ທຶນຄົ້ນຄວ້າ ປີ 2024-2025

ມະຫາວິທະຍາໄລລຸກຊຳບວກ ຍິນດີທີ່ຈະປະກາດວ່າ ພວກເຮົາຈະເປີດຮັບສະໝັກເພື່ອຄັດເລືອກ ພະນັກງານຈາກ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ທີ່ສົນໃຈເຮັດບົດຄົ້ນຄວ້າໃນຂົງເຂດກົດໝາຍ ເພື່ອມາດຳເນີນການຄົ້ນຄວ້າ ພາຍໃຕ້ການຊີ້ນຳຂອງ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ.

ເງື່ອນໄຂໃນການສະໝັກ

ທຶນຄົ້ນຄວ້ານີ້ ແມ່ນເນັ້ນໃສ່ ຄູອາຈານລາວ ໃຫ້ພັດທະນາທັກສະໃນທາງດ້ານວິຊາການ ແລະ ທັກສະໃນການຄົ້ນຄວ້າ ໃນຂົງເຂດກົດໝາຍ, ເພື່ອສ້າງຄວາມເຂັ້ມແຂງແກ່ຄວາມອາດສາມາດໃນການຄົ້ນຄວ້າຂອງຕົນເອງ ແລະ ຂອງສະຖາບັນ ອັນໄດ້ແກ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ. ຜູ້ສະໝັກຈະຕ້ອງເປັນອາຈານຂອງຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ຢ່າງໜ້ອຍຕ້ອງ ຈົບການສຶກສາລະດັບປະລິນຍາຕີ ໃນສາຂາກົດໝາຍ ຫຼື ມີທັກສະ/ຄວາມຊ່ຽວຊານທາງກົດໝາຍສູງ. ທຶນດັ່ງກ່າວແມ່ນບໍ່ໄດ້ ກຳນົດອາຍຸຜູ້ສະໝັກ. ໂດຍຜູ້ສະໝັກຈະຖືກຄັດເລືອກຕາມຜົນງານທີ່ສົ່ງມາ. ມະຫາວິທະຍາໄລລຸກຊຳບວກມີສິດເດັດຂາດໃນການຄັດເລືອກ ແລະ ຫຼື ການປະຕິເສດຜູ້ສະໝັກ.

ເພື່ອໃຫ້ເປັນໄປຕາມ “ແຜນຍຸດທະສາດການຮ່ວມມືທົ່ວໄປເພື່ອການພັດທະນາທີ່ຍືນຍົງ ຂອງລຸກຊຳບວກ – ເສັ້ນທາງສູ່ ປີ 2030’’, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊໍາບວກ ເປີດຮັບບົດສະເໜີການຄົ້ນຄວ້າທີ່ນອນໃນຫົວຂໍ້ຕ່າງໆລຸ່ມນີ້:

  • ລັດແຫ່ງກົດໝາຍ ແລະ ການປົກຄອງ;
  • ສິດທິຂັ້ນພື້ນຖານ;
  • ຄວາມເທົ່າທຽມທາງເພດ;
  • ຄວາມຍືນຍົງທາງສິ່ງແວດລ້ອມ ແລະ ການປົກປ້ອງດິນຟ້າອາກາດ.

ການຊີ້ນຳບົດ

ໂຄງການຈະສະໜອງການຊີ້ນຳການຄົ້ນຄວ້າຕະຫຼອດໄລຍະທາງທຶນ. ຜູ້ທີ່ຖືກຮັບເລືອກຈະໄດ້ຮັບການຊ່ວຍເຫຼືອເພື່ອດຳເນີນການຂຽນບົດຄົ້ນຄວ້າ ແລະ ໄດ້ຮັບການຊີ້ນຳບົດຜ່ານ ການພົບປະເປັນປະຈຳເພື່ອສະເໜີຄວາມຄືບໜ້າຂອງການຄົ້ນຄວ້າ.

