ການຢ້ຽມຢາມຂອງ ສາສະດາຈານ ດຣ. André Prüm, ຄັ້ງວັນທີ 4-6 ເມສາ 2023

ພາຍໃຕ້ຂອບເຂດການເຮັດວຽກຂອງໂຄງການຮ່ວມມືຂອງມະຫາວິທະຍາໄລລາວ-ລຸກຊໍາບວກ, ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນທັກສະທາງການສອນ ໃຫ້ກັບຄະນະນິຕິສາດ ແລະ ລັດຖະສາດ (ຄນລ), ມະຫາວິທະຍາໄລແຫ່ງຊາດລາວ. ໃນໂອກາດດັ່ງກ່າວ, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊໍາບວກ ໄດ້ໃຫ້ກຽດເຊີນ ສາສະດາຈານ ດຣ. André Prüm ມາເປັນຜູ້ບັນຍາຍໃນການສໍາມະນາ.

ຈຸດປະສົງຫຼັກໃນການຈັດງານສໍາມະນາ 3 ວັນໃນຄັ້ງນີ້ ແມ່ນເພື່ອແນະນໍາຜູ້ເຂົ້າຮ່ວມກ່ຽວກັບຫຼັກການຂອງກົດໝາຍການເຮັດສັນຍາ ແລະ ໂດຍສະເພາະແມ່ນການສຶກສາກ່ຽວກັບ “ປະມວນກົດໝາຍແພ່ງສະບັບໃໝ່ຂອງລາວ ກັບ ການປະຕິບັດໃນສາກົນ”. ງານສໍາມະນາແມ່ນໄດ້ຈັດຂຶ້ນໃນວັນທີ 4-6 ມີນາ 2023 ຢູ່ທີ່ຄະນະນິຕິສາດ ແລະ ລັດຖະສາດໃນນະຄອນຫຼວງວຽງຈັນ.

ງານສໍາມະນາໄດ້ມຸ່ງເນັ້ນໃສ່ນິຍາມຂອງສັນຍາ ທີ່ໄດ້ມາຈາກການຕີຄວາມໝາຍຂອງກົດໝາຍພາຍໃນ ແລະ ສາກົນ, ຄວາມເປັນອິດສະຫຼະ ແລະ ຜົນບັງຄັບຂອງສັນຍາ, ເງື່ອນໄຂຂອງສັນຍາທີ່ສາມາດນໍາໃຊ້ໄດ້, ແລະ ການປະຕິບັດສັນຍາ. ໂດຍໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລຂອງພວກເຮົາໄດ້ຮຽນເຊີນຄະນະອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ, ຄະນະອາຈານຈາກສະຖາບັນຍຸຕິທຳແຫ່ງຊາດ (ສຍຊ) ຢູ່ໃນນະຄອນຫຼວງວຽງຈັນ, ແລະ ຍັງມີຜູ້ປະຕິບັດກົດໝາຍ ໂດຍສະເພາະແມ່ນນັກກົດໝາຍ ຜູ້ທີ່ເປັນສະມາຊິກຂອງສະພາທະນາຍຄວາມ, ຜູ້ພິພາກສາຈາກສານປະຊາຊົນສູງສຸດ, ແລະ ໄອຍະການຈາກອົງການໄອຍະການປະຊາຊົນສູງສຸດ.

ມື້ທຳອິດຂອງງານສໍາມະນາ ແມ່ນເລີ່ມຈາກການໃຫ້ກຽດກ່າວເປີດພິທີ ແລະ ການຕ້ອນຮັບຢ່າງອົບອຸ່ນໂດຍ ຮອງສາສະດາຈານ. ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີຂອງຄະນະນິຕິສາດ ແລະ ລັດຖະສາດ. ງານສໍາມະນາໃນຊ່ວງເຊົ້າແມ່ນເລີ່ມຈາກການສຸມໃສ່ການແນະນໍາໂຕຂອງບັນດາຜູ້ເຂົ້າຮ່ວມ ເພື່ອເຮັດໃຫ້ສາສະດາຈານ ດຣ. Prüm ໄດ້ຮູ້ຈັກປະຫວັດຄວາມເປັນມາຂອງຜູ້ເຂົ້າຮ່ວມແຕ່ລະທ່ານ, ຫຼັງຈາກນັ້ນ ສາສະດາຈານ ດຣ. Prüm ໄດ້ເລີ່ມການບັນຍາຍໂດຍການກ່າວເຖິງຄວາມແຕກຕ່າງທາງດ້ານປະເພນີທາງກົດໝາຍ, ໂດຍສະເພາະແມ່ນການປຽບທຽບຄວາມແຕກຕ່າງລະຫວ່າງ ຮູບແບບລະບົບກົດໝາຍລາຍລັກອັກສອນ ແລະ ກົດໝາຍປະເພນີສານ. ໃນຊ່ວງຕອນບ່າຍ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບລັກສະນະຂອງຂໍ້ຜູ້ມັດຂອງສັນຍາ ແລະ ໄດ້ຮຽນຮູ້ໂດຍການປຽບທຽບມາດຕາທີ່ມີຄວາມສະເພາະ ລະຫວ່າງຫຼັກການຂອງສັນຍາການຄ້າສາກົນ UNIDROIT (2016) ແລະ ປະມວນກົດໝາຍແພ່ງສະບັບໃໝ່ຂອງ ສປປ ລາວ.

