ງານສໍາມະນາວ່າດ້ວຍປະເພນີທາງກົດໝາຍແບບສົມທຽບ, 14-16 ມິຖຸນາ 2023

ພາຍໃຕ້ຂອບເຂດການເຮັດວຽກຂອງໂຄງການຮ່ວມມືຂອງມະຫາວິທະຍາໄລລາວ-ລຸກຊໍາບວກ, ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນວຽກງານການສອນ ແລະ ການພັດທະນາຂີດຄວາມສາມາດ ໃຫ້ກັບຄະນະນິຕິສາດ ແລະ ລັດຖະສາດ (ຄນລ), ມະຫາວິທະຍາໄລແຫ່ງຊາດລາວ.

ໃນລະຫວ່າງວັນທີ 14-16 ມິຖຸນາ, 2023, ງານສໍາມະນາໄດ້ຈັດຂຶ້ນ 3 ວັນ ພາຍໃຕ້ຫົວຂໍ້ປະເພນີທາງກົດໝາຍແບບສົມທຽບ ທີ່ນະຄອນຫຼວງວຽງຈັນ. ໂຄງການໄດ້ໃຫ້ການຕ້ອນຮັບ ສາສະດາຈານ Elise Poillot, ສາສະດາຈານຜູ້ທີ່ມາຈາກມະຫາວິທະຍາໄລ ລຸກຊໍາບວກ, ມາເປັນຜູ້ນໍພາໃນງານສໍາມະນາ.

ງານສໍາມະນາມຸ້ງເນັ້ນໃສ່ການເພີ່ມພູນຄວາມຮູ້ທາງກົດໝາຍຂອງຜູ້ເຂົ້າຮ່ວມ ກ່ຽວກັບລະບົບກົດໝາຍທີ່ມີຄວາມແຕກຕ່າງກັນ ແລະ ການພັດທະນາທາງປະຫວັດສາດຂອງບັນດາກົດໝາຍເຫຼົ່ານັ້ນ. ໂດຍສະເພາະແມ່ນ, ການໃຊ້ການປຽບທຽບລະຫວ່າງແຫຼ່ງກົດໝາຍທີ່ມາຈາກຈຸລະພາກ ແລະ ມະຫາພາກ. ໂດຍງານສໍາມະນາຂອງພວກເຮົາໄດ້ຮຽນເຊີນບັນດາອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ, ອາຈານຈາກສະຖາບັນຍຸຕິທຳແຫ່ງຊາດ ຢູ່ໃນນະຄອນຫຼວງວຽງຈັນ, ແລະ ຍັງມີຜູ້ປະຕິບັດກົດໝາຍ ໂດຍສະເພາະແມ່ນນັກກົດໝາຍ ຜູ້ທີ່ເປັນສະມາຊິກຂອງສະພາທະນາຍຄວາມແຫ່ງ ສປປ ລາວ, ຜູ້ພິພາກສາຈາກສານປະຊາຊົນສູງສຸດ, ແລະ ໄອຍະການຈາກອົງການໄອຍະການປະຊາຊົນສູງສຸດ.

ໃນວາລະຕອນເຊົ້າຂອງງານສໍາມະນາມື້ທໍາອິດ, ຜູ້ເຂົ້າຮ່ວມໄດ້ຮັບຄໍາແນະນໍາໃຫ້ຮູ້ຈັກກ່ຽວກັບເງື່ອນໄຂທີ່ໃຊ້ໃນການຈັດປະເພດປະເພນີທາງດ້ານກົດໝາຍ. ໃນວາລະດັ່ງກ່າວແມ່ນໄດ້ປະກອບມີການສົນທະນາກັນກ່ຽວກັບປະຫວັດຄວາມເປັນມາຂອງລະບົບກົດໝາຍ, ປະເພດຂອງແຫຼ່ງທີ່ມາທາງກົດໝາຍ, ແລະ ລະບົບກົດໝາຍທີ່ມີສອງຮູບແບບ. ຈຸດປະສົງຂອງການນໍາສະເໜີແມ່ນເພື່ອໃຫ້ຄວາມຮູ້ຜູ້ເຂົ້າຮ່ວມ ເພື່ອໃຫ້ເຂົ້າໃຈຫຼາຍຂຶ້ນກ່ຽວກັບລັກສະນະທີ່ແຕກຕ່າງກັນທາງກົດໝາຍຂອງລະບົບກົດໝາຍທີ່ກໍາລັງນໍາໃຊ້ຢູ່ໃນໂລກ.