ຜູ້ສະໝັກທີ່ຖືກຄັດເລືອກ ຈະຕ້ອງໄດ້ເຂົ້າຮ່ວມບັນດາກິດຈະກຳເພື່ອເສີມສ້າງຄວາມອາດສາມາດ ທີ່ຈັດໂດຍ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ (ງານສຳມະນາ, ງານຝຶກອົບຮົມການຄົ້ນຄວ້າ ແລະ ອື່ນໆ) ແລະ ຈະຕ້ອງນຳສະເໜີບົດຄົ້ນຄວ້າຂອງຕົນຕໍ່ສາທາລະນະ ຕາມຄວາມຮຽກຮ້ອງຂອງໂຄງການ. ນອກນີ້, ຍັງຕ້ອງສົ່ງບົດລາຍງານຄວາມຄືບໜ້າທຸກໆ 3 ເດືອນ, ອີງຕາມສັນຍາຄົ້ນຄວ້າ ທີ່ໄດ້ເຊັນໄວ້ກັບທາງມະຫາວິທະຍາໄລ ລຸກຊຳບວກ.

ການບໍລິຫານ ແລະ ການເງິນ

ຜູ້ທີ່ຖືກຄັດເລືອກຈະໄດ້ຮັບທຶນເປັນຈຳເປັນ 1200 EUR ເພື່ອດຳເນີນການຄົ້ນຄວ້າໃຫ້ສໍາເລັດ.

ທຶນດັ່ງກ່າວ ຈະມອບໃຫ້ໂດຍ ມະຫາວິທະຍາໄລລຸກຊຳບວກ ໂດຍຈະຖືກແບ່ງອອກເປັນ 4 ງວດ. ການເບີກຈ່າຍຂອງມະຫາວິທະຍາໄລລຸກຊຳບວກ ແມ່ນຈະອີງຕາມຜົນງານ ແລະ ຂຶ້ນກັບການປະຕິບັດພັນທະຂອງຜູ້ໄດ້ຮັບທຶນ ທີ່ໄດ້ລະບຸໄວ້ໃນ ‘‘ຂໍ້ຕົກລົງຂອງທຶນ’’ ທີ’’ ໂດຍສະເພາະ ພັນທະທີ່ຜູ້ໄດ້ຮັບທຶນຈະຕ້ອງສົ່ງບົດລາຍງານຄວາມຄືບໜ້າ ທຸກໆ 3 ເດືອນ ໃຫ້ແກ່ຜູ້ປະສານງານໂຄງການ ປະຈຳວຽງຈັນ. 

ຜູ້ໄດ້ຮັບທຶນ ຈະມີຄວາມຮັບຜິດຊອບເຕັມສ່ວນໃນການບໍລິຫານ-ຈັດງານທຶນທີ່ຕົນເອງໄດ້ຮັບ; ໂດຍໂຄງການຈະບໍ່ມີການສະໜອງທຶນເພີ່ມສຳລັບຄ່າໃຊ້ຈ່າຍເພີ່ມຕື່ມອື່ນໆ.

ຜູ້ໄດ້ຮັບທຶນຈະດຳເນີນການຄົ້ນຄວ້າຢູ່ທີ່ ສປປ ລາວ.

ຜູ້ໄດ້ຮັບທຶນຈະຕ້ອງເຮັດໃຫ້ແນ່ໃຈວ່າຈະດຳເນີນການຄົ້ນຄວ້າໂດຍສອດຄ່ອງກັບຫຼັກການຂອງມະຫາວິທະຍາໄລລຸກຊຳບວກ, ໂດຍສະເພາະ ຈັນຍາບັນການຄົ້ນຄວ້າ ແລະ ການຄັດລອກເອົາຜົນງານຜູ້ອື່ນ ແລະ ອີງໃສ່ ຄູ່ມືແນະນຳກ່ຽວກັບວິທີການຄົ້ນຄວ້າວິທະຍາສາດທາງດ້ານກົດໝາຍ.