ມື້ໃນມື້ທີສອງຂອງການສຳມະນາ ແມ່ນມຸ່ງເນັ້ນໃສ່ການທົບທວນບົດຮຽນທີ່ໄດ້ຮຽນຜ່ານມາ ແລະ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມຖາມຄຳຖາມກ່ຽວກັບບົດຮຽນທີ່ໄດ້ຮຽນຜ່ານມາກັບ ສາສະດາຈານ ດຣ. Prüm ເຊິ່ງເປັນການເປີດບົດສົນທະນາຢ່າງຟົດຟື້ນກ່ຽວກັບ ການຈັດຕັ້ງປະຕິບັດປະມວນກົດໝາຍແພ່ງສະບັບໃໝ່ຂອງ ສປປ ລາວ, ການສົນທະນາຍັງໄດ້ເນັ້ນໃສ່ຄວາມແຕກຕ່າງລະຫວ່າງປະເພນີທາງດ້ານກົດໝາຍລາຍລັກອັກສອນ ແລະ ກົດໝາຍປະເພນີສານອີກດ້ວຍ.

ໃນຊ່ວງຕອນບ່າຍຂອງມື້ທີສອງ, ນັກສຶກສາຈາກ ຄນລ ໄດ້ຖືກເຊີນເຂົ້າຮ່ວມການບັນຍາຍແບບເປີດ ພາຍໃຕ້ຫົວຂໍ້ “ອະນຸຍາໂຕຕຸລາການລະຫວ່າງນັກລົງທຶນ-ລັດ” ຫົວຂໍ້ດັ່ງກ່າວໄດ້ເຮັດໃຫ້ນັກສຶກສາໄດ້ຮຽນຮູ້ກ່ຽວກັບຄວາມເປັນມາ ແລະ ການພັດທະນາຂອງອະນຸຍາໂຕຕຸລາການຫວ່າງນັກລົງທຶນ-ລັດຫຼາຍຂຶ້ນ ແລະ ໄດ້ຮຽນຮູ້ສັນຍາສາກົນອີກຫຼາຍໆສະບັບໂດຍສະເພາະແມ່ນ ອະນຸສັນຍານີວຢອກ ແລະ ສູນລະຫວ່າງປະເທດເພື່ອການລະງັບຂໍ້ພິພາກທາງການລົງທຶນ (ອະນຸສັນຍາ ICSID). ເປັນຄັ້ງທໍາອິດທີ່ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບກົດໝາຍການສົ່ງເສີມການລົງທຶນໃນ ສປປ ລາວ. ຫຼັງຈາກນັ້ນ ສາສະດາຈານ ດຣ. Prüm ໄດ້ອະທິບາຍກ່ຽວກັບຄວາມຈໍາເປັນຂອງອະນຸຍາໂຕຕຸລາການລະຫວ່າງນັກລົງທຶນ-ລັດ ແລະ ອົງການອື່ນໆທີ່ສາມາດໃຫ້ການຊ່ວຍເຫຼືອນັກລົງທຶນໄດ້. ທ່ານໄດ້ອະທິບາຍອົງການຊ່ວຍເຫຼືອອື່ນໆສໍາລັບນັກລົງທຶນ ໃນກໍລະນີທີ່ສົນທິສັນຍາການລົງທຶນບໍ່ສາມາດນໍາໃຊ້ໄດ້ ແລະ ໃນກໍລະນີອື່ນໆໃນເວລາທີ່ສົນທິສັນຍາໄດ້ຖືກລົງນາມແລ້ວ. ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ເພີ່ມຕື່ມກ່ຽວກັບສົນທິສັນຍາທີ່ກ່ຽວຂ້ອງທີ່ ສປປ ລາວໄດ້ລົງນາມແລ້ວ ແລະ ໄດ້ຮຽນຮູ້ກ່ຽວກັບບາງກໍລະນີທີ່ໄດ້ຖືກນໍາຂຶ້ນສູ່ອະນຸຍາໂຕຕຸລາການທີ່ຢູ່ພາຍໃຕ້ສົນທິສັນຍາສາກົນ. ການບັນຍາຍຈົບລົງໂດຍການຖາມຄໍາຖາມທີ່ສໍາຄັນ ກ່ຽວກັບກົດໝາຍອະນຸຍາໂຕຕຸລາການທີ່ຈະສາມາດໃຊ້ດຶງດູດ ແລະ ປົກປ້ອງການລົງທຶນຈາກຕ່າງປະເທດ.

ໃນມື້ສຸດທ້າຍຂອງງານສໍາມະນາ, ຜູ້ເຂົ້າຮ່ວມໄດ້ມີໂອກາດຮຽນຮູ້ເພີ່ມຕື່ມກ່ຽວກັບການສະເໜີ ແລະ ການຕອບຮັບສັນຍາ, ການເປັນໂມຄະ ແລະ ສັນຍາທີ່ເປັນໂມຄະ ແລະ ຜົນຂອງການບໍ່ປະຕິບັດສັນຍາ. ໃນຊ່ວງທ້າຍຂອງການສໍາມະນາ, ຜູ້ເຂົ້າຮ່ວມໄດ້ຮັບໃບຍັ້ງຢືນການເຂົ້າຮ່ວມງານ ໂດຍການໃຫ້ກຽດມອບໂດຍ ສາສະດາຈານ ດຣ. Prüm.