອນບ່າຍ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບມຸມມອງທົ່ວໄປກ່ຽວກັບກົດໝາຍລະຫວ່າງຊາດພາກບຸກຄົນ ໂດຍສະເພາະແມ່ນກ່ຽວກັບສິດທິພິເສດທາງດ້ານເຂດອໍານາດຂອງສານ, ຂໍ້ກົດໝາຍທີ່ພົວພັນກັບເຂດອໍານາດຂອງສານ ແລະ ຄວາມຂັດແຍ່ງຕໍ່ກັບຂັ້ນຕອນການດໍາເນີນການ.
ໃນມື້ທີສອງຂອງການສຳມະນາແມ່ນມຸ້ງເນັ້ນໃສ່ການທົບທວນບົດຮຽນທີ່ໄດ້ຮຽນຜ່ານມາ ແລະ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມສະແດງຄວາມປະທັບໃຈ ແລະ ສາມາດຖາມຄຳຖາມກ່ຽວກັບບົດຮຽນທີ່ໄດ້ຮຽນຜ່ານມາກັບສາສະດາຈານ Thomas Mastrullo ເຊິ່ງເປັນການເປີດບົດສົນທະນາກ່ຽວກັບຫຼັກກົດໝາຍຂອງສິດອໍານາດຂອງສານ ແລະ ການດໍາເນີນງານ, ແລະເຮັດໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈຄວາມແນ່ນອນຂອງຫຼັກການທາງກົດໝາຍ ແລະ ຄວາມໝາຍຂອງບົດບັນຍັດລະຫວ່າງກົດໝາຍຂອງຝຣັ່ງ ແລະ ກົດໝາຍຂອງລາວຫຼາຍຂຶ້ນ. ໃນການສໍາມະນາພາກບ່າຍ ແມ່ນໄດ້ເນັ້ນໃສ່ການແກ້ໄຂຂໍ້ຂັດແຍ່ງຂອງເຂດອໍານາດສານ.
ມື້ສຸດທ້າຍຂອງງານສຳມະນາ, ຜູ້ເຂົ້າຮ່ວມໄດ້ມີໂອກາດຮຽນຮູ້ຫຼັກການການຍອມຮັບ ແລະ ຜົນສະທ້ອນຂອງຄຳຕັດສິນຈາກສານຕ່າງປະເທດ ຕໍ່ກັບກົດໝາຍພາຍໃນຂອງປະເທດຝຣັ່ງ. ໃນພາກສຸດທ້າຍຂອງການສຳມະນາ, ບັນດາຜູ້ເຂົ້າຮ່ວມທຸກຄົນໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມງານສຳມະນາ ເຊິ່ງເປັນກຽດມອບໂດຍ ສາສະດາຈານ Thomas Mastrullo.



