ບົດຄົ້ນຄວ້າຈະຢູ່ໃນຮູບແບບຂອງເອກະສານ ທີ່ຖືກຂຽນເປັນພາສາອັງກິດ (ບຸລິມະສິດ) ຫຼື ພາສາລາວກໍໄດ້. ຄວາມຍາວຂອງບົດຄົ້ນຄວ້າໃນຕອນທ້າຍ ແມ່ນຈະຕ້ອງປຶກສາຫາລືຮ່ວມກັນກັບຜູ້ປະສານງານໂຄງການ. ບົດຄົ້ນຄວ້າຈະຕ້ອງສຳເລັດໃນ 1 ປີ ຈາກວັນທີເຊັນສັນຍາຮັບທຶນ, ແລະ ຜົນການຄົ້ນຄວ້າທີ່ຕົກລົງຮ່ວມກັນ.

ຜູ້ສະໝັກຈະສາມາດສະໝັກຮັບທຶນ ຄົ້ນຄວ້າແບບດ່ຽວ/ຄົນດຽວເທົ່ານັ້ນ ບໍ່ສາມາດເຮັດເປັນທີມ ຫຼື ສະຖາບັນໄດ້.

ການສະໝັກ

ສຳລັບການສະໝັກນີ້ແມ່ນຖ້າຜູ້ສະໝັກສາມາດເຮັດເປັນພາສາອັງກິດໄດ້ກໍເປັນການດີ ແຕ່ກໍສາມາດສົ່ງເປັນພາສາລາວໄດ້ເຊັ່ນກັນ ເຊິ່ງຕ້ອງປະກອບມີເອກະສານຕ່າງໆຄື:

  • Cover Letter(ໜັງສືເພື່ອສະແດງເຈດຈຳນົງເຖິງເຫດຜົນທີ່ຢາກສະໝັກ ແລະ ເຫດຜົນທີ່ທ່ານສົມຄວນຈະໄດ້ຮັບທຶນ- ບໍ່ໃຫ້ກາຍ 2 ໜ້າ)
  • ຊີວະປະຫວັດຫຍໍ້ ໂດຍປະກອບມີຊ່ອງທາງການຕິດຕໍ່ ໂດຍລະອຽດ, ປະສົບການທາງດ້ານວິຊາການ (ວິຊາສອນ, ປະສົບການການຄົ້ນຄວ້າ, ປະກອບການໃນຫຼັກສູດຂອງມະຫາວິທະຍາໄລ ແລະອື່ນໆ);
  • ໜັງສືສະເໜີການຄົ້ນຄວ້າ (ບໍ່ກາຍ 3 ໜ້າ ລວມບັນຈະນານຸກົມ) ໜັງສືສະເໜີການຄົ້ນຄວ້າຄວນປະກອບມີ ຄຳອະທິບາຍຂອງຫົວຂໍ້ການຄົ້ນຄວ້າ (ພາກສະເໜີ), ສົມມຸດຖານການຄົ້ນຄວ້າ, ວັດຖູປະສົງການຄົ້ນຄວ້າ ແລະ ວິທີການຄົ້ນຄວ້າ ແລະ ບັນຈະນານຸກົມ (ສູງສຸດ 15 ເອກະສານ).

ປິດຮັບສະໝັກ: ວັນທີ 26 ມັງກອນ 2024

ຜູ້ທີ່ຖືກຄັດເລືອກໃນຮອບທຳອິດ ຈະຖືກເຊີນເຂົ້າສຳພາດ.

ສົ່ງເອກະສານການສະໝັກຕ້ອງສົ່ງມາຫາ Paulina Baschton: paulina.baschton@ext.uni.lu  

ແລະ Patthanaphone Nammalath: patthanaphone.nammalath@ext.uni.lu

ສາມາດດາວໂຫຼດເອກະສານການເປີດຮັບສະໝັກໄດ້ ທີ່ນີ້

ທ່ານສາມາດເຂົ້າເບິ່ງ ບົດຮຽນອອນລາຍກ່ຽວກັບວິທີການຄົ້ນຄວ້າວິທະຍາສາດທາງດ້ານກົດໝາຍ ເພື່ອເລີ່ມການອອກແບບ ແລະ ດຳເນີນການຄົ້ນຄວ້າທາງດ້ານກົດໝາຍຢ່າງມີປະສິດທິພາບ