ໂຮງຮຽນກົດໝາຍລະດູໜາວຄັ້ງທີ 6, ວັນທີ 12​​-14 ທັນວາ 2023

ໂຄງການຮ່ວມມືມະຫາວິທະຍາໄລໄດ້ຈັດຕັ້ງໂຮງຮຽນກົດໝາຍລະດູໜາວ ເຊິ່ງຈັດຂຶ້ນເປັນຄັ້ງທີ 6 ໃນລະຫວ່າງ ວັນທີ 12​​-14 ທັນວາ 2023, ທີ່ໂຮງແຮມ ຄຣາວພາຊາ, ນະຄອນຫຼວງວຽງຈັນ. ຜູ້ສະຫມັກ 20 ທ່ານໄດ້ຖືກຄັດເລືອກໂດຍອີງຕາມຄວາມສົນໃຈໃນການປັບປຸງຄວາມຮູ້ທາງດ້ານກົດຫມາຍຂອງພວກເຂົາ ໃນການສໍາມະນາແບບເລັ່ງລັດເປັນເວລາ 3 ມື້. ໂຮງຮຽນກົດໝາຍລະດູໜາວຄັ້ງທີ 6 ນີ້ປະກອບມີ ອາຈານສອນກົດໝາຍຈາກ ຄະນະນິຕິສາດ ແລະ ລັດຖະສາດ 14 ທ່ານ, ອາຈານສອນກົດໝາຍຈາກສະຖາບັນຍຸຕິທໍາ 2 ທ່ານ, ແລະ ນັກວິຊາການ 4 ທ່ານ (ທະນາຍຄວາມ 2 ທ່ານ, ຜູ້ພິພາກສາ 2 ທ່ານ).

ໂຮງຮຽນກົດໝາຍລະດູໜາວໄດ້ລົງເລິກໃນຫົວຂໍ້ “ຫຼັກການຄວາມໂປ່ງໃສໃນລັດແຫ່ງກົດໝາຍ”. ໂຮງຮຽນກົດໝາຍລະດູໜາວໄດ້ສຸມໃສ່ໃນຫົວຂໍ້ ຄວາມເຊື່ອມໂຍງລະຫວ່າງ ການປົກຄອງທີ່ດີ ແລະ ຫຼັກແຫ່ງກົດໝາຍທີ່ກ່ຽວຂ້ອງກັບຫຼັກການສາທາລະນະ ແລະ ການເຂົ້າເຖິງຄວາມຍຸຕິທໍາ, ການປົກປ້ອງຄວາມໂປ່ງໃສໂດຍ 3 ອົງການຈັດຕັ້ງລັດ ແລະ ການປະຕິບັດຂອງການປົກຄອງທີ່ດີ ທີ່ກ່ຽວຂ້ອງກັບໃນຂອບເຂດການຕ້ານການສໍ້ລາດບັງຫຼວງສາກົນ. ໂຮງຮຽນກົດໝາຍລະດູໜາວຄັ້ງນີ້ໄດ້ສອນເປັນພາສາອັງກິດ ໂດຍ ສາສະດາຈານ Stefan Braum (ມະຫາວິທະຍາໄລລຸກຊໍາບວກ), Laura AADE (ນັກສຶກສາປະລິນຍາເອກຈາກມະຫາວິທະຍາໄລລຸກຊໍາບວກ), Francesca FINELLI (ນັກສຶກສາປະລິນຍາເອກຈາກມະຫາວິທະຍາໄລລຸກຊໍາບວກ), Anna MACHURA (ນັກສຶກສາປະລິນຍາເອກຈາກມະຫາວິທະຍາໄລລຸກຊໍາບວກ) ແລະ Paulina BASCHTON ຜູ້ປະສານງານໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ (ປະຈໍາລາວ).