ມື້ທີສອງຂອງງານສໍາມະນາ, ຜູ້ເຂົ້າຮ່ວມໄດ້ສຶກສາລົງເລິກກ່ຽວກັບປະເພນີທາງກົດໝາຍທີ່ມາຈາກຫຼາຍພາກສ່ວນ ໂດຍສະເພາະຢູ່ໃນເອີຣົບ, ອາເມຣິກາ, ອັບຟຣິກາ, ແລະ ອາຊີ, ຫົວຂໍ້ກົດໝາຍປະເພນີທາງຕາເວັນຕົກແມ່ນໄດ້ຮັບການຕອບຮັບທີ່ດີຈາກຜູ້ເຂົ້າຮ່ວມ, ເຊິ່ງນໍາໄປສູ່ການສົນທະນາກັນຢ່າງຄຶກຄື້ນລະຫວ່າງ ສາສະດາຈານ Elise Poilot ແລະ ຜູ້ເຂົ້າຮ່ວມ. ຫົວຂໍ້ທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດແມ່ນ ການພັດທະນາຂອງລະບົບສານຢູ່ໃນປະເທດທີ່ນໍາໃຊ້ລະບົບກົດໝາຍຮູບແບບລາຍລັກອັັກສອນ ທີ່ປຽບທຽບກັບປະເທດທີ່ນໍາໃຊ້ລະບົບກົດໝາຍຈາຮີດປະເພນີ. ສາດສະດາຈານ Elise Poillot ຍັງໄດ້ນໍາສະເໜີໃຫ້ເຂົ້າໃຈກ່ຽວກັບວ່າກົດໝາຍຂອງສະຫະພາບເອີຣົບມີຜົນກະທົບແນວໃດຕໍ່ບັນດາປະເທດສະມາຊິກໃນກຸ່ມ. ສາສະດາຈານ ຍັງໄດ້ໃຫ້ຕົວຢ່າງທີ່ເປັນຮູບປະທໍາ ແລະ ມັນໄດ້ຊ່ວຍໃຫ້ຜູ້ເຂົ້າຮ່ວມເຂົ້າໃຈເລິງເຊິ່ງຂຶ້ນກ່ຽວກັບປະເພນີທາງກົດໝາຍຕາເວັນຕົກຫຼາຍຂຶ້ນ. ວາລະດັ່ງກ່າວແມ່ນເຕັມໄປດ້ວຍຂໍ້ມູນທີ່ຄົບຖ້ວນ ແລະ ຂໍ້ມູນອັນລໍ້າຄ່າແກ່ຜູ້ເຂົ້າຮ່ວມທຸກທ່ານ.

ໃນລະຫວ່າງມື້ສຸດທ້າຍຂອງງານສໍາມະນາ, ສາສະດາຈານ Elise Poillot ໄດ້ໃຫ້ການນໍາສະເໜີກ່ຽວກັບກົດໝາຍອິດສະລາມ. ສາສະດາຈານ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມຖາມຄໍາຖາມກ່ຽວກັບບົດຮຽນທີ່ໄດ້ນໍາສະເໜີຈາກໃນສອງມື້ທີ່ຜ່ານມາ. ຜູ້ເຂົ້າຮ່ວມຫຼາຍທ່ານໄດ້ຖາມຄໍາຖາມທີ່ໜ້າສົນໃຈກ່ຽວກັບແຫຼ່ງທີ່ມາທາງກົດໝາຍ. ປະເດັນທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດແມ່ນ ຄວາມສໍາຄັນຂອງລັກສະນະລະບົບກົດໝາຍຈາຮີດປະເພນີ ເນື່ອງຈາກມີຮູບແບບທີ່ຕ່າງຈາກລະບົບກົດໝາຍຂອງ ສປປ ລາວ ແລະ ໄດ້ໃຊ້ເວລາເພື່ອອະທິບາຍລັກສະນະ ແລະ ຄວາມແຕກຕ່າງຂອງລະບົບກົດໝາຍດັ່ງກ່າວ. ໃນວາລະສຸດທ້າຍຂອງການສະຫຼຸບງານສໍາມະນາ, ຜູ້ເຂົ້າຮ່ວມທຸກທ່ານໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມງານ, ໂດຍການໃຫ້ກຽດມອບໂດຍ ສາສະດາຈານ Elise Poillot.

ງານສໍາມະນາໄດ້ປະສົບຄວາມສໍາເລັດຢ່າງລາບລື່ນ ຍ້ອນການປະກອບສ່ວນຢ່າງກະຕືລືລົ້ນຂອງຜູ້ເຂົ້າຮ່ວມມາຈາກຫຼາຍພາກສ່ວນ, ໂດຍປະກອບມີໄອຍາການ, ຜູ້ປະຕິບັດກົດໝາຍ, ນັກກົດໝາຍ, ຜູ້ພິພາກສາ, ແລະ ຄະນະອາຈານຈາກ ຄນລ ແລະ ສຍຊ. ເພື່ອສືບຕໍ່ສ້າງຜົນສໍາເລັດ, ໂຄງການຂອງພວກເຮົາຈະສືບຕໍ່ການຮຽນເຊີນອາຈານຈາກມະຫາວິທະຍາໄລລຸກຊໍາບວກ ເພື່ອສືບຕໍ່ການບັນຍາຍໃຫ້ແກ່ບັນດາຄູອາຈານທີ່ກໍາລັງເຮັດວຽກໃນຂະແໜງກົດໝາຍ ໃນການເສີມສ້າງຄວາມຮູ້ທາງດ້ານກົດໝາຍໃຫ້ກັບພວກເຂົາ. ໂດຍສະເພາະແມ່ນມຸ້ງເນັ້ນໃ່ສ່ບັນດາອາຈານ ແລະ ນັກສຶກສາ ທີ່ຢູ່ໃນຄະນະນິຕິສາດ ແລະ ລັດຖະສາດ.