ການຢ້ຽມຢາມຂອງສາສະດາຈານ Haslehner Werner ຄັ້ງວັນທີວັນທີ 7-8 ກຸມພາ 2023

ພາຍໃຕ້ຂອບເຂດການເຮັດວຽກຂອງໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກ, ມະຫາວິທະຍາໄລລຸກຊໍາບວກແມ່ນໄດ້ໃຫ້ການສະໜັບສະໜູນການຮຽນ-ການສອນໃຫ້ແກ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ.

ການສໍາມະນາກ່ຽວກັບກົດໝາຍພາສີ ແລະ ອາກອນໃຊ້ເວລາທັງໝົດ 10 ຊົ່ວໂມງ ໄດ້ຈັດຂຶ້ນໃນວັນທີ 6-8 ກຸມພາ 2023, ທີ່ ຄະນະນິຕິສາດ ແລະ ລັດຖະສາດ, ນະຄອນຫຼວງວຽງຈັນ. ພວກເຮົາຮູ້ສຶກເປັນກຽດທີ່ໄດ້ຕ້ອນຮັບທ່ານ ສາສະດາຈານ Werner Haslehner ເຊິ່ງເປັນອາຈານຜູ້ທີ 2 ທີ່ມາໄດ້ມາຈັດງານສໍາມະນາຢູ່ ສປປ ລາວ ໃນປີ 2023 ນີ້.

ການສໍາມະນາໄດ້ສຸມໃສ່ການແນະນຳກ່ຽວກັບກົດໝາຍພາສີ ແລະ ອາກອນສາກົນ, ສົນທິສັນຍາກ່ຽວກັບພາສີ, ການຕີຄວາມໝາຍ ແລະ ຄວາມກ່ຽວຂ້ອງຂອງສັນຍາ. ໂດຍໂຄງການຂອງພວກເຮົາໄດ້ຮຽນເຊີນ ອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ, ອາຈານຈາກສະຖາບັນຍຸຕິທໍາແຫ່ງຊາດ ແລະ ບັນດານັກປະຕິບັດກົດໝາຍໄດ້ແກ່ ຜູ້ພິພາກສາ ຈາກສານປະຊາຊົນສູງສຸດ ແລະ ໄອຍະການ ຈາກຫ້ອງການໄອຍະການປະຊາຊົນສູງສຸດ ກໍໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້.

ນອກຈາກນີ້, ຍັງເປັນຄັ້ງທໍາອິດທີ່ໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກເຮົາໄດ້ຈັດການບັນຍາຍແບບເປີດ  ເພື່ອໃຫ້ນັກສຶກສາຈາກຄະນະນິຕິສາດ ແລະ ລັດຖະສາດໄດ້ເຂົ້າຮ່ວມແລກປ່ຽນບົດຮຽນ. ການບັນຍາຍແບບເປີດ ແມ່ນໄດ້ເຊີນເອົານັກສຶກສາຄະນະນິຕິສາດ ແລະ ລັດຖະສາດທັງໝົດເຂົ້າຮ່ວມ ໂດຍສະເພາະແມ່ນ ນັກສຶກສາພາກກົດໝາຍທຸລະກິດ ແລະ ນັກສຶກສາພາກກົດໝາຍແພ່ງ.

ມື້ທໍາອິດຂອງການສໍາມະນາໄດ້ເລີ່ມຕົ້ນຂຶ້ນ ໂດຍການຕ້ອນຮັບຈາກ ທ່ານນາງ Paulina Baschton, ຜູ້ປະສານງານຄົນໃໝ່ຂອງໂຄງການມະຫາວິທະຍາໄລລາວ-ລຸກຊໍາບວກ, ທີ່ໄດ້ເລີ່ມເຮັດວຽກມື້ທໍາອິດໃນຖານະຜູ້ປະສານງານໂຄງການປະຈໍາຢູ່ນະຄອນຫຼວງວຽງຈັນ. ມື້ທໍາອິດຂອງການສໍາມະນາໄດ້ເລີ່ມຕົ້ນ ໂດຍການນໍາສະເໜີກ່ຽວກັບກົດໝາຍພາສີ ແລະ ອາກອນສາກົນ, ຄໍານິຍາມ ແລະ ຄວາມກ່ຽວຂ້ອງກັບກົດໝາຍພາສີ ແລະ ອາກອນພາຍໃນປະເທດ. ມຸມມອງທີ່ແຕກຕ່າງກັນໃນເລື່ອງພາສີ ໂດຍສະເພາະແມ່ນ ຄວາມແຕກຕ່າງລະຫວ່າງກົດໝາຍອາກອນຂອງປະເທດລຸກຊໍາບວກ ແລະ ກົດໝາຍອາກອນຂອງລາວເຮົາ.