ກ່ອນເຂົ້າສໍາມະນາໂຮງຮຽນກົດໝາຍລະດູໜາວ, ຜູ້ເຂົ້າຮ່ວມງານໄດ້ເຂົ້າຮ່ວມງານສໍາມະນາວິທີການໃນການຄົ້ນຄວ້າ 1 ມື້ ເພື່ອໃຫ້ຜູ້ເຂົ້າຮ່ວມມີທັກສະການຄົ້ນຄວ້າທາງດ້ານກົດໝາຍທີ່ກ່ຽວຂ້ອງ ເຊິ່ງຈະເປັນປະໂຫຍດໃນເວລາເຮັດບົດຄົ້ນຄວ້າວິໄຈ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ຈາກຕົວຢ່າງ ແລະ ປະສົບການຈາກນັກສຶກສາປະລິນຍາເອກຈາກມະຫາວິທະຍາໄລລຸກຊໍາບວກ ໃນການລະບຸບັນຫາໃນບົດຄົ້ນຄວ້າ, ການຊອກຫາຄໍາຖາມຄົ້ນຄວ້າທີ່ເໝາະສົມ, ວິທີການຊອກຫາ ແລະ ນໍາໃຊ້ຂໍ້ມູນທີ່ກ່ຽວຂ້ອງ, ແລະ ວິທີໃນການອ້າງອີງ. ໃນລະຫວ່າງການນໍາສະເໜີບົດ, ຜູ້ເຂົ້າຮ່ວມກໍໄດ້ປະກອບສ່ວນໃນການຕັ້ງຄໍາຖາມຫຼາຍຢ່າງທີ່ກ່ຽວຂ້ອງກັບບົດຄົ້ນຄວ້າຂອງຕົນເອງ ແລະ ປຶກສາຫາລືໃນບັນຫາທາງດ້ານກົດໝາຍໃນສປປ ລາວທີ່ກ່ຽວຂ້ອງກັບສາຂາວິຊາການຂອງນັກສຶກສາປະລິນຍາເອກ.

ໃນມື້ທໍາອິດຂອງໂຮງຮຽນກົດໝາຍລະດູໜາວ ເລີ່ມຕົ້ນໂດຍການກ່າວເປີດງານ ໂດຍຫົວໜ້າໂຄງການ ສາສະດາຈານ Stefan Braum ແລະ ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ, ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ. ຫົວຂໍ້ທີ່ນໍາສະເໜີ ແລະ ປຶດສາຫາລືກັນໃນໂຮງຮຽນກົດໝາຍລະດູໜາວຄັ້ງນີ້ ແມ່ນເນັ້ນໃສ່ຫົວຂໍ້ “ຄວາມເຊື່ອມໂຍງລະຫວ່າງການປົກຄອງທີ່ດີ ແລະ ຫຼັກການຫຼັກແຫ່ງກົດໝາຍ”. ໃນມື້ທໍາອິດ, ການນໍາສະເໜີແມ່ນອີງໃສ່ “ຫຼັກສາທາລະນະ” ເຊິ່ງນໍາສະເໜີໂດຍ Laura Aade, ການນໍາສະເໜີໂດຍ Francesca Finelli ໃນຫົວຂໍ້ຫຼັກການການເຂົ້າເຖິງຄວາມຍຸຕິທໍາແລະ ການນໍາສະເໜີໂດຍAnna Machura-Urbaniak ໃນຫົວຂໍ້ການປົກປ້ອງຄວາມໂປ່ງໃສໂດຍການບັງຄັບໃຊ້ກົດໝາຍ ໂດຍອົງການບໍລິຫານ”. ຜູ້ເຂົ້າຮ່ວມໄດ້ປະກອບສ່ວນໃນການສົນທະນາໃນການໃຫ້ຄໍານິຍາມຂອງຄວາມໂປ່ງໃສ, ຂໍ້ຈໍາກັດຂອງຄວາມໂປ່ງໃສໃນຂອບເຂດຂອງການເຂົ້າເຖິງຄວາມຍຸຕິທໍາ, ການປະຕິບັດໃນສປປ ລາວ ແລະ ຄວາມສໍາຄັນໃນການສົມດູນລະຫວ່າງຄວາມໂປ່ງໃສ ແລະ ຄວາມເປັນສ່ວນຕົວ.

ມື້ທີ 2 ຂອງໂຮງຮຽນກົດໝາຍລະດູໜາວແມ່ນໄດ້ລົງເລິກໃນຫຼັກການຄວາມໂປ່ງໃສສໍາຫຼັບອົງການນິຕິບັນຍັດ ແລະ ອົງການຕຸລາການ ເຊິ່ງນໍາສະເໜີໂດຍ Francesca Finelliແລະ Laura Aade. ຜູ້ເຂົ້າຮ່ວມໄດ້ຖືກມອບໝາຍກໍລະນີສົມມຸດທີ່ກ່ຽວຂ້ອງກັບການນໍາໃຊ້ຫຼັກການຄວາມໂປ່ງໃສ, ນັກສຶກສາປະລິນຍາເອກຍັງໄດ້ຍົກຫຼາຍສະຖານະການ ພ້ອມທັງຕົວຢ່າງທີ່ເປັນຮູບປະທໍາ ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດສໍານຶກໄດ້ເຖິງສະຖານະການຕົວຈິງ. ສາສະດາຈານ Braum ໄດ້ສະເໜີ matrix ຂອງຫຼັກການຄວາມໂປ່ງໃສໃຫ້ແກ່ຜູ້ເຂົ້າຮ່ວມ ເພື່ອຄວາມເຂົ້າໃຈທີ່ເລິກເຊິ່ງຍິ່ງຂຶ້ນ ແລະ ເພື່ອເຂົ້າໃຈໃນການນໍາໃຊ້ຫຼັກການສໍາຫຼັບຜູ້ປະຕິບັດໃນແຕ່ລະລັດ.

ມື້ທີ 3 ແມ່ນໄດ້ລົງເລິກໃນຫົວຂໍ້ “ການປະຕິບັດທີ່ດີ ແລະ ການປົກຄອງທີ່ດີ ໃນຂອບເຂດການຕ້ານການສໍ້ລາດບັງຫຼວງ” ນໍາສະເໜີໂດຍ Anna Machura-Urbaniak. ຜູ້ເຂົ້າຮ່ວມໄດ້ປະກອບສ່ວນຢ່າງກະຕືລືລົ້ນໃນການສົນທະນາກ່ຽວກັບບັນຫາການສໍ້ໂກງໃນລະດັບສາກົນ ແລະ ລະດັບປະເທດ, ຜູ້ເຂົ້າຮ່ວມຍັງໄດ້ສົນທະນາໃນວິທີການທີ່ພວກເຂົາ, ນັກວິຊາການທາງດ້ານກົດໝາຍ ແລະ ນັກປະຕິບັດກົດໝາຍ, ຈະສາມາດນໍາສະເໜີບັນຫາທີ່ລະອຽດອ່ອນນີ້ ແລະ ຊ່ວຍສປປ ລາວໃນການພັດທະນາໃຫ້ກ້າວໄປສູ້ລັດແຫ່ງກົດໝາຍຢ່າງແທ້ຈິງ. ການສົນທະນາກ່ຽວຂ້ອງກັບ ການລະບຸກົນໄກທີ່ໄດ້ນໍາໃຊ້ໃນລຸກຊໍາບວກ ແລະ ການແບ່ງປັນປະສົບການທີ່ກ່ຽວຂ້ອງກັບຄວາມກ້າວໜ້າໃນການດໍາເນີນງານຂອງລັດຖະບານລາວ. ໂຮງຮຽນກົດໝາຍລະດູໜາວແມ່ນສິ້ນສຸດລົງໂດຍ ການທົບທວນບົດຮຽນໃນຮ່ວມແບບການສົນທະນາໃນໂຕະມົນ ເຊິ່ງອະນຸຍາດໃຫ້ຜູ້ເຂົ້າຮ່ວມປຶກສາຫາລືໃນການປັບປຸງການສອນ ແລະ ການຄົ້ນຄວ້າໃນຫຼັກການຄວາມໂປ່ງໃສ.

ຜູ້ເຂົ້າຮ່ວມທຸກທ່ານໄດ້ສະແດງອອກເຖິງຄວາມກະຕືລືລົ້ນ ແລະ ຫ້າວຫັນ ໃນຕະຫຼອດໄລຍະການສໍາມະນາ ແລະ ມີການປະກອບສ່ວນຢ່າງກະຕືລືລົ້ນກັບແຂກຮັບເຊີນ ແລະ ຜູ້ເຂົ້າຮ່ວມນໍາກັນເອງ ເຊິ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງຄວາມສໍາຄັນຂອງຄວາມໂປ່ງໃສໃນລັດແຫ່ງກົດໝາຍ. ຜູ້ເຂົ້າຮ່ວມທຸກທ່ານແມ່ນໄດ້ຮັບເອກະສານຕ່າງໆທີ່ໃຊ້ໃນການສໍາມະນາ ເພື່ອສະໜັບສະໜູນ ແລະ ສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້ຂອງຜູ້ເຂົ້າຮ່ວມ.