ໃນມື້ທີ 2, ແມ່ນມຸ່ງເນັ້ນໃນເລື່ອງກົດໝາຍສາກົນວ່າດ້ວຍ ກົດໝາຍພາສີ ແລະ ອາກອນສາກົນ, ເນັ້ນໃສ່ສົນທິສັນຍາການເສຍພາສີຊໍ້າຊ້ອນ, ຄວາມກ່ຽວຂ້ອງກັບກົດໝາຍພາຍໃນ, ການຕີຄວາມໝາຍຂອງສົນທິສັນຍາວ່າດ້ວຍພາສີ ແລະ ອາກອນ ແລະ ການແກ້ໄຂຂໍ້ຂັດແຍ່ງທາງດ້ານພາສີ. ຜູ້ເຂົ້າຮ່ວມແມ່ນໃຫ້ຄວາມສົນໃຈຫຼາຍໃນການສໍາມະນາຄັ້ງນີ້ ໂດຍສະເພາະແມ່ນໃນຫົວຂໍ້ ການເສຍພາສີແບບຊໍ້າຊ້ອນ ແລະ ການປ້ອງກັນການຫຼີກລ່ຽງພາສີ ທີ່ກ່ຽວຂ້ອງກັບອາກອນລາຍໄດ້ ແລະ ຕົ້ນທຶນ, ໂດຍທ່ານ ສາສະດາຈານ Haslehner ໄດ້ບັນຍາຍ ແລະ ມີການຍົກຕົວຢ່າງຕົວຈິງ ເຊິ່ງເປັນການເປີດບົດສົນທະນາກ່ຽວກັບການແກ້ໄຂຂໍ້ຂັດແຍ່ງທີ່ກ່ຽວຂ້ອງກັບພາສີ ແລະ ອາກອນ.

ມື້ທີ 3 ແລະ ມື້ສຸດທ້າຍຂອງການສໍາມະນາ, ຜູ້ເຂົ້າຮ່ວມທຸກທ່ານໄດ້ມີໂອກາດສົນທະນາລົງເລິກໃນສົນທິສັນຍາລະຫວ່າງລາວ ແລະ ລຸກຊໍາບວກ ເພື່ອເຂົ້າໃຈເຖິງບົດບາດຂອງສົນທິສັນຍາດັ່ງກ່າວ. ທ່ານ ສາສະດາຈານ Haslehner ໄດ້ນໍາສະເໜີໂດຍຫຍໍ້ກ່ຽວກັບປະເດັນທີ່ນອກເໜືອຈາກພາສີ-ອາກອນ ເພື່ອໃຫ້ຜູ້ເຂົ້າຮ່ວມເຫັນພາບໂດຍລວມກ໋ຍວກັບການໂອນຈ່າຍລາຄາ, ການຈ່າຍພາສີຂັ້ນຕໍ່າໃນທົ່ວໂລກ ແລະ ຄວາມໂປ່ງໃສທາງດ້ານພາສີ.

ໃນຕອນບ່າຍຂອງມື້ດຽວກັນ, ໄດ້ມີການຈັດການບັນຍາຍແບບເປີດ ເຊິ່ງເນັ້ນໃນເລື່ອງຫຼັກການພື້ນຖານທາງດ້ານພາສີ, ຫຼັກການທີ່ກ່ຽວຂ້ອງກັບພາສີ ເພື່ອເຮັດໃຫ້ນັກສຶກສາໄດ້ເຂົ້າໃຈລົງເລິກໃນບົດບາດໜ້າທີ່, ນິຕິກໍາ ແລະ ນະໂຍບາຍທີ່ກ່ຽວຂ້ອງກັບພາສີ-ອາກອນ. ນັກສຶກສາປະມານ 30 ຄົນໄດ້ເຂົ້າຮ່ວມການບັນຍາຍແບບເປີດ ແລະ ເຮັດໃຫ້ທ່ານສາສະດາຈານ Haslehner ປະທັບໃຈຫຼາຍທີ່ນັກສຶກສາໃຫ້ຄວາມສົນໃຈ ໂດຍການປະກອບສ່ວນ ການຖາມຄໍາຖາມ ແລະ ການແລກປ່ຽນສົນທະນາໃນຕະຫຼອດການບັນຍາຍ.

ການຢ້ຽມຢາມຂອງທ່ານສາສະດາຈານ Haslehner ເປັນສ່ວນສໍາຄັນໃນການປະກອບສ່ວນທາງດ້ານການສອນຂອງ ຄະນະນິຕິສາດ ແລະ ລັດຖະສາດຂອງພວກເຮົາ ແລະ ເປັນການສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້ໃຫ້ແກ່ຜູ້ເຂົ້່າຮ່ວມ. ເນື່ອງຈາກຄວາມສໍາເລັດຂອງການຈັດການບັນຍາຍແບບເປີດໃນຄັ້ງນີ້, ໂຄງການຂອງພວກເຮົາຈະສືບຕໍ່ການຮຽນເຊີນອາຈານຈາກມະຫາວິທະຍາໄລລຸກຊໍາບວກໃນການຈັດການບັນຍາຍແບບເປີດໃຫ້ແກ່ນັກສຶກສາ ເພື່ອເປັນການເສີມສ້າງຄວາມຮູ້ທາງດ້ານກົດໝາຍໃຫ້ແກ່ບັນດາຄູອາຈານ ແລະ ນັກສຶກສາຂອງ ຄະນະນິຕິສາດ ແລະ ລັດຖະສາດ.